ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ຜູ້ນໍາທີ່ຖືກຂັບໄລ່ອອກຈາກອໍານາດ ທ່ານນາງ ອອງ ຊານ ຊູ ຈີ ຖືກຍ້າຍອອກຈາກຄຸກ ໄປຂັງຢູ່ເຮືອນ


ແຟ້ມຮູບ-ຜູ້ນໍາໃນເມື່ອກ່ອນ ທ່ານນາງ ອງງ ຊານ ຊູ ຈີ ໃນນະຄອນຫຼວງເນປີດໍ, ມຽນມາ, ວັນທີ 28 ມັງກອນ 2020. ລັດຖະບານທະການຂອງມຽນມາກ່າວວ່າ ທ່ານນາງ ຊູ ຈີ ຖືກຍ້າຍອອກຈາກຄຸກໄປຂັງຢູ່ເຮືອນ ເນື່ອງຈາກມາດຕະການທາງດ້ານສຸຂະພາບ ຍ້ອນຄື້ນຄວາມຮ້ອນຮຸນແຮງ.
ແຟ້ມຮູບ-ຜູ້ນໍາໃນເມື່ອກ່ອນ ທ່ານນາງ ອງງ ຊານ ຊູ ຈີ ໃນນະຄອນຫຼວງເນປີດໍ, ມຽນມາ, ວັນທີ 28 ມັງກອນ 2020. ລັດຖະບານທະການຂອງມຽນມາກ່າວວ່າ ທ່ານນາງ ຊູ ຈີ ຖືກຍ້າຍອອກຈາກຄຸກໄປຂັງຢູ່ເຮືອນ ເນື່ອງຈາກມາດຕະການທາງດ້ານສຸຂະພາບ ຍ້ອນຄື້ນຄວາມຮ້ອນຮຸນແຮງ.

ລັດຖະບານ​ທະຫານມຽນມາ​ກ່າວ​ວ່າ ອະດີດ​ຜູ້​ນໍາຂອງ​ມຽນມາ ທ່ານ​ນາງ ອອງ ຊານ ຊູ ຈີ ທີ່ຖືກຂັງຄຸກຢູ່ນັ້ນ ​ໄດ້​ຖືກ​ຍ້າຍ​ອອກ​ຈາກ​ຄຸກ​ໄປກັກ​ຂັງ​ຢູ່​ເຮືອນແທນ ​ເນື່ອງຈາກ​ມາດ​ຕະການທາງ​ດ້ານ​ສຸຂະພາບ ​ຍ້ອນ​ຄື້ນຂອງຄວາມ​ຮ້ອນ. ​ໃນ​ວັນ​ພຸດມື້​ນີ້ ພວກເຂົາ​ຍັງ​ໄດ້ທໍາການນິລະ​ໂທດ​ກໍາ ໃຫ້ແກ່​ນັກ​ໂທດຫຼາຍກວ່າ 3,000 ​ຄົນ ​ເພື່ອເປັນຂີດໝາຍຂອງ​ວັນສໍາຄັນໃນວັນ​ບຸນ​ປີ​ໃໝ່​ແຫ່ງຊາດ​ ໃນ​ອາທິດ​ນີ້.

ທ່ານ​ນາງ ຊູ ຈີ ອາຍຸ 78 ປີ, ​ແລະ ທ່ານ ວິນ ມິນ ອາຍຸ 72 ປີ ເຊິ່ງເປັນອະດີດ​ປະທານາທິບໍດີ​ຂອງ​ລັດຖະບານ ​ທີ່ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ຕຳ​ແໜ່​ງ, ​ແມ່ນບັນດາ​ນັກ​ໂທດ​ທີ່​ມີອາຍຸຫຼາຍ ​ແລະມີສຸຂະພາບທີ່ບໍ່ແຂງແຮງ ​ໄດ້ຖືກ​ຍ້າຍ​ອອກ​ຈາກ​ຄຸກ ຍ້ອນ​ຄວາມ​ຮ້ອນ​ທີ່​ຮຸນ​ແຮງ, ​ອີງຕາມການກ່າວຂອງໂຄສົກ​ທະຫານ ພົນ​ຕີ ຊໍ ມິນ ຕຸນ ທີ່ໄດ້ກ່າວ​ຕໍ່​ບັນດາ​ຜູ້​ແທນ​ອົງການຂ່າວ​ຕ່າງປະ​ເທດ​ ໃນຕອນແລງຂອງ​ວັນ​ອັງຄານ​ວານ​ນີ້. ການ​ເຄື່ອນ​ໄຫວ​ດັ່ງກ່າວ ​ຍັງ​ບໍ່​ທັນ​ໄດ້​ເປີດ​ເຜີຍຕໍ່ສັງຄົມ​ຢູ່ໃນ​ມຽນມາເທື່ອ

ບັນດານັກໂທດເທິງລົດໂດຍສານ ຖືກຕ້ອນຮັບໂດຍສະມາຊິກຄອບຄົວຂອງພວກເຂົາເຈົ້າ ລຸນຫຼັງຖືກປ່ອຍອອກຈາກຄຸກ ອິນເຊນ (Insein), ວັນທີ 17 ເມສາ 2024, ໃນນະຄອນຢ້າງກຸ້ງ, ມຽນມາ.
ບັນດານັກໂທດເທິງລົດໂດຍສານ ຖືກຕ້ອນຮັບໂດຍສະມາຊິກຄອບຄົວຂອງພວກເຂົາເຈົ້າ ລຸນຫຼັງຖືກປ່ອຍອອກຈາກຄຸກ ອິນເຊນ (Insein), ວັນທີ 17 ເມສາ 2024, ໃນນະຄອນຢ້າງກຸ້ງ, ມຽນມາ.

ການ​ຍົກຍ້າຍ​ ທ່ານ​ນາງ ຊູ ຈີ ມີ​ຂຶ້ນ​ໃນ​ຂະນະ​ທີ່​ກອງທັບ​ໄດ້​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວຄັ້ງ​ໃຫຍ່ ​ໃນ​ການ​ຕໍ່ສູ້​ຕ້ານ​ພວກ​ທີ່ສະໜັບສະໜຸນ​ປະຊາທິປະ​ໄຕ ​ແລະບັນດາ​ພັນທະ​ມິດ​ຂອງ​ພວກ​ເຂົາ​ເຈົ້າ ຢູ່​ໃນກອງ​ກຳລັງ​ທະຫານ​ຊົນ​ເຜົ່າ​ສ່ວນ​ນ້ອຍ. ການຂັດແຍ້ງກັນໃນທົ່ວປະເທດ ເລີ້ມຕົ້ນຂຶ້ນຫຼັງຈາກກອງທັບໄດ້ຂັບໄລ່ລັດຖະບານທີ່ຖືກເລືອກຕັ້ງໃນເດືອນກຸມພາປີ 2021, ໂດຍໄດ້ກັກຂັງທ່ານນາງ ຊູ ຈີ ແລະເລີ້ມດໍາເນີນການປາບປາມການປະທ້ວງທີ່ບໍ່ຮຸນແຮງເພື່ອສະແຫວງຫາການກັບຄືນສູ່ການປົກຄອງແບບປະຊາທິປະໄຕ.

ທ່ານ​ນາງ ຊູ ຈີ ​ໄດ້​ຖືກ​ຈຳ​ຄຸກ​ເປັນ​ເວລາ 27 ປີ ​ໃນ​ຂໍ້​ຫາ​ຕັດສິນ​ໂທດ​ທາງ​ອາຍາຫຼາຍຄະດີ ​ຢູ່ຄຸກ​ໃຫຍ່​ທີ່ຖືກ​ສ້າງ​ຂຶ້ນ​ເປັນ​ພິ​ເສດ​ ໃ​ນນະຄອນຫຼວງເນປີດໍ, ເຊິ່ງເປັນບ່ອນ​ທີ່​ກົມ​ອຸຕຸນິຍົມຂອງ​ມຽນມາ ກ່າວ​ວ່າ ອຸນຫະພູມ​ເພີ້ມສູງ​ເຖິງ 39 ອົງສາເຊລຊຽສ​ໃນ​ຕອນ​ບ່າຍຂອງ​ວັນ​ອັງຄານ​ວານ​ນີ້. ສ່ວນ ທ່ານ ວິນ ມິນ ໄດ້​ຖືກ​ຕັດ​ສິນ​ລົງ​ໂທດ​ຈຳ​ຄຸກ 8 ປີ ຢູ່​ເມືອງ ຕວນກູ (Taungoo) ທີ່ຕັ້ງຢູ່ໃນ​ພາກ​ພື້ນ ບາໂກ (Bago) ຂອງ​ມຽນ​ມາ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG