ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ນຶ່ງຄົນ ເສຍຊີວິດ ໃນການປະທ້ວງ ຢູ່ Bahrain (ສະໄລດ໌/ວີດິໂອ)


ພວກປະທ້ວງ ຕໍ່ຕ້ານລັດຖະບານ ຈູດລົດຄັນນຶ່ງ ຕັນຖະໜົນ
ເພື່ອສະຫຼອງຄົບຮອບປີທີສອງ ຂອງການລຸກຮືຮຽກຮ້ອງເອົາ
ປະຊາທິປະໄຕ
ພວກປະທ້ວງ ຕໍ່ຕ້ານລັດຖະບານ ຈູດລົດຄັນນຶ່ງ ຕັນຖະໜົນ ເພື່ອສະຫຼອງຄົບຮອບປີທີສອງ ຂອງການລຸກຮືຮຽກຮ້ອງເອົາ ປະຊາທິປະໄຕ
ພວກ​ປະ​ທ້ວງ​ໄດ້ປະ​ທະ​ກັບ​ຕໍາຫຼວດ​ໃນ​ປະ​ເທດ Bahrain ທີ່ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ​ນຶ່ງ​ຄົນ​ໃນ​ຂະນະ​ທີ່​ພັກຝ່າຍ​ຄ້ານ​ສຽງ​ສ່ວນ​ຫຼາຍຂອງ​ຊາວມຸສລິ​ມ ນິກາຍ Shi’ite ​ໃນ​ປະ​ເທດ​ດັ່ງກ່າວ​ນີ້ ພາກັນສະ​ເຫຼີມສະຫຼອງຂີດ​ໝາຍ​ວັນ​ຄົບຮອບ​ປີທີ​ສອງ ​ໃນ​ການ​ລຸກ​ຮື​ຂຶ້ນ ຕໍ່ຕ້ານຜູ້​ປົກຄອງ​ປະ​ເທດ​ທີ່​ນັບຖື​ສາ ສະໜາ​ອິສລາມນິກາຍ​ຊຸນ​ນີນັ້ນ.

ກຸ່ມ​ຝ່າຍ​ຄ້ານ​ໃຫຍ່ສຸດ Al Wefaq ​ເວົ້າ​ວ່າ ​ເດັກຊາຍ​ໄວ​ລຸ້ນນຶ່ງ​ຄົນ​ຖືກ​ຕໍາຫຼວດຍິງຕາຍ ​ຢູ່​ໃນ​ໝູ່ບ້າ​ນ​ຂອງຊາວ Shi’ite ໃກ້ໆ​ນະຄອນຫຼວງ Manama. ກະຊວງ​ພາຍ​ໃນ​ຂອງ​ບາ​ເຣນ​ເວົ້າ​ວ່າ ມີ​ຜູ້​ນຶ່ງ​ເສຍ​ຊີວິດ​ໃນ​ວັນ​ພະຫັດ​ມື້​ນີ້ ຫຼັງຈາກ​ຖືກ​ນໍາ​ສົ່ງ​ໂຮງໝໍ.

Protests in Bahrain on Second Anniversary of Uprising
please wait

No media source currently available

0:00 0:02:08 0:00
ລິງໂດຍກົງ


ບັນດາ​ກຸ່ມ​ຝ່າຍ​ຄ້ານ ​ໄດ້​ຮຽກຮ້ອງ​ນັດ​ຢຸດ​ງານໃນ​ທົ່ວ​ປະ​ເທດ​ເມື່ອ​ວັນ​ພະ ຫັດ​ມື້​ນີ້ ເພື່ອ​ເປັນຂີດ​ໝາຍ​ວັນ​ຄົບ​ຂອງ​ການ​ລຸກ​ຮື​ຂຶ້ນ.

ການ​ປະ​ທ້ວງ​ບັ້ນ​ຕ່າງໆ​ໄດ້​ລະ​ເບີດ​ຂຶ້ນ​ໃນ​ປີ 2011 ທ່າມກາງ​ຄື້ນຟອງ​ຂະ​ບວນການ​ເຄື່ອນ​ໄຫວ​ເພື່ອຮຽກຮ້ອງ​ເອົາ​ປະຊາທິປະ​ໄຕຢູ່​ໃນ​ປະ​ເທດ​ອາຣັບ ອື່ນໆ. ພວກ​ປະ​ທ້ວງ​ໄດ້​ທວງ​ໃຫ້​ມີ​ການ​ປະຕິ​ຮູບ​ປະ​ໄຊ​ທິປະ​ໄຕຢູ່​ໃນ​ປະ​ເທດ​ບາ​ເຣນ ​ແລະ​ເຮັດ​ໃຫ້ລະບອບ​ການ​ປົກຄອງ​ຂອງ​ກະສັດ​ຊຸນ​ນີ ທີ່​ເຂົ້າ​ໃຈ​ວ່າຈຳ​ແນ​ກກີດ​ກັນຕໍ່ຊາວມຸສລິ​ມນິກາຍ Shi’ite ຊຶ່ງ​ເປັນ​ຊົນ​ກຸ່ມ​ນ້ອຍ​ນັ້ນ ສິ້ນສຸດ​ລົງ.

ປະມວນພາບການສະຫຼອງຂີດ​ໝາຍ​ວັນ​ຄົບຮອບ​ປີທີ​ສອງ ​ໃນ​ການ​ລຸກ​ຮື​ຂຶ້ນ

XS
SM
MD
LG