ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຝຣັ່ງ ບຸກກວດຄົ້ນຫາພວກຫົວຮຸນແຮງຈັດ ທີ່ກ່ຽວຂ້ອງກັບການໂຈມຕີ ຫຼາຍກວ່າ 150 ແຫ່ງ


France Shooting
please wait
Embed

No media source currently available

0:00 0:02:49 0:00

ເຊີນຊົມວີດີໂອ ລາຍງານນີ້

ບັນດາຕຳຫຼວດຝຣັ່ງ ໄດ້ທຳການບຸກກວດຄົ້ນ “ຫຼາຍກວ່າ 150
ແຫ່ງ”
ຕໍ່ພວກຜູ້ຕ້ອງສົງໄສ ວ່າເປັນພວກອິສລາມຫົວຮຸນແຮງຈັດ
ໃນທົ່ວປະເທດ ອີງຕາມການກ່າວຖະແຫລງ ໃນວັນຈັນມື້ນີ້ ຂອງ
ນາຍົກລັດຖະມົນຕີຝຣັ່ງ ທ່ານ Manuel Valls.

ການບຸກກວດຄົ້ນ ໄດ້ຖືກປະຕິບັດໄປເມື່ອຕອນເຊົ້າວັນຈັນມື້ນີ້
ໃນເມືອງ Toulouse Grenoble Jeumont Lyon ແລະ ຊານ
ເມືອງປາຣີ ຂອງ Bobigny ອັນເກີດຜົນໃຫ້ມີການຈັບກຸມ ໄດ້
ຫຼາຍກວ່າສິບຄົນ ແລະ ຢຶດໄດ້ອາວຸດຈຳນວນນຶ່ງ ທີ່ປະກອບມີ
ຈະຫຼວດໝາກປີ ປືນ Kalashnikov ແລະເສື້ອກັນກະສຸນຕ່າງໆ
ເຫຼົ່ານັ້ນ.

France Moment of Silent
please wait

No media source currently available

0:00 0:00:57 0:00

ທ່ານ Valls ເວົ້າເປັນພາສາຝຣັ່ງວ່າ “ສາມາດຫລີກລ້ຽງໄດ້ການໂຈມຫຼາຍບັ້ນ” ແຕ່ມັນ
ຍັງອາດມີອີກ “ໃນສອງສາມມື້ຈະມາເຖິງນີ້ ໃນສອງສາມອາທິດຈະມາເຖິງນີ້.” ນາຍົກ
ລັດຖະມົນຕີ ໄດ້ກ່າວວ່າ ທ່ານບໍ່ໄດ້ພະຍາຍາມເຮັດໃຫ້ພວກຄົນຢ້ານກົວ ແຕ່ “ພວກເຮົາ
ກຳລັງຢູ່ກັບ ແລະ ພວກເຮົາກໍຈະດຳລົງຊີວິດ ອີກຍາວນານ ກັບການຂົ່ມຂູ່ ຂອງພວກ
ກໍ່ການຮ້າຍນີ້ ແລະ ພວກເຮົາຕ້ອງກຽມພ້ອມ ສຳລັບການໂຈມຕີ ທີ່ຈະເກີດຂຶ້ນອີກ ຢູ່
ຕໍ່ໄປ.”

(ຈາກຊ້າຍ) ລມຕ ເພື່ອການສຶກສາຂັ້ນສູງ ແລະ ການຄົ້ນຄວ້າຂອງຝຣັ່ງ ທ່ານ Thierry Mandon, ລມຕ ກຊ ສຶກສາ ຝຣັ່ງ ທ່ານນາງ Najat Vallaud-Belkacem, ປ. ຝຣັ່ງ ທ່ານ Francois Hollande ແລະ ນາຍົກລັດຖະມົນຕີ ຝຣັ່ງ ທ່ານ Manuel Valls ທຳການເຄົາລົບ ເພື່ອລະລຶກເຖິງຜູ້ເຄາະຮ້າຍທັງຫຼາຍ ດ້ວຍການຢືນງຽບສະຫງົບ ນາທີນຶ່ງ ຢູ່ທີ່ ມະຫາວິທະຍາໄລ Sorbonne ໃນນະຄອນປາຣີ, ວັນທີ 16 ພະຈິກ 2015.
(ຈາກຊ້າຍ) ລມຕ ເພື່ອການສຶກສາຂັ້ນສູງ ແລະ ການຄົ້ນຄວ້າຂອງຝຣັ່ງ ທ່ານ Thierry Mandon, ລມຕ ກຊ ສຶກສາ ຝຣັ່ງ ທ່ານນາງ Najat Vallaud-Belkacem, ປ. ຝຣັ່ງ ທ່ານ Francois Hollande ແລະ ນາຍົກລັດຖະມົນຕີ ຝຣັ່ງ ທ່ານ Manuel Valls ທຳການເຄົາລົບ ເພື່ອລະລຶກເຖິງຜູ້ເຄາະຮ້າຍທັງຫຼາຍ ດ້ວຍການຢືນງຽບສະຫງົບ ນາທີນຶ່ງ ຢູ່ທີ່ ມະຫາວິທະຍາໄລ Sorbonne ໃນນະຄອນປາຣີ, ວັນທີ 16 ພະຈິກ 2015.

ການບຸກກວດຄົ້ນ ແລະ ການຈັບກຸມ ທີ່ໄດ້ປະຕິບັດໄປແລ້ວນັ້ນ ໃນຂະນະທີ່ຝຣັ່ງກຽມພ້ອມ
ທີ່ຈະທຳການເຄົາລົບ ບັນດາຜູ້ເຄາະຮ້າຍ ໃນການໂຈມຕີກໍ່ການຮ້າຍເມື່ອວັນສຸກຜ່ານມາ
ຢູ່ທີ່ 6 ຈຸດທົ່ວນະຄອນປາຣີ ທີ່ໄດ້ສັງຫານ 129 ຄົນ ແລະ ອີກຫຼາຍກວ່າ 350 ຄົນໄດ້ຮັບ
ບາດເຈັບ ດ້ວຍການຢືນງຽບສະຫງົບ ໃນຕອນກາງເວັນວັນຈັນມື້ນີ້. ຈຳນວນຂອງຜູ້ທີ່ເສຍ
ຊີວິດ ແມ່ນໄດ້ຢຸດຢູ່ 132 ຄົນ ແຕ່ໄດ້ຖືກເລື່ອນລົງ ຫຼັງຈາກທີ່ປາກົດວ່າ ມີການນັບຜິດພາດ.
ປະທານາທິບໍດີ ຝຣັ່ງ ທ່ານ Francios Hollande ແມ່ນມີກຳນົດ ຈະທຳພິທີຂີດໝາຍ ຢືນ
ງຽບສະຫງົບ ເພື່ອລະລຶກເຖິງດວງວິນຍານຂອງຜູ້ທີ່ເສຍຊີວິດ ຢູ່ທີ່ຄຸ້ມ Sorbonne.

ສະຫະພາບຢູໂຣບ ໄດ້ຂໍຮ້ອງບັນດາສະມາຊິກປະເທດທັງມວນ ປະກອບສ່ວນ ໃນພິທີຢືນ
ງຽບສະຫງົບນຳດ້ວຍ. ບັນດາເຈົ້າໜ້າທີ່ ຢູ່ທີ່ສຳນັກງານໃຫຍ່ຂອງອົງການ ນາໂຕ້ ໃນນະ
ຄອນ Brussels ຈະທຳພິທີຢືນງຽບສະຫງົບນາທີນຶ່ງເຊັ່ນກັນ.

ລູກປືນຖະລຸຜ່ານແກ້ວປ້ອງຢ້ຽມ ຂອງຮ້ານຊັກເຄື່ອງ ໃກ້ກັບ ຮ້ານອາຫານ Le Carillon, ນຶ່ງໃນສະຖານທີ່ ຂອງການໂຈມຕີ ໃນປາຣີ, ວັນທີ 16 ພະຈິກ 2015.
ລູກປືນຖະລຸຜ່ານແກ້ວປ້ອງຢ້ຽມ ຂອງຮ້ານຊັກເຄື່ອງ ໃກ້ກັບ ຮ້ານອາຫານ Le Carillon, ນຶ່ງໃນສະຖານທີ່ ຂອງການໂຈມຕີ ໃນປາຣີ, ວັນທີ 16 ພະຈິກ 2015.

ໃນວັນອາທິດວານນີ້ ເຮືອບິນລົບຝຣັ່ງຫຼາຍລຳ ໄດ້ເປີດສາກເລີ້ມໂຈມຕີທາງອາກາດຢ່າງ
ໃຫຍ່ ຕໍ່ທີ່ໝັ້ນຂອງພວກລັດອິສລາມ ຫຼື IS ຢູ່ໃນເມືອງ Raqqa ຂອງຊີເຣຍ ເຊິ່ງໄດ້ທຳ
ລາຍ ສູູນປະຕິບັດການ ແລະ ຄ້າຍເຝິກແອບ.

ພວກເຮືອບິນລົບດັ່ງກ່າວ ໄດ້ບິນອອກຈາກປະເທດ ຈໍແດນ ແລະ ສະຫະລັດອາຣັບເອເມີເຣັສ
ແລະ ໄດ້ປະຕິບັດການ ໃນການປະສານສົບທົບ ກັບກອງກຳລັງສະຫະລັດ.

ຖະແຫລງການຂອງກອງທັບຝຣັ່ງ ກ່າວວ່າ ເຮືອບິນລົບ 10 ລຳ ໄດ້ນຳໃຊ້ລະເບີດ 20 ລູກ
ຖິ້ມໃສ່ເປົ້າໝາຍຕ່າງໆຂອງພວກລັດອິສລາມ ອັນເປັນການໂຈມຕີ ທີ່ໃຫຍ່ທີ່ສຸດຂອງຝຣັ່ງ
ໃນປັດຈຸບັນນີ້ ທີ່ແນເປົ້າໝາຍໃສ່ພວກ IS ຢູ່ໃນຊີເຣຍ.

ປະທານາທິບໍດີ Hollande ໄດ້ເອີ້ນການໂຈມຕີດ້ວຍປືນ ແລະລະເບີດສະລະຊີບ ຂອງ
ວັນສຸກຜ່ານມາ ນັ້ນ ວ່າ ເປັນການ “ກະທຳເປີດສາກສົງຄາມ.”

ພວກຄົນພາກັນເຕົ້າໂຮມກັນ ຢູ່ດ້ານນອກຂອງຫໍດົນຕີ Bataclan ໃນນະຄອນປາຣີ, ປະເທດຝຣັ່ງ, ວັນອາທິດ ທີ 15 ພະຈິກ 2015. (Photo: L. Bryant / VOA)
ພວກຄົນພາກັນເຕົ້າໂຮມກັນ ຢູ່ດ້ານນອກຂອງຫໍດົນຕີ Bataclan ໃນນະຄອນປາຣີ, ປະເທດຝຣັ່ງ, ວັນອາທິດ ທີ 15 ພະຈິກ 2015. (Photo: L. Bryant / VOA)

ໃນຄວາມຄືບໜ້າທີ່ອາດມີສ່ວນກ່ຽວຂ້ອງ ທີ່ອົງການຂ່າວ Reuters ລາຍງານວ່າ ສະຫະລັດ
ໄດ້ນຳສົ່ງລູກປືນຊຸດທີສອງໄປໃຫ້ ກຸ່ມແນວໂຮມ ຊາວຊີເຣຍ ແລະ ອາຣັບ ທີ່ກຳລັງຕໍ່ສູ້ຕ້ານ
ພວກ IS ຢູ່ໃນພາກເໜືອຂອງຊີເຣຍ.

ອົງການຂ່າວ Reuters ໄດ້ອ້າງອີງເຖິງຄຳເວົ້າຂອງເຈົ້າໜ້າທີ່ສະຫະລັດທ່ານນຶ່ງ ທີ່ກ່າວວ່າ ພວກຍຸດໂທປະກອນ ໄດ້ຖືກນຳສົ່ງຜ່ານທາງພາກພື້ນດິນ. ພາລະກິດການລຳລຽງຄັ້ງນຶ່ງ ໃນເມື່ອກ່ອນ ແມ່ນໄດ້ປະຕິບັດ ໂດຍທາງອາກາດ ໃນເດືອນຕຸລາ.

Paris False Alarm
please wait
Embed

No media source currently available

0:00 0:01:44 0:00

French police have made "more than 150raids" on suspected Islamists across the country, French Prime Minister Manuel Valls said Monday.

The raids were carried out early Monday in Toulouse, Grenoble, Jeumont, Lyon and the Parisian suburb of Bobigny, resulting in the detaining of more than 10 people and the seizure of a number of weapons, including a rocket launcher, a Kalashnikov rifle and bulletproof vests.

Valls said France has "avoided several attacks," but there could be more "in the coming days, in the coming weeks."The prime minister said he is not trying to scare people but "we're living with and we're going to live for a long time, with this terrorist threat and we need to prepare ourselves for further attacks."

The raids and arrests were made as France prepares Monday for a midday moment of silence to pay homage to the victims of Friday's terrorism attacks on six sites across Paris, killing 129 people and wounding more than 350.The death toll had stood at 132, but was lowered after an apparent counting error.French President Francois Hollande is scheduled to mark the silent remembrance at the Sorbonne.

The European Union has asked all its member states to also participate in the silent observation.Officials at NATO headquarters in Brussels will also observe the minute of silence.

'Act of War'

On Sunday, French fighter jets launched massive airstrikes against the Islamic State (IS) stronghold of Raqqa, destroying a command post and a training camp.

The planes took off from Jordan and the United Arab Emirates and were operating in conjunction with U.S. forces

A French military statement said 10 fighter jets were used to drop 20 bombs on the Islamic State targets. It was France's biggest strike to date targeting IS in Syria.

PresidentHollande has called Friday's gun and suicide attacks an "act of war."

In a possibly related development, Reuters News Agency is reporting that the United States has made a second delivery of ammunition to the Syrian Arab coalition fighting IS in northern Syria.

Reuters quotes a U.S. official as saying the weaponry was delivered over land. A previous supply mission was conducted by air in October.

XS
SM
MD
LG