ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ລາວມີງົບປະມານພຽງ 16.6% ຂອງຄວາມຕ້ອງການເພື່ອ ຟື້ນຟູສະພາບການ ຫຼັງນໍ້າຖ້ວມ


ຜູ້ຕາງໜ້າກະຊວງແຮງງານສະຫວັດດີການສັງຄົມ ຮັບເອົາເງິນຊ່ວຍເຫລືອ ຜູ້ປະສົບໄພນໍ້າຖ້ວມຈາກໂຮງງານ
ຢາສູບລາວໃນກາງເດືອນຕຸລາ, 2011
ຜູ້ຕາງໜ້າກະຊວງແຮງງານສະຫວັດດີການສັງຄົມ ຮັບເອົາເງິນຊ່ວຍເຫລືອ ຜູ້ປະສົບໄພນໍ້າຖ້ວມຈາກໂຮງງານ ຢາສູບລາວໃນກາງເດືອນຕຸລາ, 2011

ລັດຖະບານລາວສາມາດຈັດສັນງົບປະມານ ໃຫ້ແກ່ການຟື້ນຟູສະພາບການພາຍຫຼັງນໍ້າຖ້ວມ ຄັ້ງໃຫຍ່ພຽງແຕ່ 100 ຕື້ກີບ ຫຼືທຽບໄດ້ກັບ 16.6% ຂອງຄວາມຕ້ອງການໃນຂັ້ນເບື້ອງຕົ້ນ ເທົ່ານັ້ນ.

ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ໃນຖານະ
ໂຄສົກລັດຖະບານລາວ ຖະແຫຼງຍອມຮັບວ່າ ຂໍ້ຈໍາກັດທາງດ້ານງົບປະມານໄດ້ເປັນຜົນ
ເຮັດໃຫ້ລັດຖະບານສາມາດຈັດການສົກງົບປະມານໃຫ້ກັບການຟື້ນຟູສະພາບການຕ່າງໆ
ພາຍຫຼັງຈາກໄພນໍ້າຖ້ວມຄັ້ງໃຫຍ່ໄດ້ພຽງແຕ່ໃນມູນຄ່າ 100 ຕື້ກີບຫຼືທຽບໄດ້ກັບ 16.6%
ຂອງຄວາມຕ້ອງການໃນຂັ້ນເບື້ອງຕົ້ນເທົ່ານັ້ນ.

ທັງນີ້ໂດຍໄພນໍ້າຖ້ວມຄັ້ງໃຫຍ່ທີ່ເກີດຂຶ້ນຈາກພາຍຸໂຊນຮ້ອນໄຫ່ໝາ ແລະ ພາຍຸນົກເຕັນ
ລວມ ໄປເຖິງປະລິມານນໍ້າຝົນ ທີ່ຕົກລົງມາຢ່າງຫຼວງຫຼາຍໃນໄລຍະທີ່ຜ່ານມານີ້ ໄດ້ເຮັດ
ໃຫ້ເກີດການເສຍຫາຍໄປແລ້ວ ຄິດເປັນມູນຄ່າລວມເຖິງ 1,800 ຕື້ກີບຫຼືປະມານ 225
ລ້ານໂດລາ.

ຄວາມເສຍຫາຍດັ່ງກ່າວ ກໍມີລວມທັງທີ່ເກີດຂຶ້ນກັບພື້ນທີ່ການກະສິກໍາກວ້າງກວ່າ
64,400 ເຮັກຕາ ໃນຂະນະທີ່ຂົວ 42 ແຫ່ງ ແລະຖະໜົນ 323 ເສັ້ນທາງ ຖືກກະແສນໍ້າ
ພັດທໍາລາຍໄປ. ສ່ວນໂຮງຮຽນ, ໂຮງໝໍ, ສະຖານທີ່ທ່ອງທ່ຽວ, ລະບົບສາຍສົ່ງກະແສ
ໄຟຟ້າ ແລະຄອງຊົນລະປະທານໃນພື້ນທີ່ 1,790 ໝູ່ບ້ານ ໃນເຂດ 96 ເມືອງຂອງ 12
ແຂວງ ຈາກທັງໝົດ 17 ແຂວງ ໃນທົ່ວປະເທດນັ້ນ ກໍເສຍຫາຍຢ່າງໜັກ ເຊິ່ງກໍເຮັດໃຫ້
ປະຊາຊົນ ຫຼາຍກວ່າ 429,900 ຄົນ ໄດ້ຮັບຄວາມເດືອດຮ້ອນຢ່າງໜັກໜ່ວງໃນເວລານີ້
ກັບທັງຍັງມີຜູ້ເສຍຊີວິດໄປ ຍ້ອນໄພນໍ້າຖ້ວມດັ່ງກ່າວເຖິງ 30 ຄົນ ອີກດ້ວຍ.

ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈໍາສໍານັກງານ ນາຍົກລັດຖະມົນຕີ
ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈໍາສໍານັກງານ ນາຍົກລັດຖະມົນຕີ

ທ່ານ ນາງ ບຸນເພັງ ໄດ້ໃຫ້ການຊີ້ແຈງວ່າການຟື້ນຟູ
ສະພາບການດັ່ງກ່າວ ໃນຂັ້ນເບື້ອງຕົ້ນຈະຕ້ອງໃຊ້
ງົບປະມານບໍ່ໜ້ອຍກວ່າ 600 ຕື້ກີບ ເພື່ອນໍາໃຊ້ເຂົ້າ
ໃນການບູລະນະສ້ອມແປງຖະໜົນ, ລະບົບຄອງຊົນ
ລະປະທານ, ສາຍສົ່ງກະແສໄຟຟ້າ, ໂຮງຮຽນ, ໂຮງໜໍ
ແລະ ສະຖານທີ່ຕ່າງໆຂອງລັດຖະບານເປັນບຸລິມະສິດ
ໂດຍສະເພາະແມ່ນການສ້ອມແປງລະບົບຄອງຊົນລະປະ
ທານ ເພື່ອໃຫ້ທັນກັບການປູກເຂົ້ານາແຊງ ແລະພືດໃນ
ຊ່ວງລະດູແລ້ງໃນປີນີ້ອີກ​ດ້ວຍແລ້ວ ກໍຈະຕ້ອງໃຊ້ງົບປະ
ມານຫຼາຍກວ່າ 170 ຕື້ກີບ ຫາກແຕ່ລັດຖະບານລາວກໍ
ສາມາດຈັດສັນໃຫ້ໄດ້ພຽງແຕ່ 30 ຕື້ກີບເທົ່ານັ້ນ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ລັດຖະບານລາວ
ຈໍາເປັນຕ້ອງລະດົມການປະກອບສ່ວນຈາກພາກເອກະຊົນ ແລະຂໍຄວາມຊ່ວຍເຫຼືອຈາກຕ່າງ
ປະເທດເປັນດ້ານຫຼັກ.

ທ່ານທອງສິງ ທໍາມມະວົງ, ນາຍົກລັດຖະມົນຕີລາວ ໄປກວດຢ້ຽມເບິ່ງເຂດທີ່ຖືກນໍ້າຖ້ວມໃນແຂວງວຽງຈັນ.
ທ່ານທອງສິງ ທໍາມມະວົງ, ນາຍົກລັດຖະມົນຕີລາວ ໄປກວດຢ້ຽມເບິ່ງເຂດທີ່ຖືກນໍ້າຖ້ວມໃນແຂວງວຽງຈັນ.

ທາງດ້ານທ່ານ ທອງສິງ ທໍາມະ
ວົງ ນາຍົກລັດຖະມົນຕີລາວນັ້ນ
ກໍໄດ້ຖະແຫຼງຮຽກຮ້ອງຕໍ່ຄະນະ
ລັດຖະມົນຕີພະນັກງານຂອງລັດ
ຖະບານ ແລະທຸກພາກສ່ວນຂອງ
ເອກະຊົນໃນທົ່ວປະເທດລາວ
ເພື່ອຂໍໃຫ້ປະກອບສ່ວນເຂົ້າໃນ
ການຟື້ນຟູສະພາບການພາຍຫຼັງ
ນໍ້າຖ້ວມຄັ້ງນີ້ດ້ວຍ ດັ່ງທີ່ທ່ານ
ໄດ້ຖະແຫຼງໃນຕອນນຶ່ງວ່າ:

ໃຫ້ເອົາໃຈໃສ່ນໍາພາການຜະລິດ
ລະດູແລ້ງຕາມແຜນການ ແລະສືບຕໍ່ແກ້ໄຂຜົນກະທົບຈາກໄພ
ນໍ້າຖ້ວມທີ່ລັດຖະບານໄດ້
ຕົກລົງໄປແລ້ວ ອັນນີ້ກໍສະເໜີໃຫ້ກະຊວງທີ່ກ່ຽວຂ້ອງ ເປັນເຈົ້າການປະສານສົມທົບກັບ
ກະຊວງອື່ນ ແລະທ້ອງຖິ່ນເປັນຕົ້ນແມ່ນກະຊວງແຜນການ, ກະຊວງກະສິ
ກໍາ, ກະຊວງ
ໂຍທາ, ກະຊວງແຮງງານ ແລະແກ້ບັນຫາຜົນກະທົບຈາກໄພ
ນໍ້າຖ້ວມ.

ແຕ່ຢ່າງໃດກໍຕາມ ກ່ອນໜ້ານີ້ ກອງປະຊຸມລະດົມທຶນຈາກຫົວໜ່ວຍທຸລະກິດຕ່າງໆ ເພື່ອຕ້ານໄພນໍ້າຖ້ວມໃນລາວກໍໄດ້ສະເໜີລາຍງານວ່າ ໃນໄລຍະທີ່ຜ່ານມາ ທາງການ
ລາວ ສາມາດລະດົມການບໍລິຈາກໄດ້ໃນມູນຄ່າລວມພຽງ 3 ຕື້ກວ່າກີບແລະໄດ້ນໍາເອົາ
ເງິນແລະສິ່ງຂອງຈາກການບໍລິຈາກດັ່ງກ່າວ ໄປໃຫ້ການຊ່ວຍເຫຼືອແກ່ບັນດາຜູ້ປະສົບ
ໄພໄດ້ ໃນມູນຄ່າລວມພຽງບໍ່ເຖິງ 1.7 ຕື້ກີບ ເທົ່ານັ້ນ.

ໃນຈໍານວນດັ່ງກ່າວ ກໍມີທັງການບໍລິຈາກເປັນເງິນສົດແລະເປັນວັດຖຸສິ່ງຂອງເຊິ່ງຈົນເຖິງ
ປັດຈຸບັນນີ້ ທາງກົມສັງຄົມສົງເຄາະກໍໄດ້ນໍາໄປສົ່ງມອບເພື່ອໃຫ້ການຊ່ວຍເຫຼືອແກ່ຜູ້ປະ
ສົບໄພນໍ້າຖ້ວມໃນເຂດແຂວງຕ່າງໆເປັນສ່ວນຫຼາຍແລ້ວ ກໍຄືການຊ່ວຍເຫຼືອເປັນຢາປົວ
ສຸຂະພາບ, ເຂົ້າສານ, ອາຫານແຫ້ງ, ເຄື່ອງນຸ່ງຮົ່ມ, ອຸປະກອນການຮຽນ-ການສອນ
ແລະເງິນສົດ ຫາກແຕ່ກໍຍັງຖືເປັນການຊ່ວຍເຫຼືອສະເພາະໜ້າເທົ່ານັ້ນ.

ດ້ວຍເຫດນີ້ ຈິ່ງເຮັດໃຫ້ທາງການລາວຈໍາເປັນຈະຕ້ອງລະດົມການບໍລິຈາກເງິນ ແລະສິ່ງ
ຂອງຈາກບັນດາຫົວໜ່ວຍທຸລະກິດຕ່າງໆ ໃຫ້ໄດ້ເພີ່ມຕື່ມຂຶ້ນໃຫ້ໄດ້ຫລາຍທີ່ສຸດເທົ່າທີ່
ຈະໄດ້ ນັ້ນເອງ.

ທາງການລາວໄດ້ປະເມີນວ່າ ການຟື້ນຟູສະພາບການດັ່ງກ່າວໃນຂັ້ນເບື້ອງຕົ້ນ ຈະຕ້ອງ
ໃຊ້ງົບປະມານບໍ່ໜ້ອຍກວ່າ 600 ຕື້ກີບ ເຊິ່ງຄາດວ່າ ຈະໄດ້ມາຈາກເງິນສໍາຮອງຂອງຄັງ
ຂອງລັດຖະບານ ເພື່ອນໍາໃຊ້ເຂົ້າໃນການບູລະນະແລະສ້ອມແປງຖະໜົນ, ລະບົບຊົນລະ
ປະທານ, ສາຍສົ່ງກະແສໄຟຟ້າ, ໂຮງຮຽນ, ໂຮງໝໍ ແລະສະຖານທີ່ຕ່າງໆຂອງລັດຖະ
ບານເປັນບຸລິມະສິດ. ສ່ວນທີ່ເຫຼືອນັ້ນກໍຄາດຫວັງວ່າຈະໄດ້ຮັບການຊ່ວຍເຫຼືອແລະກູ້ຢືມ
ຈາກຕ່າງປະເທດເປັນດ້ານຫຼັກ

XS
SM
MD
LG