ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວວ່າ ໄພນໍ້າຖ້ວມ ໄດ້ທໍາລາຍຊັບສິນ ເປັນມູນຄ່າ ຫຼາຍກວ່າ 1 ພັນຕື້ກີບ


ອົງການສຸພະນິມິດ ຫລື World vision ປະຈໍາສປປລາວ ມອບເຄື່ອງຊ່ວຍເຫລືອໃຫ້ແກ່ຜູ່ປະສົບໄພນໍ້າຖ້ວມ ໂດຍຜ່ານພະແນກ ແຮງງານແລະສະຫວັດດີການສັງຄົມ ແຂວງຈໍາປາສັກ ໃນເດືອນກັນຍາ 2011
ອົງການສຸພະນິມິດ ຫລື World vision ປະຈໍາສປປລາວ ມອບເຄື່ອງຊ່ວຍເຫລືອໃຫ້ແກ່ຜູ່ປະສົບໄພນໍ້າຖ້ວມ ໂດຍຜ່ານພະແນກ ແຮງງານແລະສະຫວັດດີການສັງຄົມ ແຂວງຈໍາປາສັກ ໃນເດືອນກັນຍາ 2011

ລັດຖະບານລາວປະເມີນການວ່າ ໄພນໍ້າຖ້ວມຄັ້ງໃຫຍ່ໄດ້ກໍ່ໃຫ້ເກີດການເສຍຫາຍໄປຫຼາຍ ກວ່າ 1,390 ຕື້ ກີບ ແລະມີປະຊາຊົນລາວຫຼາຍກວ່າ 4 ແສນຄົນທີ່ໄດ້ຮັບຜົນກະທົບຢ່າງ ໜັກໜ່ວງ.

ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ໃນຖານະ
ໂຄສົກລັດຖະບານລາວ ໄດ້ຖະແຫຼງຢືນຢັນວ່າ ໄພນໍ້າຖ້ວມຄັ້ງໃຫຍ່ທີ່ເກີດຂຶ້ນຈາກພາຍຸ
ໂຊນຮ້ອນໄຫ່ໝ່າ ແລະພາຍຸນົກເຕັນ ລວມທັງປະລິມານນໍ້າຝົນ ທີ່ຕົກລົງມາຢ່າງຫຼວງ
ຫຼາຍໃນໄລຍະນີ້ ໄດ້ເຮັດໃຫ້ເກີດການເສຍຫາຍໄປແລ້ວ ຄິດເປັນມູນຄ່າລວມຫຼາຍກວ່າ
1,390 ຕື້ກີບ ຫຼື ເກືອບ 174 ລ້ານໂດລາ.

ຄວາມເສຍຫາຍດັ່ງກ່າວ ກໍມີທັງທີ່ເກີດຂຶ້ນກັບພື້ນທີ່ການກະສິກໍາກວ້າງກວ່າ 64,400
ເຮັກຕາ ໃນຂະນະທີ່ຂົວ 42 ແຫ່ງ ແລະຖະໜົນ 323 ເສັ້ນທາງຖືກກະແສນໍ້າພັດທໍາລາຍ
ໄປ. ສ່ວນໂຮງຮຽນ, ໂຮງໝໍ, ສະຖານທີ່ທ່ອງທ່ຽວ, ລະບົບສາຍສົ່ງກະແສໄຟຟ້າ ແລະ
ຄອງຊົນລະປະທານໃນພື້ນທີ່ 1,790 ໝູ່ບ້ານໃນເຂດ 96 ເມືອງຂອງ 12 ແຂວງຈາກທັງ
ໝົດ 17 ແຂວງໃນທົ່ວປະເທດນັ້ນກໍເສຍຫາຍຢ່າງໜັກ ເຊິ່ງກໍເຮັດໃຫ້ປະຊາຊົນຫຼາຍກວ່າ
429,900 ຄົນ ໄດ້ຮັບຄວາມເດືອດຮ້ອນຢ່າງໜັກໜ່ວງໃນເວລານີ້ ກັບທັງຍັງມີຜູ້ເສຍຊີວິດ
ໄປ ຍ້ອນໄພນໍ້າຖ້ວມດັ່ງກ່າວເຖິງ 30 ຄົນອີກດ້ວຍ.

ອົງການສະພາກາແດງຈີນ ມອບເງິນຈໍານວນ 30 ພັນໂດລາ ເພື່ອ ຊ່ວຍເຫລືອແກ່ພວກປະສົບໄພນໍ້າຖ້ວມໃນເດືອນສິງຫາ ແລະກັນຍາ, 2011 ທີ່ຜ່ານມານີ້
ອົງການສະພາກາແດງຈີນ ມອບເງິນຈໍານວນ 30 ພັນໂດລາ ເພື່ອ ຊ່ວຍເຫລືອແກ່ພວກປະສົບໄພນໍ້າຖ້ວມໃນເດືອນສິງຫາ ແລະກັນຍາ, 2011 ທີ່ຜ່ານມານີ້

ທ່ານ ນາງ ບຸນເພັງ ໄດ້ຖະແຫຼງ
ຊີ້ແຈງອີກດ້ວຍວ່າ ການຟື້ນຟູ
ສະພາບການດັ່ງກ່າວ ໃນຂັ້ນ
ເບື້ອງຕົ້ນຈະຕ້ອງໃຊ້ງົບປະມານ
ບໍ່ໜ້ອຍກວ່າ 600 ຕື້ກີບ ເຊິ່ງ
ຄາດວ່າ ຈະໄດ້ມາຈາກເງິນສໍາ
ຮອງຄົງຄັງຂອງລັດຖະບານ
ເພື່ອນໍາໃຊ້ເຂົ້າໃນການບູລະນະ
ແລະສ້ອມແປງຖະໜົນ, ລະ
ບົບຊົນລະປະທານ, ສາຍສົ່ງ
ກະແສໄຟຟ້າ, ໂຮງຮຽນ, ໂຮງ
ໝໍ ແລະສະຖານທີ່ຕ່າງໆຂອງ
ລັດຖະບານເປັນບຸລິມະສິດ
ໂດຍສະເພາະແມ່ນການສ້ອມແປງລະບົບຊົນລະປະທານ ເພື່ອໃຫ້ທັນກັບການປູກເຂົ້ານາ ແຊງໃນປີນີ້ອີກດ້ວຍແລ້ວ ຈຶ່ງເຮັດໃຫ້ລັດຖະບານລາວ ຕ້ອງລະດົມການປະກອບສ່ວນ
ຈາກພາກເອກະຊົນ ແລະຂໍຄວາມຊ່ວຍເຫຼືອຈາກຕ່າງປະເທດເປັນດ້ານຫຼັກ ເນື່ອງຈາກວ່າ
ໃນໄລຍະທີ່ຜ່ານມາ ລັດຖະບານລາວໄດ້ໃຫ້ການຊ່ວຍເຫຼືອສຸກເສີນ ແກ່ເຂດແຂວງຕ່າງໆ ທີ່ປະສົບກັບໄພນໍ້າຖ້ວມໃນມູນຄ່າລວມ ບໍ່ເຖິງ 2 ຕື້ກີບເທົ່ານັ້ນ.

ຍິ່ງໄປກ່ວານັ້ນ ການທີ່ປາກົດວ່າ ຍັງມີຫຼາຍແຂວງຕັ້ງແຕ່ພາກກາງລົງໄປເຖິງພາກໃຕ້ຂອງ
ລາວນັ້ນ ຍັງມີ ຄວາມສ່ຽງສູງ ທີ່ຈະຕ້ອງປະເຊີນກັບໄພນໍ້າຖ້ວມຫຼາຍຂຶ້ນອີກໃນໄລຍະນີ້ ຈຶ່ງບໍ່ພຽງແຕ່ຈະເຮັດໃຫ້ຕ້ອງເກີດ ການເສຍຫາຍເພີ່ມຂຶ້ນອີກເທົ່ານັ້ນ ຫາກແຕ່ ເພື່ອເປັນ
ການຫຼຸດຜ່ອນບັນຫາຜົນກະທົບດັ່ງກ່າວນັ້ນ ກໍຍັງເຮັດໃຫ້ປະຊາຊົນລາວຈະຕ້ອງຕິດຕາມ ຂ່າວພະຍາກອນອາກາດ ແລະປະກາດແຈ້ງການເຕືອນຕ່າງໆ ຈາກທາງການລາວ ຢ່າງ
ໃກ້ຊິດອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ກົມອຸຕຸນິຍົມ ແລະອຸທົກກະສາດ ໄດ້ຊີ້ແຈງວ່າ:

“ລະດັບນ້ຳຂອງ ແລະສາຂາແມ່ນ້ຳເຊບັ້ງໄຟ ຍັງສືບຕໍ່ຂຶ້ນຕື່ມອີກ ສະນັ້ນ ທາງ
ກົມອຸຕຸນິຍົມ ແລະອ
ທົກກະສາດ ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງ, ພໍ່ແມ່ ປະຊາຊົນທີ່ອາໄສຢູ່ພື້ນທີ່ຕໍ່າລຽບຕາມແມ່ນ້ຳຂອງ ແລະແມ່ນ້ຳເຊບັ້ງໄຟ ຈຸດມະ
ຫາໄຊ ແລະຈຸດຂົວເຊ ຈົ່ງມີສະຕິເກັບມ້ຽນສິ່ງຂອງ ແລະກຽມພ້ອມລະມັດ ລະວັງ
ເພື່ອຫຼີກເວັ້ນຜົນເສຍຫາຍຈາກສະພາບນໍ້າຖ້ວມ ພ້ອມນີ້ ຮຽກຮ້ອງເຖິງທຸກພາກ
ສ່ວນ
ຈົ່ງຕິດຕາມຂ່າວພະຍາກອນອາກາດ ແລະແຈ້ງລະດັບນໍ້າຈາກກົມອຸຕຸນິຍົມ ແລະອຸທົກກະສາດເປັນປະຈໍາ.

ບ້ານເຮືອນທີ່ຖືກນໍ້າຖ້ວມໃນເຂດແຂວງຈໍາປາສັກ ເມື່ອ ຕົ້ນເດືອນສິງຫາທີ່ຜ່ານມາ
ບ້ານເຮືອນທີ່ຖືກນໍ້າຖ້ວມໃນເຂດແຂວງຈໍາປາສັກ ເມື່ອ ຕົ້ນເດືອນສິງຫາທີ່ຜ່ານມາ

ສໍາລັບເຂດທີ່ມີຄວາມສ່ຽງ ທີ່ຈະໄດ້ຮັບ
ຜົນກະທົບຈາກໄພນໍ້າຖ້ວມຫຼາຍຕື່ມຂຶ້ນ
ອີກໃນໄລຍະນີ້ກໍຄື ເຂດທີ່ຢູ່ແຄມຝັ່ງນໍ້າ
ຂອງ ຕັ້ງແຕ່ແຂວງສະຫວັນນະເຂດ ລົງ
ໄປຫາແຂວງສາລະວັນ ຈົນເຖິງແຂວງ
ຈໍາປາສັກ ໂດຍສະເພາະແມ່ນແຂວງຈໍາ
ປາສັກ ເນື່ອງຈາກວ່າ ຕ້ອງຮອງຮັບປະ
ລິມານນໍ້າຈາກເຂດເໜືອອີກດ້ວຍນັ້ນ ຈຶ່ງມີຄວາມສ່ຽງສູງທີ່ຈະໄດ້ຮັບຜົນກະ
ທົບຈາກໄພນໍ້າຖ້ວມຫຼາຍຕື່ມຂຶ້ນອີກ.

XS
SM
MD
LG