ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນັກກິລານໍ​ເວ ພະຍາ​ຍາມ ​ສ້າງ​ສະຖິຕິ ​ໃນການໄດ້ ​ຫຼຽນໂອ​ລິ​ມປິກ ລະດູໜາວ ຫຼາຍທີ່ສຸດ (ສະ​ໄລ​ດ໌)


ທ້າວ Ole Einar Bjoerndalen ​ ​ແຫ່ງ​ປະ​ເທດ ນໍ​ເວ ພະຍາ​ຍາມ
ຈະ​ສ້າງ​ສະຖິຕິ ​ໃນ​ການ​ໄດ້​ຮັບ​ຫລຽນ ໂອ​ລິ​ມປິກລະດູ​ໜາວ​ ຫຼາຍທີ່ສຸດ.
ທ້າວ Ole Einar Bjoerndalen ​ ​ແຫ່ງ​ປະ​ເທດ ນໍ​ເວ ພະຍາ​ຍາມ ຈະ​ສ້າງ​ສະຖິຕິ ​ໃນ​ການ​ໄດ້​ຮັບ​ຫລຽນ ໂອ​ລິ​ມປິກລະດູ​ໜາວ​ ຫຼາຍທີ່ສຸດ.
ທ້າວ Ole Einar Bjoerndalen ​ ​ແຫ່ງ​ປະ​ເທດ ນໍ​ເວ ພະຍາ​ຍາ
ມາ​ຈະ​ສ້າງ​ສະຖິຕິ ​ໃນ​ການ​ໄດ້​ຮັບ​ຫລຽນໂອ​ລິ​ມປິກລະດູ​ໜາວ​
ອັນ​ທີ 13​ ​ໃນ​ວັນ​ຈັນ​ມື​ນີ້ ​ໃນ​ຂະນະ​ທີ່​ການ​ແຂ່ງຂັນສືບ​ຕໍ່​ດໍາ​ເນີນ​
ໄປຢູ່ໃນ​ເມືອງ Sochi ປະ​ເທດຣັດ​ເຊຍ.

ນັກ​ກິລາ ​ໄວ​ 40 ປີ ຄົນ​ນີ້ ກໍາລັງ​ເຂົ້າ​ແຂ່ງຂັນ​ ໃນກິລາ​ປະ​ເພດ
biathlon ທີ່​ມີ​ການ​ແຂ່ງຂັນ​ສອງ​ຢ່າງ​ນໍາ​ກັນ ຄືແລ່ນ​ສະ​ກີ້ຫິມະ
​ລະຍະ 12 ຫລັກ​ເຄິ່ງ ​ກັບ​ຍິງ​ປືນ ​ໃນ​ມື້​ນີ້ ສອງ​ມື້​ຫລັງ​ຈາກ​ໄດ້​ໄຊ
ຊະນະ ​ໃນການ​ແຂ່ງຂັນ​ເທຶ່ອທໍາ​ອິດຂອງ​ລາວ ​ຢູ່​ໂຊ​ຈີ​ນັ້ນ ​ແລະ
​ໄດ້​ກາຍ​ມາ​ເປັນ ນັກ​ກິລາໂອ​ລິ​ມປິກລະດູ​ໜາວ ທີ່​ມີ​ອາຍຸແກ່​ທີ່​
ສຸດ ທີ່​ໄດ້​ຮັບ​ຫລຽນ​ຄໍາ​ ສະ​ເພາະຜູ້​ດຽວ.


ການ​ແຂ່ງຂັນຍາ​ດ​ເອົາ​ຫລຽນ​ໃນ​ກິລາ​ປະ​ເທດ​ອື່ນໆ​ອີກ ​ໃນ​ວັນ​ຈັນ​ມື້​ນີ້​ ກໍ​ມີການ​ແຂ່ງ​ສະກີ
ທີ່ເອີ້ນ​ວ່າ slalom ຄື​ແລ່ນ​ສະ​ກີ້ຊິກ​ແຊັກ​ລົງ​ຄ້ອຍຂອງ​ຝ່າຍ​ຍິງ ແລະການ​ແຂ່ງສະ​ກີແບບ​
ລວດລາຍ ​ປີ້ນຂວໍ້າ​ຢູ່​ເທິງ​ອາກາດ ຂອງຜູ້​ຊາຍ.

ນອກ​ນັ້ນ ບັນດາ​ນັກ​ກິລານໍ້າກ້ອນ ຈະ​ພາກັນ​ແຂ່ງ​ຂັນ​ເອົາ​ຫລຽນ​ຕ່າງໆ​ໃນ​ການ​ແຂ່ງຂັນ
ແລ່ນໄວຢູ່ໜ້ານໍ້າກ້ອນ​ ​ໄລຍະ 500 ​ແມັດ ​ແລະ 1,500 ​ແມັດຂອງ ​ຜູ້​ຊາຍ.

​ໃນ​ຕອນ​ອອກ​ອາກາດ​ນີ້ ນໍ​ເວແມ່ນນໍາ​ໜ້າ​ໃນ​ດ້ານ​ຫລຽນ ​ໂດຍໄດ້ມາເຈັດ​ຫລຽນທັງໝົດ
ຊຶ່ງ​ມີສອງ​ຫລຽນ​ຄໍາ ​ເທົ່າ​ກັນ​ກັບ ສະຫະລັດ ​ແລະ ​ເນ​ເທີ​ແລນ ທີ່ໄດ້​ຮັບສອງ​ຫລຽນຄໍາຄືກັນ
ແລະ​ໄດ້​ທັງ​ໝົດ 4 ຫລຽນ​ເທົ່າ​ກັນ.

ລາຍ​ການ​ແຂ່ງຂັນກິລາໂອລິມປິກ ​ທີ່​ເມືອງ Sochi ແມ່ນມີ​ຢູ່ທັງ​ໝົດ 98 ລາຍການ ຊຶ່ງ
ແມ່ນ 12 ລາຍການ ຫລາຍ​ກວ່າ ການແຂ່ງ​ຂັນ​ທີ່​ເມືອງ Vanouver ປະເທດການາດາ
ເມື່ອ 4 ປີກ່ອນ.

XS
SM
MD
LG