ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລາວປຸກລະດົມເອົາ ການບໍລິຈາກເງິນຊ່ວຍເຫຼືອ ແກ່ຜູ້ປະສົບໄພນໍ້າຖ້ວມ


ການບໍລິຈາກເງິນແກ່ຜູ້ປະສົບໄພນໍ້າຖ້ວມທີ່ເກີດຂຶ້ນໃນເດືອນສິງຫາ ແລະກັນຍາ 2011 ທີ່ຜ່ານມາ
ການບໍລິຈາກເງິນແກ່ຜູ້ປະສົບໄພນໍ້າຖ້ວມທີ່ເກີດຂຶ້ນໃນເດືອນສິງຫາ ແລະກັນຍາ 2011 ທີ່ຜ່ານມາ

ທາງການລາວຈັດການລົນນະລົງ ເພື່ອລະດົມການບໍລິຈາກເງິນ ແລະສິ່ງຂອງ ເພື່ອຊ່ວຍ ເຫຼືອຜູ້ປະສົບໄພນໍ້າຖ້ວມ ໃຫ້ໄດ້ຫຼາຍຂຶ້ນເນື່ອງຈາກໄພນໍ້າຖ້ວມໄດ້ເຮັດໃຫ້ເກີດການເສຍ ຫາຍຫຼາຍກວ່າ 1,800 ຕື້ກີບ.

ກອງປະຊຸມລະດົມທຶນຈາກຫົວໜ່ວຍທຸລະກິດຕ່າງໆ ເພື່ອຕ້ານໄພນໍ້າຖ້ວມພາຍໃຕ້
ການເປັນປະທານຂອງທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດລາວ ຊຶ່ງໄດ້ຈັດຂຶ້ນຢ່າງເປັນທາງການເມື່ອບໍ່ນານມານີ້ ໄດ້ປະເມີນສະພາບການອີກ ເທື່ອໃໝ່
ວ່າ ໄພນໍ້າຖ້ວມຄັ້ງໃຫຍ່ທີ່ເກີດຈາກພາຍຸໂຊນຮ້ອນ ໄຮ່ໝ່າ ແລະພະຍຸນົກເຕັນນັ້ນ ໄດ້
ເຮັດໃຫ້ເກີດຄວາມເສຍຫາຍໃນລາວຄິດເປັນມູນຄ່າເກີນກວ່າ 1,800 ຕື້ກີບ ຫາກແຕ່ວ່າ ໃນໄລຍະທີ່ຜ່ານມາທາງການລາວກໍສາມາດລະດົມການບໍລິຈາກ ເພື່ອນໍາໄປໃຫ້ການ ຊ່ວຍເຫຼືອແກ່ບັນດາຜູ້ປະສົບໄພໄດ້ໃນມູນຄ່າລວມພຽງບໍ່ເຖິງ 1.7 ຕື້ກີບເທົ່ານັ້ນ.

ດ້ວຍເຫດນີ້ຈິ່ງເຮັດໃຫ້ທາງການລາວຈໍາເປັນຈະຕ້ອງລະດົມການບໍລິຈາກເງິນ ແລະ ສິ່ງຂອງຈາກບັນດາຫົວໜ່ວຍທຸລະກິດຕ່າງໆໃຫ້ໄດ້ເພີ່ມຕື່ມຂຶ້ນອີກໂດຍຈະເລີ່ມດ້ວຍ
ການຈັດການແຂ່ງຂັນກັອບການກຸສົນໃນວັນທີ 15 ຕຸລານີ້. ສ່ວນຫຼັງຈາກນັ້ນ ກໍຈະມີ
ການປຸກລະດົມ ດ້ວຍການຈັດກິດຈະກໍາໃນຫຼາຍຮູບແບບເພື່ອລະດົມການບໍລິຈາກ ໃຫ້
ໄດ້ຫຼາຍທີ່ສຸດ, ທັງນີ້ກໍເນື່ອງຈາກວ່າໃນໄລຍະທີ່ຜ່ານມາທາງການລາວ ສາມາດລະດົມ
ການບໍລິຈາກໄດ້ໃນມູນຄ່າລວມພຽງ 3 ຕື້ກີບເທົ່ານັ້ນ.

ໃນຈໍານວນດັ່ງກ່າວກໍມີທັງການບໍລິຈາກເປັນເງິນສົດ ແລະເປັນວັດຖຸສິ່ງຂອງເຊິ່ງຈົນເຖິງ
ປັດຈຸບັນນີ້ ທາງກົມສັງຄົມສົງເຄາະກໍໄດ້ນໍາໄປສົ່ງມອບເພື່ອໃຫ້ການຊ່ວຍເຫຼືອແກ່ຜູ້ປະ
ສົບໄພນໍ້າຖ້ວມໃນເຂດແຂວງຕ່າງໆ ເປັນສ່ວນຫຼາຍແລ້ວ ກໍຄືການຊ່ວຍເຫຼືອເປັນຢາປົວ
ສຸຂະພາບ, ເຂົ້າສານ, ອາຫານແຫ້ງ, ເຄື່ອງນຸ່ງຮົ່ມ, ອຸປະກອນການຮຽນ-ການສອນ
ແລະເງິນສົດ ຫາກແຕ່ກໍຍັງຖືເປັນການຊ່ວຍເຫຼືອສະເພາະໜ້າເທົ່ານັ້ນ.

ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈໍາສໍານັກງານ ນາຍົກລັດຖະມົນຕີ
ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈໍາສໍານັກງານ ນາຍົກລັດຖະມົນຕີ

ກ່ອນໜ້ານີ້ ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະ
ມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ໃນຖານະ
ໂຄສົກລັດຖະບານລາວ ໄດ້ຖະແຫຼງຢືນຢັນວ່າ ໄພນໍ້າ
ຖ້ວມຄັ້ງໃຫຍ່ທີ່ເກີດຂຶ້ນຈາກພາຍຸໂຊນຮ້ອນໄຫ່ໝ່າ
ແລະພາຍຸນົກເຕັນ ລວມທັງປະລິມານນໍ້າຝົນ ທີ່ຕົກ
ລົງມາຢ່າງຫຼວງຫຼາຍໃນໄລຍະນີ້ ໄດ້ເຮັດໃຫ້ເກີດການ
ເສຍຫາຍໄປແລ້ວ ຄິດເປັນມູນຄ່າລວມຫຼາຍກວ່າ
1,390 ຕື້ກີບ ຫາກແຕ່ເມື່ອໄດ້ປະເມີນຄວາມເສຍຫາຍ
ເທື່ອໃໝ່ທີ່ເພີ້ມຂຶ້ນເປັນ 1,800 ຕື້ກີບນັ້ນ ຈຶ່ງເຮັດໃຫ້ ຕ້ອງໃຊ້ຈ່າຍງົບປະມານເຂົ້າໃນການຟື້ນຟູສະພາບການ
ຫຼາຍຂຶ້ນອີກ.

ຄວາມເສຍຫາຍດັ່ງກ່າວ ກໍມີທັງທີ່ເກີດຂຶ້ນກັບພື້ນທີ່ການກະສິກໍາກວ້າງກວ່າ 64,400
ເຮັກຕາ ໃນຂະນະທີ່ຂົວ 42 ແຫ່ງ ແລະຖະໜົນ 323 ເສັ້ນທາງຖືກກະແສນໍ້າພັດທໍາ
ລາຍໄປ. ສ່ວນໂຮງຮຽນ, ໂຮງໝໍ, ສະຖານທີ່ທ່ອງທ່ຽວ, ລະບົບສາຍສົ່ງກະແສໄຟຟ້າ ແລະຄອງຊົນລະປະທານໃນພື້ນທີ່ 1,790 ໝູ່ບ້ານໃນເຂດ 96 ເມືອງຂອງ 12 ແຂວງ
ຈາກທັງໝົດ 17 ແຂວງໃນທົ່ວປະເທດນັ້ນກໍເສຍຫາຍຢ່າງໜັກ ເຊິ່ງກໍເຮັດໃຫ້ປະຊາຊົນ
ຫຼາຍກວ່າ 429,900 ຄົນ ໄດ້ຮັບຄວາມເດືອດຮ້ອນຢ່າງໜັກໜ່ວງໃນເວລານີ້.

ຊຶ່ງໃນນີ້ ກໍລວມເຖິງແຂວງຈໍາປາສັກດ້ວຍ ດັ່ງທີ່ທ່ານ ສຸປານີ ສີຫຼິປຸນໂຍ ຫົວໜ້າກະສິກໍາ-
ປ່າໄມ້ ແຂວງຈໍາປາສັກ ໄດ້ຊີ້ແຈງເຖິງຄວາມຕ້ອງການຂອງຜູ້ປະສົບໄພນໍ້າຖ້ວມພາຍໃນ
ແຂວງຈໍາປາສັກ ໂດຍສະເພາະແມ່ນຄວາມຕ້ອງການແນວພັນເຂົ້າ ສໍາຫຼັບເຮັດນາແຊງໃນ ໝໍ່ໆນີ້ວ່າ:

ສໍາຫຼັບແນວພັນເຂົ້າ ຄັນສິເວົ້າແລ້ວ ທັງໝົດນີ້ກະແມ່ນ 600 ກວ່າໂຕນເນາະ
ທີ່ຍັງບໍ່ພໍ 460 ໂຕນນີ້ ເຮົາກະໄດ້ສະເໜີທາງຂັ້ນເທິງພຸ້ນແລ້ວ ໂດຍສະເພາະ
ກະແມ່ນການ
ນໍາຂອງລັດຖະບານ ດຽວນີ້ກະໄດ້ສະເໜີຂຶ້ນໄປກະຊວງກະສິກໍາ
ໃນ
ຈໍານວນສີ່ຮ້ອຍກວ່າໂຕນຫັ່ນ ແລະ ເພີ່ນກະກໍາລັງຄົ້ນຄວ້າຢູ່ໃນເວລານີ້.

ທ່ານທອງສິງ ທໍາມະວົງ, ນາຍົກລັດຖະມົນຕີລາວ, ໄປກວດຢ້ຽມເບິ່ງເຂດທີ່ຖືກນໍ້າຖ້ວມໃນແຂວງວຽງຈັນ.
ທ່ານທອງສິງ ທໍາມະວົງ, ນາຍົກລັດຖະມົນຕີລາວ, ໄປກວດຢ້ຽມເບິ່ງເຂດທີ່ຖືກນໍ້າຖ້ວມໃນແຂວງວຽງຈັນ.

ທາງການລາວໄດ້ປະເມີນວ່າ
ການຟື້ນຟູສະພາບການດັ່ງກ່າວ
ໃນຂັ້ນເບື້ອງຕົ້ນຈະຕ້ອງໃຊ້ງົບ
ປະມານບໍ່ໜ້ອຍກວ່າ 600 ຕື້
ກີບ ເຊິ່ງຄາດວ່າ ຈະໄດ້ມາ
ຈາກເງິນສໍາຮອງຄົງຄັງຂອງລັດ
ຖະບານ ເພື່ອນໍາໃຊ້ເຂົ້າໃນການ
ບູລະນະແລະສ້ອມແປງຖະໜົນ,
ລະບົບຊົນລະປະທານ, ສາຍ
ສົ່ງກະແສໄຟຟ້າ, ໂຮງຮຽນ,
ໂຮງໝໍ ແລະສະຖານທີ່ຕ່າງໆ
ຂອງລັດຖະບານເປັນບຸລິມະສິດ.
ສ່ວນທີ່ເຫຼືອນັ້ນກໍຄາດຫວັງວ່າຈະໄດ້ຮັບການຊ່ວຍເຫຼືອ ແລະກູ້ຢືມຈາກຕ່າງປະເທດເປັນ
ດ້ານຫຼັກ

XS
SM
MD
LG