ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ປະຊາຊົນ ລີ​ທູ​ເອ​ເນຍ​​ ພາກັນ​ໄປ ​ເລືອກ​ຕັ້ງ​ເອົາ ປະທານາທິບໍດີ (ວີດີໂອ)


ປະຊາຊົນລີ​ທູ​ເອ​ເນຍ​​ ພາກັນ​ໄປ​ເລືອກ​ຕັ້ງ ​ເອົາປະທານາທິບໍດີ ໃນວັນ​ອາທິດ​ມື້​ນີ້.
ປະຊາຊົນລີ​ທູ​ເອ​ເນຍ​​ ພາກັນ​ໄປ​ເລືອກ​ຕັ້ງ ​ເອົາປະທານາທິບໍດີ ໃນວັນ​ອາທິດ​ມື້​ນີ້.
ປະຊາຊົນລີ​ທູ​ເອ​ເນຍ ພາກັນ​ໄປ​ເລືອກ​ຕັ້ງ ​ເອົາປະທານາທິບໍດີ
​ໃນວັນ​ອາທິດ​ມື້​ນີ້.

​ເປັນ​ທີ່ຄາດ​ກັນ ຢ່າງ​ກວ້າງ​ຂວາງ​ວ່າ ທ່າ​ນນາງ Dalia
Grybauskaite ​ທີ່ດຳລົງ​ຕຳ​ແໜ່​ງ ປະທານາທິບໍດີ ໃນ​ຂະນະ​ນີ້
​ຈະ​ໄດ້​ຮັບໄຊຊະນະ​ ເປັນສະ​ໄໝທີ 2. ຢ່າງ​ໃດ​ກໍ​ຕາມ ​ບໍ່​ຈະ​ແຈ້ງ​
ວ່າ ທ່ານ​ນາງ​ ຈະ​ໄດ້​ຮັບ ຄະແນນສຽງພຽງພໍ ທີ່ຈະ​ຫລີກ​ເວັ້ນ
ການປ່ອນ​ບັດ​ ຂັ້ນຕັດສິນ​ຊີ້​ຂາດ ​ໃນ​ທ້າຍ ເດືອ​ນນີ້.

ການ​ເລືອກ​ຕັ້ງຄັ້ງນີ້ ມີ​ຂຶ້ນ​ໃນ​ທ່າມກາງ ການຢຶດ​ເອົາ ແຫຼມ​
ໄຄຣເມຍຂອງຢູເຄຣນ ຮວມເຂົ້າເປັນສ່ວນນຶ່ງຂອງຣັດ​ເຊຍ.

ລີ​ທູ​ເອ​ເນຍ ​ໄດ້​ຢູ່​ພາຍ​ໃຕ້​ ການ​ປົກຄອງ​ ຂອງ​ຣັດ​ເຊຍ​ ໃນ​ໄລຍະສົງຄາມ​ເຢັນ. ປະ​ທາ​
ນາ​ທິບໍດີ Grybauskaite ​ໄດ້​ຕ້ອນ​ຮັບ​ເອົາການ​ມີໜ້າ ຂອງ​ທະຫານເນ​ໂຕ້ ຢູ່​ໃນປະ​ເທດ
​ຂອງ​ຕົນ ຫຼັງຈາກ​ ໄດ້​ເກີດ​ວິ​ກິດ​ການ ​ປ່ຽນ​ແປງ​ຂະໜາດ​ໃຫຍ່ ຢູ່​ໃນ​ຢູ​ເຄຣນນັ້ນ.

ທ່ານ​ນາງ ປະທານາທິບໍ​ດີ ​ໄວ 58 ປີ​ ​ໄດ້ກ່າວຕໍ່​ບັນດາຜູ້ສື່​ຂ່າວ​ ເມື່ອ​ບໍ່​ດົນ​ມາ​ນີ້ ວ່າ:
“ຢູ​ໂຣບຕ້ອງ​ເຂົ້າ​ໃຈ​ວ່າ ຣັດ​ເຊຍກຳລັງ​ພະຍາຍາມ ທີ່​ຈະ​ແຕ້ມແຜນ​ທີ່​ ແລະ​ ຊາຍ​
ແດນ ຫຼັງຢຸກສົງຄາມ​ເຢັນ ​ໃໝ່.”


ທ່າ​ນນາງ Dalia ​ຊຶ່ງເຄີຍ​ເປັນ ຂ້າຫຼວງ​ໃຫຍ່ຂອງ​ສະຫະພາບຢູ​ໂຣບ ​ແລະ​ ນັກ​ຄາ​ຣາ​ເຕ້ສາຍ​ແອວ​ດຳນຳ ​ໃຫ້​ຄຳ​ໝັ້ນສັນ​ຍາ​ ໃນ​ຂະນະ​ທີ່​ທ່ານ​ນາງ ອອກໂຄສະນາ​ຫາ​ສຽງ ໃນ​ອາ​ທິດ​ແລ້ວ​ນີ້​ ວ່າ ທ່ານ​ນາງ ຈະບໍ່​ຍອມ ຫລົບ​ໜີ ຕໍ່ໜ້າການ​ຮຸກ​ຮານ​ ຂອງຣັດ​ເຊຍ​ ​ແລະ​ ເວົ້າວ່າ: “ຂ້ອຍ​ເອງ​ ກໍ​ຈະ​ຈັບ​ປືນ​ຂຶ້ນມາ ປ້ອງ​ກັນປະ​ເທດ ຖ້າຫາກວ່າ​ ມັນຈຳ​ເປັນ ສຳ​ຫລັບ​ ຄວາມ​ໝັ້ນຄົງ​ ຂອງ​ຊາດ.”
XS
SM
MD
LG