ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຄະນະກຳມະການເລືອກຕັ້ງ ຢືນຢັນວ່າ ການເລືອກຕັ້ງ ປະສົບຜົນສຳເລັດ 100 ເປີເຊັນ ໃນທຸກດ້ານ


ປະຊາຊົນລາວອອກມາໃຊ້ສິດ ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ ທົ່ວປະເທດ ໃນວັນທີ 20 ມີນາ 2016.
ປະຊາຊົນລາວອອກມາໃຊ້ສິດ ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ ທົ່ວປະເທດ ໃນວັນທີ 20 ມີນາ 2016.

ຄະນະກຳມະການເລືອກຕັ້ງລະດັບຊາດ ຢືນຢັນວ່າ ການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ ປະສົບຜົນສຳເລັດທຸກດ້ານ ສ່ວນປະຊາຊົນກໍຄາດຫວັງວ່າຈະມີ ການພັດທະນາທີ່ດີຂຶ້ນ.

ຄະນະກຳມະການເລືອກຕັ້ງລະດັບຊາດຂອງລາວ ລາຍງານວ່າ ການເລືອກຕັ້ງສະມາຊິກ
ສະພາແຫ່ງຊາດຊຸດທີ 8 ແລະສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ 1 ໃນທົ່ວປະ
ເທດ ເມື່ອວັນທີ 20 ມີນາ ທີ່ຜ່ານມາ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດຕາມເປົ້າໝາຍ ທີ່ວາງ
ໄວ້ທັງ 3 ດ້ານ ກໍຄືປະຊາຊົນລາວອອກມາໃຊ້ສິດໃນການເລືອກຕັ້ງຄັ້ງນີ້ ຢ່າງຄົບຖ້ວນທັງ
100 ເປີເຊັນ ເປັນການໃຊ້ສິດເລືອກຕັ້ງຢ່າງຖືກຕ້ອງທັງ 100 ເປີເຊັນ ແລະຮັບປະກັນ
ຄວາມສະຫງົບໄດ້ທັງ 100 ເປີເຊັນ ຫຼືທີ່ເອີ້ນວ່າ ສາມຮ້ອຍສ່ວນຮ້ອຍ ຊຶ່ງກໍເຮັດໃຫ້ຜູ້ນຳ
ລາວມີຄວາມເຊື່ອໝັ້ນວ່າ ທັງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນ
ຂັ້ນແຂວງ ທີ່ໄດ້ຮັບການເລືອກຕັ້ງໃນຄັ້ງນີ້ ຈະສາມາດຈັດຕັ້ງປະຕິບັດຕາມແຜນຍຸດທະ
ສາດ ການພັດທະນາທີ່ພັກປະຊາຊົນປະຕິວັດລາວ ໄດ້ວາງອອກໄດ້ເປັນຢ່າງດີ ດັ່ງທີ່ ທ່ານ
ຈູມມະລີ ໄຊຍະສອນ ປະທານປະເທດ ໄດ້ຖະແຫລງຢືນຢັນວ່າ:

ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດລາວ ພ້ອມດ້ວຍ ພັນລະຍາ ປ່ອນບັດເລືອກຕັ້ງ ໃນວັນທີີ 20 ມີນາ 2016.
ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດລາວ ພ້ອມດ້ວຍ ພັນລະຍາ ປ່ອນບັດເລືອກຕັ້ງ ໃນວັນທີີ 20 ມີນາ 2016.

“ການມາໃຊ້ສິດປ່ອນບັດຄັ້ງນີ້ ຫລະແມ່ນມີຄວາມໝາຍ
ສຳຄັນຫຼາຍ ເພາະວ່າປະເທດຊາດຂອງພວກເຮົານີ້ ຕັ້ງ
ແຕ່ນີ້ຫາປີ 2020 ນີ້ ມັນເປັນບາດລ້ຽວປະວັດສາດ ໃຫ້
ແກ່ການພັດທະນາປະເທດ ຊຶ່ງມັນຕ້ອງການຜູ້ທີ່ດີເດັ່ນ
ຜູ້ທີ່ດຸມັ່ນຫ້າວຫັນ ຜູ້ທີ່ຕິດແທດກັບປະຊາຊົນ ສາມາດ
ນຳພາປະຊາຊົນໄປຕາມເສັ້ນທາງ ທີ່ພັກເຮົາໄດ້ກຳນົດ
ໄວ້.”

ໂດຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະມາຊິກ
ສະພາປະຊາຊົນຂັ້ນແຂວງຄັ້ງນີ້ ມີປະຊາຊົນລາວຜູ້ມີສິດເລືອກ
ຕັ້ງ ທີ່ອາຍຸຕັ້ງແຕ່ 18 ປີ ຂຶ້ນໄປຈຳນວນທັງໝົດ 3,988,000 ຄົນ ຊຶ່ງໃນນີ້ ກໍລວມເຖິງ
ຜູ້ມີສິດເລືອກຕັ້ງເພດຍິງຈຳນວນ 2,006,000 ຄົນ ໂດຍເຂດທີ່ມີຈຳນວນຜູ້ມີສິດເລືອກຕັ້ງ
ຫຼາຍທີ່ສຸດ ຄືແຂວງສະຫວັນ 596,000 ຄົນ ຕິດຕາມດ້ວຍນະຄອນຫຼວງວຽງຈັນ 592,000
ຄົນ ສ່ວນເຂດທີ່ມີຈຳນວນຜູ້ມີສິດເລືອກຕັ້ງນ້ອຍທີ່ສຸດ ຄືແຂວງໄຊສົມບູນ ເຊກອງ ແລະ
ອັດຕະປື ທີ່ມີຈຳນວນຜູ້ມີສິດເລືອກຕັ້ງ ພຽງ 46,000 ຄົນ, 59,000 ຄົນ ແລະ 79,000 ຄົນ
ຕາມລຳດັບ.

ທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ພ້ອມດ້ວຍ ພັນລະຍາ ປ່ອນບັດເລືອກຕັ້ງ ໃນວັນທີ 20 ມີນາ 2016.
ທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ພ້ອມດ້ວຍ ພັນລະຍາ ປ່ອນບັດເລືອກຕັ້ງ ໃນວັນທີ 20 ມີນາ 2016.

ຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ປະກາດລາຍຊື່ບັນ
ດາຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດລາວ
ຊຸດທີ 8 ຢ່າງເປັນທາງການ ເມື່ອວັນທີ 15 ກຸມພາ 2016 ໂດຍ
ມີຜູ້ສະໝັກທີ່ຖືກຮັບຮອງຈາກພັກປະຊາຊົນປະຕິວັດລາວ ຈຳ
ນວນທັງໝົດ 211 ຄົນ ເພື່ອໃຫ້ປະຊາຊົນລາວເລືອກເອົາ 149
ຄົນ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ ໃນວັນທີ 20 ມີນາ
2016 ຊຶ່ງກໍເປັນມື້ດຽວກັນກັບການເລືອກຕັ້ງ ເອົາສະມາຊິກ
ສະພາປະຊາຊົນຂັ້ນແຂວງ ຈຳນວນ 360 ຄົນ ຈາກຜູ້ສະໝັກ
ຈຳນວນທັງໝົດ 508 ຄົນ ທັງໃນນະຄອນຫຼວງວຽງຈັນ ແລະ
17 ແຂວງທົ່ວປະເທດ.

ໂດຍເຂດທີ່ເລືອກສະມາຊິກສະພາແຫ່ງຊາດໄດ້ເຖິງ 19 ຄົນ ແລະສະມາຊິກສະພາປະ
ຊາຊົນ ຂັ້ນແຂວງໄດ້ເຖິງ 35 ຄົນ ກໍຄືແຂວງສະຫວັນນະເຂດ ຕິດຕາມດ້ວຍເຂດນະຄອນ
ຫຼວງວຽງຈັນ ທີ່ເລືອກສະມາຊິກແຫ່ງຊາດໄດ້ 17 ຄົນ ແລະສະມາຊິກສະພາປະຊາຊົນ 18
ຄົນ ສ່ວນເຂດທີ່ເລືອກສະມາຊິກສະພາແຫ່ງຊາດໄດ້ພຽງແຕ່ 5 ຄົນເທົ່ານັ້ນ ປະກອບດ້ວຍ
ແຂວງຜົ້ງສາລີ ຫຼວງນ້ຳທາ ບໍ່ແກ້ວ ເຊກອງ ອັດຕະປື ແລະ ໄຊຍະບູລີ.

ສຳລັບສະມາຊິກສະພາແຫ່ງຊາດ ຊຸດທີ 7 ທີ່ໄດ້ສະໝັກໃນການເລືອກຕັ້ງ ຄັ້ງນີ້ດ້ວຍມີ
48 ຄົນ ໂດຍໃນນີ້ ລວມທັງ ທ່ານນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ຊຸດທີ 7
ພ້ອມດ້ວຍຮອງປະທານສະພາ ທັງ 2 ທ່ານ ຄືທ່ານໄຊສົມພອນ ພົມວິຫານ ແລະ ທ່ານ ສົມພັນ ແພງຄຳມີ ນອກນັ້ນກໍມີ ທ່ານບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ
ພົນໂທ ແສງນວນ ໄຊຍະລາດ ລັດຖະມົນຕີວ່າການກະຊວງກະຊວງປ້ອງກັນປະເທດ ແລະ
ທ່ານເອກສະຫວ່າງ ວົງວິຈິດລັດຖະມົນຕີວ່າການ ກະຊວງສາທາລະນະສຸກ.

ສ່ວນປະຊາຊົນລາວ ທີ່ໄດ້ພາກັນອອກມາໃຊ້ສິດໃນການເລືອກຕັ້ງຄັ້ງນີ້ ຕ່າງກໍຄາດຫວັງ
ວ່າ ຜູ້ທີ່ໄດ້ຮັບເລືອກຕັ້ງໃນຄັ້ງນີ້ ຈະໄດ້ນຳໃຊ້ຄວາມຮູ້-ຄວາມສາມາດ ຂອງພວກຕົນເຂົ້າ
ໃນການສ້າງສາ ແລະພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ ເພື່ອຍົກລະດັບ ຄຸນນະ
ພາບການເປັນຢູ່ຂອງປະຊາຊົນລາວ ໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ດັ່ງທີ່ຜູ້ມີສິດເລືອກຕັ້ງ ໃນເຂດ
ນະຄອນຫຼວງວຽງຈັນ ໄດ້ໃຫ້ການຢືນຢັນວ່າ:

“ຝາກເຖິງຜູ້ທີ່ໄດ້ຮັບການເລືອກຕັ້ງໄປເນາະ ໃຫ້ຊ່ວຍເບິ່ງເລື້ອງຖະໜົນຫົນທາງ
ແນ່ເນາະ ເພາະວ່າບ້ານເຮົານີ້ ກະມັນບໍ່ຄ່ອຍຈົບງາມປານໃດ ບາງເຂດ ແຕ່ວ່າ
ບາງເຂດນີ້ ກະດີແລ້ວ ເພິ່ນກະກຳລັງເຮັດຢູ່ຫັ້ນໜ່ະ.”

ແຕ່ຢ່າງໃດກໍຕາມ ຄະນະກຳມະການເລືອກຕັ້ງລະດັບຊາດ ກໍຍັງບໍ່ປະກາດຜົນການເລືອກ
ຕັ້ງຢ່າງເປັນທາງການ ຈົນເຖິງຂະນະນີ້ ຫາກແຕ່ກໍຄາດໝາຍວ່າ ການປະກາດຜົນການ
ເລືອກຕັ້ງທັງ 2 ສະພາຂອງລາວ ຈະມີຂຶ້ນຢ່າງເປັນທາງການພາຍໃນເດືອນເມສາ ທີ່ຈະ
ເຖິງນີ້.

XS
SM
MD
LG