ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ການແທ້ງລູກ ແມ່ນ ເສລີພາບຂອງສ່ວນບຸກຄົນ ຫຼືວ່າ ສິດທິຂອງບັນດາລັດຕ່າງໆ


ການແທ້ງລູກ ແມ່ນເສລີພາບສ່ວນບຸກຄົນ ຫຼື ສິດທິຂອງບັນດາລັດຕ່າງໆ?

ການແທ້ງລູກແມ່ນນຶ່ງໃນບັນຫາສຳຄັນຂອງການໂຄສະນາຫາສຽງຊິງຕໍາແໜ່ງປະທານາທິບໍດີສະຫະລັດ ໃນປີ 2024. ປະທານາທິບໍດີ ໂຈ ໄບເດັນ ກ່າວວ່າການເຂົ້າເຖິງການແທ້ງລູກແມ່ນບັນຫາຂອງເສລີພາບ ສ່ວນບຸກຄົນ, ໃນຂະນະທີ່ຜູ້ສະຫມັກຈາກພັກຣີພັບບລີກັນ ທ່ານ ດໍໂນລ ທຣຳ ກ່າວວ່າລັດຕ່າງໆ ຄວນສືບຕໍ່ດຳເນີນການຕັດສິນໃຈ ກ່ຽວກັບກົດຫມາຍການແທ້ງລູກຂອງຕົນເອງ. ສກັອດ ສເຕີນສ໌ (Scott Stearns) ນັກ​ຂ່າວ​ວີ​ໂອ​ເອ ມີ​ລາຍ​ງານ​ຂອງ​ພວກ​ເຮົາ.

ບັນດາພວກ​ປະ​ທ້ວງ​ຢູ່​ນະ​ຄອນຫຼວງຂອງລັດ ອາຣີໂຊນາ (Arizona) ໃນ​ວັນ​ອາ​ທິດ​ຜ່ານ​ມາ ໄດ້ອອກມາ​ປະ​ທ້ວງ​ການ​ຕັດ​ສິນ​ໃຈ​ຂອງ​ສານ​ສູງ​ສຸດ​ຂອງ​ລັດ​ໃນ​ອາ​ທິດທີ່​ຜ່ານ​ມາ ທີ່​ອະ​ນຸ​ຍາດ​ໃຫ້​ກົດ​ໝາຍ​ໃນ​ຊຸມ​ປີ 1800 ປິດ​ກັ້ນ​ການແທ້ງລູກ​ເກືອບ​ທັງ​ໝົດ​ໃນ​ລັດທາງ​ຕາ​ເວັນ​ຕົກ​ສຽງ​ໃຕ້ດັ່ງ​ກ່າວ.

ຮອງປະທານາທິບໍດີ ຄາມາລາ ແຮຣີສ (Kamala Harris) ຜູ້​ຮ່ວມ​ລົງ​ແຂ່ງ​ຂັນ​ເອົາຕໍາແໜ່ງ ປະທານາທິບໍດີ ຂອງປະທານາທິບໍດີ ໂຈ ໄບເດັນ, ບອກກັບຊາວລັດອາຣີໂຊນາ ວ່າສິດທິການ ເຮັດແທ້ງລູກແມ່ນການຕໍ່ສູ້ເພື່ອເສລີພາບ.

ທ່ານ ນາງ ຄາມາລາ ແຮຣີສ, ຮອງປະທານາທິບໍດີສະຫະລັດ:

“ຢູ່ໃນ​ອາ​ເມ​ຣິ​ກາ, ສິດ​ເສລີ​ພາບ​ບໍ່​ແມ່ນສິ່ງທີ່​ຕ້ອງ​ໄດ້​ຮັບ. ມັນບໍ່ຄວນເປັນການມອບໃຫ້. ມັນເປັນ​ສິດຂອງພວກເຮົາໂດຍຖືກຕ້ອງ. ແລະນັ້ນ ລວມທັງສິດເສລີພາບໃນການຕັດສິນໃຈກ່ຽວກັບຮ່າງກາຍ ຂອງໂຕພວກເຮົາເອງ ໂດຍບໍ່ຕ້ອງໃຫ້ລັດຖະບານມາບອກປະຊາຊົນວ່າຕ້ອງເຮັດແນວໃດ.”

ລັດຕ່າງໆຂອງສະຫະລັດ ມີສິດທີ່ຈະອອກກົດຫມາຍການແທ້ງລູກຂອງຕົນເອງ ນັບຕັ້ງແຕ່ການຕັດສິນ ຂອງສານສູງສຸດໃນປີ 2022 ໄດ້ຢຸດຕິສິດຕາມລັດຖະທໍາມະນູນໃນການເຮັດແທ້ງລູກ ຕາມຄໍາຕັດສິນຂອງ Roe v. Wade ປີ 1973.

ທ່ານ ດໍໂນລ ທຣຳ ໄດ້ແຕ່ງຕັ້ງຜູ້ພິພາກສາ 3 ຄົນຈາກທັງໝົດ 6 ຄົນ ເຊິ່ງໄດ້ດຳເນີນການຕັດສິນປີ 2022 ແລະກ່າວວ່າ ສິດທີ່ທ່ານໄດ້ຊ່ວຍໃຫ້ລັດຕ່າງໆໄດ້ຮັບນັ້ນ ຫມາຍຄວາມວ່າບໍ່ຈຳເປັນຕ້ອງສັ່ງຫ້າມ ການແທ້ງລູກທົ່ວປະເທດ.

ທ່ານ ດໍໂນລ ທຣຳ, ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ:

"ເນື່ອງຈາກວ່າ ພວກເຮົາບໍ່ຕ້ອງການມັນອີກຕໍ່ໄປແລ້ວ ເພາະວ່າພວກເຮົາໄດ້ທໍາລາຍ Roe v Wade, ແລະພວກເຮົາໄດ້ເຮັດບາງສິ່ງບາງຢ່າງທີ່ບໍ່ມີໃຜຄິດວ່າເປັນໄປໄດ້, ພວກເຮົາຈຶ່ງຄືນມັນໃຫ້ກັບບັນດາລັດ ຕ່າງໆ. ແລະບັນດາລັດຕ່າງໆກໍກຳລັງເຮັດວຽກໄດ້ດີຫຼາຍ, ໃນບາງກໍລະນີເປັນແບບອະນຸລັກນິຍົມ, ໃນບາງກໍລະນີກໍບໍ່ອະນຸລັກນິຍົມ, ແຕ່ພວກເຂົາກຳລັງເຮັດວຽກ ແລະມັນກຳລັງເປັນໄປຕາມທີ່ມັນຄວນ ຈະເປັນ."

ການໂຄສະນາຫາສຽງຂອງ ທ່ານ ໄບເດັນ ກ່າວວ່າຍ້ອນວ່າ ທ່ານ ທຣໍາ ລົບລ້າງການຄຸ້ມຄອງການແທ້ງ ລູກຂອງລັດຖະບານກາງ, ລາວ "ເປັນເຈົ້າຂອງຄວາມທຸກທໍລະມານ ແລະຄວາມວຸ່ນວາຍທີ່ເກີດຂຶ້ນໃນ ປັດຈຸບັນ, ລວມທັງໃນລັດ ອາຣີໂຊນາ ນໍາ."

ທ່ານ ນາງ ຄາມາລາ ແຮຣີສ, ຮອງປະທານາທິບໍດີສະຫະລັດ:

"ແລະໃນປັດຈຸບັນ, ຍ້ອນ ທ່ານ ດໍໂນລ ທຣໍາ, ຫຼາຍກວ່າ 20 ລັດໃນປະເທດ ຂອງພວກເຮົາຈຶ່ງຖືກສັ່ງ ຫ້າມ. ໃນປັດຈຸບັນ, ຍ້ອນວ່າ ທ່ານ ດໍໂນລ ທຣໍາ, ແມ່ຍິງໃນໄວຈະເລີນພັນ ນຶ່ງໃນສາມໃນປະເທດ ຂອງພວກເຮົາອາໄສຢູ່ໃນລັດທີ່ ທ່ານ ທຣໍາ ສັ່ງຫ້າມການແທ້ງລູກ."

ໃນຂະນະທ່ານ ທຣຳ ກ່າວວ່າບັາດາລັດອະນຸລັກນິຍົມ ຄວນມີເສລີພາບໃນການອອກກົດໝາຍອະນຸລັກນິ ຍົມຫຼາຍຂື້ນ…

… ທ່ານ​ບອກ​ນັກ​ຂ່າວ​ວ່າ ການ​ຕັດ​ສິນ​ຂອງ​ລັດ ອາຣີໂຊນາ, ເຊິ່ງ​ບໍ່​ມີ​ຂໍ້​ຍົກ​ເວັ້ນສຳລັບ​ການ​ຂົ່ມ​ຂືນ ຫຼື​ການ​ຮ່ວມປະເວນີ ລະຫວ່າງພີ່ນ້ອງນັ້ນ ໄປ​ໄກ​ເກີນ​ໄປ.

ທ່ານ ດໍໂນລ ທຣຳ, ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ:

“ພວກທ່ານມີຄວາມກົມກຽວກັນທີ່ສວຍງາມຫຼາຍ, ເວົ້າແບບກົງໄປກົງມາເດີ. ກະຄືວ່າ ພວກທ່ານມີກໍລະນີ ເຊັ່ນ ລັດອາຣີໂຊນາ ທີ່ຕ່າວກັບໄປໃນປີ 1864 ຫຼືອີ່ຫຍັງປະມານນັ້ນ, ແລະຜູ້ພິພາກສາໄດ້ທຳ​ການຕັດ ສິນ, ແຕ່ນັ້ນຈະມີການປ່ຽນແປງໂດຍລັດຖະບານ. ພວກເຂົາກໍາລັງຈະປ່ຽນແປງມັນ. ຂ້າພະເຈົ້າບໍ່ເຫັນດີ ນຳເລື່ອງນັ້ນ.”

ທ່ານນາງ ແຮຣີສ ກ່າວວ່າສິ່ງທີ່ເກີດຂຶ້ນໃນ ລັດອາຣີໂຊນາ ແມ່ນສ່ວນນຶ່ງຂອງສິ່ງທີ່ທ່ານນາງເອີ້ນວ່າ "ການໂຈມຕີຢ່າງເຕັມທີ່" ຂອງທຣໍາ ຕໍ່ສິດເສລີພາບໃນການຈະເລີນພັນ.

ທ່ານ ນາງ ຄາມາລາ ແຮຣີສ, ຮອງປະທານາທິບໍດີສະຫະລັດ:

"ດັ່ງນັ້ນ, ນີ້ແມ່ນລັກສະນະຂອງການດຳລົງຕໍາແໜ່ງສະໄໝທີ່ສອງຂອງ ທຣໍາ. ການເກືອດຫ້າມທີ່ ຫຼາຍຂຶ້ນ, ຄວາມທຸກທໍລະມານທີ່ຫຼາຍຂື້ນ, ແລະເສລີພາບທີ່ຫນ້ອຍລົງ. ຄືກັນກັບສິ່ງທີ່ລາວເຮັດຢູ່ໃນ ລັດອາຣິໂຊນາ, ໂດຍພື້ນຖານແລ້ວ ລາວຕ້ອງການເອົາອາເມຣິກາກັບຄືນໄປໃນຊຸມປີ 1800. ແຕ່ພວກເຮົາຈະບໍ່ປ່ອຍໃຫ້ສິ່ງນັ້ນເກີດຂຶ້ນ.”

ການໂຄສະນາຫາສຽງຂອງ ທ່ານ ໄບເດັນ ຫວັງວ່າມາດຕະການສິດທິໃນການເຮັດແທ້ງລູກ ໃນການລົງຄະແນນສຽງເລືອກຕັ້ງເດືອນພະຈິກໃນ ລັດອາຣີໂຊນາ ຈະຊ່ວຍໃຫ້ພວກເຂົາໄດ້ ຮັບຊະນະໃນລັດທີ່ສໍາຄັນທີ່ຈະອ່ຽງໄປທາງໃດທາງນຶ່ງກໍໄດ້ນັ້ນ ...

…ຂະ​ນະ​ທີ່ການ​ລິ​ເລີ່ມ​ການ​ລົງ​ຄະ​ແນນ​ສຽງ​ທີ່​ຄ້າຍ​ຄື​ກັນ​ໃນ​ລັດ ແຄນຊັສ ແລະ ໂອໄຮໂອ ໃນ​ໄລ​ຍະ 2-3 ປີ​ທີ່​ຜ່ານ​ມາ ໄດ້​ສູນ​ເສຍ​ທີ່ນັ່ງໃຫ້​ພັກຣີພັບ​ບລີ​ກັນ.

ທ່ານ ທຣໍາ ປາກົດວ່າຈະຮັບຮູ້ເຖິງຄວາມອ່ອນໄຫວຂອງການເຮັດ​ແທ້ງ​ລູກໃນການເລືອກຕັ້ງ...

…ໂດຍບອກພວກສະໜັບສະໜຸນວ່າ, “ພວກທ່ານຕ້ອງເຮັດຕາມຫົວໃຈຂອງພວກທ່ານຕໍ່ກັບເລື່ອງນີ້, ແຕ່ຈື່ໄວ້ວ່າ ພວກທ່ານຕ້ອງຊະນະການເລືອກຕັ້ງເຊັ່ນກັນ.”

ອ່ານລາຍງານນີ້ເປັນພາສາອັງກິດ

Abortion is one of the central issues of the 2024 U.S. presidential campaign. President Joe Biden says access to abortion is an issue of personal freedom, while Republican candidate Donald Trump says states should continue to decide their own abortion laws. VOA correspondent Scott Stearns has our story.

Demonstrators at Arizona’s capital Sunday, protesting last week’s state Supreme Court decision allowing a law from the 1800s to block nearly all abortions in the Southwest state.

President Joe Biden’s running mate, Vice President Kamala Harris, told Arizonans that abortion rights are a fight about freedoms.

(Kamala Harris, US Vice President)

“In America, freedom is not to be given. It is not to be bestowed. It is ours by right. And that includes the freedom to make decisions about one's own body and not have the government telling people what to do.”

U.S. states have had the right to make their own abortion laws since a 2022 Supreme Court decision ended the constitutional right to an abortion provided by the 1973 Roe vs. Wade ruling.

Donald Trump appointed three of the six justices who made the 2022 decision and says the rights that he helped states obtain means a nationwide abortion ban is not necessary.

(Donald Trump, Republican Presidential Candidate)

“Because we don't need it any longer because we broke Roe v Wade, and we did something that nobody thought was possible, we gave it back to the states. And the states are working very brilliantly, in some cases conservative, in some cases not conservative, but they're working and it's working the way it's supposed to.”

The Biden campaign says that because Trump overturned federal abortion protections, he “owns the suffering and chaos happening right now, including in Arizona.”

(Kamala Harris, US Vice President)

“And now, because of Donald Trump, more than 20 states in our nation have bans. Now, because of Donald Trump, one in three women of reproductive age in our country live in a state that has a Trump abortion ban.”

While Trump says more conservative states should have the freedom to make more conservative laws…

… he told reporters the Arizona ruling, which has no exceptions for rape or incest, goes too far.((end courtesy))

(Donald Trump, Republican Presidential Candidate)

“You're having some very, very beautiful harmony, to be honest with you. You have well, you have some cases like Arizona that went back to like 1864 or something like that, and a judge made a ruling, but that's going to be changed by government. They're going to be changing that. I disagree with that.”

Harris says what is happening in Arizona is part of what she calls Trump’s “full on attack” on reproductive freedoms.

(Kamala Harris, US Vice President)

“So here's what a second Trump term looks like. More bans, more suffering, and less freedom. Just like he did in Arizona, he basically wants to take America back to the 1800s. But we are not going to let that happen.”

The Biden campaign is hoping that an abortion rights measure on the November ballot in Arizona will help them win this important swing state…

…as similar ballot initiatives in Kansas and Ohio over the past two years have been losing propositions for Republicans.

Trump appeared to acknowledge the electoral vulnerabilities of abortion,

…telling supporters, “You must follow your heart on this issue, but remember, you must also win elections.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG