ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ລາວຍອມຮັບວ່າ ທຶນສໍາຮອງເງິນຕາຕ່າງປະເທດ ຫລຸດລົງຢ່າງຕໍ່ເນື່ອງ


ເງິນໂດລາ ຊຶ່ງລາວໃຊ້ເປັນທຶນສໍາຮອງເງິນຕາຕ່າງປະເທດ ມີຈໍານວນຫລຸດລົງນັບມື້ ໃນປັດຈຸບັນນີ້.
ເງິນໂດລາ ຊຶ່ງລາວໃຊ້ເປັນທຶນສໍາຮອງເງິນຕາຕ່າງປະເທດ ມີຈໍານວນຫລຸດລົງນັບມື້ ໃນປັດຈຸບັນນີ້.

ຜູ້ວ່າການທະນາຄານແຫ່ງຊາດລາວຍອມຮັບວ່າ ທຶນສໍາຮອງເງິນຕາຕ່າງປະເທດຂອງລາວ ຍັງຄົງຫລຸດລົງຢ່າງຕໍ່ເນື່ອງ ໂດຍມີສາເຫດມາຈາກການນໍາເຂົ້າສິນຄ້າ ແລະນໍ້າມັນຈາກຕ່າງ ປະເທດຫຼາຍຂຶ້ນ.

ທ່ານພູເພັດ ຄໍາພູນວົງ ຜູ້ວ່າການທະນາຄານແຫ່ງຊາດລາວໄດ້ຖະແຫຼງຍອມຮັບວ່າ ທຶນສໍາ
ຮອງເງິນຕາຕ່າງປະເທດ ໃນລາວຍັງຄົງມີທ່າອ່ຽງທີ່ຈະຫລຸດລົງຢ່າງຕໍ່ເນື່ອງ ຊຶ່ງກໍເປັນຍ້ອນ
ວ່າ ລາວໄດ້ນໍາເຂົ້າສິນຄ້າຈາກຕ່າງປະເທດຫຼາຍກວ່າ ການສົ່ງອອກສິນຄ້າໄປຕ່າງປະເທດ ໂດຍສະເພາະແມ່ນການນໍາເຂົ້ານໍ້າມັນເຊື້ອໄຟ ທີ່ມີລາຄາແພງຂຶ້ນນັບມື້ນັ້ນ ນັບເປັນສາເຫດ ສໍາຄັນທີ່ເຮັດໃຫ້ທຶນສໍາຮອງເງິນຕາຕ່າງປະເທດຂອງລາວຕ້ອງຫລຸດລົງຈາກລະດັບທີ່ທຽບ
ເທົ່າກັບການນໍາເຂົ້າສິນຄ້າຈາກຕ່າງປະເທດເປັນເວລາ 6 ເດືອນເມື່ອທ້າຍປີກາຍມາເປັນ
ພຽງ 4 ເດືອນເທົ່ານັ້ນໃນປັດຈຸບັນນີ້.

ທ່ານພູເພັດ ຄໍາພູນວົງ ຜູ້ວ່າການ ທະນາຄານແຫ່ງຊາດລາວ
ທ່ານພູເພັດ ຄໍາພູນວົງ ຜູ້ວ່າການ ທະນາຄານແຫ່ງຊາດລາວ

ຊຶ່ງດ້ວຍສະຖານະການດັ່ງກ່າວ ເມື່ອສົມທົບ
ກັບການທີ່ເງິນກີບໄດ້ປັບຕົວແຂງຄ່າຂຶ້ນຢ່າງ
ຕໍ່ເນື່ອງໃນໄລຍະກວ່າ 2 ປີມານີ້ ອັນເປັນ
ຜົນໂດຍກົງມາຈາກການຕົກຕໍ່າທາງເສດຖະ
ກິດໃນສະຫະລັດ ທີ່ໄດ້ສົ່ງຜົນກະທົບຕໍ່ເສດ
ຖະກິດໂດຍ ລວມຂອງໂລກອີກດ້ວຍນັ້ນ
ກໍຍັງເຮັດໃຫ້ສິນຄ້າສົ່ງອອກຂອງລາວມີລາຄາ
ແພງຂຶ້ນອີກດ້ວຍ ເມື່ອທຽບໃສ່ລາຄາເປັນ
ເງິນໂດລາ ສະຫະລັດ.

ທັງນີ້ໂດຍເມື່ອປິກາຍປາກົດວ່າເງິນກີບໄດ້ແຂງ
ຄ່າຂຶ້ນເກີນກວ່າລະດັບ 5% ເມື່ອທຽງໃສ່ກັບ
ເງິນໂດລາສະຫະລັດ ແລະສະເພາະໃນຊ່ວງ
ເດືອນຕົ້ນປີນີ້ກໍປາກົດວ່າ ເງິນກີບໄດ້ແຂງ
ຄ່າຂຶ້ນຫຼາຍກວ່າ 3.5% ແລ້ວ ກັບທັງຍັງມີທ່າອຽງ ທີ່ຈະແຂງຄ່າຫຼາຍຂຶ້ນນັບມື້ອີກດ້ວຍ
ຖ້າຫາກວ່າເສດຖະກິດຂອງສະຫະລັດ ຈະຍັງຄົງບໍ່ຟື້ນຕົວສູ່ສະພາວະປົກກະຕິໄດ້ໃນໝໍ່ໆ
ນີ້.

ທາງດ້ານທ່ານອ່ອນສີ ບຸດສີວົງສັກ ປະທານສະມາຄົມອຸດສະຫາກໍາຕັດຫຍິບ ແລະຄະນະ
ປະຈໍາສະພາການຄ້າ ແລະອຸດສະຫະກໍາແຫ່ງຊາດລາວ ໄດ້ໃຫ້ທັດສະນະວ່າ ການແຂງຄ່າ
ຂຶ້ນຂອງເງິນກີບດັ່ງກ່າວນີ້ໄດ້ສົ່ງຜົນກະທົບຢ່າງ ໜັກໜ່ວງຕໍ່ການສົ່ງອອກສິນຄ້າຂອງລາວ
ໄປຕ່າງປະເທດ.

ຄວາມຕ້ອງການນໍາເຂົ້ານໍ້າມັນເຊື້ອໄຟທີ່ເພີ້ມຂຶ້ນເຮັດ ໃຫ້ລາວຕ້ອງໃຊ້ເງິນຕາຕ່າງປະເທດນັບມື້ນັບຫລາຍຂຶ້ນ
ຄວາມຕ້ອງການນໍາເຂົ້ານໍ້າມັນເຊື້ອໄຟທີ່ເພີ້ມຂຶ້ນເຮັດ ໃຫ້ລາວຕ້ອງໃຊ້ເງິນຕາຕ່າງປະເທດນັບມື້ນັບຫລາຍຂຶ້ນ

ທັງນີ້ກໍເນື່ອງຈາກວ່າ ການແຂງ
ຄ່າຂອງເງິນກີບຈາກລະດັບສະ
ເລ່ຍ 10,000 ກີບຕໍ່ໂດລາໃນ
ປີ 2008 ມາເປັນ 8,500 ກີບ
ຕໍ່ໂດລາ ໃນປີ 2009 ແລະ
8,000 ກີບຕໍ່ໂດລາໃນເວລານີ້
ມັນໄດ້ເປັນຜົນເຮັດໃຫ້ສິນຄ້າ
ຂາອອກຂອງລາວ ໄປຕ່າງປະ
ເທດມີລາຄາແພງຂຶ້ນຫຼາຍກວ່າ
20% ຊຶ່ງບໍ່ພຽງແຕ່ຈະເຮັດໃຫ້
ສິນຄ້າຂອງລາວສົ່ງອອກໄປ
ຕ່າງປະເທດໄດ້ໜ້ອຍລົງເທົ່ານັ້ນ
ຫາກແຕ່ກໍ່ຍັງເຮັດໃຫ້ຄວາມສາ
ມາດໃນການແຂ່ງຂັນດ້ານລາຄາ
ຂອງສິນຄ້າລາວໃນຕະຫຼາດຕ່າງປະເທດຫລຸດລົງອີກດ້ວຍ.ດັ່ງທີ່ ທ່ານອ່ອນສີ ໄດ້ໃຫ້ການ
ອະທິບາຍ ແລະຊີ້ແຈງເຖິງສະພາບການທີ່ເກີດຂຶ້ນດັ່ງກ່າວໃນຕອນນຶ່ງວ່າ:

“ຖ້າວ່າບໍ່ມີການກໍາໜົດຈະແຈ້ງເລື້ອງອັດຕາແລກປ່ຽນ ມັນກໍຈະມີຜົນກະທົບຫຼາຍ
ດ້ານ ອັນທີ່ນຶ່ງຜູ້ລົງທຶນບໍ່ກ້າທີ່ຈະເຂົ້າມາລົງທຶນ ເນື່ອງຈາກວ່າບໍ່ຮູ້ວ່າເງິນກີບຈະ
ແຂງຄ່າຂຶ້ນໄປຫຼາຍປານໃດ ຕົ້ນທຶນມັນສິຫຼາຍປານໃດ ອັນທີ່ສອງ ມັນຊິເຮັດໃຫ້
ສິນຄ້າຂອງລາວເຮົາມີລາຄາແພງ ແລະເມື່ອມີລາຄາແພງ ມັນກໍ່ຈະແຂ່ງເຂົາບໍ່ໄດ້
ມີແຕ່ເຂົາຊິມາຂາຍໃຫ້ເຮົາ ແຕ່ຖ້າຫາກເຮົາມີແຕ່ຊື້ໝູ່ມາ ເຮົາບໍ່ມີໂອກາດຊິຂາຍ
ໃຫ້ໝູ່ໄດ້ ແລ້ວເຮົາຊິເອົາເງິນອັນໃດໄປຊື້ໝູ່ຄືນ”

ລາວຍອມຮັບວ່າ ທຶນສໍາຮອງເງິນຕາຕ່າງປະເທດ ຫລຸດລົງຢ່າງຕໍ່ເນື່ອງ
ລາວຍອມຮັບວ່າ ທຶນສໍາຮອງເງິນຕາຕ່າງປະເທດ ຫລຸດລົງຢ່າງຕໍ່ເນື່ອງ

ສ່ວນກ່ຽວກັບມາດຕະການແກ້ໄຂບັນຫາໃນໄລຍະສະເພາະ
ໜ້າ ທີ່ບັນດານັກທຸລະກິດໄດ້ພາກັນສະເໜີຕໍ່ລັດຖະບານ
ລາວ ກໍຄືການຫລຸດຄ່າເງິນກີບລົງໃຫ້ເປັນລະຫວ່າງ
9,000-9,500 ກີບຕໍ່ໂດລາ ຊຶ່ງບໍ່ພຽງແຕ່ຈະເຮັດໃຫ້ສິນຄ້າ
ຂອງລາວມີລາຄາຖືກລົງໃນຕະຫຼາດຕ່າງປະເທດເທົ່ານັ້ນ
ຫາກແຕ່ຍັງຈະເຮັດໃຫ້ນັກທຸລະກິດມີລາຍຮັບເປັນເງິນກີບ
ເພີ່ມຂຶ້ນອີກດ້ວຍ ເມື່ອນໍາເອົາເງິນໂດລາສະຫະລັດທີ່ໄດ້ຈາກການສົ່ງອອກສິນຄ້າໄປຕ່າງປະ ເທດນັ້ນມາແລກປ່ຽນເປັນເງິນ ກີບເພື່ອໃຊ້ຈ່າຍໃນລາວນັ້ນເອງ.

ແຕ່ຢ່າງໃດກໍຕາມ ກ່ອນໜ້ານີ້ ທ່ານສິນລາວົງ ຄຸດໄພທູນ ລັດຖະມົນຕີກະຊວງແຜນການ
ແລະການລົງທຶນກໍໄດ້ຖະແຫຼງວ່າ ຈະຄວບຄຸມການແຂງຄ່າຂຶ້ນ ແລະອ່ອນຄ່າລົງຂອງເງິນ
ກີບບໍ່ໃຫ້ເກີນລະດັບ 5% ຊຶ່ງກໍຄືທາງການລາວຈະບໍ່ຍອມໃຫ້ ເງິນກີບອ່ອນຄ່າລົງເຖິງລະ
ດັບ 9,500 ກີບຕໍ່ໂດລາຢ່າງແນ່ນອນ.

XS
SM
MD
LG