ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສຫລ ກ່າວວ່າ ເທີກີ ຕ້ອງໄດ້ດຳເນີນການ ຫຼາຍກວ່ານີ້ ເພື່ອ ຕໍ່ສູ້ກັບ ກຸ່ມລັດອິສລາມ


ລມ​ຕ ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ Ash Carter
ລມ​ຕ ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ Ash Carter

ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Ashton Carter
ກ່າວໃນວັນພະຫັດວານນີ້ວ່າ ເທີກີຕ້ອງໄດ້ດຳເນີນການເພີ້ມຕື່ມ ເພື່ອຕໍ່ສູ້ກັບກຸ່ມລັດອິສລາມແລະຄວບຄຸມຊາຍແດນຂອງຕົນ.

ທ່ານ Carter ກ່າວວ່າ ເທີກີໄດ້ຕົກລົງໃນທາງຫລັກການແລ້ວທີ່
ຈະເຂົ້າຮ່ວມການໂຈມຕີທາງອາກາດ ພາຍໃຕ້ການນຳພາ ຂອງ
ສະຫະລັດຕໍ່ພວກຫົວຮຸນແຮງລັດອິສລາມແຕ່ກໍກ່າວວ່ານັ້ນແມ່ນ ເປັນພາກສ່ວນພຽງອັນດຽວເທົ່ານັ້ນທີ່ເທີກີຕ້ອງໄດ້ກະທຳ.

ທ່ານ Carter ເວົ້າວ່າ “ນອກນັ້ນພວກເຮົາຍັງຕ້ອງການໃຫ້ເທີກີ
ໃນຖານະ ທີ່ເປັນເພື່ອນບ້ານ ຂອງເຂດທີ່ເກີດການຂັດແຍ້ງ ໃນ
ຖານະທີ່ເປັນພັນທະມິດມາເປັນເວລາດົນນານຂອງອົງການເນໂຕ້ ແລະເປັນສະມາຊິກ ທີ່ ມີຄວາມຮັບຜິດຊອບຂອງແນວໂຮມຕໍ່ຕ້ານກຸ່ມລັດອິສລາມຄວບຄຸມເຂດຊາຍແດນທີ່ຍາວ ຢຽດ ທີ່ພວກເຂົາເຈົ້າມີກັບຊີເຣຍແລະອີຣັກຫຼາຍໄປກວ່າທີ່ເຂົາເຈົ້າໄດ້ຄວບຄຸມໃນປີກາຍ
ນີ້.”

ເທີກ​ີ​ເພັ່ງ​ເລັງ​ການ​ສູ້​ລົບ​ຂອງ​ຕົນ ໃສ່​ເຂດ​ຊາວ​ເຄີດ.
ເທີກ​ີ​ເພັ່ງ​ເລັງ​ການ​ສູ້​ລົບ​ຂອງ​ຕົນ ໃສ່​ເຂດ​ຊາວ​ເຄີດ.

ພວກນັກລົບຂອງກຸ່ມລັດອິສລາມພ້ອມທັງອຸບປະກອນຕ່າງໆ
ຍັງສາມາດຖືກສົ່ງ ຜ່ານເຂົ້າໄປໃນອີຣັກ ແລະຊີເຣຍ ຈາກປະ
ເທດເທີກີ.

ລັດຖະມົນຕີປ້ອງກັນປະເທດສະຫະລັດ ກ່າວວ່າ ທ່ານບໍ່ຄິດ
ວ່າເທີກີພວມຖ່ວງເວລາ ແຕ່ກໍເວົ້າວ່າ ການປະກອບ ສ່ວນ
ເພີ້ມ ຂຶ້ນຂອງເທີກີຮວມທັງການເຂົ້າຮ່ວມໃນການໂຈມຕີທາງ
ອາກາດນັ້ນ ແມ່ນຄວນມີມາແຕ່ດົນແລ້ວ.

ທ່ານເວົ້າວ່າ “ມັນເລີ້ມມາໄດ້ນຶ່ງປີແລ້ວ ໃນການໂຈມຕີ ແຕ່ພວກເຂົາເຈົ້າໄດ້ສະແດງຮ່ອງ ຮອຍບາງຢ່າງກ່ຽວກັບການພິຈາລະນາເພື່ອດຳເນີນຄວາມພະຍາຍາມ ໃນເວລານີ້ ຮວມ ທັງອະນຸຍາດໃຫ້ພວກເຮົາໃຊ້ສະໜາມບິນຕ່າງໆຂອງເຂົາເຈົ້າ. ນັ້ນແມ່ນມີຄວາມສຳຄັນ ແຕ່ບໍ່ພຽງພໍ.”

ທ່ານ Carter ກ່າວວ່າ ປະທານາທິບໍດີບາຣັກ ໂອບາມາກໍມີສ່ວນຊ່ອຍໃນການໂອ້ລົມຢ່າງ ຕັ້ງໜ້າກັບເທີກີເພື່ອໃຫ້ມີການພົວພັນຫຼາຍຂຶ້ນ.

ເທີກີ ໄດ້ຕົກລົງໃນເດືອນແລ້ວນີ້ ອະນຸຍາດໃຫ້ເຮືອບິນສະຫະລັດ ໂຈມຕີກຸ່ມລັດອິສລາມ ໂດຍໃຊ້ຖານທັບອາກາດ Incirlik ແຕ່ໄດ້ເພັ່ງເລັງໃສ່ການເຂົ້າຮ່ວມໃນການປະຕິບັດງານ ທາງທະຫານຂອງຕົນຢູ່ໃນຂົງເຂດໃສ່ການປາບປາມພວກກອງໂຈນຊາວເຄີດ.

ໜ່ວຍສືບລັບສະຫະລັດ ກ່າວວ່າ ເຖິງຊັກຊ້າມາ ໄດ້ປີນຶ່ງແລ້ວກໍຕາມ ທີ່ສະຫະລັດ ໄດ້ທຳ ການ ໂຈມຕີຖິ້ມລະເບີດແລະໄດ້ປະສົບຄວາມສຳເລັດຈຳນວນນຶ່ງທາງພາກ ພື້ນດິນໂດຍ ກຳລັງຂອງອີຣັກກໍຕາມແຕ່ກຸ່ມລັດອິສລາມກໍບໍ່ໄດ້ອ່ອນແອລົງໃນທຸກ ມື້ນີ້ກວ່າເມື່ອເດືອນ ກັນຍາປີກາຍແຕ່ຢ່າງໃດເລີຍ.

XS
SM
MD
LG