ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

9 ຄົນ​ປະ​ເຊີນ​ກັບ​ການ​ຕັ້ງ​ຂໍ້​ກ່າວ​ຫາ ໃນ​ການ​ລັກ​ຄຳ​ຢູ່​ກາ​ນາ​ດາ ເມື່ອ​ປີ​ກາຍນີ້


ເຈົ້າ​ໜ້າ​ທີ່​ຕຳຫຼວດ​ເປີດຫຼັງ​ລົດ​ບັນ​ທຸກ​ທີ່​ຖືກ​ໃຊ້​ໃນ​ການ​ລັກ​ຄຳ 6,600 ແທ່ງ ແລະ ເງິນ​ສົດ​ເກືອບ 2 ລ້ານ​ໂດ​ລາ​ທີ່ຖືກ​ລັກ​ຈາກ​ສະ​ໜາມ​ບິນ​ສາ​ກົນ ເພຍ​ສັນ, ນະ​ຄອນ ໂຕ​ຣອນ​ໂຕ, ກາ​ນາ​ດາ, 17 ເມ​ສາ 2024.
ເຈົ້າ​ໜ້າ​ທີ່​ຕຳຫຼວດ​ເປີດຫຼັງ​ລົດ​ບັນ​ທຸກ​ທີ່​ຖືກ​ໃຊ້​ໃນ​ການ​ລັກ​ຄຳ 6,600 ແທ່ງ ແລະ ເງິນ​ສົດ​ເກືອບ 2 ລ້ານ​ໂດ​ລາ​ທີ່ຖືກ​ລັກ​ຈາກ​ສະ​ໜາມ​ບິນ​ສາ​ກົນ ເພຍ​ສັນ, ນະ​ຄອນ ໂຕ​ຣອນ​ໂຕ, ກາ​ນາ​ດາ, 17 ເມ​ສາ 2024.

ກາ​ນາ​ດາ ກ່າວ​ວ່າ 9 ຄົນ​ທີ່​ຖືກ​ຈັບ​ແມ່ນ​ກຳ​ລັງ​ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາ​ໃນ​ສິ່ງ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ເອີ້ນ​ວ່າ​ເປັນ​ການ​ລັກ​ເອົາ​ຄຳ​ທີ່​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ ກາ​ນາ​ດາ ຈາກ​ສະ​ໜາມ​ບິນ​ສາ​ກົນ ເພຍ​ສັນ ຂອງ​ນະ​ຄອນ ໂຕ​ຣອນ​ໂຕ ເມື່ອ​ນຶ່ງ​ປີ​ທີ່​ຜ່ານ​ມາ.

ຕຳຫຼວດ​ພາກ​ພື້ນ ພຽ​ລ (Peel) ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ຄຳ 6,600 ແທ່ງທີ່​ມີ​ມູນ​ຄ່າ 20 ລ້ານ​ໂດ​ລາ ກາ​ນາ​ດາ ຫຼື 14.5 ລ້ານ​ໂດ​ລາ​ສະ​ຫະ​ລັດ, ແລະ ເງິນ​ມູ​ນ​ຄ່າ 2.5 ລ້ານ​ໂດ​ລາ​ກາ​ນາ​ດາ ຫຼື 1.8 ລ້ານ​ໂດ​ລາ ສະ​ຫະ​ລັດ ໃນ​ສະ​ກຸນ​ເງິນ​ຕ່າງ​ປະ​ເທດ​ໄດ້​ຖືກ​ລັກ. ຄຳ​ດັ່ງ​ກ່າວ​ນັ້ນ​ໄດ້​ຖືກ​ລະ​ລາຍ ແລະ ຖືກ​ໃຊ້​ເພື່ອ​ຊື້​ອາ​ວຸດ​ຜິດ​ກົດ​ໝາຍ, ອີງ​ຕາມ​ການ​ກ່າວ​ຂອງ​ຕຳຫຼວດ.

ຜູ້​ທີ່​ຖືກ​ຕັ້ງ​ຂໍ້​ກ່າວ​ຫາ​ນັ້ນ​ລວມ​ມີ​ພະ​ນັກ​ງານ​ສາງ​ເກັບ​ເຄື່ອງ​ຂອງ​ສາຍ​ການ​ບິນ Air Canada ແລະ ອະ​ດີດ​ຜູ້​ບໍ​ລິ​ຫານ​ສາຍ​ການ​ບິນ Air Canada ຜູ້​ທີ່ພາ​ຕຳຫຼວດ​ທ່ຽວ​ຊົມ​ສິນ​ຄ້າ​ຂອງ​ສະ​ຖານ​ທີ່​ດັ່ງ​ກ່າວຫຼັງ​ຈາກ​ການ​ລັກ​ຂະ​ໂມຍ. ເຈົ້າ​ຂອງ​ຮ້ານ​ຂາຍ​ເຄື່ອງ​ປະ​ດັບ​ກໍ​ຖືກ​ຕັ້ງ​ຂໍ້​ຫາ​ເຊັ່​ນ​ກັນ.

ຫົວ​ໜ້າ​ຕຳຫຼວດ​ພາກ​ພື້ນ ພຽ​ລ ທ່ານ ນິ​ຊານ ດູ​ຣາຍ​ອັບ​ປາ ໄດ້​ກ່າວ​ວ່າ “ເລື່ອງນີ້​ແມ່ນ​ເລື່ອງ​ທີ່​ໜ້າ​ຕື່ນ​ເຕັ້ນຫຼາຍ ແລະ ເຊິ່ງ, ພວກ​ເຮົາ​ພາ​ກັນ​ເວົ້າ​ຢອກ​ກັນ​ວ່າ, ມັນ​ຄວນ​ຖືກ​ເຮັດ​ເປັນ​ລາຍ​ການ​ໂທ​ລະ​ພາບ Netflix.”

ນັກ​ສືບ​ພາກ​ພື້ນ ພຽ​ລ ສິບ​ເອກ ໄມ​ຄ໌ ມາ​ວິ​ທີ ໄດ້​ກ່າວ​ວ່າ​ແທ່ງ​ຄຳ​ດັ່ງ​ກ່າວ, ມີ​ນ້ຳ​ໜັກ 419 ກິ​ໂລ​ກ​ຣາມ, ແລະ ເງິນ​ສະ​ກຸນ​ຕ່າງ​ປະ​ເທດ, ທີ່​ຖືກ​ສັ່ງ​ມາ​ຈາກ​ໂຮງ​ພິມ​ໃນ​ນະ​ຄອນ ຊູ​ຣິກ ປະ​ເທດ ສວິດ​ເຊີ​ແລນ, ໄດ້​ຖືກ​ຂົນ​ສົ່ງ​ໃນ​ຖ້ຽວ​ບິນ​ຂອງ​ສາຍ​ການ​ບິນ Air Canada ໃນ​ວັນ​ທີ 17 ເມ​ສາ ປີ​ກາຍນີ້.

ທ່ານ ມາ​ວິ​ທີ ໄດ້​ກ່າວ​ຢູ່​ຕໍ່​ໜ້າ​ລົດ​ບັນ​ທຸກ​ທີ່​ຕຳຫຼວດ​ເວົ້າ​ວ່າ​ຖືກ​ໃຊ້​ໃນ​ການ​ລັກ​ຂະ​ໂມຍ​ວ່າ “ພວກ​ເຂົາ​ຕ້ອງ​ການ​ຄົນ​ທີ່​ເຮັດ​ວຽກ​ຢູ່​ໃນ​ສາຍ​ການ​ບິນ Air Canada ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ລັກ​ຂະ​ໂມຍ​ນີ້.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG