ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ເຈົ້າໜ້າທີ່ ມາລີ ນັບ​ບັດ ຄະແນນສຽງ ໃນ​ການ​ເລືອກ​ຕັ້ງ ສະ​ພາ (ສະ​ໄລ​ດ໌)


ຜູ້ຍິງຄົນນຶ່ງ ກໍາລັງລົງຄະແນນສຽງ ໃນຂະນະທິ່ ມີການປ່ອນບັດເລືອກຕັ້ງ ເອົາສະ​ມາ​ຊິກສະພາ
ຜູ້ຍິງຄົນນຶ່ງ ກໍາລັງລົງຄະແນນສຽງ ໃນຂະນະທິ່ ມີການປ່ອນບັດເລືອກຕັ້ງ ເອົາສະ​ມາ​ຊິກສະພາ
ບັນດາ​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ​ ໃນ Mali ກໍາລັງ​ນັບ​ຄະ​ແນນ​ສຽງ​
ປ່ອນ​ບັດ ຫລັງ​ຈາກ ການ​ເລືອກ​ຕັ້ງ​ສະພາ ທີ່​ເຫັນ​ວ່າມີ​ຜູ້​ໄປປ່ອນ
​ບັດຈໍານວນ​ນ້ອຍ ​ແລະ​ມີ​ລາຍ​ງານ​ວ່າ ການ​ປ່ອນ​ບັດ​ໄດ້​ເປັນ​ໄປ​
ຢ່າງ​ບໍ່​ຍຸຕິ​ທຳ.

ການ​ລົງ​ຄະ​ແນ​ນສຽງ​ໃນ​ວັນ​ອາທິດ​ວານ​ນີ້ ​ໝາຍ​ເຖິງ​ບາດກ້າວ​
ສຸດ​ທ້າຍ​ເພື່ອນຳ​ເອົາປະຊາທິປະໄຕກັບ​ຄືນ​ມາ ສູ່​ປະ​ເທດ ບ່ອນ​
ທີ່ທະຫານ​ພາກັນ ​ໂ​ຄ່ນລົ້ມ​ປະທານາທິບໍດີ ​ໃນ​ປີ​ກາຍ​ນີ້ ​ແລະ
ພວກ​ກະບົດ​ທີ່​ພົວພັນ​ກັບ ພວກ​ກໍ່​ການ​ຮ້າຍ al-Qaida ​ໄດ້​ເຂົ້າ​
ຄວບ​ຄຸມ​ເອົາ​ພາກ​ເໜືອຂອງ​ປະ​ເທດ​ດັ່ງກ່າວ.

ທ່ານ Abbel Fatau Musah ອະທິບໍດີ ພົວພັນພາຍ​ນອກ ​ຝ່າຍປະຊາ​ຄົມ ​ເສດຖະກິດ ຂອງ​ບັນດາປະ​ເທດ ອາ​ຟຣິກາຕາ​ເວັນ​ຕົກ ກ່າວ​ຕໍ່ ວີ​ໂອ​ເອ ວ່າ ​ໄດ້ມີ​ຄວາມ​ບໍ່​ຍຸຕິ​ທຳ ​ແຕ່​ວ່າ ບັນດາ​ຜູ້​ສັງ​ເກ​ດການ​ເຫຼົ່າ​ນັ້ນ ບໍ່​ໄດ້​ລາຍ​ງານເຖິງ​ເຫດ​ສໍາຄັນ​ໃດໆ. ຢ່າງ​ໃດ​ກໍ​ດີ ທ່ານຜູ້​ນັ້ນ​ກໍ​ກ່າວ​ວ່າ ການ​ເລືອກ​ຕັ້ງ​ດ່ັງກ່າວໄດ້​ເຮັດ​ໃຫ້​ເກີດ​ຄວາມ​ບໍ່​ໄວ້​ວາງ​ໃຈ ຊຶ່ງ​ຜູ້ກ່ຽວ​ເອີ້ນວ່າ ​ຍ້ອນ​ມີ​ຜູ້​ຄົນໄປ​ປ່ອນ​ບັດ​ “ໜ້ອຍ​ທີ່​ສຸດ.”



XS
SM
MD
LG