ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ພົນລະເມືອງຊາວຍີ່ປຸ່ນ 5 ຄົນ ລອດຊີວິດຢ່າງວຸດວິດ ໃນການໂຈມຕີສະຫຼະຊີບ ຢູ່ໃນນະຄອນຄາຣາຈີ ຂອງປາກິສຖານ ຕຳຫຼວດ ກ່າວ


ບັນດານັກສືບສວນສອບສວນຂອງປາກິສຖານ ກຳລັງກວດກາເບິ່ງຄວາມເສຍຫາຍຕໍ່ລົດຕູ້ຄັນນຶ່ງ ຢູ່ສະຖານທີ່ເກີດເຫດການໂຈມຕີສະຫຼະຊີບ ໃນນະຄອນຄາຣາຈີ ຂອງປາກິສຖານ, ວັນທີ 19 ເມສາ 2024.
ບັນດານັກສືບສວນສອບສວນຂອງປາກິສຖານ ກຳລັງກວດກາເບິ່ງຄວາມເສຍຫາຍຕໍ່ລົດຕູ້ຄັນນຶ່ງ ຢູ່ສະຖານທີ່ເກີດເຫດການໂຈມຕີສະຫຼະຊີບ ໃນນະຄອນຄາຣາຈີ ຂອງປາກິສຖານ, ວັນທີ 19 ເມສາ 2024.

ຕຳຫຼວດໃນນະຄອນຄາຣາຈີ ຂອງປາກິສຕານ ກ່າວໃນວັນສຸກມື້ນີ້ ວ່າ ມີຜູ້ລະເບີດສະຫຼະຊີບສອງຄົນ ໄດ້ໂຈມຕີລົດຕູ້ຄັນນຶ່ງທີ່ບັນທຸກພວກຄົນງານໃນ​ອຸດ​ສາ​ຫະ​ກຳລົດຍົນຂອງຍີ່ປຸ່ນ 5 ຄົນ ແຕ່ພວກເຂົາເຈົ້າໝົດທຸກຄົນລອດ ຊີວິດໂດຍບໍ່ໄດ້ຮັບບາດເຈັບໃດໆເລີຍ.

ເຈົ້າໜ້າທີ່ຕຳຫຼວດອາວຸໂສທ່ານນຶ່ງ ໄດ້ກ່າວບອກບັນດານັກຂ່າວວ່າ ພວກຄົນງານອຸດ​ສາ​ຫະ​ກຳລົດຍົນດັ່ງກ່າວ ກຳລັງຖືກຂັບໄປສົ່ງຢູ່ທີ່ເຂດອຸດສາຫະກຳ ໃນບໍລິເວນການຄ້າຂອງນະຄອນຫຼວງປາກິສຖານ ໃນຕອນເຊົ້າໆ ເມື່ອລົດທີ່ ກັນລູກປືນຂອງພວກເຂົາເຈົ້າໄດ້ຕົກເປັນເປົ້າໝາຍຂອງການໂຈມຕີ.

“ຜູ້ກໍ່ການຮ້າຍຄົນນຶ່ງ ໄດ້ເຂົ້າມາໃກ້ລົດຕູ້ ແລ້ວລະເບີດຕົນເອງໃນຂະນະດຽວ ກັນອີກຄົນຍິງປື​ນໃສ່ລົດຕູ້” ທ່ານອາສຟາຣ ມາເຮຊາຣ ຮອງຜູ້ກວດກາໃຫຍ່ ຂອງຕຳຫຼວດນະຄອນ ຄາຣາຈີ ໄດ້ກ່າວ ໂດຍອ້າງເຖິງການສືບສວນສອບ ສວນໃນເບື້ອງຕົ້ນ ກ່ຽວກັບຄວາມຮຸນແຮງທີ່ເກີດຂຶ້ນໃນຕອນເຊົ້ານັ້ນ. ທ່ານກ່າວ ຕື່ມວ່າ ເຈົ້າໜ້າທີ່ຮັກສາຄວາມປອດໄພສອງຄົນ ທີ່ອາລັກຂາພວກຄົນງານ ຍີ່ປຸ່ນນັ້ນ ໄດ້ຍິງຕອບໂຕ້ ແລະໄດ້ສັງຫານຜູ້ສົມຮູ້ຮ່ວມຄິດຂອງມືລະເບີດສະຫຼະ ຊີບ.

ທ່ານມາເຮຊາຣ ໄດ້ກ່າວວ່າ ເຈົ້າໜ້າທີ່ຕຳຫຼວດ ຍັງໄດ້ເກັບກູ້ຊາກສົບຂອງມື ລະເບີດສະຫຼະຊີບອອກຈາກຈຸດເກີດເຫດຂອງການໂຈມ ແລະການສືບສວນ ສອບສວນກໍໄດ້ດຳເນີນໄປ ເພື່ອລະບຸຕົວຕົນຂອງພວກຄົນຮ້າຍທັງສອງ.

ຖະແຫລງການຂອງຕຳຫຼວດໃນເວລາຕໍ່ມາ ໄດ້ກ່າວວ່າ “ແຂກຊາວຕ່າງ ປະເທດທັງໝົດແມ່ນປອດໄພ. ຂອບໃຈພະເຈົ້າ.” ການໂຈມຕີດັ່ງກ່າວ ເຮັດ ໃຫ້ເຈົ້າໜ້າທີ່ຮັກສາຄວາມປອດໄພຄົນນຶ່ງ ບາດເຈັບແລະມີລາຍງານວ່າ ມີຄົນຈຳນວນນຶ່ງທີ່ຢືນຢູ່ໃນບໍລິເວນ ກໍໄດ້ຮັບບາດເຈັບເຊັ່ນກັນ.

ນາຍົກລັດຖະມົນຕີຂອງປາກິສຖານ ທ່ານເຊບາສ ຊາຣີຟ ໄດ້ກ່າວປະນາມ ການໂຈມຕີນັ້ນ ແລະພາວັນນາໃຫ້ຈຳພວກທີ່ໄດ້ຮັບບາດເຈັບນັ້ນ ຈົ່ງຫາຍ ເຈັບໄວໆ ສຳນັກງານຂອງທ່ານ ກ່າວໃນຖະແຫລງການຢູ່ນະຄອນຫຼວງ ອິສລາມາບັດ.

ບໍ່ມີກຸ່ມໃດອອກມາອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີດັ່ງກ່າວ ໃນນະຄອນ ຄາຣາຈີ ເຊິ່ງເປັນເມືອງໃຫຍ່ສຸດຂອງປະເທດ ແລະເປັນເມືອງ ຫຼວງຂອງແຂວງຊີນດ໌ ທາງພາກໃຕ້ຂອງປະເທດ.

Police in Pakistan’s port city of Karachi said Friday two suicide bombers attacked a van carrying five Japanese autoworkers, but they all escaped unhurt.

A senior police officer told reporters that the autoworkers were being driven to an industrial zone in Pakistan’s commercial capital early in the morning when their bulletproof vehicle was targeted.

"One terrorist came close to the van and blew himself while another fired at it," said Azfar Mahesar, an area deputy inspector general of Karachi police, citing initial investigations into the early morning violence. He added that two security guards escorting the Japanese workers returned fire and killed the bomber’s accomplice.

Mahesar said that police had also recovered the suicide bomber’s remains from the scene of the attack and an investigation was under way to establish the identities of both assailants.

A subsequent police statement said, "All foreign guests are safe. Thank God." The attack injured one of the guards and reportedly several bystanders.

Pakistani Prime Minister Shehbaz Sharif denounced the attack and prayed for the speedy recovery of those wounded in it, his office said in a statement in Islamabad.

No group immediately claimed responsibility for the attack in Karachi, the country’s largest city and the capital of southern Sindh province.

The violence came a day after militants ambushed and killed six customs officers in the turbulent Khyber Pakhtunkhwa province.

Officials said Thursday that a team from the Directorate of Intelligence and Investigation Customs was conducting an "intelligence-based" operation in the militancy-hit Dera Ismail Khan district when their vehicle came under attack.

The shooting resulted in the deaths of customs officers who were working to counter militant networks smuggling weapons into the district and surrounding areas of the province, which borders Afghanistan.

Last month, a suicide bomber rammed his explosives-packed car into a convoy of Chinese engineers and workers in the province’s Kohistan district. The attack killed five Chinese nationals and their Pakistani driver.

The foreigners were working on the Chinese-funded multibillion-dollar Dasu Dam on the Indus River, Pakistan's biggest hydropower project.

Islamabad says that fugitive leaders and fighters of anti-Pakistan militant groups have found refuge in Afghanistan and intensified cross-border attacks since the Islamist Taliban regained control of the neighboring country.

The Taliban deny the allegations, claiming they are not allowing anyone to use Afghan soil to threaten neighboring countries, including Pakistan.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG