ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກອງທັບ ປາກິສຖານ ໂຈມຕີ ບ່ອນລີ້ຊ່ອນ ພວກກະບົດ


ແຜນທີ່ ແຂວງ Khyber Pakhtunkhwa ຂອງປາກິສຖານ
ແຜນທີ່ ແຂວງ Khyber Pakhtunkhwa ຂອງປາກິສຖານ
ເຮືອບິນ​ລົບ​ປາ​ກິ​ສຖານ ​ໄດ້​ຖະຫລົ່ມບ່ອນ​ລີ້​ຊ່ອນ​ຂອງ​
ພວກ​ຫົວຮຸນແຮງ​ໃນ​ພາກ​ຕາ​ເວັນ​ຕົກສຽງ​ເໜືອ​ຂອງ​ປະ​
ເທດ ​ເຮັດ​ໃຫ້​ມີຜູ້​ຕ້ອງສົງ​ໄສເປັນ​ກະບົດເສຍ​ຊີວິດ​ຢ່າງ
​ໜ້ອຍ 37 ຄົນ.

​ແຫ​ລ່ງຂ່າວ​ທະ​ຫານ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ການ​
ໂຈມ​ຕີ​ ໃນ​ຕອນ​ເຊົ້າວັນພະຫັດວານນີ້ ​ຢູ່ໃນເຂດ​ຊົນ
​ເຜົ່າ​ Khyber ​ໄດ້ມີຂຶ້ນຫລັງ​ຈາກລາຍ​ງານຂອງໜ່ວຍ
​ສືບລັບສະ​ແດງ​ໃຫ້​ເຫັນ​ວ່າ “ພວກ​ກໍ່​ການ​ຮ້າຍ” ​ທີ່​ພົວ
ພັນ​ກັບ​ການ​ໂຈມ​ຕີ​ຫວ່າງ​ມໍ່ໆ​ມາ​ນີ້ໃນປາ​ກິ​ສຖານ ​ໄດ້
ພາກັນ​ລີ້​ຊ່ອນ​ຢູ່​ໃນເຂດດັ່ງກ່າວ.

ຍັງບໍ່​ທັນໄດ້ຮັບການ​ຢືນຢັນ​ທີ່​ເປັນ​ອິດສະຫຼະ ກ່ຽວກັບການກ່າວອ້າງຂອງພວກ ທະຫານດັ່ງກ່າວ ​ໃນ​ທັນ​ທີເທື່ອ.

ການ​ໂຈມຕີ​ທາງ​ອາກາດ ທີ່ວ່ານີ້ ມີຂື້ນ​ພຽງບໍ່​ເທົ່າ​ໃດ​ມື້ ຫລັງ​ຈາກກຸ່ມທາ​ລິ​ບານ ໃນ
ປາ​ກິ​ສຖານ ​ໄດ້​ປະກາດ​ວ່າ ຕົນ​ຈະ​ບໍ່ຕໍ່ອາຍຸ​ການ​ຢຸດ​ຍິງ​ທີ່ໄດ້​ເລີ້ມ​ໃນ​ວັນ​ທີ 1 ​ເດືອນ
ມີນາຜ່ານມາ. ​ໃນ​ຂະນະ​ທີ່​ມີ​ການ​ຢຸດ​ຍິງກັນນັ້ນ ຄວາມ​ຮຸນ​ແຮງ ​ທີ່ກໍ່ຂຶ້ນ ໂດຍພວກ​ກະບົດກໍປາກົດວ່າ ​ໄດ້​ຫລຸດຜ່ອນ​ລົງ ​ໂດຍ​ທີ່ຄະນະເຈລະຈາຂອງ​ລັດ ຖະບານແລະ​
ບັນດາ​ຜູ້ນຳ​ທາ​ລິ​ບານ ໄດ້ເຂົ້າ​ຮ່ວມ​ການ​ເຈລະຈາ​ໂດຍ​ກົງ​ນຶ່ງຮອບ.

ຢູ່​ທີ່​ແຫ່ງ​ອຶ່ນໆ​ໃນ​ປາ​ກິ​ສຖານນັ້ນ ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ສະຫລະ​
ຊີບໄດ້​ສັງຫານເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ຂັ້ນ​ສູງ​ນຶ່ງ​ຄົນ ​ແລະ​ອີກ​ສາມ​ຄົນ​ໃນ ວັນ​ພະຫັດ​
ວານ​ນີ້ ​ທີ່ນະຄອນ Karachi.

ຍັງບໍ່​ມີ​ໃຜ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນການ​ໂຈມຕີ ທີ່​ເກີດ​ຂື້ນ​ໃກ້​ກັບ​ຕະຫລາດ​
ຂາຍ​ຜັກ​ທີ່​ເມືອງ​ທ່າ ໃນພາກ​ໃຕ້ຂອງປະເທດເທື່ອ.

ບັນດາ​ເຈົ້າ​ໜ້າ​ທີ່​ຕຳຫລວດກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ທີ່​ຖືກ​ຂ້າ​ຕາຍ ແມ່ນທ່ານ
Shafiq Tanoli ​ຊຶ່ງໄດ້ຕົກເປັນ​ເປົ້າ​ໃນການໂຈມຕີຂອງພວກຫົວຮຸນແຮງມາ
ໂດຍຕະຫຼອດ​ແລະ​ລອດ​ຊີວິດມາໄດ້​ຈາກ​ການ​ພະ​ຍາມ​ລອບ​ສັງຫານເທື່ອ​ກ່ອນ.
XS
SM
MD
LG