ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສະພາຄວາມໝັ້ນຄົງ UN ໄດ້ຈັດກອງປະຊຸມ ສຸກເສີນ ຫຼັງຈາກ ເກົາຫຼີເໜືອ ຍິງທົດລອງ ລູກສອນໄຟ


ທະຫານເກົາຫຼີໃຕ້ ຄົນນຶ່ງຍ່າງຜ່ານ ລາຍການຂ່າວ ຂອງໂທ
ລະພາບ ທີ່ສະແດງໃຫ້ເຫັນ ພາບຂອງລູກສອນໄຟ ທີ່ໄດ້ຖືກ
ທົດລອງຍິງຂຶ້ນ ໂດຍເກົາຫຼີເໜືອ, ຢູ່ໃນສະຖານີລົດໄຟໃຕ້ດິນ ຂອງນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 14 ພຶດສະພາ 2017.
ທະຫານເກົາຫຼີໃຕ້ ຄົນນຶ່ງຍ່າງຜ່ານ ລາຍການຂ່າວ ຂອງໂທ ລະພາບ ທີ່ສະແດງໃຫ້ເຫັນ ພາບຂອງລູກສອນໄຟ ທີ່ໄດ້ຖືກ ທົດລອງຍິງຂຶ້ນ ໂດຍເກົາຫຼີເໜືອ, ຢູ່ໃນສະຖານີລົດໄຟໃຕ້ດິນ ຂອງນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 14 ພຶດສະພາ 2017.

ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ວາງກຳນົດໄວ້ວ່າ ຈະຈັດກອງປະຊຸມ
ສຸກເສີນ ໃນວັນອັງຄານມື້ອື່ນ ກ່ຽວກັບ ການທົດລອງຍິງລູກສອນໄຟ ຄັ້ງຫລ້າສຸດ ຂອງ
ເກົາຫຼີເໜືອ.

ສະຫະລັດ ຍີ່ປຸ່ນ ແລະ ເກົາຫຼີໃຕ້ ໄດ້ຮຽກຮ້ອງໃຫ້ມີການປຶກສາຫາລື ຂັ້ນສຸກເສີນ ຫຼັງ
ຈາກ ຟຽງຢາງໄດ້ຍິງລູກສອນໄຟລູກນຶ່ງ ເມື່ອວັນອາທິດວານນີ້ ໃນລະດັບທີ່ສູງຜິດ
ປົກກະຕິ ໄປຕາມແລວທາງຂີປະນາວຸດ ທີ່ຊີ້ໃຫ້ເຫັນວ່າ ມັນອາດເປັນເຊື້ອເພີງສອງຊັ້ນ
ຂອງຈະຫລວດໃໝ່ ທີ່ມີຄວາມສາມາດ ບິນໄປໄກເຖິງ 4,500 ກິໂລແມັດ.

ເກົາຫຼີໃຕ້ ໄດ້ກ່າວໃນວັນຈັນມື້ນີ້ ວ່າ ທ່ານປະທານາທິບໍດີ ມູນ ແຈອິນ ພວມສົ່ງທູດ
ພິເສດ ຈຳນວນນຶ່ງ ໄປທົ່ວໂລກ ໃນຂະນະທີ່ປະເທດຕົນ ຫາທາງທີ່ຈະເສີມຂະຫຍາຍ
ສາຍພົວພັນຂອງຕົນຢູ່ໃນໂລກ ຖ່າມກາງການທົດລອງຍິງລູກສອນໄຟ ຄັ້ງຫຼ້າສຸດ
ຢ່າງທ້າທາຍ ຂອງເກົາຫຼີເໜືອນັ້ນ. ທຳນຽບສີຟ້າຂອງເກົາຫຼີໃຕ້ ໄດ້ກ່າວວ່າ ບັນດາ
ທູດພິເສດ ຈະພົບປະກັບພວກເຈົ້າໜ້າທີ່ຂັ້ນສູງ ເພື່ອອະທິບາຍ ແຜນນະໂຍບາຍ
ຕ່າງໆ ຂອງລັດຖະບານເກົາຫຼີໃຕ້ຊຸດໃໝ່ ແລະເພື່ອແລກປ່ຽນຄວາມຄິດເຫັນຕ່າງໆ.

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ໄປຮອດບ້ານພັກຂອງທ່ານ ໃນນະຄອນຫຼວງໂຕກຽວ ຂອງຍີ່ປຸ່ນ, ໃນພາບນີ້ ທີ່ຖ່າຍໂດ Kyodo, ວັນທີ 14 ພຶດສະພາ 2017, ລັງຈາກກອງທັບຂອງເກົາຫຼີໃຕ້ ໄດ້ກ່າວວ່າ ເກົາຫຼີເໜືອ ໄດ້ຍິງ ລູກຈະຫລວດ ທີ່ບໍ່ສາມາດລະບຸໄດ້ ຈາກຂົງເຂດ ໃກ້ກັບແຄມຝັ່ງທາງທິດຕາເວັນຕົກຂອງຕົນ. (Kyodo/via REUTERS)
ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ໄປຮອດບ້ານພັກຂອງທ່ານ ໃນນະຄອນຫຼວງໂຕກຽວ ຂອງຍີ່ປຸ່ນ, ໃນພາບນີ້ ທີ່ຖ່າຍໂດ Kyodo, ວັນທີ 14 ພຶດສະພາ 2017, ລັງຈາກກອງທັບຂອງເກົາຫຼີໃຕ້ ໄດ້ກ່າວວ່າ ເກົາຫຼີເໜືອ ໄດ້ຍິງ ລູກຈະຫລວດ ທີ່ບໍ່ສາມາດລະບຸໄດ້ ຈາກຂົງເຂດ ໃກ້ກັບແຄມຝັ່ງທາງທິດຕາເວັນຕົກຂອງຕົນ. (Kyodo/via REUTERS)

ອະດີດເອກອັກຄະລັດຖະທູດເກົາຫຼີໃຕ້ ປະຈຳສະຫະລັດ ທ່ານ Hong Seok-hyun
ຈະເດີນທາງມາຍັງ ສະຫະລັດ ໃນຂະນະດຽວກັນ ອະດີດ ນາຍົກລັດຖະມົນຕີ Lee
Hae-chan ກໍຈະຖືກສົ່ງໄປຍັງປະເທດຈີນ. ສະມາຊິກສະພາສອງທ່ານ ຈາກພັກ
ປະຊາທິປະໄຕ ທີ່ປົກຄອງຢູ່ໃນປັດຈຸບັນ ຈະໄປຍັງປະເທດຍີ່ປຸ່ນ ແລະຣັດເຊຍ ໃນ
ຂະນະທີ່ ບັນດາທີ່ປຶກສາດ້ານນະໂຍບາຍເສດຖະກິດຂອງປະທານາທິບໍດີ ຈະມຸ້ງໜ້າ
ໄປຍັງປະເທດ ເຢຍຣະມັນ.

ປະທານາທິບໍດີ ເກົາຫຼີໃຕ້ ທ່ານ Moon Jae-in ເປັນປະທານ ກອງປະຊຸມ ສະພາຄວາມໝັ້ນຄົງ ແຫ່ງຊາດ ຢູ່ທີ່ທຳນຽບຟ້າຂອງປະທານາທິບໍດີ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 14 ພຶດສະພາ 2017.
ປະທານາທິບໍດີ ເກົາຫຼີໃຕ້ ທ່ານ Moon Jae-in ເປັນປະທານ ກອງປະຊຸມ ສະພາຄວາມໝັ້ນຄົງ ແຫ່ງຊາດ ຢູ່ທີ່ທຳນຽບຟ້າຂອງປະທານາທິບໍດີ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 14 ພຶດສະພາ 2017.

ເມື່ອຕອນເຊົ້າວັນຈັນມື້ນີ້ ເກົາຫຼີເໜືອ ໄດ້ກ່າວວ່າ ຕົນໄດ້ທຳການທົດລອງຍິງລູກສອນ
ໄຟລັດສະໝີ ປານກາງ ຮອດ ໄກ ທີ່ຫາກໍພັດທະນາຂຶ້ນມາໃໝ່ໆນີ້ ຢ່າງສຳເລັດຜົນ
ດ້ວຍການກຳກັບຂອງຜູ້ນຳ Kim Jong Un ໂດຍເປັນເປົ້າໝາຍເພື່ອຢັ້ງຢືນຄວາມອາດ
ສາມາດທີ່ຈະນຳສົ່ງຫົວລະເບີດນິວເຄລຍ "ຂະໜາດໃຫຍ່ທີ່ມີນ້ຳໜັກຫຼາຍ." ອົງການ
ຂ່າວ KCNA ຂອງທາງການເກົາຫຼີເໜືອ ໄດ້ກ່າວວ່າ ລູກສອນໄຟດັ່ງກ່າວ ໄດ້ຍິງຂຶ້ນ
ໃນມຸມທີ່ສູງສຸດ ເພື່ອທີ່ຈະບໍ່ໃຫ້ສົ່ງຜົນກະທົບຕໍ່ຄວາມປອດໄພ ຂອງບັນດາປະເທດ
ເພື່ອນບ້ານ ແລະ ໄດ້ບິນໄປໄກ 787 ກິໂລແມັດ ຈົນຮອດ ລະດັບຄວາມສູງ 2,111
ກິໂລແມັດ.

North Korea Missile
please wait
Embed

No media source currently available

0:00 0:02:09 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG