ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະທາ. ຣັດເຊຍ ກັບ ປະທາ. ຢູເຄຣນ ຫາລືກັນ ລ່ວງໜ້າ ກອງປະຊຸມສຸດຍອດ


ວັງ​ແຄຣມລິນ​ກ່າວ​ວ່າ ປະທານາທິບໍດີຣັດ​ເຊຍ ທ່ານ Vladimir
Putin ​ໄດ້​ຫາລື​ເລື້ອງ​ທາງ​ເລືອກ​ຕ່າງໆ ສຳລັບ “ການ​ແກ້​ໄຂ​
ໂດຍ​ສັນຕິ​ວິທີ” ຕໍ່​ສະຖານະ​ການ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​
ຢູ​ເຄຣນນັ້ນ ກັບ​ຄູ່​ຕຳ​ແໜ່​ງຂອງ​ທ່ານ​ຈາກ​ຢູ​ເຄຣນ ລ່ວງ​ໜ້າ
ການ​ເຈາລະຈາ​ທີ່​ໄດ້​ຕໍ່​ເວລາ​ອອກ​ໄປ ​ຢູ່​ນະຄອນ​ມີ​ລານ
ປະ​ເທດ​ອີ​ຕາ​ລີ ອາທິດນີ້.

ການ​ສົນທະນາ​ທາງ​ໂທລະສັບ ​ກັບ​ປະທານາທິບໍດີ Petro
Poroshenko ຍັງ​ໄດ້ເວົ້າ​ເຖິງ ​ ​ການ​ຜິດ​ຖຽງ​ກັນເລື້ອງ​ແກ໊ສ
ທຳ​ມະ​ຊາດ​ລະຫວ່າງ​ປະ​ເທດ​ທັງ​ສອງ ທີ່​ກວມ​ກັນ​ກັບ ການ​
ຂັດ​ແຍ້​ງກັນ​ທີ່​ດຳ​ເນີນ​ຢູ່​ຕໍ່​ມາ ຢູ່​ເລາະ​ຕາມ​ຊາຍ​ແດນ ​ລະ
ຫວ່າງ​ກັນ ບ່ອນ​ທີ່​ພວກ​ຢາກແບ່ງແຍກ​ດິນ​ແດນ​ທີ່​ນິຍົມຣັດ
​ເຊຍ ກຳລັງ​ປະ​ເຊີນ​ໜ້າ ກັບ​ກຳລັງ​ຂອງ​ລັດຖະບານ​ຢູ​ເຄຣນ.

​ໃນ​ວັນ​ອັງຄານ​ວານ​ນີ້ ລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານ John Kerry ​ໄດ້​ຮຽກ
ຮ້ອງ​ໃຫ້​ຖອນ “ກຳລັງ​ທະຫານ​ຕ່າງປະ​ເທດ” ທັງ​ໝົດ ອອກຈາກພາກ​ຕາ​ເວັນ​ອອກຂອງ
ຢູ​ເຄຣນ ຫລັງ​ຈາກ​ການປະຊຸມຢູ່ນະຄອນຫລວງ​ປາຣີ ກັບ ລັດຖະມົນ​ຕີຕ່າງປະ​ເທດຣັດ​
ເຊຍ ທ່ານ Sergei Lavrov.

ວີດີໂອ: ທ່ານ Kerry ຫາລືກັບທ່ານ Lavrov ຢູ່ປາຣີ:

FRANCE - KERRY VOSOT
please wait
Embed

No media source currently available

0:00 0:00:39 0:00

ລ່ວງ​ໜ້າ​ກອງ​ປະຊຸມ​ສຸດ​ຍອດ ລະຫວ່າງບັນດາ​ຜູ້ນຳເອເຊຍ-ຢູໂຣບ ທີ່ນະຄອນ Milan
​ໃນວັນພະຫັດ​ແລະ​ວັນ​ສຸກ​ນີ້ ທ່ານ​ປູ​ຕິນ ​ໄດ້​ສັ່ງ​ໃຫ້​ຖອນ​ທະຫານ ຈຳນວນ​ຫລາຍ​ກ່ວາ
17.000 ຄົນ​ ອອກ​ໄປ​ຈາກ​ເຂດ​ນຶ່ງ ​ໃກ້​ກັບ​ຊາຍ​ແດນ​ຢູ​ເຄຣນ ​ເມື່ອ​ຕົ້ນ​ອາທິດ​ນີ້.

ຣັດ​ເຊຍ​ໄດ້​ປະຕິ​ເສດ​ຢູ່​ສະ​ເໝີ​ມາ​ວ່າ ຕົນ​ບໍ່​ມີ​ທະຫານ​ຢູ່​ໃນ​ດິນ​ແດນ​ຂອງ​ຢູ​ເຄຣນ ​ໃນ​
ຂະນະ​ທີ່​ພວກ​ຢາກ​ແບ່ງ​ແຍກ​ດິນ​ແດນ​ໃນ​ຢູ​ເຄຣນ ​ເວົ້າ​ວ່າ ພວກ​ເຂົາ​ໄດ້​ຮັບການ​ຊ່ວຍ
​ເຫລືອ​ຈາກ​ທະຫານຣັດ​ເຊຍ.

ພາບສະຖານະການ ໃນຢູເຄຣນ:

XS
SM
MD
LG