ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວຕ້ອງການນໍ້າມັນ ຢ່າງໜ້ອຍ 750 ລ້ານລິດ ໃນປີນີ້


ການຂາຍນໍ້າມັນຢູ່ປໍ້ານໍ້າມັນແຫ່ງນຶ່ງໃນນະຄອນຫລວງວຽງຈັນ
ການຂາຍນໍ້າມັນຢູ່ປໍ້ານໍ້າມັນແຫ່ງນຶ່ງໃນນະຄອນຫລວງວຽງຈັນ

ປະທານສະມາຄົມນໍ້າມັນເຊື້ອໄຟລາວປະເມີນວ່າໃນຕະຫລອດປີ 2011ນີ້ ລາວຈະນໍາເຂົ້າ ນໍ້າມັນເຊື້ອໄຟຈາກຕ່າງປະເທດໃນປະລິມານລວມຫລາຍກວ່າ 750 ລ້ານລິດ ຍ້ອນວ່າມີ ໂຄງການລົງທຶນເພີ້ມຂຶ້ນຢ່າງຕໍ່ເນື່ອງ.

ທ່ານຄໍາຈັນ ລັດຕະນະວົງ, ປະທານສະມາຄົມນໍ້າມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັສລາວໄດ້ໃຫ້
ການຢືນຢັນວ່າການຊົມໃຊ້ນໍ້າມັນເຊື້ອໄຟຢູ່ໃນລາວໄດ້ເພີ້ມຂຶ້ນທຸກປີໂດຍຄິດເປັນອັດຕາ
ສະເລ່ຍທີ່ເພິ່ມຂຶ້ນໃນລະດັບລະຫວ່າງ 7%-10% ຕໍ່ປີ ຊຶ່ງກໍ່ໄດ້ສົ່ງຜົນ​ເຮັດ​ໃຫ້​ລາວ​ຕ້ອງ
ນໍາເຂົ້ານໍ້າມັນ​ເຊື້ອ​ໄຟຈາກ​ຕ່າງປະ​ເທດ​ເພີ້ມຂຶ້ນທຸກ​ປີ​ເຊັ່ນ​ດຽວກັນ.

ເຈົ້າໜ້າທີ່ລາວກັບເຈົ້າໜ້າ ທີ່ບໍລິສັດຂຸດຄົ້ນແຮ່ຂອງ ຈີນໃນລາວ
ເຈົ້າໜ້າທີ່ລາວກັບເຈົ້າໜ້າ ທີ່ບໍລິສັດຂຸດຄົ້ນແຮ່ຂອງ ຈີນໃນລາວ

ສໍາລັບ​ໃນ​ຕະຫລອດປີ 2011ນີ້ ກໍຄາດໝາຍ​ວ່າລາວ​ຈະ​
ນໍາ​ເຂົ້ານໍ້າມັນ​ເຊື້ອ​ໄຟຈາກ​ຕ່າງປະ​ເທດໃນ​ປະລິມານ​ລວມ
ເກີນ​ກວ່າ 750 ລ້ານ​ລິດຊຶ່ງ​ນອກຈາກຈະ​ມີ​ສາ​ເຫດ​ການ
ເພີ້ມຂຶ້ນຂອງ​ການ​ນໍາເຂົ້າຍວດ​ຍານພາຫະນະ​ແລ້ວກໍ​ຍັງມີ
ສາ​ເຫດ​ທີ່​ສໍາຄັນ​ມາ​ຈາກການ​ທີ່ມີ​ການ​ລົງທຶນ​ຈາກ​ຕ່າງປະ
ເທດ​ເຂົ້າມາ​ໃນ​ລາວ​ຫລາຍ​ຂຶ້ນຊຶ່ງ​ກໍ​ເຮັດ​ໃຫ້​ເສ​ດຖະກິດ​ລາວ​
ມີ​ການ​ຂະຫຍາຍຕົວ​ເພີ້ມຂຶ້ນຢ່າງ​ຕໍ່​ເນື່ອງ​ອີກ​ດ້ວຍ. ດັ່ງ​ທີ່
ທ່ານ​ຄໍາ​ຈັນໄດ້​ຊີ້​ແຈງ​ວ່າ:

“ການຊົມໃຊ້ນ້ຳມັນຂອງປະເທດເຮົານີ້ກະເພິ່ມຂື້ນ 7%-10% ຕໍ່ປີ ສະນັ້ນແລ້ວ
ໃນປີ 2009 ພວກເຮົາກໍ່ໃຊ້ນ້ຳມັນທົ່ວປະເທດນີ້ 640 ກວ່າລ້ານລິດແລະໃນປີ
2010 ນີ້. ຕາມເສດຖະຕິທີ່ເກັບມາໄດ້ເຖິງປັດຈຸບັນນີ້ກໍປະມານ 700 ກວ່າ
ລ້ານລິດແລະຖ້າມັນເພີ້ມຂຶ້ນປະມານ 7%-10%. ໃນປິ 2011 ນີ້ ພວກເຮົາ
ຈະໃຊ້ນໍ້າມັນບໍ່ຕ່ຳກວ່າ 750 ລ້ານລິດເພາະການພັດທະນາສ້າງສາປະເທດ
ຂອງພວກເຮົາກະເພີ້ມຂຶ້ນເນາະ”.

ແຕ່​ຢ່າງ​ໃດ​ກໍ​ຕາມ ເນື່ອງຈາກ​ວ່າ​ລາວ​ຕ້ອງ​ນໍາ​ເຂົ້ານໍ້າມັນ​ເຊື້ອ​ໄຟ​ຈາກ​ຕ່າງປະ​ເທດ​ທັງ
100% ຂອງ​ຄວາມ​ຕ້ອງການ​ທັງໝົດພາຍໃນ​ປະ​ເທດ ຈຶ່ງເຮັດ​ໃຫ້​ລາຄາ​ຈໍາໜ່າຍນໍ້າມັນ
ໃນລາວ​ມີການ​ປັບ​ຂຶ້ນ-ລົງ​ຕາມ​ລາຄາ​ນໍ້າມັນ​ເຊື້ອ​ໄຟ​ໃນ​ຕະຫລາດ​ໂລກ​ຢູ່​ຕະຫລອດ​ເວລາ.

ລົດທີ່ນໍາເຂົ້າຈາກຕ່າງປະ ເທດ ຊຶ່ງມີຈໍານວນເພີ້ມ ຂຶ້ນນັບມື້
ລົດທີ່ນໍາເຂົ້າຈາກຕ່າງປະ ເທດ ຊຶ່ງມີຈໍານວນເພີ້ມ ຂຶ້ນນັບມື້

ສໍາລັບໃນປີ 2010 ທີ່ຜ່ານມາກໍປາກົດວ່າລັດ​ວິ​ສະຫະ
ກິດນໍ້າມັນ​ເຊື້ອ​ໄຟລາວ​ໄດ້​ມີ​ການ​ປັບລາຄາ​ຈໍາໜ່າຍໄປ
ແລ້ວ​ເຖິງ 14 ຄັ້ງແລະ​ສະ​ເພາະ​ໃນ​ໄລຍະ​ບໍ່​ເຖິງ 2
ເດືອນ​ຂອງ​ປີ 2011 ນີ້ກໍ​ໄດ້​ມີການ​ປັບຂຶ້ນລາຄາ​ຈໍາໜ່າຍ
ນໍ້າມັນພາຍໃນປະ​ເທດ​ໄປອີກ 2 ຄັ້ງແລ້ວ.

ການ​ປະກາດ​ປັບ​ຂຶ້ນລາຄາ​ນໍ້າມັນ​ເຊື້​ອ​ໄຟ​ຄັ້ງຫລ້າ​ສຸດ​ເມື່ອ
ທ້າຍ​ສັບປະດາທີ່ຜ່ານ​ມານີ້ ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ລາຄາ​
ຈໍາໜ່າຍນໍ້າມັນແອັດ​ຊັງທຳ​ມະ​ດາ ​ມີ​ລາຄາ​ແພງ​ຂຶ້ນ​ເປັນ
9,810 ກີບຕໍ່ລິດ. ສ່ວນ​ນໍ້າມັນ​ກາ​ຊວນ​ ກໍ​ແພງ​ຂຶ້ນເປັນ
8,420 ກີບ​ຕໍ່ລິດແລະນໍ້າມັນ​ແອັດ​ຊັງຊະນິດ​ພິ​ເສດ​ນັ້ນກໍ​ໄດ້​ປັບ​ລາຄາ​ຈໍາໜ່າຍສູງ​ຂຶ້ນເປັນ
10,900 ກີບຕໍ່ລິດ, ຊຶ່ງຖ້າຫາກທຽບກັບປີ​ກາຍ​ນີ້ກໍ​ຈະ​ເຫັນ​ໄດ້​ວ່າລາຄາ​ຈໍາໜ່າຍນໍ້າມັນ
ໃນປັດຈຸບັນ​ນີ້​ໄດ້​ປັບ​ຕົວ​ສູງຂຶ້ນ​ໂດຍ​ສະ​ເລ່ຍລະຫວ່າງ 10%-15% ນັ້ນ​ເອງ.

ຫາກແຕ່ວ່າລາຄາ​ຈໍາໜ່າຍນໍ້າມັນ​ເຊື້ອ​ໄຟ​ດັ່ງກ່າວ​ນີ້ກໍ​ເປັນ​ລາຄາ​ຈໍາໜ່າຍສະ​ເພາະຢູ່​ພາຍ​ໃນ
ນະຄອນ​ວຽງຈັນ​ເທົ່າ​ນັ້ນ. ສ່ວນ​ຢູ່​ໃນ​ເຂດ​ແຂວງຕ່າງໆນັ້ນກໍ​ຈະ​ມີ​ລາຄາ​ຈໍາໜ່າຍທີ່​ແພງ​ກວ່າ
ໃນ​ເຂດ​ນະຄອນ​ວຽງຈັນ​ໃນ​ອັດ​ຕາສະ​ເລ່ຍລະຫວ່າງ 50-120 ກີບຕໍ່ລິດ ຂຶ້ນຢູ່​ກັບ​ໄລຍະ
ທາງ​ຂອງ​ການ​ຂົນ​ສົ່ງວ່າ ຈະ​ຢູ່​ໃກ້​ຫລື​ໄກ​ຈາກສາງ​ນໍ້າມັນ​ເຊື້ອ​ໄຟ​ເປັນ​ສໍາຄັນ. ຕົວຢ່າງກໍຄື
ຢູ່ທີ່ແຂວງຊຽງຂວາງກໍປະກາດວ່ານໍ້າມັນກະແອັດຊັງຊະນິດພິເສດມີລາຄາສູງເຖິງ 11,030
ກີບຕໍ່ລິດ. ສ່ວນນໍ້າມັນແອັດຊັງທໍາມະດາແລະນໍ້າມັນກາຊວນກໍມີລາຄາຈໍາໜ່າຍ
10,120 ກີບ ແລະ 8,750 ກີບຕໍ່ລິດຕາມລຳດັບ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ລັດຖະບານ​ລາວ​ໄດ້ນໍາ​ໃຊ້​ລະບົບ​ພາສີ​ມູນ​ຄ່າເພີ້ມ​ໃນ​ອັດຕາ 10%
ລວມທັງ​ຍັງ​ໄດ້ມີ​ການ​ເກັບ​ຄ່າ​ທໍານຽມ​ໃນການ​ໃຊ້ນໍ້າມັນ​ເພີ້ມຂຶ້ນອີກ ​ນັບ​ຕັ້ງ​ແຕ່​ວັນ​ທີ 1
ຕຸລາປີ​ກາຍ​ນີ້ ເປັນຕົ້ນມາອີກ​ດ້ວຍ​ແລ້ວ ກໍ​ນັບ​ວ່າ​ເປັນ​ປັດ​ໃຈ​ສໍາຄັນ​ທີ່ເຮັດ​ໃຫ້​ປະຊາຊົນ
ລາວຕ້ອງໄດ້​ແບກ​ຫາບພາລະ​ລາຄາ​ນໍ້າມັນ​ ທີ່​ແພງ​ຫລາຍ​ຂຶ້ນຢ່າງ​ຕໍ່​ເນື່ອງ​ອີກ​ດ້ວຍ​.

ສໍາລັບພາກສ່ວນ​ທີ່​ໄດ້​ມີ​ການ​ນໍາ​ເຂົ້ານໍ້າມັນ​ເຊື້ອ​ໄຟ​ຈາກ​ຕ່າງປະ​ເທດ​ຫລາຍ​ທີ່​ສຸດ​ໃນ​ລາວ​ນັ້ນ
ກໍ​ຄື​ລັດ​ວິ​ສະຫະ​ກິດນໍ້າມັນ​ເຊື້ອ​ໄຟລາວ ຊຶ່ງເປັນຜູ້​ປະກອບ​ການ​ຄ້າ​ນໍ້າມັນ​ເຊື້ອ​ໄຟ​ ທີ່​ຄອງ
ສ່ວນ​ແບ່ງຕະຫລາດ​ໃນ​ລາວ​ຫລາຍ​ທີ່​ສຸດ ຫລື​ເກີນ​ກວ່າ 50% ຂອງ​ການ​ຊົມ​ໃຊ້ນໍ້າມັນທັງໝົດ​ ໃນ ແຕ່ລະ​ປີ.

XS
SM
MD
LG