ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອົງການ PLO ຮຽກຮ້ອງໃຫ້ ປ. Abbas ຍຸດຕິ ການຮ່ວມມື ກັບອິສຣາແອລ


ປະທານາທິບໍດີ ​ປາ​ແລັສ​ໄຕ​ນ໌ ທ່ານ Mahmoud Abbas ເຂົ້າຮ່ວມກອງປະຊຸມ ຂອງສະພາ​ກາງ ຂອງອົງການ​ປົດ​ປ່ອຍ​ປາ​ແລັສ​ໄຕ​ນ໌ ຢູ່ທີ່ເຂດ West Bank ຂອງເມືອງ Ramallah, ວັນພຸດທີ 4 ມີນາ 2015.
ປະທານາທິບໍດີ ​ປາ​ແລັສ​ໄຕ​ນ໌ ທ່ານ Mahmoud Abbas ເຂົ້າຮ່ວມກອງປະຊຸມ ຂອງສະພາ​ກາງ ຂອງອົງການ​ປົດ​ປ່ອຍ​ປາ​ແລັສ​ໄຕ​ນ໌ ຢູ່ທີ່ເຂດ West Bank ຂອງເມືອງ Ramallah, ວັນພຸດທີ 4 ມີນາ 2015.

ອົງການ​ປົດ​ປ່ອຍ​ປາ​ແລັສ​ໄຕ​ນ໌ ຫຼື PLO ​ໄດ້​ຮຽກຮ້ອງ​ໃຫ້
ປະທານາທິບໍດີ Mahmoud Abbas ຍຸດຕິ​ການ​ຮ່ວມ​ມື​
ໃນ​ດ້ານ​ການ​ຮັກສາ​ຄວາມ​ປອດ​ໄພ ​ກັບ​ອິສຣາ​ແອ​ລ ​ໃນອັນ
ທີ່ປາກົດວ່າ ເປັນ​ການຕອບ​ໂຕ້ຄືນ​ ຕໍ່ການກັກ​ເງິນ​ພາສີ​ຂອງ
​ປາ​ແລັສ​ໄຕ​ນ໌ ໂດຍ​ອິສຣາ​ແອ​ລ ນັ້ນ.

ສະພາ​ກາງຂອງອົງການ​ PLO ​ໄດ້​ສະ​ເໜີ​ຄຳ​ແນະນຳ​ຂອງ​ຕົນ​
ໃນ​ວັນ​ພະຫັດ​ວານ​ນີ້ ຫຼັງຈາກ​ທີ່​ໄດ້​ທຳ​ການ​ປະຊຸມ​ກັນ ​ເປັນ​
ເວລາ​ສອງ​ມື້. ສະພາ​ດັ່ງກ່າວ​ໄດ້​ອ້າງ​ເຖິງ​ອັນ​ທີ່​ຕົນ​ເອີ້ນ​ ວ່າ
“ຄວາມລົ້ມ​ແຫລວ ​ໃນ​ການ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ຕ່າງໆ
ທີ່ທັງ​ສອງ​ຝ່າຍ​ໄດ້​ລົງ​ນາມ​ກັນ​ແລ້ວນັ້ນ”
ຂອງ​ອິສຣາ​ແອ​ລ.

ປະທານາທິບໍດີ Abbas ຍັງ​ບໍ່​ທັນ​ໄດ້​ກ່າວ​ວ່າ ທ່ານ​ຈະ​ປະຕິບັດ​ຕາມ​ຄຳ​ແນະນຳຂອງ​ສະພາ​ກາງ PLO ຫຼືບໍ່ ​ແລະ ອິສຣາ​ແອ​ລ ກໍ​ຍັງ​ບໍ່​ໄດ້​ຕອບເຊັ່ນ​ກັນ.

ອິສຣາ​ແອ​ລ ກັກ​ເງິ​ນລາຍ​ໄດ້​ພາສີ​ ທີ່ທາງ​ການ​ປາແລັສຈຳ​ເປັນ​ຕ້ອງ​ການນຳ​ໃຊ້ທີ່​ສຸດ​ນັ້ນ
​ເມື່ອ​ເດືອນ​ມັງກອນ​ຜ່ານ​ມາ ຫຼັງຈາກ ອຳນາດ​ການ​ປົກຄອງ​ປາ​ແລັສ​ໄຕ​ນ໌ ​ໄດ້​ປະກາດວ່າ​
ຕົນ​ຈະເຂົ້າຮ່ວມ ສາ​ນອາ​ຍາ ​ສາກົນ ຊຶງ​ເປັນ​ການ​ເຄື່ອນ​ໄຫວ​ ທີ່​ອິສຣາແອ​ລ ​ແລະ ສະຫະລັດ ຂັດຄ້ານ​ຢ່າງ​ແຂງ​ຂັນ.

ການ​ຮ່ວມ​ມື​ໃນ​ດ້ານ​ການ​ຮັກສາ​ຄວາມ​ປອດ​ໄພ ລະຫວ່າງ ເຈົ້າໜ້າທີ່ ປາ​ແລັສ​ໄຕ​ນ໌ ​ແລະ ທະຫານ​ອິສຣາ​ແອ​ລ ​ແມ່ນ​ແນ່ໃສ່​ການ​ແລກປ່ຽນ​ຂໍ້​ມູນນຳ​ກັນ ​ແລະ ​ເພື່ອປ້ອງກັນບໍ່ໃຫ້ເກີດ​ຄວາມ​ຮຸນ​ແຮງ ລະຫວ່າງ​ກອງ​ທະຫານ​ອິສຣາ​ແອ​ລ ​ແລະ ປາ​ແລັສ​ໄຕ​ນ໌.

Israel Palestinians Security video
please wait

No media source currently available

0:00 0:00:25 0:00

XS
SM
MD
LG