ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຳລັງ ອີຣັກ ຕໍ່ສູ້ກັບ ກຸ່ມລັດອິສລາມ ເພື່ອຍາດເອົາ ເມືອງ Ramadi ຄືນ


ທະຫານ​ອີຣັກ ບຸກຄືບໜ້າເພື່ອຍຶດ​ເອົາ​ເມືອງ Ramadi 115 ກິ​ໂລ​ແມັດ ຫ່າງ​ຈາກ Baghdad ໄປທາງກ້ຳຕາເວັນຕົກ, 21 ທັນວາ, 2015.
ທະຫານ​ອີຣັກ ບຸກຄືບໜ້າເພື່ອຍຶດ​ເອົາ​ເມືອງ Ramadi 115 ກິ​ໂລ​ແມັດ ຫ່າງ​ຈາກ Baghdad ໄປທາງກ້ຳຕາເວັນຕົກ, 21 ທັນວາ, 2015.

ທະຫານ​ອີຣັກ ​ໃນ​ວັນ​ອັງຄານ​ມື້ນີ້​ ພວມ​ສູ້​ລົບຢູ່​ໃນ​ເຂດ​ໃຈກາງ
ເມືອງ Ramadi ​ໃນ​ການ​ກົດ​ດັນ​ເທື່ອ​ຫລ້າ​ສຸດ​ເພື່ອ​ເຂົ້າຢຶດ​ເອົາ​
ເມືອງ​ດັ່ງກ່າວ​ຄືນ​ຈາກ​ກຸ່ມ​ຫົວ​ຮຸນ ​ແຮງ​ລັດ​ອິສລາມ.

ທ່ານ Sabah al-Nurani ​ໂຄສົກ​ຂອງ​ພະ​ແນ​ກຕໍ່ຕ້ານ​ກໍ່​ການ
​ຮ້າຍ​ຂອງ​ອີຣັກ​ກ່າວ​ວ່າ ການ​ສູ້​ລົບ​ກັນ​ໄດ້​ເກີດ​ຂຶ້ນໃນ​ຫລາຍໆ
​ຄຸ້ມ ຢູ່​ອ້ອມ​ແອ້ມ​ໂຮງ​ການ​ລັດ ຖະ​ບານ ​ໂດຍ​ໄດ້​ຮັບ​ການ​ສະ​ໜັບສະ​ໜຸນ​ຈາກ​ກອງທັບ​ອາ​ກາດ.

ການ​ສູນ​ເສຍ​ເມືອງ Ramadi ​ໃນ​ເດືອນ​ພຶດສະພາ ​ແມ່ນ​ການ
ເສຍ​ໄຊ​ຄັ້ງສຳ ຄັນ​ສຳລັບ​ລັດຖະບານ​ແລະ​ກອງທັບ​ອີ​ຣັກ.​
ຄວາມ​ພະຍາຍາມ​ເພື່ອ​ຢຶດ​ຄືນ​ເມືອງດັ່ງກ່າວ ຊຶ່ງ​ຕັ້ງຢູ່ປະມານ 100 ຫລັກ​ກິ​ໂລ​ແມັດ​ຫ່າງ
ຈາກ​ນະຄອນຫຼວງ​ແບັກ ​ແດດ​ໄປ​ທາງ​ກ້ຳ​ຕາ​ເວັນ​ຕົກ ​ໄດ້​ໃຊ້​ເວລາ​ຫຼາຍໆ​ເດືອນໃນ​ການ​ສູ້​ລົບ​ກັນ​ຢູ່​ໃນ ​ເຂດ​ຊານ​ເມືອງ ​ແລະ​ການ​ປະຕິບັດ​ງານ​ເພື່ອ​ຕັດ​ເສັ້ນທາງ​ລຳລຽງ​ເຂົ້າ​ໄປ​ສູ່​ເມືອງ ດັ່ງກ່າວ.

ພາບ​ນີ້​ສະ​ແດງ​ໃຫ້​ເຫັນ​ຂົວ​ທີ່​ຖືກ​ທຳ​ບາຍ ​ໂດຍ​ກຸ່ມ​ລັດ​ອິສລາມ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ກອງ​ກຳລັງ​ທະຫານ​ອິຣັກ ທາງ​ພາກ​ເໜືອ​ຂອງ​ເມືອງ Baghdad, Iraq, 21 ທັນວາ, 2015.
ພາບ​ນີ້​ສະ​ແດງ​ໃຫ້​ເຫັນ​ຂົວ​ທີ່​ຖືກ​ທຳ​ບາຍ ​ໂດຍ​ກຸ່ມ​ລັດ​ອິສລາມ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ກອງ​ກຳລັງ​ທະຫານ​ອິຣັກ ທາງ​ພາກ​ເໜືອ​ຂອງ​ເມືອງ Baghdad, Iraq, 21 ທັນວາ, 2015.

ກຳລັງ​ອີຣັກທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ໂດຍ​ກຳລັງ​ປະສົມ​ພາຍ​ໃຕ້​ການ​ນຳພາ​ຂອງ ສະຫະລັດ​ແມ່ນ​ໂຈມ​ຕີ​ເປົ້າໝາຍ​ຕ່າງໆ​ຂອງ​ກຸ່ມ​ລັດ​ອິສລາມ​ຈາກທາງ​ອາກາດ​ ​ເພື່ອ​ຢຶດຄືນ​ເອົາ​ບໍລິ​ເວນ​ສ່ວນ​ໃຫຍ່​ຢູ່​ໃນ​ພາກ​ເໜືອ​ແລະ​ພາກ​ຕາ​ເວັນ​ຕົກ​ຈາກ​ກຸ່ມ ລັດ​ອິສລາມ​ທີ່​ໄດ້​ຢຶດ​ເອົາ​ໄປ​ໃນ​ກາງ​ປີ​ 2014.​ ​ໃນ​ໄລຍະ 10 ມື້ທີ່​ຜ່ານ​ມານີ້ ​ເຮືອບິນ​ຂອງ​ກຳລັງ​ປະສົມ​ໄດ້​ທຳ​ການ​ໂຈ​ມຕີ​ທາງ​ອາກາດ​ຫຼາຍກວ່າ 30 ຖ້ຽວ ​ໃນ​ບໍລິ​ເວນ​ເມືອງ Ramadi.

ລັດຖະບານ​ອີຣັກກ່າວ​ວ່າ ຕົນ​ມີ​ຄວາມ​ສາມາດ​ໃນ​ການ​ສູ້​ລົບ​ທາງ​ພາກພື້ນດິນ​ແລະ​ໄດ້​ຮ້ອງ​ຂໍ​ໃຫ້​ມີການ​ໂຈມ​ຕີ​ທາງ​ອາກາດ​ແລະ​ຊ່ວຍ​ສົ່ງ​ອຸບປະກອນ​ໄປສະໜັບສະ​ໜຸນ ​ເພື່ອ​ຈະ​ເອົາ​ຊະນະ​ພວກ​ຫົວ​ຮຸນ​ແຮງ​ດັ່ງກ່າວ​ນີ້.

XS
SM
MD
LG