ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປ. ​ເຄັນ​ຢາ ​​ຍັບ​ຍັ້ງ ​ຮ່າງ​ກົດໝາຍອະນຸມັດ​ ເງິນ​​ໂບນັສ ໃຫ້​ ສສ


ທ່ານ Mwai Kibaki (ຂວາ) ປະທານາທິບໍດີ ເຄນຢາ
ທ່ານ Mwai Kibaki (ຂວາ) ປະທານາທິບໍດີ ເຄນຢາ
ປະ​ທາ​ນາ​ທິບໍດີ ​ເຄັນ​ຢາ ​ໄດ້​ໃຊ້​ສິດ​ຍັບ​ຍັ້ງ​ຮ່າງ​ກົດໝາຍ ທີ່ຈະ​ອະນຸມັດ​ໃຫ້​ເງິນໂບນັສ ​ແກ່​ສະມາຊິກ​ສະພາຄົນ​ລະ 107,000 ​ໂດລ່າ ນັ້ນ.

​ເມື່ອ​ວັນ​ເສົາ​ວານ​ນີ້ ປະທານາທິບໍດີ Mwai Kibaki ​ໄດ້​ສັ່ງ​ໃຫ້​ລັດຖະມົນ ຕີ​ກະຊວງ​ຍຸຕິ​ທໍາ​ຂອງ​ເຄັນ​ຢາ ຮ່າງ​ມາດ​ຕະການ​ດັ່ງກ່າວ​ນັ້ນ​ຄືນ​ໃໝ່​ເພື່ອ ຮັບປະກັນ​ວ່າ ​ມັນ​ຈະ​ບໍ່​ຂັດ​ກັບ​ລັດຖະທໍາ​ມະນູນ. ພາຍ​ໃຕ້​ລັດຖະທໍາ​ມະນູນ ຂອງ​ເຄັນ​ຢາ​ນັ້ນ ​ເງິນ​ເດືອນ​ຂອງ​ລັດຖະກອນ ​ແມ່ນ​ຄວບ​ຄຸມ​ໂດຍກໍາມາ​ທິການ​ ເງິນ​ເດືອນ​ແລະ​ເ​ງິນຊົດ​ເຊີຍ.

ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ ທີ່​ມີ​ບ່ອນ​ນັ່ງ 222 ບ່ອນ​ນັ້ນ ​ໄດ້ລົງ​ຄະ​ແນນ​ສຽງ​ ອະນຸມັດ​ເງິນ​ໂບນັສ​ ຈໍານວນຫຼວງຫຼາຍນີ້ ​ໃຫ້​ແກ່​ຕົນເອງ ​ເມື່ືອ ວັນ​ພຸດ​ຜ່ານ​ມາ ອັນ​ເປັນ​ພາລະກິດ​ບັ້ນສຸດທ້າຍ​ກ່ອນ​ປິດ​ສະພາ ສໍາລັບ ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ່ 4 ​ເດືອນ​ມີນາ ຕໍ່ໜ້າ​ນີ້. ນອກ​ນີ້​ແລ້ວ ​ສະມາຊິກ​ສະພາຍັງ​ລົງມະຕິ ​ໃຫ້​ຜູ້​ແທນ​ແຕ່ລະຄົນ ມີຄົນ​ອາລັກຂາ​ໄປ​ຕະຫຼອດຊີວິດ ມີ​ຄົນ​ຂັບ​ລົດ ມີ​ການ​ສົ່ງສະການ​ທາງ​ການ ​ແລະ​ໃຫ້​ສາມາດເຂົ້າຮ້ານ​ກິນ ດື່ມ​ໃນ​ຫ້ອງ​ວີ​ໄອ​ພີ ຫຼືບຸກຄົນ​ສໍາຄັນ​ ທີ່​ສະໜາມ​ບິນ​ຕ່າງໆ​ຂອງເຄັນ​ຢາ​ໄດ້.

ປະທານາທິບໍດີ Kibaki ​ໄດ້​ໃຊ້​ສິດ​ຍັບ​ຍັ້ງ ​ເງິນ​ໂບນັສທໍານອງ​ດຽວ​ກັນ​ນີ້ ສໍາ​ລັບ​ສະມາຊິກ​ສະພາ​ ເມື່ອ​ເດືອນ​ຕຸລາ​ຜ່ານ​ມາ ​ໂດຍ​ກ່າວ​ວ່າ ມັນ​ບໍ່​ຖືກ ຕ້ອງຕາ​ມລັດຖະທໍາ​ມະນູນ ​ແລະເປັນການ​ໃຫ້ທີ່​ບໍ່​ເໝາະ​ສົມ ພາຍ​ໃຕ້ ສະພາບ​ການ​ເສດຖະກິດ​ຂອງ​ປະ​ເທດ​ທີ່​ເປັນ​ໄປ​ຢູ່​ໃນ​ເວລາ​ນີ້​.

​ແຕ່​ຄັ້ງ​ນີ້ ພວກ​ຜູ້​ແທນໄດ້​ເອົາ​ຂໍ້ກໍານົດ​ນຶ່ງ​ຕື່ມ​ເຂົ້າ​ໃສ່​ຮ່າງ​ກົດໝາຍ​ດັ່ງ ກ່າວ ທີ່​ມອບເງິນ​ໂບນັສ ຈໍານວນ 300,000 ​ໂດ​ລ່າ ​ໃຫ້​ແກ່​ປະທານາ ທິບໍດີ ​ເວລາ​ທ່ານ​ອອກກິນ​ເບ້ຍ​ບໍານານ​ ໃນ​ປີ​ນີ້.

ບັນດາ​ສະມາຊິກ​ສະພາ​ເຄັນ​ຢາ ແມ່ນ​ຮວມຢູ່​ໃນ​ພວກ​ຜູ້​ແທນ​ທີ່ໄດ້​ຮັບ​ເງິນເດືອນຫຼາຍ ​ໃນ​ທະວີບ​ອາ​ຟຣິກາ ຄື​ໄດ້​ຮັບ​ເງິນ​ເດືອນໆ ນຶ່ງ​ປະມານ 13,000 ​ໂດລ່າ.

​ເງິນໂບນັສ​ທີ່​ສະ​ເໜີ​ນີ້ ​ແມ່ນ​ໄດ້​ຮັບ​ສຽງ​ວິພາກ​ວິ​ຈານ​ໂຈມ​ຕີ​ກັນ​ຢ່າງ​ໃຫຍ່ ​ໃນ​ກຸ່ມ​ປະຊາຊົນ.
XS
SM
MD
LG