ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ລາຄານໍ້າມັນເຊື້ອໄຟໃນລາວ ນັບມື້ນັບແພງຂຶ້ນ


ເຄື່ອງຈັກຂຸດຄົ້ນບໍ່ແຮ່ທີ່ຕ້ອງການໃຊ້ນໍ້າມັນຢ່າງຫລວງຫລາຍໄດ້ພາໃຫ້ມີຄວາມຕ້ອງການນໍ້າມັນເຊື້ອໄຟໃນລາວ ເພີ້ມຂຶ້ນ ອັນເປັນສາເຫດນຶ່ງເຮັດໃຫ້ລາຄານໍ້າມັນແພງຂຶ້ນ
ເຄື່ອງຈັກຂຸດຄົ້ນບໍ່ແຮ່ທີ່ຕ້ອງການໃຊ້ນໍ້າມັນຢ່າງຫລວງຫລາຍໄດ້ພາໃຫ້ມີຄວາມຕ້ອງການນໍ້າມັນເຊື້ອໄຟໃນລາວ ເພີ້ມຂຶ້ນ ອັນເປັນສາເຫດນຶ່ງເຮັດໃຫ້ລາຄານໍ້າມັນແພງຂຶ້ນ

ປະຊາຊົນລາວໄດ້ຮັບຜົນກະທົບຫລາຍຂຶ້ນ ຈາກລາຄານໍ້າມັນເຊື້ອໄຟທີ່ແພງຂຶ້ນຢ່າງຕໍ່ເນື່ອງ ທີ່ຖືກສົມທົບດ້ວຍ ການທີ່ຈະຕ້ອງແບກຫາບພາສີມູນຄ່າເພີ້ມ 10% ແລະການເພີ້ມຄ່າທໍາ ນຽມໃນການໃຊ້ນໍ້າມັນ.

ລັດ​ວິ​ສາ​ຫະກິດ​ນໍ້າມັນ​ເຊື້ອ​ໄຟ​ລາວ ​ໄດ້​ປະກາດ​ປັບ​ຂຶ້ນ
ລາຄາ​ນໍ້າມັນ​ເຊື້​ອ​ໄຟ​ຄັ້ງຫລ້າ​ສຸດ ​ເມື່ອ​ທ້າຍ​ສັບປະດາທີ່​
ຜ່ານ​ມານີ້ ຊຶ່ງ​ກໍ​ໄດ້​ເຮັດ​ໃຫ້​ລາຄາ​ຈໍາໜ່າຍນໍ້າມັນແອັດ​ຊັງ
ທຳ​ມະ​ດາ​ ມີ​ລາຄາ​ແພງ​ຂຶ້ນຈາກ 8,920 ກີບ ​ຕໍ່ລິດເປັນ
9,040 ກີບ​ຕໍ່ລິດ. ສ່ວນ​ນໍ້າມັນ​ກາ​ຊວນ​ ກໍ​ແພງ​ຂຶ້ນຈາກ
7,600 ກີບ​ ເປັນ 7,730 ກີບ​ຕໍ່ລິດ ​ແລະນໍ້າມັນ​ແອັດ​ຊັງ
ຊະນິດ​ພິ​ເສດ​ນັ້ນ ກໍ​ໄດ້​ປັບ​ລາຄາ​ຈໍາໜ່າຍສູງ​ຂຶ້ນ ເກີນ​ກວ່າ
ລິດ​ລະ 10,000 ກີບແລ້ວໃນເວລາ​ນີ້.

ແຕ່ຢ່າງ​ໃດ​ກໍ​ຕາມ ລາຄາ​ຈໍາໜ່າຍນໍ້າມັນ​ເຊື້ອ​ໄຟ​ດັ່ງກ່າວ​ນີ້
ກໍ​ເປັນ​ລາຄາ​ຈໍາໜ່າຍ ສະ​ເພາະ​ຢູ່​ພາຍ​ໃນ​ນະຄອນ​ວຽງຈັນ​ເທົ່າ​ນັ້ນ. ສ່ວນ​ຢູ່​ໃນ​ເຂດ​ແຂວງ
ຕ່າງໆນັ້ນ ກໍ​ຈະ​ມີ​ລາຄາ​ຈໍາໜ່າຍທີ່​ແພງ​ກວ່າ​ໃນ​ເຂດ​ນະຄອນ​ວຽງຈັນ ​ໃນ​ອັດ​ຕາສະ​ເລ່ຍ
ລະຫວ່າງ 20-70 ກີບ ​ຕໍ່ລິດ ຂຶ້ນຢູ່​ກັບ​ໄລຍະ​ທາງ​ຂອງ​ການ​ຂົນ​ສົ່ງ ວ່າຈະ​ຢູ່​ໃກ້​ຫລື​ໄກ​ຈາກ​
ສາງ​ນໍ້າມັນ​ເຊື້ອ​ໄຟ​ເປັນ​ສໍາຄັນ.

ສ່ວນ​ສາ​ເຫດ​ທີ່​ເຮັດ​ໃຫ້​ຕ້ອງ​ມີ​ການ​ປັບ​ຂຶ້ນລາຄາ​ຈໍາໜ່າຍນໍ້າມັນ​ເຊື້ອ​ໄຟ​ໃນ​ລາວ​ນັ້ນ ກໍ​ເປັນ​
ຍ້ອນ​ວ່າ​ລາຄາ​ນໍ້າມັນ​ເຊື້ອ​ໄຟ​ໃນ​ຕະຫລາດ​ໂລກ​ ​ໄດ້​ມີ​ການ​ປັບ​ລາຄາ​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ
ໃນ​ຂະນະ​ທີ່​ລາວ​ເອງ ​ກໍ​ຕ້ອງ​ນໍາ​ເຂົ້ານໍ້າມັນ​ເຊື້ອ​ໄຟ​ຈາກ​ຕ່າງປະ​ເທດ​ທັງໝົດ ​ແລະ​ເມື່ອ​ປະ
ກອບໃສ່ກັບການ​ທີ່​ລັດຖະບານ​ລາວ​ໄດ້ນໍາ​ໃຊ້​ລະບົບ​ພາສີ​ມູນ​ຄ່າເພີ້ມ​ ໃນ​ອັດຕາ 10%
ລວມທັງ​ຍັງ​ໄດ້ມີ​ການ​ເກັບ​ຄ່າ​ທໍານຽມ​ໃນການ​ໃຊ້​ນໍ້າມັນ​ເພີ້ມຂຶ້ນອີກ​ນັບ​ຕັ້ງ​ແຕ່​ວັນ​ທີ 1 ຕຸລາ
ເປັນຕົ້ນມາ ຈຶ່ງ​ເຮັດ​ໃຫ້​ປະຊາຊົນ​ຕ້ອງໄດ້​ແບກ​ຫາບພາລະ​ລາຄາ​ນໍ້າມັນ​ທີ່​ແພງ​ຫລາຍ​ຂຶ້ນດັ່ງ
ກ່າວ, ດັ່ງ​ທີ່​ເຈົ້າໜ້າທີ່​ຂອງ​ລັດວິ​ສະຫະ​ກິດ​ນໍ້າມັນ​ເຊື້ອ​ໄຟລາວ ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“​ເລີ້ມ​ແຕ່​ວັນ​ທີ 1 ຕຸລາ ປີ 2010 ​ເປັນຕົ້ນມານີ້ ​ໂຄງ​ສ້າງ​ລາຄາ​ນໍ້າມັນເຊື້ອ​ໄຟ​ກໍ
ໄດ້​ເພີ້ມຂຶ້ນ ນອກຈາກ​ມູນ​ຄ່າ​ເພີ້ມ 10%​ແລ້ວ ​ໂຕຄ່າ​ທໍານຽມນໍາ​ໃຊ້​ນໍ້າມັນ ຫລື
ວ່າຄ່າ​ທໍານຽມທາງນີ້ ​ໄດ້​ເພີ້ມຈາກ 300 ກີບ​ ມາ​ເປັນ 350 ກີບ​ຕໍ່ລິດ. ສະນັ້ນ
ກະ​ເຮັດ​ໃຫ້​ນໍ້າມັນ​ທີ່​ຂາຍ​ໃຫ້ສັງຄົມ​ນີ້ມີ​ການ​ເພີ້ມຂຶ້ນ. ​ໂດຍ​ປັບໄປ​ຕາມ​ໂຄງສ້າງ
ລາຄາ​ນໍ້າມັນ​ຫລື​ວ່າ​ຕາມ​ການ​ເໜັງຕີງ​ຂອງ​ລາຄາ​ນໍ້າມັນ​ທີ່​ນໍາ​ເຂົ້າ ​ແລ້ວກໍ​ຍັງ​
ມີ​ໂຕນີ້​ເພີ້ມ​ເຂົ້າ​ໄປ​ອີກ ຊຶ່ງ​ກໍ​ຈະ​ເປັນ​ພາລະ​ສ່ວນ​ນຶ່ງ​ໃຫ້​ແກ່​ບັນດາ​ຜູ້​ຊົມ​ໃຊ້​ນໍ້າ
ມັນ​ໂດຍ​ທົ່ວ​ໄປ.

ລົດທີ່ນໍາເຂົ້າຢ່າງຫລວງ ຫລາຍພາໃຫ້ຄວາມຕ້ອງການ ໃຊ້ນໍ້າມັນເພີ້ມຂຶ້ນ
ລົດທີ່ນໍາເຂົ້າຢ່າງຫລວງ ຫລາຍພາໃຫ້ຄວາມຕ້ອງການ ໃຊ້ນໍ້າມັນເພີ້ມຂຶ້ນ

ເຖິງ​ແມ່ນ​ວ່າ ລາວ​ຈະ​ຕ້ອງ​ປະ​ເຊີນ​ກັບ​ຜົນ​ກະທົບ​ຈາກ​ບັນຫາ​ວິ​ກິດ​ການ​ທາງ​ເສດຖະກິດ-ການ​ເງິນ​ເຊັ່ນ​ດຽວກັນ ກັບ​ທຸກ​ປະ​ເທດ​ທົ່ວ​ໂລກ​ກໍ​ຕາມ ຫາກ​ແຕ່​ປະກົດ​ວ່າ ລາວ​ຍັງ​ຄົງ​ມີ​ການ​ ນໍ​າເຂົ້ານໍ້າມັນ​ເຊື້ອ​ໄຟ​ຈາກ​ຕ່າງປະ​ເທດ ​ເພີ້ມຂຶ້ນຢ່າງ​ຕໍ່​ເນື່ອງ ຊຶ່ງ​ກໍ​ຄື​ຫລາຍ​ກວ່າ 600 ລ້ານ​ລິດ​ໃນ​ປີ 2009 ທີ່​ຜ່ານ​ມາ ​ແລະ ​ໃນ​ຊ່ວງ 11 ​ເດືອນ ຂອງ​ປີ 2010ນີ້ ກໍ​ປະກົດ​ວ່າ ການ​ນໍາ​ເຂົ້າ​ເຊື້ອ​ໄຟ​ໄດ້​ເພີ້ມຂຶ້ນຈາກ​ໃນ​ໄລຍະ​ດຽວກັນ​ຂອງ​ປີ​ກາຍ​ແລ້ວ ​ເຖິງ 20% ຈຶ່ງ​ຄາດໝາຍວ່າຕະຫລອດ​ປີ 2010 ນີ້ ລາວ​ຈະ​ນໍາ​ເຂົ້ານໍ້າມັນ​ເຊື້ອ​ໄຟ​ຈາກ​ຕ່າງປະ​ເທດ​ຄິດ​ເປັນ​ປະລິມານ​ລວມ​ເກີນ​ກວ່າ 720 ລ້ານ​ລິດ​ຢ່າງ​ແນ່ນອນ.

ສາ​ເຫດສໍາຄັນ​ທີ່​ເຮັດ​ໃຫ້​ລາວ​ຕ້ອງ​ນໍ​າເຂົ້າ ນໍ້າມັນ​ເຊື້ອ​ໄຟ​ຈາກ​ຕ່າງປະ​ເທດ​ເພີ້ມສູງ​ຂຶ້ນດັ່ງ
ກ່າວນີ້ ກໍ​ຍ້ອນ​ວ່າ​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ໃນ​ລາວ​ຫລາຍ​ຂຶ້ນທຸກ​ປີ ​ແລະ ກໍ​ຖືກ​
ສົມທົບ​ກັບ​ການ​ທີ່​ລາວ​ເອງ​ ກໍ​ມີ​ການ​ນໍາ​ເຂົ້າຍວດ​ຍານພາຫະນະຈາກ​ຕ່າງປະ​ເທດ​ເພີ້ມຂຶ້ນ
ຢ່າງ​ຕໍ່​ເນື່ອງ​ອີກ​ດ້ວຍ ຈຶ່ງ​ເຮັດ​ໃຫ້​ມີ​ຄວາມ​ຕ້ອງການ​ຊົມ​ໃຊ້​ນໍ້າມັນ​ເຊື້ອ​ໄຟ​ພາຍ​ໃນ​ປະ​ເທດ​
ເພີ້ມສູງ​ຂຶ້ນອີກ​ດ້ວຍ​ນັ້ນ​ເອງ.

ສໍາລັບພາກສ່ວນ​ທີ່​ໄດ້​ມີ​ການ​ນໍາ​ເຂົ້ານໍ້າມັນ​ເຊື້ອ​ໄຟ​ຈາກ​ຕ່າງປະ​ເທດ​ຫລາຍ​ທີ່​ສຸດ​ໃນ​ລາວ​ນັ້ນ ກໍ​ຄື​ລັດ​ວິ​ສະຫະ​ກິດນໍ້າມັນ​ເຊື້ອ​ໄຟ​ຂອງ​ລັດຖະບານ​ລາວ ຊື່​ງກໍ​ນັບ​ວ່າເປັນຜູ້​ປະກອບ​ການ​ຄ້າ​ນໍ້າມັນ​ເຊື້ອ​ໄຟ ​ທີ່​ຄອງ​ສ່ວນ​ແບ່ງ ຕະຫລາດ​ໃນ​ລາວ​ຫລາຍ​ທີ່​ສຸດ​ໃນ​ປັດຈຸບັນ​ນີ້.

XS
SM
MD
LG