ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ຕໍາຫຼວດ ສອບສວນການມຸ້ງເປົ້າໝາຍໄປທີ່ແມ່ຍິງຂອງຄາດຕະກອນ ຢູ່ການໂຈມຕີຢູ່ສູນການຄ້າໃນນະຄອນຊິດນີ


ຄົນກຸ່ມນຶ່ງ ສະແດງປະຕິກິລິຍາ ຫຼັງຈາກທີ່ໄດ້ວາງດອກໄມ້ ໄວ້ອາໄລ ຢູ່ໃກ້ສະຖານທີ່ເກີດເຫດ ຢູ່ແຍກ ບອນໄດ (Bondi Junction) ໃນນະຄອນຊິດນີ, ວັນທີ 15 ເມສາ 2024, ຫຼັງຈາກມີຫຼາຍຄົນຖືກແທງເສຍຊີວິດ ຢູ່ສູນການຄ້າແຫ່ງນຶ່ງ ໃນວັນທີ 13 ເມສາທີ່ຜ່ານມາ.
ຄົນກຸ່ມນຶ່ງ ສະແດງປະຕິກິລິຍາ ຫຼັງຈາກທີ່ໄດ້ວາງດອກໄມ້ ໄວ້ອາໄລ ຢູ່ໃກ້ສະຖານທີ່ເກີດເຫດ ຢູ່ແຍກ ບອນໄດ (Bondi Junction) ໃນນະຄອນຊິດນີ, ວັນທີ 15 ເມສາ 2024, ຫຼັງຈາກມີຫຼາຍຄົນຖືກແທງເສຍຊີວິດ ຢູ່ສູນການຄ້າແຫ່ງນຶ່ງ ໃນວັນທີ 13 ເມສາທີ່ຜ່ານມາ.

ຕຳຫຼວດອອສເຕຣເລຍກ່າວ ໃນວັນຈັນມື້ນີ້ວ່າ ພວກເຂົາເຈົ້າກຳລັງສືບສວນວ່າ ເປັນຫຍັງຜູ້ຊາຍອາຍຸ 40 ປີ ທີ່ມີອາການທາງຈິດ ຈຶ່ງເບິ່ງຄືວ່າ ຈະແນ່ເປົ້າໄປທີ່ບັນດາຜູ້ຍິງ ໃນຂະນະທີ່ລາວຍ່າງເລາະ ໃນສູນການຄ້າຢູ່ນະຄອນຊິດນີ ພ້ອມກັບມີດຂະໜາດໃຫຍ່ ທີ່ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 6 ຄົນ ແລະບາດເຈັບອີກຫຼາຍສິບຄົນ.

ວິດີໂອທີ່ຖືກເຜີຍແຜ່ ໃນສື່ມວນຊົນສັງຄົມໄດ້ສະແດງໃຫ້ເຫັນ ທ້າວ ໂຈແອລ ຄໍຈີ (Joel Cauchi) ຜູ້ທ່ອງທ່ຽວທີ່ບໍ່ແຖໜວດແຖເຄົາ ກຳລັງຕິດຕາມຜູ້ເຄາະຮ້າຍທີ່ສ່ວນໃຫຍ່ເປັນເພດຍິງ ໃນຂະນະທີ່ລາວ ອອກໄປອາລະວາດ ຜ່ານສູນການຄ້າ Westfield ທີ່ແອອັດໄປດ້ວຍຜູ້ຄົນ ໃນເຂດ Bondi Junction ໃນຕອນບ່າຍວັນເສົາທີ່ຜ່ານມາ.

ຜູ້​ເຄາະ​ຮ້າຍ 5 ຄົນ​ໃນ​ຈຳນວນ 6 ຄົນ ​ທີ່​ໄດ້​ເສຍ​ຊີວິດ​ແມ່ນ​ຜູ້ຍິງ, ​ເຊັ່ນດຽວກັນກັບ​ຜູ້​ໄດ້​ຮັບ​ບາດ​ເຈັບ​ສ່ວນ​ໃຫຍ່​.

ທ່ານ ນາງ ຄາເຣັນ ເວັບ (Karen Webb) ຜູ້ບັນຊາການຕຳຫລວດລັດ New South Wales ກ່າວວ່າ “ວິດີໂອເຫຼົ່ານີ້ ບອກດ້ວຍຕົວມັນເອງ ແມ່ນບໍ່ລະ, ແລະນັ້ນ ແມ່ນທິດທາງໃນການສອບສວນຂອງພວກເຮົາຢ່າງແນ່ນອນ”.

ທ່ານນາງກ່າວຕໍ່ໂທລະພາບແຫ່ງຊາດ ABC ວ່າ "ນັ້ນແມ່ນເຫັນໄດ້ຈະແຈ້ງສໍາລັບຂ້າພະເຈົ້າ, ນັກສືບສວນກໍເຫັນໄດ້ຢ່າງຈະແຈ້ງ, ນັ້ນເບິ່ງຄືວ່າ ຈະເປັນປະເດັນທີ່ຫນ້າສົນໃຈວ່າ ທີ່ຜູ້ກະທໍາຜິດໄດ້ມຸ້ງເປົ້າໃສ່ແມ່ຍິງ ແລະຫລີກລ້ຽງຜູ້ຊາຍ".

ທ່ານ ນາງ ເວັບ (Webb) ​ເນັ້ນຍໍ້າວ່າ ຕຳຫຼວດ​ບໍ່​ຮູ້​ວ່າ​ ມີ​ຫຍັງ​ຢູ່​ໃນ​ໃຈ​ຂອງ​ຜູ້​ໂຈມ​ຕີ.

"ນັ້ນແມ່ນເຫດຜົນວ່າ ເປັນຫຍັງຕອນນີ້ ນັກສືບສວນ ຈຶ່ງຕ້ອງໃຊ້ເວລາຫຼາຍໃນການສໍາພາດບັນດາຜູ້ທີ່ຮູ້ຈັກລາວ."

ໂປຣໄຟລ໌ເຟສບຸກຂອງ ທ້າວ ຄໍຈີ (Cauchi) ລະບຸວ່າ ລາວມາຈາກ ເມືອງToowoomba, ໃກ້ກັບ Brisbane, ແລະເຄີຍເຂົ້າໂຮງຮຽນມັດທະຍົມ ແລະມະຫາວິທະຍາໄລໃນທ້ອງຖິ່ນ.

ພໍ່​ແມ່​ຂອງ​ລາວ​ເວົ້າ​ວ່າ ລາວ​ເປັນພະຍາດ​ທາງ​ຈິດ​ໃຈ ​ຕັ້ງ​ແຕ່​ລາວ​ເປັນ​ໄວ​ລຸ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG