ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ບັນດາພັນທະມິດ ເຂດອ່າວເປີເຊຍ ສັນຍາຈະຊ່ອຍ ອີຈິບ 12 ພັນລ້ານໂດລາ


ປະທານາທິບໍດີອີຈິບ ທ່ານ Abdel Fattah el-Sissi (ຂວາ) ຂອບອົກຂອບໃຈ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry (ຊ້າຍ) ຫລັງຈາກທ່ານ Kerry ກ່າວຄຳປາໄສ ທີ່ກອງປະຊຸມເສດຖະກິດ ຢູ່ເມືອງ Sharm el-Sheikh (13 ມີນາ 2015)
ປະທານາທິບໍດີອີຈິບ ທ່ານ Abdel Fattah el-Sissi (ຂວາ) ຂອບອົກຂອບໃຈ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry (ຊ້າຍ) ຫລັງຈາກທ່ານ Kerry ກ່າວຄຳປາໄສ ທີ່ກອງປະຊຸມເສດຖະກິດ ຢູ່ເມືອງ Sharm el-Sheikh (13 ມີນາ 2015)

ບັນດາປະເທດພັນທະມິດໃນເຂດອ່າວເປີເຊຍຂອງອີຈິບ ໄດ້ໃຫ້
ຄຳໝັ້ນສັນຍາ ຢູ່ກອງປະຊຸມເສດຖະກິດ ໃນມື້ວັນສຸກວານນີ້ວ່າ
ຈະໃຫ້ການຊ່ອຍເຫລືອແລະການລົງທຶນໃນມູນຄ່າ 12 ພັນລ້ານ ໂດລາໂດຍແນໃສ່ເພື່ອເຮັດໃຫ້ເສດຖະກິດທີ່ພວມປະສົບບັນຫາ
ຂອງອີຈິບຟື້ນໂຕຄືນ.

ພວກຜູ້ນຳຂອງຄູເວດ ຊາອຸດີ ອາຣາເບຍ ແລະສະຫະລັດອາຣັບ
ເອເມີເຣັດຕ່າງກໍໄດ້ໃຫ້ຄຳໝັ້ນສັນຍາປະເທດລະ 4 ພັນລ້ານໂດ
ລາເພື່ອຊ່ອຍອີຈິບ ໃນມື້ທຳອິດຂອງກອງປະຊຸມທີ່ເມືອງ Sharm
el-Sheikh.

ນອກນັ້ນແລ້ວຍັງມີພວກຜູ້ນຳທຸລະກິດຫລາຍຮ້ອຍຄົນແລະພວກນັກການທູດຈາກຢູໂຣບ
ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ນຳດ້ວຍ.

ປະທານາທິບໍດີອີຈິບ ທ່ານ Abdel Fattah el-Sissi ກ່າວວ່າ ລັດຖະບານຂອງທ່ານໄດ້ ປະຕິຮູບກົດໝາຍຕ່າງໆແລະເຮັດໃຫ້ງ່າຍຂຶ້ນໃນດ້ານລະບຽບການທີ່ໄດ້ສ້າງຄວາມຫຍຸ້ງ ຍາກແລະເປັນອັນຕະລາຍສຳຫລັບບັນດາບໍລິສັດທີ່ຈະໄປລົງທຶນຢູ່ໃນອີຈິບ.

ທ່ານກ່າວວ່າ ອີຈິບໄດ້ຈ່າຍໜີ້ສິນຕ່າງປະເທດກົງຕາມເວລາແລະຕ້ອງການຢາກຈະສ້າງ ຄວາມເຊື່ອໝັ້ນ ແລະຄວາມໄວ້ເນື້ອເຊື່ອໃຈ ໃນເສດຖະກິດ.

ສ່ວນທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະລັດກ່າວວ່າທ່ານ el-Sissi
ມີຄວາມໝາຍໝັ້ນທີ່ຈະເຮັດໃຫ້ເສດຖະກິດຂອງອີຈິບເຕີບໃຫຍ່ຂະຫຍາຍໂຕ.

ທ່ານ Kerry ເວົ້າວ່າ “ຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ ໃນການປະຕິວັດ ປີ 2011 ກໍ ແມ່ນເພື່ອໃຫ້ມີການແຈກຢາຍຄວາມອຸດົມຮັ່ງມີ ທີ່ຍຸດຕິທຳຫລາຍຂຶ້ນ ທີ່ຕ້ອງໄດ້ມີຄວາມ ໝາຍໝັ້ນ ເພື່ອໃຫ້ອຳນາດພວກໜຸ່ມນ້ອຍສົມຫວັງ ໃນຄວາມໄຝ່ຝັນ ຂອງພວກເຂົາເຈົ້າ
ເພື່ອໃຫ້ບັນລຸຄວາມປາດຖະໜາ ຂອງພວກເຂົາເຈົ້າ ເພື່ອເປັນການຊຸກຍູ້ ກຸ່ມສັງຄົມພົນ
ລະເຮືອນທີ່ເສລີ ຂະຫຍັນຂັນແຂງ ແລະມີອິດສະຫຼະ.”

ນອກນັ້ນ ທ່ານ Kerry ຍັງເວົ້າວ່າ ສະຫະລັດໄດ້ຕັດສິນໃຈແລ້ວທີ່ຈະຊ່ອຍເຫຼືອອີຈິບໃນ ການຕໍ່ສູ້ກັບພວກຫົວຮຸນແຮງຈັດ ແລະພວກກໍ່ການຮ້າຍ ທີ່ທ່ານກ່າວວ່າ ຕ້ອງການຢາກ ທຳລາຍແລະນຳເອົາປະເທດກັບຄືນໄປສູ່ຍຸກສະໄໝກ່ອນ ແທນທີ່ ຈະກ້າວໄປຂ້າງໜ້າ.

ອີຈິບ ພວມທຳການດີ້ນຮົນ ເພື່ອຟື້ນໂຕຄືນ ຈາກການລຸກຮືຂຶ້ນໃນປີ 2011 ທີ່ໄດ້ບັງຄັບ ໃຫ້ຜູ້ນຳມາເປັນເວລາດົນນານຂອງປະເທດ ທ່ານ Hosni Mubarak ຕ້ອງໄດ້ລາອອກ
ຊຶ່ງຫລັງຈາກນັ້ນສອງປີຕໍ່ມາກໍໄດ້ມີການເຮັດລັດຖະປະຫານໂດຍພວກທະຫານເພື່ອຂັບ ໄລ່ປະທານາທິບໍດີຂອງພັກສາສະໜາອິສລາມທ່ານ Mohamed Morsi.

ຄວາມວຸ້ນວາຍທາງການເມືອງ ແລະການກໍ່ຄວາມຮຸນແຮງໂດຍພວກຫົວຕໍ່ສູ້ອິສລາມ ທີ່ ໄດ້ທຳການໂຈມຕີຕຳຫຼວດ ແລະທະຫານ ຢູ່ເຂດແຫຼມ Sinai ໄດ້ຂັບໄລ່ພວກນັກລົງທຶນ ຕ່າງປະເທດ ແລະເຮັດໃຫ້ເສດຖະກິດຂອງອີຈິບ ເປັນອຳມະ ພາດ.

Egypt's Gulf allies pledged $12 billion in aid and investment Friday at an economic conference aimed bringing the battered Egyptian economy back to life.

The leaders of Kuwait, Saudi Arabia, and the United Arab Emirates each promised $4 billion for Egypt at the first day of the conference in Sharm el-Sheikh.

Hundreds of business leaders and European diplomats are also attending.

Egyptian President Abdel Fattah el-Sissi said his government has reformed laws and streamlined regulations that made it difficult and dangerous for companies to invest in Egypt.

He said Egypt has faithfully repaid its international debts and wants to build confidence and trust in the economy.

U.S. Secretary of State John Kerry said Mr. Sissi is committed to Egyptian growth.

"An essential demand of the Revolution of 2011 was a more equal distribution of wealth that requires a commitment to empowering young people to fulfilltheir dreams, to meet their aspirations ........in order to promote a free and active and independent civil society," Kerry told the conference.

Kerry also said the U.S. is determined to help Egypt fight extremists and terrorism who he says want to destroy and take the country back in time instead of moving it forward.

Egypt is struggling to emerge from the 2011 uprising that forced long-time leader Hosni Mubarak to resign, followed just two years later by the military's ouster of Islamist President Mohamed Morsi.

The political unrest and violence by Islamic militants who have attacked police and soldiers in Sinai have driven away foreign investors and crippled the Egyptian economy.

Mr. Sissi has appealed to Washington to boost military aid to help combat the extremists.

The Obama administration froze part of the annual $1.5 billion in military assistance to Egypt last year over concerns at Mr. Sissi's violent suppression of his political opponents. Hundreds have been killed and thousands thrown in prison during the crackdown.

Kerry will also meet with Palestinian President Mahmoud Abbas and Jordan's King Abdullah. That discussion is expected to focus on the future of the cash-strapped Palestinian Authority.

XS
SM
MD
LG