ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ລັດຖະບານລາວ ບໍ່ມີງົບປະມານສຳລັບການສຳຫຼວດເພື່ອການຈັດທຳແຜນທີ່ຊັບພະຍາກອນແຮ່ທາດ


ຄຳທີ່ໄດ້ຂຸດຄົ້ນອອກມາຈາກບໍ່ຄຳໃນເມືອງເຊໂປນ ແຂວງສະຫວັນນະເຂດ.
ຄຳທີ່ໄດ້ຂຸດຄົ້ນອອກມາຈາກບໍ່ຄຳໃນເມືອງເຊໂປນ ແຂວງສະຫວັນນະເຂດ.

ລັດຖະບານລາວ ບໍ່ມີງົບປະມານສຳລັບການສຳຫຼວດເພື່ອການຈັດທຳແຜນທີ່ຊັບພະຍາກອນແຮ່ທາດ ທີ່ຕ້ອງນຳໃຊ້ຫຼາຍກວ່າ 24 ລ້ານໂດລາ ຈຶ່ງຄາດຫວັງວ່າ ຈະຕ້ອງກູ້ຢືມຫຼືໄດ້ຮັບການຊ່ວຍເຫຼືອຈາກຈີນ.

ທ່ານໂພນໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານແລະບໍ່ແຮ່ ໄດ້ຖະແຫລງກ່ຽວກັບແຜນຍຸດທະສາດການພັດທະນາອຸດສາຫະກຳການຂຸດຄົ້ນແຮ່ທາດແຫ່ງຊາດ ຈາກປັດຈຸບັນນີ້ ເຖິງປີ 2030 ເມື່ອບໍ່ດົນມານີ້ ວ່າ ເປົ້າໝາຍສຳຄັນທີ່ສຸດ ກໍຄືການສ້າງລາຍຮັບໃຫ້ໄດ້ເຖິງ 2,800 ລ້ານໂດລາ ຊຶ່ງຈະເປັນລາຍຮັບຈາກການອະນຸຍາດໃຫ້ສຳປະທານຂຸດຄົ້ນ ແລະການແປຮູບແຮ່ທາດເພື່ອຈຳໜ່າຍພາຍໃນ ແລະສົ່ງອອກໄປຕ່າງປະເທດ ໃຫ້ໄດ້ໃນມູນຄ່າລວມເຖິງ 23,400 ລ້ານໃນຊ່ວງປີ 2021-2030 ແລະຈະເລັ່ງດຳເນີນການສຳຫຼວດເພື່ອຈັດທຳແຜນທີ່ຊັບພະຍາກອນແຮ່ທາດ ທີ່ມີລັດຖະບານລາວ ດຳເນີນການທັງໝົດດ້ວຍຕົນເອງ ໃຫ້ສຳເລັດໃນປີ 2030 ອີກດ້ວຍ ແຕ່ບັນຫາ ກໍຄືລັດຖະບານ ຍັງບໍ່ມີງົບປະມານທີ່ຈະຕ້ອງນຳໃຊ້ຫລາຍກວ່າ 24 ລ້ານໂດລາ ຈຶ່ງຕ້ອງກູ້ຢືມ ແລະຂໍການຊ່ວຍເຫຼືອຈາກຕ່າງປະເທດເປັນດ້ານຫລັກ ດັ່ງທີ່ ທ່ານໂພໄຊ ໄດ້ໃຫ້ການຢືນຢັນວ່າ:

“ການສຳຫຼວດທໍລະນີສາດແຮ່ທາດເພື່ອສືບຕໍ່ໃນການສ້າງແຜນທີ່ທໍລະນີສາດແຮ່ທາດມາດຕາສ່ວນ 1 ສ່ວນ 100,000 ໃນເຂດທີ່ມີເນື້ອທີ່ 74,696 ກິໂລ-ຕາແມັດ ຊຶ່ງກວມເອົາ 31.5 ຂອງເນື້ອທີ່ທົ່ວປະເທດ ຄາດວ່າ ຈະໃຊ້ງົບປະມານ 20 ລ້ານໂດລາສະຫະລັດ ແລະສ້າງແຜນທີ່ທໍລະນີສາດ ແຮ່ທາດ ມາດຕາສ່ວນ 1 ສ່ວນ 200,000 ມາເປັນມາດຕາສ່ວນ 1 ສ່ວນ 50,000 ຄາດວ່າ ຈະນຳໃຊ້ງົບປະມານຈຳນວນ 4,450,000 ໂດລາສະຫະລັດ ຊຶ່ງໄດ້ສະເໜີໃຫ້ນຳໃຊ້ທຶນຂອງລັດ ໂດຍຮູນບແບບໃນການກູ້ຢືມຫຼືຊ່ວຍເຫຼືອລ້າຈາກຕ່າງປະເທດ.”

ໂດຍແຜນທີ່ທໍລະນີສາດແຮ່ທາດໃນລາວ ທີ່ນຳໃຊ້ໃນປັດຈຸບັນນີ້ ໄດ້ດຳເນີນການສຳຫຼວດ ແລະຈັດທຳໂດຍກົມໃຫຍ່ທໍລະນີສາດ ກະຊວງປ້ອງກັນປະເທດຂອງຈີນ ທີ່ໄດ້ສຳຫຼວດພົບແຫ່ງແຮ່ທາດໃນລາວ ເຖິງ 570 ແຫ່ງ ແລະໄດ້ປະເມີນວ່າ ມີປະລິມານສຳຮອງແຮ່ຄຳ ຫຼາຍກວ່າ 17 ລ້ານໂຕນ ແຮ່ທອງແດງຫຼາຍກວ່າ 182 ລ້ານໂຕນ ຖ່ານຫີນຫຼາຍກວ່າ 375 ລ້ານໂຕນ ແລະອັນຍະມະນີຫຼືແກ້ວປະເສີດ ທີ່ມູນຄ່າເກີນກວ່າ 100,000 ລ້ານໂດລາ ຊຶ່ງຈະຕ້ອງໄດ້ນຳໃຊ້ເທັກໂນໂລຈີທັນສະໄໝເຂົ້າໃນການຂຸດຄົ້ນ ຈຶ່ງຈະສາມາດນຳຂຶ້ນມາສ້າງມູນຄ່າທາງເສດຖະກິດໄດ້ຢ່າງແທ້ຈິງ ເພາະສະນັ້ນ ຈຶ່ງເຮັດໃຫ້ຈີນ ເປັນຝ່າຍທີ່ໄດ້ຮັບຜົນປະໂຫຍດຈາກການຂຸດຄົ້ນແຮ່ທາດໃນລາວ ຫຼາຍທີ່ສຸດ ທັງຍັງໄດ້ຮັບຜົນປະໂຫຍດຫຼາຍກວ່າທີ່ລັດຖະບານລາວ ໄດ້ຮັບອີກດ້ວຍ ເພາະຈົນເຖິງປັດຈຸບັນນີ້ ລັດຖະບານລາວ ຍັງບໍ່ມີທັງຂໍ້ມູນ ແລະແຜນຍຸດທະສາດການພັດທະນາດ້ານແຮ່ທາດທີ່ຊັດເຈນແຕ່ຢ່າງໃດ ດັ່ງທີ່ນັກທຸລະກິດໃນສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:

“ຜ່ານການຄົນຄວ້າຮ່າງຍຸດທະສາດການພັດທະນາແຮ່ທາດ 10 ປີ ແລະວິໄສທັດຮອດປີ 2023 ເຫັນວ່າ ຍັງມີບາງບັນຫາທີ່ທ້າທາຍໃນການຈັດຕັ້ງປະຕິບັດ ໂດຍສະເພາະແມ່ນການກຳນົດນະໂຍບາຍຊຸກຍູ້ ການສົ່ງເສີມ ການດຶງດູດການລົງທຶນເຂົ້າໃນການຜະລິດແຮ່ທາດເພື່ອຊົມໃຊ້ພາຍໃນປະເທດ ແລະສົ່ງອອກຍັງບໍ່ທັນຊັດເຈນ ແຮ່ທາດຊະນິດໃດ? ຄວນສະຫງວນໄວ້ ເພື່ອເປັນຜະລິດຕະພັນຊົມໃຊ້ພາຍໃນໄລຍະຍາວ ແຮ່ທາດປະເພດໃດ? ຄວນຂຸດຄົ້ນແລະປຸງແຕ່ງ ເພື່ອສົ່ງອອກຂາຍຕ່າງປະເທດ ການຈັດຕັ້ງປະຕິບັດແມ່ນຕິດພັນກັບຫຼາຍຂະແໜງການ ແຕ່ການກຳນົດສິດພາລະບົດບາດຍັງບໍ່ທັນຊັດເຈນ.”

ສ່ວນສະມາຊິກສະພາແຫ່ງຊາດລາວ ຢືນຢັນວ່າ ລັດຖະບານລາວ ໄດ້ຮັບຜົນປະໂຫຍດຈາກການອະນຸມັດໃຫ້ສຳປະທານຂຸດຄົ້ນແຮ່ທາດໃນອັດຕາທີ່ຕ່ຳຫລາຍໃນໄລຍະຜ່ານມາ ໂດຍສະເພາະແມ່ນການອະນຸມັດໃຫ້ສຳປະທານຂຸດຄົ້ນແຮ່ທາດແບບເລັ່ງດ່ວນແກ່ບັນດາບໍລິສັດຈາກຈີນ 98 ລາຍ ທີ່ມີຄ່າສຳປະທານຮ່ວມກັນພຽງ 228 ລ້ານໂດລາເທົ່ານັ້ນ ໃນຊ່ວງປີ 2021-2023 ຊຶ່ງນອກຈາກຈະເປັນຍ້ອນລັດຖະບານລາວ ບໍ່ມີບຸກຄະລາກອນທີ່ມີຄວາມຮູ້ກ່ຽວກັບເທັກໂນໂລຈີທີ່ທັນສະໄໝໃນດ້ານບໍ່ແຮ່ ແລ້ວຍັງປາກົດດ້ວຍວ່າ ມີການທຸຈະລິດໂດຍພະນັກງານລັດເກີດຂຶນຢ່າງກວ້າງຂວາງ ແລະບໍ່ມີການກວດກາສຳປະທານຢ່າງແທ້ຈິງດ້ວຍນັ້ນ ຈຶ່ງເຮັດໃຫ້ການຈັດເກັບລາຍໄດ້ບໍ່ມີປະສິດທິພາບ ແລະຖືກເອົາລັດ-ເອົາປຽບໄດ້ງ່າຍທັງຍັງສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະຊີວິດການເປັນຢູ່ຂອງປະຊາຊົນລາວ ຢ່າງກວ້າງຂວາງ ແລະຮຸນແຮງຂຶ້ນນັບມື້ ຈາກການຂຸດຄົ້ນແຮ່ທາດ 942 ໂຄງການໃນທົ່ວປະເທດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG