ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໑ ພຶດສະພາ ໒໐໒໔

ປະມານ 50 ປະເທດ ປະນາມການໂຈມຕີຂອງ ອີຣ່ານ ໃສ່ ອິສຣາແອລ ໂດຍຮຽກຮ້ອງໃຫ້ຍຸຕິຄວາມຮຸນແຮງ


ສະມາຊິກທະຫານອີຣ່ານ ພາກັນເດີນສວນສະໜາມໃນລະຫວ່າງການສວນສະໜາມໃນວັນກອງທັບ ຢູ່ຖານທັບໃນພາກເໜືອຂອງນະຄອນຫຼວງເຕຫະຣ່ານ, ອີຣ່ານ, ວັນທີ 17 ເມສາ 2024. ໃນການສວນສະໜາມ, ປະທານາທິບໍດີ ອິບຣາຮິມ ຣາຍຊີ ເຕືອນວ່າ 'ການຮຸກຮານອັນເລັກນ້ອຍ' ໂດຍອິສຣາແອລ ຈະນໍາມາສູ່ການຕອບໂຕ້ຄືນ 'ຂະໜາດໃຫຍ່ ແລະ ຮຸນແຮງ.'
ສະມາຊິກທະຫານອີຣ່ານ ພາກັນເດີນສວນສະໜາມໃນລະຫວ່າງການສວນສະໜາມໃນວັນກອງທັບ ຢູ່ຖານທັບໃນພາກເໜືອຂອງນະຄອນຫຼວງເຕຫະຣ່ານ, ອີຣ່ານ, ວັນທີ 17 ເມສາ 2024. ໃນການສວນສະໜາມ, ປະທານາທິບໍດີ ອິບຣາຮິມ ຣາຍຊີ ເຕືອນວ່າ 'ການຮຸກຮານອັນເລັກນ້ອຍ' ໂດຍອິສຣາແອລ ຈະນໍາມາສູ່ການຕອບໂຕ້ຄືນ 'ຂະໜາດໃຫຍ່ ແລະ ຮຸນແຮງ.'

ປະມານ 50 ປະເທດໄດ້ອອກຖະແຫຼງການໃນຕອນແລງຂອງມື້ວັນພຸດວານນີ້ ກ່າວປະນາມການໂຈມຕີດ້ວຍລູກສອນໄຟ ແລະເຮືອບິນບໍ່ມີຄົນຂັບຂອງ ອີຣ່ານ ໃສ່ ອິສຣາແອລ, ເຊິ່ງມີການຮຽກຮ້ອງໃຫ້ບັນດາຝ່າຍຕ່າງໆຢູ່ໃນພາກພື້ນ ຈົ່ງ ດໍາເນີນງານຮ່ວມກັນ ເພື່ອປ້ອງກັນບໍ່ໃຫ້ສະຖານະການດັ່ງກ່າວມານີ້ເພີ້ມທະວີ ຮຸນແຮງຂຶ້ນຕື່ມ, ແລະໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມມືກັນທາງດ້ານການທູດ ກ່ຽວກັບຄວາມພະຍາຍາມແກ້ໄຂຄວາມເຄັ່ງຕຶງຕ່າງໆທີ່ເກີດຂຶ້ນໃນພາກຕາເວັນອອກກາງ.

ຖະ​ແຫຼ​ງການໄດ້​ມີ​ອອກ​ມາຈາກຜູ້ຕາງໜ້າ​ຖາວອນ​ປະຈໍາອົງການສະຫະ​ປະຊາ​ຊາດຈາກ​ອອສເຕຣເລຍ, ອັງກິດ, ກາ​ນາ​ດາ, ຝຣັ່ງ, ​ເຢຍຣະ​ມັນ, ​ເກົາຫຼີໃຕ້, ຢູ​ເຄຣນ, ສະຫະລັດ ແລະອີກ 45 ປະເທດ.

ຖະ​ແຫຼງການ​ກ່າວ​ວ່າ “ພວກ​ເຮົາ​ສັງ​ເກດເຫັນ​ວ່າ ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ຂຶ້ນ​ຂອງ​ອີຣ່ານ ​ແມ່ນການ​ກະທຳ​ທີ່​ອັນຕະລາຍ ​ແລະ ການ​ສ້າງ​ຄວາມບໍ່ສະຖຽນ​ລະ​ພາບຫຼ້າສຸດ​ຂອງ​ອີຣ່ານ ​ພ້ອມດ້ວຍຄູ່ພາຄີຫົວຮຸນແຮງຂອງ​ພວກ​ເຂົາ ​ທີ່​ເປັນ​ໄພ​ຂົ່ມຂູ່​ອັນ​ຮ້າຍ​ແຮງ​ຕໍ່​ສັນຕິພາບ ​ແລະ​ຄວາມ​ໝັ້ນຄົງຂອງ​ສາກົນ.”

ນາຍົກລັດຖະມົນຕີ ທ່ານເບັນຈາມິນ ເນຕັນຢາຮູ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ອິສຣາ​ແອ​ລ ຈະດໍາເນີນການ​ຕັດສິນ​ໃຈ​ດ້ວຍ​ຕົນ​ເອງ​ວ່າ ຕົນ​ຈະ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ຂອງ​ອີຣ່ານໃນທ້າຍອາທິດແລ້ວນີ້​ແນວ​ໃດ, ​ເຖິງ​ແມ່ນ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ​ຈະຮຽກຮ້ອງ​ໃຫ້​ມີ​ຄວາມ​ອົດທົນ ​ເພື່ອ​ຫລີກ​ລ່ຽງ​ສົງຄາມແບບເຕັມ ກໍາລັງຢູ່ໃນພາກ​ຕາ​ເວັນ​ອອກ​ກາງ​ກໍຕາມ.

ສະຫະລັດ, ສະຫະພາບ​ຢູໂຣບ ​ແລະ ກຸ່ມ​ປະ​ເທດທີ່ນໍາໜ້າທາງດ້ານ​ອຸດສາຫະ ກຳ G7 ເຊິ່ງທັງໝົດໄດ້ປະກາດ​ແຜນການທີ່ຈະພິຈາລະນາມາດ​ຕະການ​ລົງ​ໂທດຕ່າງໆ​ຢ່າງ​ເຂັ້ມ​ງວດ​ຕໍ່ ​ອີຣ່ານ ​ໂດຍ​ແນເປົ້າໝາຍ​ໃສ່ການສະໜັບສະ​ໜູນ​ອິສຣາ​ແອລ, ​ແລະ​ໃນ​ຂະນະ​ດຽວ​ກັນ ​ກໍຊັກຊວນໃຫ້ຍຶດໝັ້ນໃນຄວາມຕັ້ງໃຈທີ່ ຈະຕອບໂຕ້ຕໍ່ ເຕຫະຣ່ານ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG