ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຊາວໂຣມາເນຍ ປະທ້ວງ ເລື່ອງການຄໍຣັບຊັນ ໂດຍຮຽກຮ້ອງໃຫ້ ລັດຖະບານ ລາອອກ


 ພວກປະທ້ວງໄດ້ຍົກໂທລະສັບ ມືຖືຂອງພວກເຂົາເຈົ້າຂຶ້ນ ແລ້ວສົ່ງແສງສະທ້ອນໃສ່ແຜ່ນເຈ້ຍສີຕ່າງໆ ໃຫ້ແສງສີ
ນັ້ນ ກະພິບໄປມາ ຊຶ່ງມັນໄດ້ສ່ອງແສງກະຈ່າງ ທ່າມກາງ ອາກາດທີ່ໜາວເຢັນ ຂອງຄ່ຳຄືນ ດ້ວຍສີຟ້າ ສີເຫຼືອງ ແລະ ສີແດງ ເປັນສີທຸງຊາດໂຣມາເນຍ, ວັນທີ 12 ກຸມພາ 2017.
ພວກປະທ້ວງໄດ້ຍົກໂທລະສັບ ມືຖືຂອງພວກເຂົາເຈົ້າຂຶ້ນ ແລ້ວສົ່ງແສງສະທ້ອນໃສ່ແຜ່ນເຈ້ຍສີຕ່າງໆ ໃຫ້ແສງສີ ນັ້ນ ກະພິບໄປມາ ຊຶ່ງມັນໄດ້ສ່ອງແສງກະຈ່າງ ທ່າມກາງ ອາກາດທີ່ໜາວເຢັນ ຂອງຄ່ຳຄືນ ດ້ວຍສີຟ້າ ສີເຫຼືອງ ແລະ ສີແດງ ເປັນສີທຸງຊາດໂຣມາເນຍ, ວັນທີ 12 ກຸມພາ 2017.

ຊາວໂຣມາເນຍ ຫຼາຍໝື່ນຄົນ ໄດ້ພາກັນລົງສູູ່ຖະໜົນສາຍຕ່າງໆ ເມື່ອວັນອາທິດວານນີ້
ໃນສະພາບອາກາດທີ່ໜາວຈັດ ເພື່ອຮຽກຮ້ອງໃຫ້ ຄະນະລັດຖະບານ ລາອອກ ຊຶ່ງ
ພວກເຂົາເຈົ້າ ໄດ້ກ່າວຫາ ລັດຖະບານ ວ່າ ພະຍາຍາມທີ່ຈະຜ່ອນຜັນປະສິດທິພາບ
ຂອງກົດໝາຍ ຕໍ່ຕ້ານການສໍ້ລາດບັງຫຼວງ.

“ພວກໂຈນ! ລາອອກ!” ຄືສຽງຮ້ອງໂຮຂອງພວກປະທ້ວງ ທີ່ໄດ້ໄປເຕົ້າໂຮມກັນ ຢູ່ໃນ
ຈັດຕຸລັດ ໄຊຊະນະ ເພື່ອເປັນຂີດໝາຍ ມື້ທີ 13 ລຽນຕິດ ຂອງການເດີນຂະບວນ
ປະທ້ວງ ຕໍ່ຕ້ານລັດຖະບານ ໃນນະຄອນຫຼວງ Bucharest ຂອງໂຣມາເນຍ.

ໂດຍການກະປະມານໄດ້ວ່າ ຝຸງຊົນທີ່ອອກມາຮ່ວມ ໃນການເດີນຂະບວນປະທ້ວງ
ໃນນະຄອນຫຼວງ Bucharest ມີຈຳນວນ 50,000 ຄົນ ອີງຕາມສື່ມວນຊົນ ຂອງ
ໂຣມາເນຍ ທີ່ໄດ້ລາຍງານມາ. ທາງການຂອງໂຣມາເນຍ ບໍ່ໄດ້ໃຫ້ຕົວເລກ ຈຳນວນ
ໃດໆເລີຍ.

ໃນການຕອບສະໜອງ ຕໍ່ຄຳຮຽກຮ້ອງໃນສື່ສັງຄົມ ພວກປະທ້ວງໄດ້ຍົກໂທລະສັບ ມືຖືຂອງພວກເຂົາເຈົ້າຂຶ້ນ ແລ້ວສົ່ງແສງສະທ້ອນໃສ່ແຜ່ນເຈ້ຍສີຕ່າງໆ ໃຫ້ແສງສີ
ນັ້ນ ກະພິບໄປມາ ຊຶ່ງມັນໄດ້ສ່ອງແສງກະຈ່າງ ທ່າມກາງອາກາດທີ່ໜາວເຢັນ ຂອງ
ຄ່ຳຄືນ ດ້ວຍສີຟ້າ ສີເຫຼືອງ ແລະ ສີແດງ ອັນເປັນສີຂອງທຸງຊາດໂຣມາເນຍ.

ຄຳຂວັນອັນໃຫຍ່ໂຕ ໄດ້ຖືກສາຍສ່ອງໃສ່ຕຶກອາຄານຢູ່ໃກ້ຄຽງບໍລິເວນ ທີ່ອ່ານວ່າ
“ຕໍ່ຕ້ານ.” ພວກປະທ້ວງບາງສ່ວນ ຖືປ້າຍທີ່ມີຂໍ້ຄວາມ ວ່າ “ຍຸຕິການຄໍຣັບຊັນ!
ຕໍ່ສູ້ເພື່ອປະຊາທິປະໄຕ.”

ນອກນັ້ນ ພວກຄົນອີກຫຼາຍພັນຄົນ ຍັງໄດ້ອອກມາປະທ້ວງ ຢູ່ໃນຕົວເມືອງຕ່າງໆ
ເຊັ່ນ Cluj Sibiu Iasi ແລະ Timisoara.

ການເດີນຂະບວນປະທ້ວງຄັ້ງນີ້ ຖືວ່າ ໃຫຍ່ທີ່ສຸດ ນັບຕັ້ງແຕ່ມີການໂຄ່ນລົ້ມ ແລະ
ການປະຫານຊີວິດ ຈອມຜະເດັດການຄອມມິວນິສ Nicolae Ceaucescu ໃນປີ
1989 ເປັນຕົ້ນມາ ແມ່ນໄດ້ມີຢູ່ຕໍ່ໄປ ເຖິງແມ່ນວ່າ ຈະໄດ້ມີການລາອອກ ຈາກຕຳແໜ່ງ
ຂອງ ລັດຖະມົນຕີ ກະຊວງຍຸຕິທຳ Florin Iordache ແລ້ວກໍຕາມ ໃນວັນພະຫັດ
ທີ່ຜ່ານມາ.

ໂຣມາເນຍ ໄດ້ເຂົ້າຮ່ວມ ສະຫະພາບຢູໂຣບ ໃນປີ 2007 ແລະ Brussels ໄດ້ເນັ້ນຢ້ຳ ມາໄດ້ດົນນານແລ້ວ ເຖິງການຮັບມືກັບບັນຫາການສໍ້ລາດບັງຫຼວງ ແລະ ພວກແກ່ງ
ອາຊະກອນທັງຫຼາຍ ຂອງ Bucharest ທີ່ມີຄວາມກ້າວໜ້າຢ່າງຊ້າໆ ນັ້ນ.

Romania Protests
please wait
Embed

No media source currently available

0:00 0:01:31 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG