ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ແມ່ຍິງລາວ ຄວ້າໄດ້ ທັງຫຼຽນຄໍາ ແລະຫຼຽນເງິນ ຈາກງານມະຫະກໍາ ສິ່ງປະດິດນາໆຊາດ


ແມ່ຍິງລາວຈັດງານຖະແຫຼງ ກ່ຽວກັບ ການໄດ້ຮັບລາງວັນ ສິ່ງປະດິດສ້າງສາກົນ ທຼັງຈາກກັບມາຈາກເກົາຫລີໃຕ້.
ແມ່ຍິງລາວຈັດງານຖະແຫຼງ ກ່ຽວກັບ ການໄດ້ຮັບລາງວັນ ສິ່ງປະດິດສ້າງສາກົນ ທຼັງຈາກກັບມາຈາກເກົາຫລີໃຕ້.
ສິ່ງ​ປະດິດ​ຂອງ​ແມ່ຍິງ​ລາວ​ທີ່​ໄດ້​ຮັບລາງວັນ​ຈາກ​ງານ​ມະຫະກໍາ​
ສິ່ງ​ປະ​ດິດຂອງ​ແມ່ຍິງ​ນາໆ ຊາດ ​ຄັ້ງ​ທີ 6 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ
1-9 ພຶດສະພາ ຢູ່​ທີ່​ປະ​ເທດ​ເກົາຫຼີໃຕ້ ປະກອບ​ດ້ວຍ 3 ຜົນ
ງານ​ດ້ວຍ​ກັນ​ຄື​ ຜ້າພັນ​ຄໍ​ລາຍ​ຄື້ນ​ແມ່​ນໍ້າ​ຂອງ​ ທີ່​ໄດ້​ຮັບ​ລາງວັນ
1 ຫຼຽນຄໍາ ກັບ 1 ຫຼຽນ​ເງິນ​ ຈາ​ກການ​ທີ່​ເປັນ​ງານ​ປະ​ດິດທີ່​ຕໍ່າ​
ດ້ວຍ​ເທັກນິກ​ໃໝ່ ​ແລະ​ມີ​ລວດລາຍ​ທີ່​ລະອຽດ ສ່ວນ​ອີກ 2
ລາງ​ວັນ​ທີ່​ເຫຼືອ ກໍ​ເປັນ​ລາງວັນຫຼຽນ​ເງິນ​ຈາກ​ສິ່ງ​ປະດິດ​ທີ່ເອີ້ນ​
ວ່າ ​ກີ່​ມື​ຖື​ ແ​ລະ​ຜ້າ​ເອ້​ຝາ​ລາຍ​ຊ້າງ 2 ​ໂຕ.

​ຜົນງານ​ທີ່​ໄດ້​ຮັບ​ລາງວັນ​ໃນ​ຄັ້ງ​ນີ້ ​ຖື​ເປັນຄວາມ​ສໍາ​ເລັດ​ຢ່າງ​ຍິ່ງ
​ຂອງ​ສິ່ງ​ປະ​ດິດຈາກ​ຝີ​ມື​ຂອງ​ແມ່ຍິງ​ລາວ ​ເນື່ອງ​ຈາກ​ວ່າ​ໄດ້​ສົ່ງສິ່ງ
ປະ​ດິດ​ເຂົ້າ​ແຂ່ງ​ຂັນ​ໃນ​ງານ​ມະຫະກໍາ​ນາໆ​ຊາດ​ຄັ້ງ​ນີ້ ຈໍານວນທັງ​
ໝົດພຽງ 6 ຜົນງານ​ເທົ່າ​ນັ້ນ ຫາກ​ແຕ່​ກໍ​ສາມາດ​ຍາດ​ເອົາ​ລາງວັນ​ໄດ້​ເຖິງ 3 ຜົນງານ​ແລະ​ໃນ
​ຂະນະ​ດຽວ​ກັນ​ກໍ​ຍັງ​ຕ້ອງ​ແຂ່ງ​ຂັນ​ກັບ​ອີກ 300 ກວ່າ​ສິ່ງ​ປະ​ດິດຂອງແມ່ຍິງ​ຈາກ 26 ປະເທດ
​ທີ່​ເຂົ້າຮ່ວມ ​ໃນ​ງານ​ມະຫະກໍາ​ນາໆຊາດ​ປະ​ຈໍາປີ 2013 ນີ້ ​ເພາະສະນັ້ນ ຈຶ່ງ​ຖື​ເປັນຂີດ​ໝາຍ
​ທີ່​ດີ​ສໍາລັບການ​ທີ່​ຈະ​ພັດທະນາ​ສິ່ງ​ປະດິດ​ຂອງ​ແມ່ຍິງ​ລາວ​ເພື່ອເຂົ້າຮ່ວມການ​ແຂ່ງຂັນໃນ​
ປີ 2014 ຢູ່​ໄຕ້​ຫວັນ​ອີກ​ດ້ວຍ.
ງານຕະຫລາດນັດຂາຍເຄື່ອງຫັດຖະກໍາ
ງານຕະຫລາດນັດຂາຍເຄື່ອງຫັດຖະກໍາ

ກ່ອນ​ໜ້າ​ນີ້​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ
(UNDP) ກໍ​ໄດ້​ລາຍງານ​ວ່າ​ ແມ່ຍິງ​ລາວ​ໄດ້​ປະກອບສ່ວນຢ່າງ
​ສໍາຄັນ​ ເຂົ້າ​ໃນ​ການ​ພັດທະນາ​ທາງ​ເສ​ດຖະກິດ​ຂອງລາວຫຼາຍ
ຂຶ້ນນັບ​ມື້ ​ໂດ​ຍຈາກ​ການ​ສໍາຫຼວດກໍ​ພົບ​ວ່າ ​ທາງດ້ານ​ເສດຖະກິດ
ນັ້ນ ​ແມ່ຍິງ​ລາວ​ກໍ​ໄດ້​ປະກອບສ່ວນ​ເຂົ້າ​ໃນການ​ຜະລິດ​ສິນຄ້າ
​ແລະ​ເປັນ​ແຮງ​ງານ​ໃນ​ການ​ຜະລິດ​ ຄິດເປັນ​ສັດສ່ວນ​ເຖິງ 52%
ຂອງ​ກໍາລັງ​ແຮງ​ງານ​ທັງ​ໝົດ​ໃນ​ລາວ ໃນ​ປັດຈຸບັນ.

ທາງ​ດ້ານ​ທ່ານ​ນາງ​ສີໃສ ລື​ເດດ​ມູນ​ສອນ ປະທານ​ສະຫະພັນ
​ແມ່ຍິງ​ລາວ​ ກໍ​ໄດ້ຖ​ະ​ແຫຼງວ່າ ສະຫະພັນ​ແມ່ຍິງ​ລາວ​ໄດ້ວາງເປົ້າໝາຍ​ສໍາຄັນ​ທີ່​ຈະເສີມສ້າງ​
ຄວາມ​ສະເໝີ​ພາກ​ລະຫວ່າ​ງຍິງ-ຊາຍ​ໃນ​ລາວໃຫ້​ເກີດ​ຂຶ້ນຢ່າ​ງ​ເປັນ​ຮູບ​ປະ​ທໍາ ​ໂດຍສະເພາະ
​ແມ່ນ​ການເຮັດ​ໃຫ້​ແມ່ຍິງ​ມີ​ສິດສະ​ເໝີ​ພາກ​ແລະເທົ່າ​ທຽມ​ ກັບ​ຜູ້​ຊາຍ​ໃນ​ສັງຄົມ​ແລະການ​
ເມືອງນັ້ນ ກໍ​ຄື​ເປົ້າໝາຍ​ທີ່​ສໍາຄັນ​ ດັ່ງ​ທີ່​ທ່ານ​ນາງ​ສີ​ໃສ ​ໄດ້​ຖະ​ແຫຼງຢືນຢັນ​ວ່າ:
ທ່ານນາງ ສີໃສ ລືເດດມູນສອນ, ປະທານສະຫະພັນແມ່ຍິງລາວ
ທ່ານນາງ ສີໃສ ລືເດດມູນສອນ, ປະທານສະຫະພັນແມ່ຍິງລາວ

ພັກ​ແລະ​ລັດຖະບາ​ນ​ໄດ້ໃຫ້​ຄວາມ​ສໍາຄັນ​ແລະ​ເອົາ​ໃຈ​ໃສ່​
ຕໍ່​ບັນຫາ​ຄວາມ​ສະ​ເໝີ​ພາກ​ລະຫວ່າງ​ຍິງ-ຊາຍ ​ໂດຍ​ສ້າງ​
ເງື່ອນ​ໄຂ​ໃຫ້​ແມ່ຍິງ​ໄດ້​ພັດທະນາ​ຕົນ​ເອງ​ໃນ​ທຸກດ້ານ ຊຶ່ງ​
ປັດຈຸບັນ​ນີ້​ກໍ​ໄດ້​ກາຍ​ເປັນ​ຮູບ​ປະ​ທໍາຫຼາຍຂຶ້ນ ການມີ​ສ່ວນ​
ຮ່ວມ​ຂອງ​ແມ່ຍິງ​ໃນ​ຂະ​ແໜງ​ຕ່າງໆ​ມີ​ຈໍານວນ​ເພີ່ມ​ຂຶ້ນ ທັງ​
ມີ​ບົດບາດ​ພົ້ນ​ເດັ່ນຂຶ້ນ​ໃນ​ເວທີ​ການເມືອງ​ທັງ​ພາຍ​ໃນ​ແລະ​
ສາກົນ.”


ເພື່ອ​ເຮັດ​ໃຫ້​ສາມາດ​ບັນລຸ​ເປົ້າໝາຍ​ດັ່ງກ່າວ​ໃຫ້​ໄດ້​ຢ່າງ​ແທ້​ຈິງ​
ນັ້ນ ສະຫະພັນ​ແມ່ຍິງ​ລາວ​ກໍ​ໄດ້​ວາງ​ແຜນການ​ຈັດ​ຕັ້ງ​ປະຕິບັດ 6 ​ແຜນ​ງານ 32 ​ໂຄງການ
​ເພື່ອ​ການ​ພັດທະນາ​ບົດບາດ​ແມ່ຍິງ​ລາວ​ຊຶ່ງ​ໄດ້​ເລີ່​ມລົງມື​ປະຕິບັດ​ນັບ​ຈາກ​ປີ 2011 ​ເປັນ
​ຕົ້ນ​ມາ​ແລ້ວ ​ແລະຍັງ​ຈະ​ຈັດ​ຕັ້ງ​ປະຕິບັດ​ຕໍ່​ໄປ​ ຈົນ​ເຖິງ​ປີ 2015.

ທ່ານ​ນາງ​ສີ​ໃສ ຍັງ​ໄດ້​ຖະ​ແຫຼງຢືນຢັນ​ດ້ວຍ​ວ່າ​ໃນ​ປັດຈຸບັນ​ນີ້​ແມ່ຍິງ​ລາວ​ມີ​ບົດບາດຫຼາຍ
ຂຶ້ນ​ໃນ​ທຸກໆ​ດ້ານ ກໍ​ຄື​ບົດບາດ​ໃນ​ດ້ານ​ເສດຖະກິດ​ ການ​ເມືອງ ​ແລະ​ສັງຄົມວັດທະນະທໍາ
ຊຶ່ງ​ລວມ​ເຖິງ​ບົດບາດ​ໃນ​ດ້ານ​ການ​ຕ່າງປະ​ເທດດ້ວຍ ​ໂດຍ​ບົດບາດໃນ​ທາງ​ການ​ເມືອງ​
ນັ້ນ​ກໍ​ປາກົດ​ວ່າ​ມີ​ແມ່ຍິງ​ລາວ 29 ຄົນ​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ ​ເປັນ​ສະ​ມາ​ຊິກ​ສະພາແຫ່ງ​
ຊາດ​ຊຸດ​ທີ່ 7 ຫຼືຄິດ​ເປັນ 25% ຂອງ​ສະມາຊິກ​ທັງໝົດ 115 ຄົນ.

ຍີ່​ງ​ໄປ​ກວ່າ​ນັ້ນ ປະທານ​ສະພາ​ແຫ່​ງຊາດລາວ​ຄົນ​ປັດຈຸບັນ​ ກໍ​ເປັນ​ແມ່ຍິງ ທັງ​ຍັງເປັນ​ແມ່
ຍິງ​ຄົນ​ທໍາ​ອິດ ທີ່​ໄດ້​ເປັນ​ກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະຊາຊົນປະຕິວັດ​ລາວ​
ອີກ​ດ້ວຍ.

ນອກຈາກນີ້ ກໍ​ຍັງ​ມີ​ແມ່ຍິງ​ລາວ​ອີກ​ຈໍ​ານວນ​ບໍ່​ໜ້ອຍ ​ທີ່​ເປັນ​ກໍາມະການ​ສູ​ນກາງ​ພັກລັດ
ຖະມົນຕີ​ຊ່ວຍ​ວ່າການ ຫົວໜ້າ​ກົມ ຮອງ​ເຈົ້າ​ແຂວງ ​ເຈົ້າ​ເມືອງ ຮອງ​ເຈົ້າ​ເມືອງ ​ແລະ​ນາຍ
ບ້ານ​ໃນ​ທົ່ວ​ປະ​ເທດ ​ໂດຍ​ເຖິງ​ແມ່ນ​ວ່າ​ຈະ​ຍັງ​ຄົງ​ເປັນ​ສັດສ່ວນ​ ທີ່​ຕໍ່າ​ກວ່າຜູ້​ຊາຍ​ກໍ​ຕາມ
ຫາກ​ແຕ່​ສະຫະພັນ​ແມ່ຍິງ​ລາວ​ກໍ​ເຊື່ອ​ວ່າ​ ສະຖານະ​ການຈະ​ດີ​ຂຶ້ນ​ໄປ ໃນ​ໄລຍະ​ຕໍ່​ໄປ.

​ແຕ່ຢ່າງ​ໃດ​ກໍ​ຕາມ ສໍາລັບ​ໂອກາດ​ໃນ​ດ້ານ​ການ​ສຶກສາ​ຂອງ​ແມ່ຍິງ​ລາວ ກໍ​ຍັງ​ຄົງ​ຕໍ່າ​ກວ່າ
ຜູ້​ຊາຍ ທັງ​ນີ້​ໂດຍ​ອິງ​ຕາມ​ລາຍ​ງານຂອງ​ກະຊວງ​ສຶກສາ​ທິການ​ແລະ​ກິລາ ກໍ​ໄດ້​ລະບຸວ່າ​
ໃນ​ຂະນະ​ທີ່​ຜູ້​ຊາຍມີ​ໂອກາດ​ໄດ້​ຮຽນ​ໜັງສື​ຈົບ​ຊັ້ນ​ປະຖົມ ​ໃນ​ສັດສ່ວນ 83% ​ກໍ​ມີ​ແມ່ຍິງ​
ພຽງ 63% ​ເທົ່ານັ້ນ ທີ່​ມີ​ໂອກາດ​ດັ່ງກ່າວ​.
XS
SM
MD
LG