ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຈົ້າໜ້າທີ່ ກ່າວວ່າ ກຣີສ ແລະເຈົ້າໜີ້ ບັນລຸ ການຕົກລົງກັນ ເພື່ອກອບກູ້ ເສດຖະກິດ


ທຸງຊາດກຣີສ ກຳລັງປິວສະບັດ ຢູ່ນອກຕະຫຼາດຫຼັກຊັບກຣີສ ທີ່ນະຄອນເອເທັນ.
ທຸງຊາດກຣີສ ກຳລັງປິວສະບັດ ຢູ່ນອກຕະຫຼາດຫຼັກຊັບກຣີສ ທີ່ນະຄອນເອເທັນ.

ເຈົ້າໜ້າທີ່ກຣີສກ່າວໃນວັນອັງຄານມື້ນີ້່ວ່າ ລັດຖະບານໄດ້ບັນ
ລຸການຕົກລົງ ກັບພວກເຈົ້າໜີ້ຕ່າງປະເທດ ກ່ຽວກັບເງື່ອນໄຂ ໃນການຊ່ອຍກອບກູ້ເສດຖະກິດສະບັບໃໝ່.

ເຈົ້າໜ້າທີ່ກ່າວວ່າ ລາຍລະອຽດຫລາຍໆຢ່າງຍັງຈະຕ້ອງໄດ້
ມີການຕົກລົງກັນ ແຕ່ສ່ວນໃຫຍ່ ຂອງອັນທີ່ຄາດກັນວ່າ ຈະ ເປັນໂຄງການໃຫ້ຄວາມຊ່ອຍເຫລືອໃນມູນຄ່າ 94 ພັນຕື້ໂດ
ລານັ້ນ ໄດ້ເສັດສິ້ນໄປແລ້ວ.

ສະພາແຫ່ງຊາດກຣີສຄາດວ່າ ຈະລົງຄະແນນສຽງກັນກ່ຽວ
ກັບມາດຕະການດັ່ງກ່າວໃນວັນພະຫັດຈະມານີ້ໂດຍທີ່ລັດ
ຖະມົນຕີການເງິນ ຈາກເຂດຢູໂຄ ອາດຈະໃຫ້ການສະໜັບສະໜຸນພາຍໃນມື້ວັນສຸກ.

ກຣີສຕ້ອງການເງິນ ພາຍໃນວັນທີ 20 ສິງຫາ ເວລາກຣີສຕ້ອງໄດ້ຈ່າຍເງິນຄືນປະມານ 3
ພັນ 500 ລ້ານໂດລາ ໃຫ້ແກ່ທະນາຄານກາງຢູໂຣບ.

ການຕົກລົງກັນໃນວັນອັງຄານມື້ນີ້ ແມ່ນຮວມທັງການກຳນົດເປົ້າໝາຍເພື່ອໃຫ້ງົບປະມານ ມີເງິນເຫລືອໃຊ້ໃນໄລຍະ 3 ປີຕໍ່ໜ້າໂດຍບໍ່ໄດ້ຄິດໄລ່ໃນການຈ່າຍໜີ້.

ກຣີສ ໄດ້ເກີດຄວາມວຸ້ນວາຍທາງດ້ານການເງິນ ມາໄດ້ຫລາຍກວ່າ 5 ປີແລ້ວ ແລະກໍເຄີຍ ໄດ້ຮັບການຊ່ອຍກອບກູ້ເສດຖະກິດມາແລ້ວ 2 ຄັ້ງ ຄິດເປັນມູນຄ່າຮວມຫລາຍກວ່າ 270
ພັນລ້ານໂດລາ. ເພື່ອເປັນການແລກປ່ຽນລັດຖະບານຕ້ອງໄດ້ນຳໃຊ້ມາດຕະການປະຢັດ ມັດທະຍັດ ແລະການປະຕິຮູບເສດຖະກິດໃນຂອບເຂດທີ່ກວ້າງຂວາງ ຊຶ່ງຮຽກຮ້ອງໃຫ້ມີ
ຂຶ້ນ ໂດຍພວກເຈົ້າໜີ້ນັ້ນ.

ພວກຕຳໜິຕິຕຽນຕໍ່ການຕັດການໃຊ້ຈ່າຍລົງນັ້ນກ່າວວ່າ ມາດຕະການດັ່ງກ່າວແມ່ນຮ້າຍ ແຮງເກີນໄປ ແລະຈະເຮັດໃຫ້ເສດຖະກິດຂອງກຣີສ ທີ່ບໍ່ເຂັ້ມແຂງຢູ່ແລ້ວນັ້ນ ບໍ່ມີທາງເຕີບ ໂຕໄດ້.

ສະຫະພາບຢູໂຣບ ແລະອົງການກອງທຶນສາກົນ IMF ໄດ້ຕົກລົງກັນໃນເດືອນແລ້ວ ທີ່ຈະ ເຈລະຈາກ່ຽວກັບໂຄງການຊ່ອຍກອບກູ້ເສດຖະກິດສະບັບໃໝ່ສຳລັບກຣີສທີ່ພວມຈະກ້າວ ໄປສູ່ການຜິດສັນຍາບໍ່ສາມາດຈ່າຍໜີ້ສິນຂອງຕົນໄດ້.

Eurozone Greece Deal
please wait
Embed

No media source currently available

0:00 0:01:47 0:00

XS
SM
MD
LG