ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ການສົ່ງອອກເສື້ອຜ້າ ຂອງລາວ ຫລຸດລົງ ຍ້ອນຂາດແຄນ ແຮງງານ


ພະນັກງານຕັດຫຍິບ ຢູ່ທີ່ໂຮງງານແຫ່ງນຶ່ງໃນລາວ
ພະນັກງານຕັດຫຍິບ ຢູ່ທີ່ໂຮງງານແຫ່ງນຶ່ງໃນລາວ

ການສົ່ງອອກສິນຄ້າເສື້ອຜ້າ ສຳເລັດຮູບຂອງລາວຫລຸດລົງ 5 ເປີເຊັນ ໃນປີ 2016
ທັງຍັງມີທ່າອຽງຈະລົດລົງອີກໃນປີ 2017 ລວມທັງ ຍັງຈະຕ້ອງປະເຊີນກັບບັນຫາ
ຂາດແຄນແຮງງານທີ່ມີຝີມືເພີ່ມຂຶ້ນ ອີກດ້ວຍ.

ທ່ານໄຊບັນດິດ ຣາຊະພົນ ປະທານສະມາຄົມອຸດສາຫະກຳຕັດຫຍິບລາວ ຖະແຫລງ
ວ່າ ໃນຕະຫຼອດປີ 2016 ທີ່ຜ່ານມາ ການສົ່ງອອກຜະລິດຕະພັນເສື້ອຜ້າສຳເລັດຮູບ
ຂອງລາວ ໄປຕ່າງປະເທດມີມູນຄ່າລວມທັງໝົດ 160 ລ້ານໂດລາ ໂດຍເປັນການສົ່ງ
ອອກຂອງ 57 ໂຮງງານ ຈາກທີ່ມີຢູ່ທັງໝົດ 85 ໂຮງງານ ແລະມີການຈ້າງງານ 27,000
ກວ່າຄົນ ໃນທົ່ວປະເທດ ໃນນີ້ 90 ເປີເຊັນ ເປັນແຮງງານລາວເພດຍິງ.

ການສົ່ງອອກຜະລິດຕະພັນເສື້ອຜ້າສຳເລັດຮູບດັ່ງກ່າວ ກໍລົດລົງໃນອັດຕາສະເລ່ຍ
5 ເປີເຊັນ ເມື່ອທຽບໃສ່ ປີ 2015 ທີ່ມີມູນຄ່າການສົ່ງອອກຜະລິດຕະພັນເສື້ອຜ້າ
ສຳເລັດຮູບ ໃນມູນຄ່າລວມ 174 ລ້ານໂດລາ ຊຶ່ງກໍຫລຸດລົງໃນອັດຕາສະເລ່ຍເຖິງ
7.25 ເປີເຊັນ ທຽບກັບປີ 2014 ທີ່ການສົ່ງອອກຜະລິດຕະພັນເສື້ອຜ້າສຳເລັດຮູບ
ຂອງລາວ ມີມູນຄ່າລວມເກີນກວ່າ 187 ລ້ານໂດລາ.

ໂຮງງານຕັດຫຍິບຢູ່ໃນລາວທັງຫຼາຍກຳລັງຂາດແຄນພະນັກງານ ຕັດຫຍິບທີ່ມີຝີມືເກືອບ 30,000 ຄົນ.
ໂຮງງານຕັດຫຍິບຢູ່ໃນລາວທັງຫຼາຍກຳລັງຂາດແຄນພະນັກງານ ຕັດຫຍິບທີ່ມີຝີມືເກືອບ 30,000 ຄົນ.

ສ່ວນຈຳນວນໂຮງງານຕັດຫຍິບ ກໍໄດ້ລົດລົງເຊັ່ນກັນ ໂດຍຫລຸດລົງຈາກ 110 ໂຮງການ
ໃນເດືອນກຸມພາ 2015 ມາເປັນ 92 ໂຮງງານ ໃນທ້າຍປີດຽວກັນ ແລະ 85 ໂຮງງານ
ໃນປັດຈຸບັນ ຫາກແຕ່ກໍຄາດວ່າ ໂຮງງານເຫຼົ່ານີ້ ຈະຕ້ອງການແຮງງານມີຝີມືຫຼາຍກວ່າ
60,000 ຄົນໃນປີ 2017 ນີ້ ແຕ່ໃນຕົວຈິງ ແຮງງານລາວ ກໍສາມາດຕອບສະໜອງໄດ້
ພຽງ 31,000 ຄົນເທົ່ານັນ ຈຶ່ງນັບເປັນປັດໄຈໜຶ່ງທີ່ເຮັດໃຫ້ພາກອຸດສາຫະກຳຕັດຫຍິບ
ໃນລາວ ບໍ່ໄດ້ຮັບການພັດທະນາຄຸນນະພາບການຜະລິດໃຫ້ດີຂຶ້ນ ຊຶ່ງກໍເຊັ່ນດຽວກັນ
ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງແຮງງານ ແລະສະຫວັດດີການສັງຄົມ ໄດ້ໃຫ້ການ
ອະທິບາຍວ່າ:

“ອັນນຶ່ງທີ່ທ້າທາຍກໍແມ່ນສະຕິຄວາມອົດທົນ ຄວາມບາກບັ່ນສູ້ຊົນຂອງກຳລັງ
ແຮງງານລາວ ຖ້າທຽບກັບແຮງງານປະເທດໃກ້ຄຽງ ເຮົາກໍຢູ່ໃນລະດັບຈຳກັດ
ຊາວໜຸ່ມ ລູກຫລານ ມີຄວາມພະຍາຍາມ ຄວາມອົດທົນ ຄວາມທົນທານ ສະຕິ
ລະບຽບວິໄນ ໃນການອອກແຮງງານນີ້ ຍັງເປັນບັນຫາທ້າທາຍ ຜູ້ຈ້າງແຮງງານ
ສ່ວນຫຼາຍກໍມັກວິພາກວິຈານ ຫຼືວ່າ ກະສະເໜີມາຫາອົງການຄຸ້ມຄອງແຮງງານ
ສ່ວນຫຼາຍ ກໍແມ່ນເວົ້າເຖິງສະຕິການອອກແຮງງານ ແລ້ວພວກເຮົາໄປເບິ່ງຕົວຈິງ
ກໍເປັນແນວນັ້ນ ຄັນແມ່ນຮອດລະດູເຮັດນາແລ້ວ ກໍເມື່ອບ້ານ ເມືອເຮັດນາກ່ອນ
ແລ້ວນາແລ້ວ ຈຶ່ງຈະກັບຄືນມາເພື່ອສະໝັກງານໃໝ່ ອັນນີ້ມັນກະຍາກແທ້ເດີ້.”

ນອກຈາກນີ້ການທີ່ລາວຍັງຕ້ອງປະເຊີນກັບບັນຫາຂາດແຄນແຮງງານມີຝີມື ແລະ
ບໍ່ສາມາດຕອບສະໜອງແຮງງານມີຝີມືໃຫ້ກັບບັນດາບໍລິສັດຕ່າງຊາດ ທີ່ລົງທຶນໃນ
ລາວ ໄດ້ຢ່າງພຽງພໍນັ້ນ ຍັງເຮັດໃຫ້ທາງການລາວ ຕ້ອງອະນຸຍາດໃຫ້ບັນດາບໍລິສັດ
ຕ່າງຊາດ ຈ້າງແຮງງານມີຝີມືຈາກຕ່າງປະເທດໄດ້ ຈຳນວນຫຼາຍໝື່ນຄົນ ໂດຍໄດ້
ມີການຂຶ້ນທະບຽນແຮງງານຕ່າງຊາດໃນລາວ ໄປແລ້ວ 22,000 ກວ່າຄົນ ຊຶ່ງສ່ວນ
ຫຼາຍ ກໍເປັນແຮງງານຊາວຫວຽດນາມ ຈີນ ແລະ ໄທ ຕາມລຳດັບ.

ຄົນລາວຈຳນວນນຶ່ງ ພາກັນເດີນທາງໄປເຮັດວຽກ ຢູ່ໄທທີ່ໃຫ້ຄ່າຈ້າງສູງກວ່າ
ຄົນລາວຈຳນວນນຶ່ງ ພາກັນເດີນທາງໄປເຮັດວຽກ ຢູ່ໄທທີ່ໃຫ້ຄ່າຈ້າງສູງກວ່າ

ນອກຈາກນັ້ນ ການທີ່ປາກົດວ່າແຮງງານລາວ ສ່ວນຫຼາຍ ຍັງໄດ້ພາກັນເດີນທາງໄປ
ເຮັດວຽກ ຢູ່ໃນປະເທດໄທ ເນື່ອງຈາກວ່າ ມີຄ່າຈ້າງຂັ້ນຕ່ຳ ໃນອັດຕາທີ່ສູງກວ່າ ຢູ່ໃນ
ລາວດ້ວຍນັ້ນ ຈຶ່ງຍັງຄົງເຮັດໃຫ້ເກີດບັນຫາຂາດແຄນແຮງງານໃນລາວຢູ່ເລື້ອຍມາ.

ທັງນີ້ ໂດຍຕາມແຜນການພັດທະນາດ້ານແຮງງານໃນຊ່ວງປີ 2016-2020 ນັ້ນ
ລັດຖະບານລາວ ໃຫ້ຄວາມສຳຄັນເປັນພິເສດ ໃນການພັດທະນາຫລັກສູດ ເພື່ອສ້າງ
ແຮງງານທີ່ມີຝີມືໃຫ້ໄດ້ ຫຼາຍກວ່າ 658,000 ຄົນ ສຳລັບຕອບສະໜອງໃຫ້ແກ່ບັນດາ
ບໍລິສັດຕ່າງຊາດ ທີ່ລົງທຶນໃນລາວໃຫ້ໄດ້ຢ່າງພຽງພໍ ແລະສ້າງມາດຕະຖານຝີມື
ແຮງງານໃໝ່ໃຫ້ໄດ້ໃນ 25 ສາຂາອາຊີບ ດຳເນີນການທົດສອບ ແລະອອກໃບຢັ້ງຢືນ
ມາດຕະຖານຝີມືແຮງງານ 27 ສາຂາອາຊີບໃຫ້ກັບແຮງງານລາວ 12,500 ຄົນ ເພື່ອ
ໃຫ້ສາມາດໄປເຮັດວຽກໄດ້ໃນທຸກປະເທດ ໃນອາຊ່ຽນດ້ວຍກັນ.

XS
SM
MD
LG