ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະພາ ປາກິສຖານ ເລືອກເອົາ ທ່ານ Sharif ເປັນນາຍົກ (ວີດີໂອ)


ທ່ານ Newaz Sharif ​ໄດ້ຖືກ ສະພາປະກິສຖານ ເລືອກໃຫ້ເປັນ​ ນາ​ຍົກ​ລັດຖະມົນຕີ
ທ່ານ Newaz Sharif ​ໄດ້ຖືກ ສະພາປະກິສຖານ ເລືອກໃຫ້ເປັນ​ ນາ​ຍົກ​ລັດຖະມົນຕີ
ສະພາ​ແຫ່ງ​ຊາດປາ​ກິ​ສຖານ ​ໄດ້ເລືອກ​ເອົາ ທ່ານ Nawaz
Sharif ​ເປັນ​ນາ​ຍົກ​ລັດຖະມົນຕີ ​ໃນການ​ລົງ​ຄະ​ແນນ​ສຽງ ​ທີ່ໄດ້
ຄາ​ດກັນ​ໄວ້​ຢ່າງ​ກວ້າງຂວາງ​ ລ່ວງ​ໜ້າ​ແລ້ວ ຫລັງ​ຈາກພັກ​ສັນ
ນິບາດ​ມຸສລິ​ມປາ​ກິ​ສຖານ​ ຂອງທ່ານ Sharif ​ໄດ້​ຮັບ​ໄຊຊະນະ
ໃນ​ການເລືອກ​ຕັ້ງ​ທົ່ວ​ໄປ ​ເມື່ອວັນ​ທີ 11 ​ເດືອນ​ພຶດສະພາທີ່​
ຜ່ານ​ມາ.

ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ພຸດ​ມື້​ນີ້ ​ເປັນ​ຂີ​ດໝາຍຂອງ​ການ​
ໂອນ​ອຳ​ການ​ປົກຄອງ​ຄັ້ງ​ທໍາ​ອິດລະຫວ່າງສອງ​ລັດຖະບານ​ພົນ
ລະ​ເຮືອນທີ່​ໄດ້​ຖືກ​ເລືອກ ​ແບບ​ປະຊາທິປ​ະ​ໄຕທີ່​ບໍ່​ເຄີຍ​ມີ​ມາ​
ກ່ອນ ໃນ​ປະຫວັດ​ສາດ​ເກືອບ 66 ປີ ຂອງ ປາ​ກິ​ສຖານ.

ທ່ານ Sharif ຊຶ່ງ​ມີ​ອາຍຸ 63 ປີ ​ໄດ້​ຮັບ 244 ຄະ​ແນນ​ສຽງ​ ຢູ່​ໃນ​ສະພາ​ທີ່​ມີ ບ່ອນ​ນັ່ງ​ທັງ​ໝົດ 342 ບ່ອນ ​ເຮັດ​ໃຫ້​ທ່ານ​ໄດ້​ກັບ​ຄືນ​ມາ​ເປັນນາຍົກລັດຖະມົນຕີ ​ເປັນ​ຄັ້ງ​ທີ່ສາມ
ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. ທ່ານສາບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງ​ໃນ​ຕອນ​ແລງ​ຂອງ​ວັນ​ພຸດ​ມື້​ນີ້.ທ່ານ Sharif ກ່າວ ໃນ​ຄໍາ​ປາ​ໄສ​ຕໍ່​ບັນດາ​ສະມາຊິກ​ສະພາ ​ວ່າ ​ໃນ​ບັນດາ​ບຸລິມະສິດ​ອັນ​ດັນ​ສູງ​ສຸດ​ຂອງ​ລັດຖະບານ​ຂອງ​ທ່ານ​ນັ້ນ ​ແມ່ນ​ມີ​ໂຮມ​ທັງ​ການ​ປັຍປຸງ​ເສດຖະກິດ​ຂອງ​ປະ​ເທດ ​ແລະແກ້​ໄຂ​ບັນຫາ​ການ​ສໍ້​ລາດ​ບັງ​ຫລວງ.

ນອກ​ນັ້ນ ທ່ານ Sharif ຍັງ​ໄດ້​ຮຽກຮ້ອງ​ໃຫ້ມີ​ການຢຸດ​ເຊົາການ​ໂຈມຕີ​ໂດຍ ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ທີ່ສະຫະລັດນໍາ​ໃຊ້​ເພື່ອ​ສັງຫານ​ພວກ​ຫົວ​ຮຸນ​ແຮງ ຢູ່ໃນ​ເຂດ ຊົນ​ເຜົ່າ​ເລາະ​ຕາ​ມຊາຍ​ແດນ​ອັຟກາ​ນິສຖານ​ນັ້ນ. ການ​ໂຈມ​ຕີໂດຍ​ເຮືອບິນ​ທີ່​ບໍ່​ ມີ​ຄົນ​ຂັບ ​ແມ່ນບໍ່​ໄດ້​ຮັບ​ນິຍົມ​ຢ່າງ​ກວ້າງຂວາງ ​ໃນ​ໝູ່​ຊາວ​ປາ​ກິ​ສ​ຖານ ທີ່​ກ່າວ​ວ່າ ການ​ໂຈມ​ຕີເຫຼົ່ານັ້ນ ໄດ້ເຮັດ​ໃຫ້​ພົນລະ​ເຮືອນ​ເສຍ​ຊີວິດ ​ແລະ​ເປັນ​ການ​ ໝິ່ນ​ປະໝາດ​ຕໍ່ອະທິປະ​ໄຕ​ຂອງ​ປະ​ເທດ​ຂອງ​ເຂົາ​ເຈົ້າ.

ທ່ານ Sharif ​ໄດ້​ເປັນ​ນາຍົກລັດຖະມົນຕີປາ​ກິ​ສຖານ​ແຕ່​ປີ 1990 ຫາ​ປີ 1993 ​ເວລາ​ທ່ານຖືກ​ບັງ​ຄັບ​ໃຫ້​ລາ​ອອກ ​ເພາະ​ຖືກ​ກ່າວ​ຫາ​ວ່າ ສໍ້​ລາດ​ບັງ​ຫລວງ. ທ່ານ​ໄດ້​ກັບ​ຄືນ​ມາກໍາ​ຕໍາ​ແໝ່ງ​ໃໝ່​ອີກ​ໃນ​ປີ 1997 ​ແຕ່​ໄດ້​ຖືກ​ໂຄ່ນ​ລົ້ມ​ ​ໃນ​ການ​ກໍ່ລັດຖະປະຫານຂອງ
ພວກທະຫານ ສອງ​ປີ​ຕໍ່​ມາ.


Pakistan
please wait
Embed

No media source currently available

0:00 0:00:58 0:00

ກ່ຽວຂ້ອງກັນ

XS
SM
MD
LG