ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກບິນຄົນນຶ່ງ ກັບເຂົ້າຫ້ອງບິນບໍ່ໄດ້ ເວລາເຮືອບິນຂອງ ສາຍ​ການບິນ Germanwings ຕົກລົງ


 "ຫີບດຳ ຫຼື black box" ເຄື່ອງບັນທຶກສຽງ ຈາກເຮືອບິນ Airbus ລຸ້ນ A320 ຂອງສາຍການບິນ Germanwings ລາຄາຖືກ ທີ່ຢູ່ໃນເຄືອຂ່າຍຂອງ ບໍລິສັດ Lufthansa ຂອງເຢຍຣະມັນ ທີ່ຕົກເມື່ອ ວັນທີ 24 ມີນາ 2015.
"ຫີບດຳ ຫຼື black box" ເຄື່ອງບັນທຶກສຽງ ຈາກເຮືອບິນ Airbus ລຸ້ນ A320 ຂອງສາຍການບິນ Germanwings ລາຄາຖືກ ທີ່ຢູ່ໃນເຄືອຂ່າຍຂອງ ບໍລິສັດ Lufthansa ຂອງເຢຍຣະມັນ ທີ່ຕົກເມື່ອ ວັນທີ 24 ມີນາ 2015.

ລາຍ​ງານ​ຂ່າວສື່​ມວນ​ຊົນ​ເວົ້າ​ວ່າ ພວກ​ເຈົ້າ​ໜ້າ​ທີ່ ທີ່​ທຳ​ການສືບ
ສວນ​ກ່ຽວ​ກັບ​ເຮືອບິນ​ຂອງສາຍ​ການບິນ Germanwings ທີ່​
ຕົກລົງ ຢູ່ໃນ​ ເຂດພູ​ເຂົາ Alps ຂອງຝຣັ່ງ ​ເມື່ອວັນ​ອັງຄານ​ຜ່ານ
​ມານີ້ ​ເຊື່ອ​ວ່າ ນັກ​ບິນ​ຄົນ​ນຶ່ງ​ ​ໃນ​ຈຳນວນ​ສອງຄົນນັ້ນ ​ໄດ້​ອອກ
​ມາ​ຈາກຫ້ອງ​ນັກ​ບິນ ​ແລະ ​ກັບ​ຄືນ​ເຂົ້າ​ໄປບໍ່​ໄດ້​ ຍ້ອນປະຕູຖືກ​
ປິດຕັນ​ ​ໃນ​ເວລາ​ເຮືອບິນ​ຕົກລົງ​ ​ເຮັດ​ໃຫ້ພວກ​ຄົນ​ໂດຍສານ​
ພ້ອມ​ທັງ​ຈຸ​ບິນ​ທັງ​ໝົດ 150 ຄົນ​ເສຍ​ຊີວິດ​.

ບັນດາ​ເຈົ້າ​ໜ້າ​ທີ່ ທີ່​ໃກ້ຊິດ​ກັບ​ການ​ສືບສວນ​ ​ໄດ້ບອກ​ພວກ​ສື່​
ມວນ​ຊົນ​ວ່າ ສຽງ​ທີ່​ບັນທຶກ​ໄວ້​ໃນ black box ຫລື ຫີບດຳ​ບັນທຶກ
​ການບິນ ທີ່​ກູ້​ມາ​ໄດ້​ໃນ​ວັນ​ພຸ​ດວານ​ນີ້ ສະ​ແດງ​ວ່າ ​ໃນ​ໄລຍະ​ບໍ່​ເທົ່າ
​ໃດ​ນາທີ ກ່ອນ​ເຮືອບິນ​ຕົກ​ນັ້ນ ນັກ​ບິນ​ຄົນ​ໜຶ່ງ​ໄດ້​ອອກ​ໄປຈາກ​ຫ້ອງ​ ​ແລະ ພະຍາຍາມ
ຈະ​ກັບ​ເຂົ້າ​ໄປ​ຄືນ ເວລາ​ທີ່​ເຮືອບິນ​ຕົກລົງ. ບໍ່​ເປັນ​ທີ່​ແຈ້ງ​ຂາວ​ວ່າ​ ນັກ​ບິນ​ຄົນ​ໃດ ອອກ​ໄປ
​ຈາກ​ຫ້ອງ​ບິນ.

​ນັກ​ສືບສວນ​ຄົນ​ໜຶ່ງ ​ເລົ່າສູ່ ໜັງສືພິມ The New York Times ຟັງ​ເຖິງສຽງທີ່​ບັນທຶກຢູ່​ໃນ​ຫີບ​ດຳວ່າ ນັກ​ບິນຄົນ​ນັ້ນ “ເຄາະ​ປະຕູ​ຫ້ອງນັກ ບິນ​ຄ່ອຍໆ ​ແຕ່ບໍ່​ມີ​ໃຜ​ຕອບ. ແລະ​ ຕໍ່​ຈາກ​ນັ້ນ ລາວ​ໄດ້​ທຸບ​ປະຕູ​ແຮງ​ຂຶ້ນ ​ແລະກໍບໍ່​ມີໃຜ​ຕອບ​ອີກ. ບໍ່​ມີ​ໃຜ​ຕອບ​ເລີຍ.”

ນັກ​ສືບສວນ​ຄົນ​ນັ້ນ ກ່າວ​ວ່າ ຈາກ​ບັນທຶກ​ສຽງ​ນັ້ນ ສາມາດ​ໄດ້​ຍິນ ສຽງນັກ​ບິນຄົນ​ດັ່ງກ່າວ ​ພະຍາຍາມຈະພັງ​ປະຕູ​ເຂົ້າ​ໄປ ຊຶ່ງ​ພາ​ໃຫ້​ມີ​ການ​ຕັ້ງຄຳ​ຖາມ​ຂຶ້ນ​ວ່າ ເປັນ​ຫຍັງ ​ປະຕູຈຶ່ງບໍ່​ເປີດ. ທ່ານ​ກ່າວຕໍ່​ໄປ​ວ່າ “​ແຕ່​ອັນ​ທີ່​ແນ່ນອນ ກໍ​ແມ່ນ​ວ່າ ​ໃນ​ວາລະສຸດ​ທ້າຍ​ຂອງ​ຖ້ຽວ​ບິນ​ນັ້ນ ນັກ​ບິນ​ອີກ​ຄົນ​ນຶ່ງ​ແມ່ນ​ຢູ່ທາງ​ໃນ ​ຕາມ​ລຳພັງ ​ແລະບໍ່ຍອມ​ເປີດ​ປະຕູ.”

​ໃນ​ຂະນະ​ທີ່​ພວກ​ທີ​ມງານ​ກູ້​ໄພ ທຳ​ການ​ຊອກ​ຄົ້ນ​ຫາ​ຊາກ​ສົບ​ຂອງ​ພວກ​ເຄາະ​ຮ້າຍ ​ແລະ
​ຊອກ​ຫາ​ສາ​ເຫດ​ຂອງ​ເຮືອບິນ​ຕົກ​ນັ້ນ ບັນດາ​ຄອບຄົວ ​ແລະ​ ເພື່ອ​ນຝຸງ​ຂອງ​ພວກໂດຍສານ ​ແລະ ​ຈຸ​ບິນ ກໍ​ພາກັນ​ເດີນທາງໄປ​ຍັງ ບ່ອນ​ເກີດ​ເຫດ ຊຶ່ງ​ຢູ່​ທີ່​ນັ້ນ ສາຍການບິ​ນ Lufthansa
ຈະ​ຂໍໃຫ້​ເຂົາ​ເຈົ້າ​ ຊ່ວຍ​ໃນ​ການ​ລະບຸ​ໂຕ​ຊາກ​ສົບ ​ແລະ ​ຈະ​ຈັດ​ທີ່​ປຶກສາ​ທາງ​ດ້ານ​ຈິດ​ໃຈ​ ​ໄວ້​ຊ່ວຍປອບ​ໃຈ​ແລະ​ໃຫ້​ຄຳ​ແນະນຳ​ແກ່​ພວກເຂົາ​ເຈົ້າ.

France Airplane Crash
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG