ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ພວກຮັ່ງມີເຊື່ອງເງິນ ແລະ ຊັບສົມປັດ ໄວ້ຕ່າງປະເທດ


ພວກ​ຮັ່ງມີ​ທີ່​ສຸດ​ໃນ​ໂລກ ຈໍາ​ນວນ​ນຶ່ງ ພາກັນ​ຊຸກ​ເຊຶ່ອງ​ເງິນຈຳນວນ​
ມະຫາສານ ​ແລະ​ຊັບ​ສົມບັດ​ຕ່າ​ງໆ​ ຢູ່​ບ່ອນ​ຫລົບ​ຫລີກ​ພາສີ ໃນຕ່າງປະເທດ.
ພວກ​ຮັ່ງມີ​ທີ່​ສຸດ​ໃນ​ໂລກ ຈໍາ​ນວນ​ນຶ່ງ ພາກັນ​ຊຸກ​ເຊຶ່ອງ​ເງິນຈຳນວນ​ ມະຫາສານ ​ແລະ​ຊັບ​ສົມບັດ​ຕ່າ​ງໆ​ ຢູ່​ບ່ອນ​ຫລົບ​ຫລີກ​ພາສີ ໃນຕ່າງປະເທດ.
ບັນທຶກ​ລັບທາງ​ດ້ານ​ການ​ເງິນ​ເປັນ​ຈຳນວນ​ມະຫາສານ ​ທີ່​ພວກ​
ນັກ​ຂ່າວ ນາໆ​ຊາດ​ຈຸ​ນຶ່ງໄດ້​ຮັບນັ້ນ ​ສະ​ແດງ​ໃຫ້ເຫັນ​ວ່າພວກ​ທີ່
​ຮັ່ງມີ​ທີ່​ສຸດ​ໃນ​ໂລກ ຈໍາ​ນວນ​ນຶ່ງ ພາກັນ​ຊຸກ​ເຊຶ່ອງ​ເງິນຈຳນວນ​
ມະຫາສານ ​ແລະ​ຊັບ​ສົມບັດ​ຕ່າ​ງໆ​ ຢູ່​ບ່ອນ​ຫລົບ​ຫລີກ​ພາສີ​ໃນ
ຕ່າງ​ປະ​ເທດ ​ເພື່ອ​ປິດ​ບັງຄວາມ​ຮັ່ງມີ​ຂອງ​ເຂົາເຈົ້າ.

ຄະນະ​ກຳມະການ​ນັກ​ຂ່າວ​ສືບສວນ​ນາໆ​ຊາດ ກ່າວໃນ​ວັນ​ພະ
ຫັດ​ວານ​ນີ້ວ່າ ​ໃນ​ໄລຍະ 15 ​ເດືອນຜ່ານ​ມານີ້ ຕົນ​ໄດ້​ກວດສອບ​
ເບິ່ງ​ ເອກ​ກະ​ ລັບ​ທີ່​ມີ​ການ​ຮົ່ວ​ໄຫຼ 2 ລ້ານ​ 5 ​ແສນ​ໜ້າ ຊຶ່ງສ່ວນ
​ຫລາຍ ​ມາ​ຈາກໝູ່ເກາະ ​Virgin ຊຶ່ງ​ເປັນ​ດິນ​ແດນ​ຢູ່​ໃນ​ຄວາມ
ຄຸ້ມຄອງ​ຂອງ​ອັງກິດ ໝູ່​ເກາະ Cook ​ແລະ Singapore.

ກຸ່ມ​ດັ່ງກ່າວ​ທີ່ມີຫ້ອງການຢູ່ນະຄອນ​ຫຼວງ ວໍ​ຊິງ​ຕັນ ​ຊຶ່ງເຮັດ​ວຽກ
​ຮ່ວມ​ກັບ​ບັນດາ​ນັກ​ຂ່າວ​ໃນ​ທົ່ວໂລກນັ້ນ ​ໄດ້​ສະຫລູບວ່າ ສ່ວນ​
ບຸກຄົນ​ຈໍານວນ 130,000 ​ຄົນ ແລະ​ເພື່ອນ​ຮ່ວມ​ງານ​ຂ​ອງ​ເຂົາ​
ເຈົ້າ​ໄດ້​ຈັດ​ຕັ້ງ 120,000 ບໍລິສັດ​ຢູ່​ນອກ​ປະ​ເທດ ​ເພື່ອຮັກສາ
​ຜົນປະ​ໂຫຍ​ດ ​ຂອງພວກ​ຮັ່ງມີທີ່​ສຸດ​ ຢູ່​ໃນ 170 ປະ​ເທດ.

ກຸ່ມ​ດັ່ງກ່າວເວົ້າວ່າ ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ ແລະ​ເພື່ອ​ນ
ຮ່ວມ​ງານ​ ໃນຣັດ​ເຊຍ ກາ​ນາ​ດາ ປາ​ກິ​ສຖານ ​ຟິລິບ​ປິນ ອາ​ເຈີ
ບາຍ​ຈາ​ນ ​ໄທ ມົງ​ໂກ​ເລຍ ສະຫະລັດແລະ​ບ່ອນ​ອື່ນໆ ​ໃຊ້ບັນ
ດາ​ບໍລິສັດ​ ​ແລະ​ບັນຊີ​ທະນາຄານລັບ​ເຫຼົ່ານີ້ ​ເພື່ອ​ຊຸກ​ເຊື່ອງ​
ຄວາມ​ຮັ່ງມີ​ຂອງ​ເຂົາ​ເຈົ້າ. ລາຍງານ​ກ່າ​ວວ່າ ​ເຂົາ​ເຈົ້າ “​ໄດ້​ຮັບ
ຜົນ​ປະໂຫຍ​ດໃນ​ດ້ານ​ພາສີ ​ແລະ​ການ​ປິດ​ບັງ​ເຫຼົ່ານີ້​ແມ່ນ​ບໍ່​
ເປັນ​ທີ່​ຮູ້ຈັກ ສຳລັບ​ພວກ​ຄົນ​ທຳ​ມະ​ດາ​ສາມັນ​ທົ່ວ​ໄປ."

ຄະນະກໍາມະການ ກ່າວວ່າ ທະນາຄານທີ່ມີຊື່ສຽງຕ່າງໆ ເຊັ່ນວ່າ
Clariden, UBS ແລະ Deutshe “ເຮັດວຽກຢ່າງຂະຫຍັນຂັນ
ແຂງ ເພື່ອຮັບໃຊ້ລູກຄ້າຂອງເຂົາເຈົ້າ ກັບບັນດາບໍລິສັດລັບທັງຫລາຍ ໃນໝູ່ເກາະ Virgin ຂອງອັງກິດ ແລະບ່ອນຫລົບຫລີກພາສີຢູ່ຕ່າງ ປະເທດອື່ນໆ.”

ລາຍງານກ່າວວ່າ ການຝາກເງິນແບບລັບໆຢູ່ໃນຕ່າງປະເທດ ໄດ້ແຜ່ຂະຫຍາຍຢ່າງ
ວ່ອງໄວ “ໂດຍພາໃຫ້ເກີດມີການສໍ້ລາດບັງຫລວງ ແລະບັນຫາຮ້າຍແຮງທາງດ້ານເສດ
ຖະກິດຢູ່ໃນບັນດາປະເທດທີ່ຮັ່ງມີ ແລະໃນປະເທດທີ່ທຸກຍາກເຊັ່ນດຽວກັນ.” ກຸ່ມດັ່ງ
ກ່າວເວົ້າວ່າ ວິກິດການທະນາຄານໃນປັດຈຸບັນນີ້ ຢູ່ທີ່ໄຊປຣັສ ຊຶ່ງເປັນບ່ອນຫລົບຫລີກ
ພາສີທີ່ສຳຄັນ ໃນເຂດທະເລເມດີແຕເຣນຽນ ແມ່ນເປັນໂຕຢ່າງກ່ຽວກັບວ່າ ເງິນຫລົບ ຫລີກພາສີຢູ່ໃນຕ່າງປະເທດສາມາດເຮັດໃຫ້ສະຖຽນລະພາບດ້ານການເງິນຂອງປະເທດ
ຕົກຢູ່ໃນອັນຕະລາຍໄດ້ແນວໃດ. ອາທິດແລ້ວນີ້ ບັນດາຜູ້ໃຫ້ເງິນຢືມນາໆຊາດ ໄດ້ອະນຸ
ມັດເງິນກູ້ຢືມ 13 ພັນລ້ານໂດລາ ແກ່ໄຊປຣັສ ໃນການຊ່ອຍກອບກູ້ທະນາຄານ ເພື່ອບໍ່
ໃຫ້ປະເທດດັ່ງກ່າວ ລົ້ມລະລາຍ.

ກຸ່ມດັ່ງກ່າວ ໄດ້ລະບຸຊື່ພວກຮັ່ງມີທີ່ມີບັນຊີເງິນຝາກຢູ່ໃນຕ່າງປະເທດຈຳນວນນຶ່ງ ໃນນັ້ນ ແມ່ນມີຮວມທັງທ່ານ Jean-Jacques Augier ນາຍຄັງໃນການໂຄສະນາຫາສຽງໃນປີ ກາຍນີ້ ໃຫ້ແກ່ປະທານາທິບໍດີຝຣັ່ງ ທ່ານ Francois Hollande ນາງ Olga Shuvalova ພັນລະຍາຂອງຮອງນາຍົກລັດຖະມົນຕີຣັດເຊຍ ແລະນາງ Maria Imelda Marcos Manotoc ລູກສາວກົກ ຂອງມື້ລາງຈອມຜະເດັດການຟິລິບປິນ Ferdinan Marcos.
XS
SM
MD
LG