ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ຄົນຕ່າງປະເທດທີ່ບໍ່ມີໜັງສືຫຼາຍກວ່າ 1,000 ຖືກຈັບໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃນນັ້ນລວມມີຊາວມຽນມາ


ກາສິໂນ Blue Shield ເຊິ່ງດໍາເນີນງານໂດຍກຸ່ມບໍລິສັດ Kings Romans ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ທີ່ຕັ້ງຢູ່ແຄມແມ່ນໍ້າຂອງໃນປະເທດລາວ ໃກ້ກັບຊາຍແດນລະຫວ່າງ ລາວ, ມຽນມາ ແລະໄທ, ວັນທີ 2 ມີນາ 2016.
ກາສິໂນ Blue Shield ເຊິ່ງດໍາເນີນງານໂດຍກຸ່ມບໍລິສັດ Kings Romans ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ທີ່ຕັ້ງຢູ່ແຄມແມ່ນໍ້າຂອງໃນປະເທດລາວ ໃກ້ກັບຊາຍແດນລະຫວ່າງ ລາວ, ມຽນມາ ແລະໄທ, ວັນທີ 2 ມີນາ 2016.

ຕຳຫຼວດ ໄດ້ບຸກເຂົ້າກວດຄົ້ນພື້ນທີ່ເກືອບທັງໝົດຂອງເຂດເສດຖະກິດສາມຫຼ່ຽມ ຄຳໃນລາວ ເປັນເວລາ 3 ມື້ຕິດຕໍ່ກັນ ແລະ ຈັບຄົນຕ່າງປະເທດທີ່ບໍ່ມີເອກະ ສານຫຼາຍກວ່າ 1,000 ຄົນ.

ປະຊາ​ຄົມ​ມຽນມາ​ໃນ​ລາວ ກ່າວ​ຕໍ່ VOA ພາກພາສາມຽນມາ​ວ່າ ຜູ້​ຖືກ​ຈັບ​ກຸມ​ສ່ວນ​ໃຫຍ່​ແມ່ນຄົນ​ສັນຊາດ​ມຽນມາ. ໃນຈໍານວນນັ້ນ ​ກໍ​ໄດ້ຖືກປະກັນໂຕ​ໂດຍ​ນາຍ​ຈ້າງ​ຂອງພວກ​ເຂົາ​ເຈົ້າໄປເທື່ອລະໜ້ອຍ, ອີງຕາມຜູ້ທີ່ໃຫ້ການ​ຊ່ວຍເຫຼືອ​ແຮງ​ງານມຽນມາໃນ​ປະເທດລາວ ທີ່ກ່າວ​ຕໍ່ VOA.

“ເຂດເສດຖະກິດພິເສດສາມຫຼ່ຽມຄຳນີ້ ເປັນພຽງເຂດດຽວທີ່ຜູ້ບໍ່ມີເອກະສານ ຈະຖືກຈັບກຸມ, ປັດຈຸບັນນີ້ ແມ່ນກໍາລັງແນເປົ້າໝາຍໃສ່ບັນດານັກທຸລະກິດຈີນ ຢູ່ໃນຂົງເຂດທີ່ຖືກກຳນົດໄວ້ແລ້ວ, ຕຳຫຼວດ ກຳລັງອອກຈັບຜູ້ຄົນທີ່ບໍ່ມີໃບອະນຸ ຍາດເພື່ອຢູ່ອາໄສ ຫຼື ຫຼັກຖານສະແດງຕົວຕົນຂອງຂອງພວກເຂົາເຈົ້າ, ພວກ ເຂົາບໍ່ໄດ້ດໍາເນີນການໃດໆກັບຜູ້ທີ່ຖືກຈັບ. ຜູ້ຄົນເຫຼົ່ານັ້ນສາ​ມາດ​ໄດ້​ຮັບ​ການ​ປ່ອຍ​ໂຕ​ໃນ​ການ​ປະ​ກັນໂ​ຕ​ດ້ວຍລາ​ຄາ 500 ຢວນ ພ້ອມທັງຮັບ​ການ​ຄໍ້າ​ປະ​ກັນ​ຈາກ​ນາຍ​ຈ້າງ.

ພວກເຂົາບຸກເຂົ້າກວດຄົ້ນສະຖານ​ທີ່​ກໍ່ສ້າງທັງຫຼາຍ, ຮ້ານອາຫານຕ່າງໆ, ບັນດາຄຸ້ມ​ບ້ານ​ທີ່ມີ​ຄົນ​ງານ​ມຽນມາ​ອາ​ໄສຢູ່. ພວກ​ເຂົາ​ເຈົ້າກ່າວ​ວ່າ ​ພວກເຂົາຈັບ​ກຸມໄດ້​ຫຼາຍ​ກວ່າ​ພັນ​ຄົນ ​ແລະ​ສືບ​ຕໍ່ບຸກ​ກວດຄົ້ນຈົນ​ຮອດ​ຕອນ​ເຊົ້າວານ​ນີ້.”

ສື່ສັງຄົມອອນລາຍບາງແຫ່ງໃນລາວລາຍງານວ່າ ເຈົ້າໜ້າທີ່ຕໍາຫຼວດລາວ ໄດ້ເຂົ້າກວດຄົ້ນແກັ່ງຫຼອກລວງທາງອອນລາຍ ແລະຟອກເງິນ ຢູ່ໃນຂົງເຂດ ສາມຫຼ່ຽມຄໍາ. ໃນ​ການ​ຈັບ​ກຸມ​ຄັ້ງ​ນີ້, ຄົນ​ຕ່າງ​ປະ​ເທດ​ທີ່​ອາ​ໄສ​ຢູ່ໃນປະເທດໂດຍ​ບໍ່​ມີ​ເອ​ກະ​ສານ​ກໍ​ໄດ້​ຖືກ​ຈັບໂ​ຕ​ເຊັ່ນ​ກັນ. ມາ​ຮອດ​ປະຈຸ​ບັນ, ຍັງ​ບໍ່​ທັນ​ມີ​ການ​ຖະ​ແຫຼ​ງຂ່າວຈາກຫ້ອງການຄຸ້ມ​ຄອງ​ຂົງເຂດ​ສາມຫຼ່ຽມຄຳໃດໆເທື່ອ. ລັດຖະບານ ປະກາດໃນວັນອັງຄານແລ້ວນີ້ວ່າ ຜູ້ຢູ່ອາໄສທີ່ບໍ່ມີເອກະສານຈະໄດ້ຮັບອະນຸ ຍາດໃຫ້ຍື່ນຂໍໃບອະນຸຍາດອາໄສຢູ່ຊົ່ວຄາວໄດ້.

ພະນັກງານຂອງຫ້ອງການຈັດຫາ​ງານຄົນນຶ່ງກ່າວ​ຕໍ່ VOA ພະແນກພາສາ ມຽນມາວ່າ ຜູ້ຄົນທີ່ໄປເຮັດວຽກພາຍໃຕ້ສັນຍາ ບໍ່​ຈຳ​ເປັນ​ຕ້ອງ​ຂໍ​ໃບ​ອະ​ນຸ​ຍາດ​ເພື່ອການ​ຢູ່​ອາ​ໄສ​ຊົ່ວຄາວ​ດັ່ງກ່າວ. “ຖ້າພວກເຈົ້າໄປເຮັດວຽກດ້ວຍ smart card ພາຍໃຕ້ MOU, ພວກເຈົ້າຕ້ອງການພຽງແຕ່ໃບອະນຸຍາດເຮັດວຽກ ເມື່ອໄປຮອດທີ່ນັ້ນ. ໃນນັ້ນມີໂຮງງານຕັດຫຍິບຫຼາຍໂຮງງານ, ໂຮງງານຜະລິດ ໝວກຫຼາຍແຫ່ງ, ໂຮງງານຜະລິດເສື່ອນອນຕ່າງໆ, ໂຮງງານຜະລິດເຟີນີເຈີ ຈໍານວນຫຼາຍ ແລະ ອື່ນໆ ສຳລັບຊາຍໜຸ່ມ ແລະ ຍິງສາວ, ໃນນັ້ນຄົນຂັບລົດ ສາມາດມີລາຍຮັບປະມານ 600 ໂດລາຕໍ່ເດືອນ.”

ຈຳນວນ​ປະຊາຊົນຊາວມຽນມາ​ທີ່ເດີນທາງ​ໄປ​ລາວນັ້ນ ນັບ​ມື້​ນັບ​ເພີ້ມຂຶ້ນ ເລື້ອຍໆ. ບາງຄົນກໍມາຈາກຂົງເຂດຊາຍແດນຢ່າງຜິດກົດໝາຍ. ໃນ​ທ້າຍ​ປີ 2023, ​ພວກແກັ່ງ​ຫຼອກລວງທາງ​ອິນ​ເຕີ​ເນັດ​ຫຼາຍ​ແຫ່ງທີ່ອາໄສ​ຢູ່ທາງ​ພາກ​ເໜືອ​ຂອງ​ລັດ​ສານ​ ໄດ້​ຖືກ​ກໍາຈັດໄປໝົດ. ບັນດາທຸລະກິດເຫຼົ່ານີ້ ໄດ້ພາກັນຍ້າຍ ໄປຢູ່ເມືອງ ທາຊິເລັກ (Tachilek) ທີ່ຕັ້ງຢູ່ທາງພາກຕາເວັນອອກຂອງລັດ ສານ, ແລະຕໍ່ມາກໍໄດ້ຍ້າຍໄປປະເທດລາວ.

Rangoon Stringer Filed: Police raided most areas of the Golden Triangle Economic Zone in Laos for three consecutive days and arrested more than 1,000 undocumented foreigners. Myanmar community in Laos told VOA Burmese that the majority of the arrested were Myanmar nationals. Some of them are gradually put up bail by their employers, a person helping Myanmar workers in Laos told VOA.

"This Golden Triangle Special Economic Zone is the only area that undocumented has been arrested. Now targeting Chinese businessmen in the designated areas. Police are chasing people who do not have a Lao residence permit or proof of identity. They do nothing to those arrested. They can be released on bail for 500 yuan with employers’ guarantee. They raided construction sites, restaurants, neighborhoods where Myanmar workers live. They said that they arrested more than a thousand people and keep raiding until this morning."

Some social media and online news in Laos reported that the Lao police had raided online scamming and money laundering gangs in the Golden Triangle region. During this arrest, foreigners living without documents were also arrested, he said. So far, there has been no press release from the Golden Triangle Administration Department. The administration announced on Tuesday that undocumented residents will be allowed to apply for temporary residence permits.

An employment agency told VOA Burmese that those who go with a work contract do not need to apply for such temporary residence permits. "If you go with a smart card under MoU, you just need to apply for a work permit when you get there. There are garment factories, hat factories, mattress factories, furniture factories, etc. for boys and girls, drivers can earn around USD600.”

The number of Myanmar nationals going to Laos is gradually increasing. Some came illegally from the border. At the end of 2023, many online fraud gangs in northern Shan State were cleared. These businesses were temporarily moved to Tachilek in eastern Shan State, and later moved to Laos.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG