ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສານສູງ ມາລາວີ ຈະຕັດສິນ ກ່ຽວກັບ ການເລືອກຕັ້ງ ທີ່ ມີການໂຕ້ຖຽງ (ວີດີໂອ)


ຜູ້ຍິງຄົນນນຶ່ງ ທີ່ປະເທດ ມາລາວີ ກຳລັງໃສ່ນຳ້ເມິກ ແປະໂປ້ ກ່ອນໄປລົງຄະແນນສຽງ
ຜູ້ຍິງຄົນນນຶ່ງ ທີ່ປະເທດ ມາລາວີ ກຳລັງໃສ່ນຳ້ເມິກ ແປະໂປ້ ກ່ອນໄປລົງຄະແນນສຽງ
ສານ​ສູງ​ຂອງມາລາ​ວີ ມີກຳນົດຈະຕັດສິນ​ໃນ​ວັນ​ສຸກ​ມື້​ນີ້​ກ່ຽວ
ກັບວ່າຜົນການເລືອກ ຕັ້ງທີ່ເປັນບັນຫາໂຕ້​ຖຽງ ໃນອາທິດ​
ແລ້ວ​ນີ້ ຄວນ​ທີ່​ຈະ​ເປີດ​ເຜີຍ​ໃຫ້ສາທາລະນະ​ຊົນຮູ້ຫຼືບໍ່ ຫລື​
ມີ​ການ​ນັບຄະແນນສຽງ​ຄືນ​ໃໝ່.

ການ​ເລືອກ​ຕັ້ງ​ທົ່ວ​ໄປ ​ໃນ​ວັນ​ທີ 20 ​ເດືອນ​ພຶດສະພາຜ່ານມາ
​ໄດ້​ເກີດ​ມີ​ບັນຫາ​ຫລາຍ​ຢ່າງ ​ຮວມ​ທັງ ການ​ເປີດ​ໜ່ວຍ​ປ່ອນ
​ບັດ​ຊ້າ ​ແລະ​ບັດ​ລົງ​ຄະ​ແນນ​ສຽງ​ທີ່​ບໍ່​ຖືກຕ້ອງ. ບັນຫາ​ເຫຼົ່າ​ນີ້​
ເຮັດ​ໃຫ້ຄະນະ​ກຳມະການເລືອກຕັ້ງຕໍ່ເວລາໃນການ​ປ່ອນ ​
ບັດອອກໄປ​ເປັນ​ມື້​ທີ​ສອງ ​ແລະເປັນ​ມື້​ທີ​ສາ​ມ​ ໃນ​ບາງ​ເຂດ.

ປະ​ທາ​ນາ​ທິບໍດີ Joyce Banda ກ່າວ​ວ່າ ການ​ເລືອກ​ຕັ້ງ​ເຕັມ​ໄປ​ດ້ວຍ ການ​ສໍ້​ໂກງ ຮວມ​ທັງການ​ໂກງບັດຄະແນນສຽງ ​ແລະ​ມີ​ຄົນ​ປ່ອນ​ບັດ​ຫຼາຍ​ກວ່າ​ນຶ່ງ​ເທື່ອ.

ທ່ານ​ນາງ ​ໄດ້​ສັ່ງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ໃໝ່ ​ໃນ 90 ມື້ ​ແລະ​ກ່າວ​ວ່າ ທ່ານ​ນາງ ຈະ​ບໍ່​ລົງສະ
ໝັກແຂ່ງຂັນ. ​ແຕ່​ສານ​ສູງຂອງປະເທດ​ໄດ້ປະຕິ​ເ​ສດ​ຕໍ່ການສັ່ງຂອງ ​ທ່ານນາງ ເວລາພັກ
ຝ່າຍ​ຄ້ານ​ທີ່​ສຳຄັນ​ໄດ້​ຕິຕຽນກ່ຽວກັບເລື່ອງນີ້.

ທ່ານ​ນາງ Banda ກຳລັງ​ປະ​ເຊີນໜ້າ ກັບຄູ່ແຂ່ງ 11 ຄົນ ​ໃນການສະໝັກ ​ເລືອກ​ຕັ້ງ
ເປັນປະທານາທິບໍດີຂອງປະເທດ.

ຄະນະ​ກຳມະການ​ເລືອກ​ຕັ້ງ ​ໄດ້​ເປີດເຜີຍຄະແນນສຽງເປັນບາງສ່ວນ ທີ່​ສະ​ແດງ​ໃຫ້​ເຫັນ
​ວ່າ ທ່ານ​ນາງມີຄະແນນນຳ​ຫຼັງຜູ້ນຳຝ່າຍ​ຄ້ານ ທ່ານ Peter Mutharika ນ້ອງ​ຊາຍຂອງ​
ມື້​ລາງ ປະທານາທິບໍດີ Bingu wa Mutharika. ການ​ນັບ​ທີ່ບໍ່​ເປັນ​ທາງ​ການ​ອີກແຫ​ລ່ງ
ນຶ່ງ ສະແດງ​ໃຫ້​ເຫັນ​ວ່າ ທ່ານ​ນາງ​ແຮງ​ມີຄະແນນສຽງ ລາກທ້າຍໄກອອກ​ໄປ​ອີກ.

​ໃນ​ວັນ​ພ​ະຫັດ​ວານ​ນີ້ ທ່ານ​ນາງ Banda ​ໄດ້​ກ່າວ​ຕໍ່ອົງການ​ຂ່າວຣອຍ​ເຕີ​ວ່າ ທ່ານ​ນາງ
ພ້ອມ​ແລ້ວ​ທີ່​ຈະລາ​ອອກ​ຈາກ​ຕຳ​ແໜ່​ງ ຖ້າ​ຫາກ​ສານ ໃຫ້ການຢັ້ງ​ຢືນ​ກ່ຽວກັບການ​ເລືອກ
​ຕັ້ງ ​ແລະຄູ່​ແຂ່ງ​ຂອງທ່ານນາງ ຄື​ທ່ານ Mutharika ​ໄດ້​ເປັນ​ຜູ້​ຊະນະ.​ ​
MALAWI POLITICS VO
please wait
Embed

No media source currently available

0:00 0:00:28 0:00
XS
SM
MD
LG