ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ປ.ໂອບາມາ ສົ່ງທະຫານ ສະຫະລັດ 275 ຄົນ ໄປຍັງ ອີຣັກ (ສະໄລດ໌/ວີດີໂອ)


ປະທານາທິບໍດີ ບາຣັກ​ໂອ​ບາ​ມາ ​ໄດ້​ສັ່ງ​ໃຫ້​ທະຫານ​ສະຫະ
ລັດ 275 ຄົນ​ໄປ​ຍັງ​ອີຣັກ ​ເພື່ອ​ຊ່ອຍ​ໃນ​ການ​ຮັກສາ​ຄວາມ​
ປອດ​ໄພ​ທີ່​ສະຖານທູດ ສະຫະລັດ​ປະຈຳ​ແບັກ​ແດດ ​ແລະ
ບັນດາ​ເຈົ້າ​ໜ້າສະຫະລັດ​ປະຈຳການ​ຢູ່​ທີ່​ນັ້ນ.

ແຈ້ງ​ການ​ຂອງ​ທ່ານ​ໂອ​ບາ​ມາຕໍ່​ລັດຖະສະພາ​ໃນ​ວັນ​ຈັນວານ​ນີ້
ກ່າວ​ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວ​ ໄດ້​ຮັບ​ການ​ຍິນ​ຍອມ​ເຫັນ​ດີ
ຈາກ​ລັດຖະບານ​ອີຣັກ.

​ໃນ​ຂະນະ​ທີ່​ປະທານາທິບໍດີ ​ໄດ້​ປະຕິ​ເສດ​ຕໍ່​ການ​ສົ່ງ​ກຳລັງ​ສະ
ຫະລັດ​ກັບ​ຄືນ​ໄປ​ຍັງ​ອີຣັກນັ້ນ ທ່ານ​ໄດ້​ພົບ​ປະ​ກັບ​ທີ​ມຮັກສາ
​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​ທ່ານ​ໃນ​ວັນ​ຈັນ​ວານ​ນີ້ເພື່ອ​ພິຈາລະນາທາງ​ເລືອກ​ອື່ນໆ​ຕື່ມ​ ອີກ.
Kerry: US Open to Cooperation With Iran to Help Iraq
please wait

No media source currently available

0:00 0:02:44 0:00

ທາງ​ເລືອກ​ເຫຼົ່າ​ນີ້ ​ແມ່ນ​ຮວມທັງ​ການ​ໂຈມ​ຕີ​ທາງ​ອາກາດ​ທີ່​ເປັນ​ໄປ​ໄດ້ ຕໍ່​ພວກຫົວ​ຮຸນ​ແຮງ ​
ອິສລາມນິກາຍ​ຊຸນ​ນີ ທີ່​ໄດ້​ຄວບ​ຄຸມ ດິນແດນສ່ວນ ໃຫຍ່ໃນ​ພາກ​ເໜືອຂອງ​ອີຣັກ ​ແລະ​ໄດ້
​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ຍຶດ​ເອົາ​ນະຄອນຫຼວງ​ແບັກ​ແດັດ​ຈາກ​ລັດຖະບານ​ພາຍ​ໃຕ້​ການ​ນຳ
ພາ​ຂອງ​ນິກາຍ Shi’ite.

​ນອກນັ້ນ ສະຫະລັດ​ກຳລັງ​ພິຈາລະນາ ທີ່ຈະ​ດຳ​ເນີນ​ງານ​ກັບ​ອີຣ່ານ​ເຊັ່ນ​ກັນ ​ແຕ່ທຳນຽບ
ຫ້າ​ແຈກ່າວ​ວ່າ ຕົນ​ບໍ່​ມີ​ແຜນການ​ໃດໆ ​ທີ່​ຈະ​ທຳການ​ຮ່ວມ​ມື​ທາງ​ທະຫານກັບ​ອີຣ່ານ
​ໃນ​ການ​ເຄື່ອນ​ໄຫວ​ໃດໆ​ໃນ​ອີຣັກນັ້ນ.

​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສຸດ​ທ່ານ​ນຶ່ງ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ ກ່າວ​ວ່າ
ບັນດາ​ນັກ​ການ​ທູດ​ສະຫະລັດ​ແລະ​ອີຣ່ານ ​ໄດ້​ພົບ​ປະກັນ​ເປັນ​ເວລາ​ສັ້ນໆ​ໃນ​ວັນ​ຈັນ
​ວານ​ນີ້ ຢູ່​ຂ້າງ​ນອກ​ຂອງ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ນີວ​ເຄລຍ ທີ່​ນະຄອນຫຼວງ
​ວຽນ​ນາ​. ​ເຈົ້າ​ໜ້າ​ທີ່​ທ່ານ​ນີ້​ກ່າວ​ວ່າ ການໂອ້້ລົມສົນທະນາ​ກັນ​ກັບ​ອີຣ່ານຈະບໍ່​ຮວມ
ທັງການປຶກສາຫາລື​ໃດໆ ກ່ຽວ​ກັບ​ການ​ປະສານ​ງານ​ກັນ​ທາງ​ດ້ານ​ທະຫານ.
usiraniraq17june14
please wait
Embed

No media source currently available

0:00 0:02:00 0:00
XS
SM
MD
LG