ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ນັກຂ່າວຖືກຈັບຂັງຄຸກ ໃນລະຫວ່າງທີ່ກຸ່ມຕາລິບານ ສືບຕໍ່ປາບປາມອົງການຂ່າວຕ່າງໆ


ແຟ້ມຮູບ-ນາງມາຊີດ ບາດສ໌ (Masheed Barzz), ນັກຂ່າວຊ່າງ 1TV ຊາວອັຟການິສຖານ, ປາກົດໂຕຕໍ່ໜ້າໂທລະພາບດ້ວຍຜ້າທີ່ປົກໜ້າຂອງນາງ, ໃນນະຄອນຫຼວງກາບູລ, ວັນທີ 25 ພຶດສະພາ 2022. ກຸ່ມຕາລິບານ ໄດ້ອອກກົດບັງຄັບໃຫ້ນັກຂ່າວ ແລະແຂກຮັບເຊີນທີ່ເປັນແມ່ຍິງ ຈົ່ງປົກໜ້າຂອງພວກເຂົາເຈົ້າ ຍົກເວັ້ນຕາ ໃນເວລາອອກໂທລະພາບ.
ແຟ້ມຮູບ-ນາງມາຊີດ ບາດສ໌ (Masheed Barzz), ນັກຂ່າວຊ່າງ 1TV ຊາວອັຟການິສຖານ, ປາກົດໂຕຕໍ່ໜ້າໂທລະພາບດ້ວຍຜ້າທີ່ປົກໜ້າຂອງນາງ, ໃນນະຄອນຫຼວງກາບູລ, ວັນທີ 25 ພຶດສະພາ 2022. ກຸ່ມຕາລິບານ ໄດ້ອອກກົດບັງຄັບໃຫ້ນັກຂ່າວ ແລະແຂກຮັບເຊີນທີ່ເປັນແມ່ຍິງ ຈົ່ງປົກໜ້າຂອງພວກເຂົາເຈົ້າ ຍົກເວັ້ນຕາ ໃນເວລາອອກໂທລະພາບ.

ກຸ່ມຜູ້ໃຫ້ການສະໜັບສະໜູນອົງການຂ່າວອິດສະຫຼະ ກໍາລັງດໍາເນີນການຮຽກຮ້ອງ​ໃຫ້ລັດຖະບານ​ຕາ​ລີິບານທີ່ກໍາລັງປົກຄອງປະເທດອັຟກາ​ນິສຖານໃນຂະນະນີ້ ຈົ່ງ​ປ່ອຍໂ​ຕ​ນັກ​ຂ່າວ​ທ້ອງ​ຖິ່ນ​ຄົນ​ນຶ່ງ​ທີ່​ຖືກຂັງ​ຄຸກ​ໃນ​ຂໍ້​ຫາ​ທີ່​ບໍ່​ໄດ້​ລະບຸ​ອອກມາ.

ທ້າວຮາບີບ ຣະມານ ທາເຊຍ (Habib Rahman Taseer) ຖືກ​ກັກ​ຂັງ​ໂດຍ​ອົງການ​ສືບ​ລັບ​ຂອງ​ກຸ່ມ​ຕາ​ລິ​ບານ ຢູ່​ບໍລິເວນ​ແຂວງ ກາສນີ (Ghazni) ​ໃນ​ຕົ້ນ​ເດືອນ​ນີ້.

ອີງ​ຕາມ​ສູນກາງນັກ​ຂ່າວຂອງ​ອັ​ຟ​ກາ​ນິ​ສ​ຖານ ຫຼື AFJC, ຕໍ່ມາ ​ລາວ​ໄດ້​ຖືກ​ຍົກ​ຍ້າຍ​ໄປຂັງຢູ່​ຄຸກຂອງ​ແຂວງ​ໃນ​ວັນ​ພຸດແລ້ວ​.

AFJC ກ່າວວ່າ ໃນຖະແຫຼງການສະບັບນຶ່ງວ່າ “ພວກເຮົາຮຽກຮ້ອງໃຫ້ມີການປ່ອຍໂຕລາວໃນທັນທີ ແລະບໍ່ມີເງື່ອນໄຂໃດໆ.”

ເຈົ້າ​ໜ້າ​ທີ່​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ​ວັດທະນະ​ທໍາຂອງ​ອັຟກາ​ນິສຖານ, ເຊິ່ງ​ເປັນຫ້ອງການຂອງ​ຄະນະ​ກຳມາ​ທິການ​ທີ່​ຄຸ້ມ​ຄອງອົງການຂ່າວ, ບໍ່​ໄດ້​ຕອບ​ສະໜອງ​ຕໍ່​ການ​ຮ້ອງ​ຂໍ​ຄວາມ​ເຫັນຕ່າງໆ​ກ່ຽວ​ກັບ​ການ​ກັກ​ຂັງ ​ທ້າວ ທາເຊຍ.

ກຸ່ມ​ຕາ​ລີິບານ ຍັງຄົງ​ສືບ​ຕໍ່ບີບບັງຄັບ​ບັນດາ​ນັກ​ຂ່າວ ​ແລະ​ຜູ້ສະໜອງເນື້ອໃນ ທີ່​ກ່ຽວຂ້ອງ​ກັບ​ສື່​ມວນ​ຊົນ​ອັຟກາ​ນິສຖານ​ທີ່​ປະຕິບັດ​ງານ​ຢູ່​ນອກ​ປະ​ເທດ.

ນັກ​ຂ່າວ​ສອງ​ຄົນ​ຢູ່​ໃນ​ອັຟກາ​ນິສຖານ ກ່າວ​ຕໍ່ VOA ວ່າ ​ເຈົ້າໜ້າ​ທີ່​ຕາ​ລີິບານ ​ໄດ້​ຕິດຕາມ​ບຸກຄົນ​ທີ່​ສະໜອງ​ເນື້ອ​ໃນ​ໃຫ້​ແກ່ອົງການຂ່າວຕ່າງໆທີ່​ຖືກ​ຫ້າມ​ເຫຼົ່ານີ້ ເປັນປະຈໍາ.

ນຶ່ງໃນບັນດານັກຂ່າວ, ຜູ້ທີ່ຂໍບໍ່ໃຫ້ເປີດເຜີຍຊື່ຂອງລາວ ເນື່ອງຈາກເຫດຜົນດ້ານຄວາມປອດໄພ ກ່າວວ່າ “ຂ້າພະເຈົ້າຮູ້ຈັກບຸກຄົນຈໍານວນນຶ່ງທີ່ຖືກກັກຂັງ ແລະໄດ້ຮັບການປ່ອຍໂຕອອກມາ ຫຼັງຈາກຮັບຮອງວ່າ ພວກເຂົາຈະບໍ່ເຮັດວຽກໃຫ້ຊ່ອງຂ່າວຕ່າງໆທີ່ຖືກຫ້າມເຫຼົ່ານັ້ນອີກ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG