ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ປ.ໂອບາມາ ​ເລື່ອນ​ ການຈັດຕັ້ງ ປະກັນ​ໄພ​ ສຸຂະພາບ​ໃໝ່ (ວີດີໂອ)


Obama Announces Fix for 'Fumbled' Health Care Implementation
please wait

No media source currently available

0:00 0:01:45 0:00
ລິງໂດຍກົງ
ປະທານາທິບໍດີ ສະຫະລັດ ທ່ານ Barack Obma ​ໄດ້​ຕັດສິນ​
ໃຈ ​ເລື່ອນ​ການ ຈັດຕັ້ງປະຕິບັດ​ໂດຍ​ເຕັມ ກ່ຽວ​ກັບໂຄງການ​ປະ
ກັນ​ໄພ​ສຸຂະພາບ​ໃໝ່​ຂອງ​ທ່ານ ​ໂດຍ​ອະນຸຍາດ​ໃຫ້ ຊາວ​ອາ​ເມ
ຣິກັນຮັກສາ​ປະກັນ​ໄພ​ສຸຂະພາບ​ເກົ່າທີ່​ໄດ້​ຖືກ​ຍົກ​ເລີກ​ໄປ​ແລ້ວ
​ນັ້ນ ​ຕໍ່​ໄປ​ໄດ້​ອີກ​ນຶ່ງ​ປີ.

​ໃນ​ການ​ຖະ​ແຫຼງ​ທີ່​ທໍາ​ນຽບຂາວ ​ແລະ​ຫລັງ​ຈາກຫຼາຍໆ​ອາທິດ​
ທີ່​ລັດຖະບານ​ຂອງ​ທ່ານ ໄດ້​ດີ້ນຮົນ​ຕໍ່ສູ້​ ກັບການ​ບໍ່ສາມາດ​ຮັກ
ສາ​ຄໍາ​ໝັ້ນ​ສັນຍາ ​ແລະ​ບັນຫາ​ດ້ານ​ເທັກ​ນິກຕ່າງໆ​ແລ້ວນັ້ນ
ທ່ານ​ Obama ກ່າວ​ຂໍ​ຂະ​ມາ​ໂທດ ຊໍ້າ​ແລ້​ວຊໍ້​ອີກ ​ຕໍ່ ​ຊາວ​ອາ
​ເມຣິກັນ 5 ​ເປີ​ເຊັນ ​ທີ່ໄດ້ສູນ​ເສຍ​ປະກັນ​ໄພ​ສຸຂະ​ພາຍ​ຂອງ​ເຂົາ​
ເຈົ້າ ພາຍ​ໃຕ້​ໂຄງການ​ໃໝ່. ບັດ​ນີ້ ບັນດາ​ບໍລິສັດ​ປະກັນ​ໄພ​ສຸ
ຂະພາບ​ ຈະ​ສາມາດ​ສະ​ເໜີ ​ແກ່​ບັນດາ​ຄົນ​ເຫລົ່າ​ນີ້ ​ໃຫ້ມີ​ທາງ
ເລືອກ​ເອົາ​ປະກັນ​ໄພ​ເກົ່າ​ຂອງ​ເຂົາ​ເຈົ້າ ​ແຕ່​ວ່າ ບໍລິສັດຕ່າງໆ
ບໍ່ໄດ້​ບັງ​ຄັບ​ໃຫ້ເອົາ​ບາດ​ກ່າ​ວດັ່ງ​ກ່າວ.

ປະທານາທິບໍດີ ​ຍອມຮັບ​ວ່າ ລັດຖະບານ​ຂອງ​ທ່ານ​ໄດ້ “ພິດ
ພາດ” ​ໃນ​ການ​ນໍາບໍລິການໃນອັນ​ທີ່​ຮ້ອງ​ວ່າ ​ໂຄງການຮັກສາ​ສຸຂະພາບ​ໂອ​ບາ​ມາ ຫລື Obamacare ນັ້ນ ແລະກ່າວຕື່ມ​ອີກ​ວ່າ ທ່ານ​ຕ້ອງການໄດ້​ຮັບຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ
ຄືນ ຈາກ​ຊາວ​ອາ ເມຣິກັນ​. ທ່ານ​ເວົ້າວ່າ “​ເປັນຄວາມ​ຮັບຜິດຊອບ​ຂອງຂ້າພະ​ເຈົ້າ. ​ແລະເພາະສະ​ນັ້ນ ຂ້າພະ​ເຈົ້າ ພະຍາຍາມ​ທີ່​ຈະ​ປົວແປງ​ມັນ."

ທ່ານ​ກ່າວ​ວ່າ ​ເຖິງ​ແມ່ນວ່າ ​ມີ​ການ​ຜິດພາດ ທ່ານ​ຈະ​ບໍ່ຟັງການ​ພະຍາຍາມທາງ​ດ້ານ​ນິຕິ
ບັນ​ຢັດ​ “​ແບບ​ບໍ່​ອາຍ” ທີ່​ຈະ​ບ່ອນ​ທຳລາຍ​ກົດໝາຍ​ສຸຂະພາບ​ຂອງ​ທ່ານ.

ທ່ານ​ເວົ້າວ່າ “ຕະຫລາດເກົ່າ​ຂອງ​ສ່ວນ​ບຸກຄົນ ​ເຮັດ​ວຽກ​ບໍ່​ໄດ້​ດີ. ​ແລະ​ມັນ​ເປັນ​ສິ່ງ​ສໍາຄັນ
​ທີ່​ສຸດ ທີ່​ພວກ​ເຮົາ​ບໍ່​ເຮັດ​ຕັງ​ຕິວ່າ ​ເປັນ​ບ່ອນດີ​ທີ່​ເຮົາຄວນ​ຈະ​ກັບ​ຄື​ນໄປ​ຫາ​ອີກ.” ກ່ອນ​
ໜ້ານັ້ນ ປະ​ທານ​ສະພາ​ຕໍ່າ ທີ່​ສັງກັດ​ພັກ​ຣີພັບບລິ​ກັນ ທ່ານ John Boehner ກ່າວ​ວ່າ
ປະຊາ​ຊົນ​ອາ​ເມຣິກັນ ​ເຊື່ອ​ໃຈ​ທໍານຽບຂາວ​ບໍ່​ໄດ້ ​ແລະ​ຈະ​ບໍ່​ໃຫ້ລັດຖະບານທ່ານ
Obama “ທໍາລາຍ” ລະບົບ​ການ​ຮັກສາສຸຂະ​ພາບ​ດີ​ທີ່​ສຸດ​ໃນ​ໂລກ.

ທ່ານ​ເວົ້າວ່າ “​ໃຫ້​ພວກ​ເຮົາ​ເປັນ​ທີ່​ແຈ່ມ​ແຈ້ງວ່າ. ມີ​ທາງ​ດຽວ​ເທົ່າ​ນັ້ນ ທີ່​ຈະ​ປ້ອງ​ກັນ​ປະ
​ຊົນ​ອາ​ເມຣິກັນ​ໄດ້​ທັງ​ໝົດ ກໍ​ຄື ລົບ​ລ້າງ​ກົດໝາຍ​ນີ້ໃຫ້​ໝົດໄປເລີຍ. ບໍ່​ມີ​ທາງ​ທີ່​ຈະ​ປົວ
ແປງ​ໄດ້."

ກ່ຽວຂ້ອງກັນ

XS
SM
MD
LG