ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທຳນຽບຫ້າແຈ ເປີດເຜີຍ ຍຸດທະສາດ ເພື່ອຍຶດຄືນ ສູນກາງ ການປົກຄອງ ຂອງກຸ່ມ ISIL


ລັດຖະມົນຕີປ້ອງກັນປະເທດ ທ່ານ Ash Carter ກຳລັງກ່າວຖະແຫລງ ຕໍ່ກອງພົນທະຫານ ທີ່ຄ້າຍທະຫານ
ອາກາດ Incirlik ໃກ້ກັບເມືອງ Adana, ເທີກີ, ວັນທີ 15 ທັນວາ 2015.
ລັດຖະມົນຕີປ້ອງກັນປະເທດ ທ່ານ Ash Carter ກຳລັງກ່າວຖະແຫລງ ຕໍ່ກອງພົນທະຫານ ທີ່ຄ້າຍທະຫານ ອາກາດ Incirlik ໃກ້ກັບເມືອງ Adana, ເທີກີ, ວັນທີ 15 ທັນວາ 2015.

ຫົວໜ້າໃຫຍ່ທຳນຽບຫ້າແຈ ທ່ານ Ash Carter ເປີດເຜີຍຍຸດ
ທະສາດຂອງສະຫະລັດ ເພື່ອຍຶດຄືນເອົາເມືອງ Mosul ຂອງ
ອີຣັກ ແລະ ເມືອງ Raqqa ໃນຊີເຣຍ ຊຶ່ງທັງສອງເມືອງນີ້ ທ່ານ
Carter ເອີ້ນວ່າ ເປັນສູນກາງອຳນາດການປົກຄອງ ຂອງກຸ່ມ
ລັດອິສລາມ.

ທ່ານ Carter ໄດ້ໂອ້ລົມກັບກອງທະຫານ ຈາກກອງພົນທະຫານ
ໂດດຈ້ອງ 101 ທີ່ Fort Campbell ລັດ Kentucky ຊຶ່ງລວມມີ
ພວກຜູ້ຊາຍ ແລະ ແມ່ຍິງ ທີ່ຈະຖືກສົ່ງໄປປະຈຳການຢູ່ອີຣັກ ໃນ
ໄວໆນີ້ ເພື່ອຊ່ອຍເຝິກແອບກອງກຳລັງອີຣັກ ແລະ ຊາວເຄີດ
​ເພື່ອ​ເອົາ​ຊະນະຜາບແພ້ພວກຫົວຮຸນແຮງ.

ທ່ານ Carter ເວົ້າວ່າ “ພວກລັດອິສລາມ ຫຼື ISIL ເປັນມະເຮັງ ທີ່ຂົ່ມຂູ່ຈະ​ແຜ່ລາມ
ອອກໄປ. ແລະຄືກັນກັບມະເຮັງ ໝົດທຸກປະເພດ ທ່ານບໍ່ສາມາດ ປົວໃຫ້ຫາຍຂາດ
ໄດ້ ພຽງແຕ່ຕັດເນື້ອງອກອອກ ເທົ່ານັ້ນ. ທ່ານຕ້ອງລົບລ້າງມັນອອກ ບ່ອນທີ່ມັນ ໄດ້​
ແຜ່ລາມອອກໄປ ແລະ ຍຸດຍັ້ງມັນບໍ່ໃຫ້ມັນກັບຄືນມາໄດ້.”

ທ່ານ Carter ກ່າວອີກວ່າ ວິໄສທັດຂອງທ່ານໃນການສົ່ງກອງກຳລັງອີຣັກ ຈາກພາກໃຕ້
ແລະ ພວກນັກລົບ Peshmerga ທີ່ເປັນຊາວເຄີດ ຈາກພາກເໜືອ ເພື່ອປິດລ້ອມ ​ແລະ​
ຕັດຂາດເມືອງ Mosul ຈາກພາຍ​ນອກ.

ນອກ​ນັ້ນ ທະຫານສະຫະລັດ ຍັງຈະຊ່ອຍເຝິກແອບ ກອງກຳລັງຕໍ່ຕ້ານລັດຖະບານຊີເຣຍ
ໃນການຂັບໄລ່ກຸ່ມລັດອິສລາມ ອອກຈາກເມືອງ Raqqa ໃນຊີເຣຍ ຊຶ່ງເປັນເມືອງ ທີ່ພວກ
ຫົວຮຸນແຮງ ເອີ້ນວ່າ ເປັນເມືອງເອກຂອງພວກເຂົາເຈົ້າ.

ທ່ານ Carter ກ່າວຕໍ່ໄປວ່າ ກອງກຳລັງພິເສດຂອງ​ສະຫະລັດ ໄດ້ຖືກສົ່ງໄປປະຈຳການ
ໃນອີຣັກ ເມື່ອເດືອນທັນວາປີກາຍນີ້ ແມ່ນພ້ອມ​ແລ້ວ ທີ່ຈະທີ່ຊ່ອຍເຫຼືອຊາວອີຣັກ.

ທ່ານເວົ້າວ່າ “ກຳລັງປະຕິບັດການວ່ອງໄວ ທີ່ມີເປົ້າໝາຍເຈາະຈົງ ດ້ວຍຄວາມຊຳນານ
ສະເພາະ ຊຶ່ງຂ້າພະເຈົ້າໄດ້ປະກາດໄປ ໃນເດືອນທັນວາ ຜ່ານມາ ບັດນີ້ແມ່ນຢູ່ທີ່ນັ້ນ
ແລ້ວ ແລະ ກຽມພ້ອມທີ່ຈະທຳງານກັບຊາວອີຣັກ ເພື່ອເລີ້ມຕາມລ່າ ສັງຫານ ຫຼື ຈັບ
ພວກນັກລົບ ISIL ແລະ ພວກຜູ້ບັນຊາການ ຢູ່ແຫ່ງຫົນໃດກໍຕາມ ທີ່ພວກເຮົາພົບເຫັນ
ພ້ອມກັນກັບເປົ້າໝາຍອື່ນໆທີ່ສຳຄັນ.”

US Islamic State
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG