ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຜູ້ປົກຄອງລັດ ໄນຈີເຣຍ ສັ່ງຈັບ ພະນັກງານ ບໍລິສັດກໍ່ສ້າງ


ປະຊາຊົນເຕົ້າໂຮມກັນຢູ່ສະຖານທີ່ເກີດເຫດຫຼັງຄາໂບດຍຸບໃນ
ເມືອງ Uyo, ໄນຈີເຣຍ, 11 ທັນວາ, 2016.
ປະຊາຊົນເຕົ້າໂຮມກັນຢູ່ສະຖານທີ່ເກີດເຫດຫຼັງຄາໂບດຍຸບໃນ ເມືອງ Uyo, ໄນຈີເຣຍ, 11 ທັນວາ, 2016.

ຜູ້ປົກຄອງລັດ Akwa Ibom ທີ່ຕັ້ງຢູ່ພາກໃຕ້ຂອງປະເທດ ໄນຈີເຣຍ ບ່ອນທີ່ຫຼັງຄາຂອງ ໂບດທີ່ກຳລັງມີການກໍ່ສ້າງຢູ່ໄດ້ພັງລົງ ໃນລະຫວ່າງ ການເຄົາລົບບູຊາຂອງວັນເສົາທີ່ຜ່ານ ມາ, ເຊິ່ງເຮັດໃຫ້ຫຼາຍຄົນເສຍຊີວິດນັ້ນ, ໄດ້ອອກຄຳສັ່ງໃຫ້ຈັບກຸມພະນັກງານບໍລິສັດກໍ່ ສ້າງສັນຍາຈ້າງ, ອີງຕາມອົງການຂ່າວລັດຖະບານ.

ຜູ້ປົກຄອງລັດ ທ່ານ Udom Emmanuel, ຜູ້ທີ່ຢູ່ໃນໂບດດັ່ງກ່າວໃນເວລາຫຼັງຄາໄດ້ຍຸບ ລົງ ແລະ ໄດ້ຫຼົບໜີອອກມາໂດຍບໍ່ໄດ້ຮັບບາດເຈັບໃດໆ, ໄດ້ອອກຄຳສັ່ງໃຫ້ມີການຈັບ ກຸມໃນວັນອາທິດວານນີ້.

ລາຍງານ ກ່ຽວກັບ ຍອດຜູ້ເສຍຊີວິດທັງໝົດແມ່ນແຕກຕ່າງກັນຢ່າງກວ້າງຂວາງ, ດ້ວຍສື່ ມວນຊົນບາງແຫ່ງກ່າວວ່າ ມີປະຊາຊົນຫຼາຍເຖິງ 160 ຄົນໄດ້ເສຍຊີວິດ, ບ່ອນອື່ນໆລະບຸ ວ່າມີຜູ້ເສຍຊີວິດເກືອບ 60 ຄົນ, ແລະ ບັນດາເຈົ້າໜ້າທີ່ລັດຖະບານໃນທ້ອງຖິ່ນຢຶນຢັນ ວ່າມີພຽງ 27 ຄົນເສຍຊີວິດ ແລະ ບາດເຈັບ 33 ຄົນ.

ປະຊາຊົນຫຼາຍຮ້ອຍຄົນໄດ້ຢູ່ໃນໂບດຄຳພີບາຍເບີລ Reigners ຂອງເມືອງ Uyo ໃນເວ ລາທີ່ຫຼັງຄາໄດ້ຍຸບລົງນັ້ນ. ຜູ້ກໍ່ຕັ້ງຂອງໂບດ, ທີ່ໄດ້ລອດຊີວິດຈາກເຫດການດັ່ງກ່າວ, ແມ່ນກຳລັງຖືກແຕ່ງຕັ້ງໃຫ້ເປັນພະໃນລະຫວ່າງ ການເຄົາລົບບູຊານັ້ນ.

ຜູ້ລອດຊີວິດຄົນໜຶ່ງໄດ້ກ່າວຕໍ່ສື່ມວນຊົນໃນທ້ອງຖິ່ນຈາກຕຽງໂຮງໝໍຂອງລາວວ່າ ຫຼັງຄາ ໄດ້ພັງລົງ ປະມານ 30 ນາທີໃນການເລີ່ມພິທີ. “ໃນທັນໃດນັ້ນ, ຫຼັງຄາຈາກຈຸດໃຈກາງກໍ ໄດ້ພັງລົງໃສ່ຜູ້ທີ່ມາບູຊາ. ຜູ້ປົກຄອງລັດໄດ້ຖືກຊ່ວຍເຫຼືອຢ່າງວ່ອງໄວ. ແຕ່ຄົນຜູ້ອື່ນ ແມ່ນໂຊກບໍ່ດີພໍ.”

ຜູ້ປົກຄອງລັດທ່ານ Emmanuel ໄດ້ຂຽນຂໍ້ຄວາມໃນ Twitter ວ່າ ທ່ານໄດ້ຊີ້ນຳການປະ ຕິບັດການກູ້ໄພຢູ່ຈຸດເກີດເຫດຢ່າງເປັນສ່ວນຕົວ. ທ່ານໄດ້ປະກາດວັນອາທິດ ແລະ ວັນ ຈັນມື້ນີ້ເປັນວັນໄວ້ອາໄລ.

ໂຄສົກຂອງຜູ້ປົກຄອງລັດໄດ້ກ່າວວ່າ ທາງລັດຈະດຳເນີນການສືບສວນສອບສວນ ກ່ຽວ ກັບ ການຍຸບລົງຂອງຫຼັງຄານັ້ນ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Nigeria church collapse
please wait

No media source currently available

0:00 0:00:42 0:00

XS
SM
MD
LG