ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຸ່ມ ພະລາດອນພາບ ມຸສລິມ ຮຽກຮ້ອງ ໃຫ້ເດີນຂະບວນ ຄັ້ງໃຫຍ່ (ສະໄລດ໌/ວີດີໂອ)


ທະຫານອີຈິບ ປິດລ້ອມ ຈະຕຸລັດ Tahir ໃນກຸງໄຄໂຣ
ທະຫານອີຈິບ ປິດລ້ອມ ຈະຕຸລັດ Tahir ໃນກຸງໄຄໂຣ
ກຸ່ມພະລາດອນ​ພາບ​ມຸສລິ​ມໃນ​ອີ​ຈິບ ກໍາລັງ​ຮຽກຮ້ອງ​ໃຫ້​ມີການ
ໂຮມ​ຊຸມນຸມເດີນ​ຂະ​ບວນຄັ້ງ​ໃຫຍ່ ​ໃນ​ວັນ​ສຸກ​ມື້​ນີ້ ຫລັງ​ຈາກລັດ
ຖະບານ ທີ່​ໄດ້​ຮັບ​ການ​ໜຸນ​ຫລັງຈາກ​ພວກ​ທະຫານໄດ້​ປ່ອຍ​ອະ
ດີດ​ປະທານາທິບໍດີ Hosni Mubarak ​ອອກ​ຈາກ​ຄຸກ.

ທ່ານ Mubarak ອະດີດ​ຜູ້​ບັນຊາ​ການ​ທະຫານ​ ທີ່​ເຄີຍ​ປົກຄອງ
​ອີຈິບ​ມາ​ເປັນ​ເວ ລາ 29 ປີ ​ໄດ້​ຖືກ​ຍ້າຍ​ໃນ​ວັນ​ພະຫັດ​ວານ​ນີ້ໄປ​
ຢູ່​ໂຮງໝໍ​ທະຫານ​ແຫ່ງ​ນຶ່ງໃກ້ໆນະຄອນຫຼວງ​ໄຄ​ໂຣ ບ່ອນ​ທີ່​ທ່ານ​ຍັງ​ຈະ​ຖືກ​ກັກ​ບໍລິ​ເວນ​ຕໍ່​ໄປ.

ທ່ານ Mubarak ທີ່​ມີອາຍຸ 85 ປີ ກໍາລັງ​ລໍຖ້າ​ ການ​ດຳ​ເນີ​ນຄະດີ
ທີ່​ພົວພັນກັບ ການສັງຫານ ພວກ​ປະ​ທ້ວງ​ຫລາຍ​ຮ້ອຍ​ຄົນ ​ໃນ​ລະຫວ່າງ​ທີ່​ມີ​ການ​ລຸກຮື​ຂື້ນທີ່ ບັງຄັບ​ໃຫ້​ທ່ານ​ ຕ້ອງ​ໄດ້ອອກ​ຈາກ​ອໍານາດ​ໃນ​ປີ 2011. ນອກ​ນັ້ນທ່ານຍັງ​ໄດ້​ຖືກ​
ກ່າວ​ຫາວ່າ ​ສໍ້​ລາດ​ບັງ​ຫລວງນຳ​ອີກ.

ສານ​ອີ​ຈິບ​ແຫ່ງ​ນຶ່ງໄດ້​ສັ່ງ​ໃຫ້​ປ່ອຍ​ໂຕ ທ່ານ Mubarak ​ໃນອາທິດ​ນີ້ ​ໂດຍ​ຕັດ ສິນ​ວ່າ ການ​ກັກ​ຂັງ​ທ່ານກ່ອນ​ການ​ອອກ​ຄຳ​ພິພາກສາໄດ້​ກາຍ​ຂີດ​ຈໍາກັດ​ຂອງ​ກົດໝາຍ.



ການ​ຕັດສິນທີ່​ວ່າ​ນີ້ ​ໄດ້​ສ້າງ​ຄວາມ​ໂກດ​ແຄ້ນໃຫ້ແກ່ກຸ່ມພະລາດອນພາບ​ມຸສລິ​ມ ຊຶ່ງ
ທ່ານ Mohamed Morsi ​ຜູ້ນຳ​ຂອງ​ພວກ​ເຂົາ​ເຈົ້າທີ່​ໄດ້​ຖືກ​ເລືອກ​ແບບ​ປະ ຊາທິປະ​ໄຕ ​ໃຫ້​ເປັນ​ຜູ້ນຳ​ຂອງ​ປະ​ເທດ​ນັ້ນ ໄດ້​ຖືກ​ບັງຄັບໃຫ້​ອອກ​ຈາກ​ອໍານາດ ​ໂດຍ​ພວກທະ
ຫານ​ ໃນ​ເດືອນ​ແລ້ວ​ນີ້ ​ແລະເວລາ​ນີ້ຍັງ​ຖືກຄຸກຢູ່.



ກຸ່ມພະລາ​ດອນ​ພາບມຸສລິ​ມ ​ແລະ ອັນ​ທີ່​ຮ້ອງ​ວ່າ “ພັນທະ​ມິດ​ຕ້ານການ​ລັດຖະປະຫານ”
ນັ້ນໄດ້​ຮຽກຮ້ອງ​ໃຫ້ ມີ​ການ​ໂຮມ​ຊຸມນຸມ​ກັນ​ຄັ້ງ​ໃຫຍ່ ​ຕໍ່ຕ້ານ​ທະຫານ ໃນ “ວັນ​ສຸກ​ວິລະ​
ຊົນ” ທີ່ພາ​ໃຫ້​ມີ​ຄວາມ​ຢ້ານກົວ ຈະ​ເກີດຄວາມ​ຮຸນ​ແຮງ​ຂື້ນອີກ ຄັ້ງ​ໃໝ່.

egypt
please wait
Embed

No media source currently available

0:00 0:00:54 0:00
XS
SM
MD
LG