ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຫົວໜ້າ ກອງທັບປາກິສຖານ ຈະເດີນທາງ ມາຢ້ຽມຢາມ ສະຫະລັດ

ຫົວໜ້າເສນາທິການ ກອງທັບບົກ ນາຍພົນ Raheel Sharif ເຂົ້າຮ່ວມ ພິທີເດີນສວນສະໜາມ ຢູ່ທີ່ຖານທັບອາກາດ Nur Khan ໃນນະຄອນຫຼວງ Islamabad. ນາຍພົນ Sharif ໄດ້ເລີ້ມຕົ້ນການເດີນທາງ ມາຢ້ຽມຢາມຄັ້ງສຳຄັນ ທີ່ສະຫະລັດ ເປັນເວລາ 5 ມື້ ໃນວັນທີ 16 ພະຈິກ 2015.

ຜູ້ບັນຊາການນາຍພົນຂອງທະຫານປາກິສຖານ ທ່ານ Raheel
Sharif ຈະເລີ້ມການຢ້ຽມຢາມສະຫະລັດ ທີ່ສຳຄັນ ເປັນເວລາ 5
ມື້ ໃນວັນຈັນມື້ນີ້. ບັນດາເຈົ້າໜ້າທີ່ ກ່າວວ່າ ບັນຫາທີ່ “ກຳລັງ
ກົດດັນຢູ່”
ເຊັ່ນວ່າ ການຕໍ່ຕ້ານລັດທິກໍ່ການຮ້າຍຢູ່ ໃນພາກພື້ນ
ແລະ ຄວາມພະຍາຍາມນຳເອົາ ຄວາມສັນຕິພາບ ມາສູ່
ອັຟການິສຖານ ຈະເປັນເລື້ອງທີ່ສຳຄັນສຸດ ໃນວາລະກອງປະຊຸມ
ກັບເຈົ້າໜ້າທີ່ຂັ້ນສູງ ຂອງອາເມຣິກາ.

ນາຍພົນ Sharif ແມ່ນມີກຳນົດ ຈະພົບປະກັບຄູ່ຮ່ວມຕຳແໜ່ງ
ທາງທະຫານ ສະຫະລັດຂອງທ່ານ ແລະ ຫົວໜ້າອຳນວຍການ
ຂອງອົງການສືບລັບ CIA ເຊິ່ງທັງສອງຝ່າຍ ຄາດວ່າ ຈະທົບທວນດ້ານຄວາມໝັ້ນຄົງ ແລະ ການຮ່ວມມືຕໍ່ຕ້ານລັດທິກໍ່ການຮ້າຍ.

ແຜນທີ່ ຂົງເຂດ Khyber ແລະ Waziristan ເໜືອຂອງປະເທດ ປາກິສຖານ
ແຜນທີ່ ຂົງເຂດ Khyber ແລະ Waziristan ເໜືອຂອງປະເທດ ປາກິສຖານ

ທ່ານນາຍພົນກໍຍັງມີແຜນທີ່ຈະຈັດການເຈລະຈາທີ່ສຳຄັນ ກັບຮອງປະທານາທິບໍດີ ໂຈ ບາຍເດັນ ລັດຖະມົນຕີຕ່າງປະເທດ ທ່ານ ຈອນ ແຄຣີ ແລະ ລັດຖະມົນຕີປ້ອງກັນປະເທດ ທ່ານ ແອຊ ຄາເຕີ້ ອີງຕາມການກ່າວຖະແຫລງຂອງເຈົ້າໜ້າທີ່ອາວຸໂສ ຂອງປາກິສຖານ ທີ່ຮູ້ຈັກລາຍລະອຽດຂອງກອງປະຊຸມ.

ຜູ້ກ່ຽວໄດ້ກ່າວຕໍ່ວີໂອເອ ໂດຍປະສົງຂໍບໍ່ອອກຊື່ ວ່າ ທ່ານ Sharif ຈະກ່າວສະຫຼຸບຕໍ່ຜູ້ນຳ
ສະຫະລັດ ກ່ຽວກັບຄວາມສຳເລັດຂອງພາລະກິດການຕໍ່ສູ້້ຕ້ານລັດທິກໍ່ການຮ້າຍ ເພື່ອຮັບ
ຮອງສະພາບການ ທີ່ປ່ຽນແປງຢູ່ໃນພາກພື້ນຕາເວັນຕົກສຽງເໜືອ ຊຶ່ງມີຊາຍແດນຕິດກັບ
ອັຟການິສຖານ.

XS
SM
MD
LG