ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຄະນະ ເຈລະຈາ ອີຣ່ານ ແລະ 6 ມະຫາອຳນາດ ພົບປະກັນ ທີ່ ອອສເຕຣຍ (ວີດີໂອ)


 ທ່ານນາງ Wendy Sherman ຫົວໜ້າຄະນະເຈລະຈາສະຫະລັດ (ຂວາ)
ທ່ານນາງ Wendy Sherman ຫົວໜ້າຄະນະເຈລະຈາສະຫະລັດ (ຂວາ)
ຄະນະ​ເຈລະຈາ​ຂອງ​ອີຣ່ານ ​ແລະ​ກຸ່ມ​ຜູ້​ປະເທດມະຫາອຳນາດ
ຂອງ​ໂລກ ພົບ​ປະກັນ​ ໃນວັນອັງຄານ​ມື້​ນີ້ ທີ່​ກຸງ Vienna ​
ເພື່ອ​ສົນທະນາຫາລື ກ່ຽວກັບຂໍ້​ຕົກລົງ​ໄລຍະ​ຍາ​ວ ທີ່ຈະໃຫ້
ການຄໍ້າປະກັນວ່າ ​ໂຄງການ​ອາວຸດ​ນິວ​ເຄລຍຂອງ​ອີຣ່ານ
ເປັນໂຄງການ ທີ່ມີຈຸດປະສົງໃນ​ທາງ​ສັນຕິ​.

ທັງ​ສອງ​ຝ່າຍ​ໄດ້​ບັນລຸ​ໃນ​ຂໍ້​ຕົ​ກ​ລົງຂັ້ນຕົ້ນ​ ​ໃນ​ເດືອນ​ພະຈິກ
ຜ່ານມາ ​ທີ່​ຮຽກຮ້ອງ​ໃຫ້​ອີຣ່ານ ຫຼຸດຜ່ອນ​ກິດຈະການ​ຕ່າງໆ
​ທີ່ມີຄວາມຫຼໍ່ແຫຼມສຳຄັນທາງດ້ານ​ນິວ​ເຄລຍຂອງ​ຕົນ​ລົງ
ເພື່ອ ແລກປ່ຽນ​ກັບ​ຜ່ອນຜັນ​ການ​ລົງ​ໂທດ​ແບ​ບຈໍາກັດ​ນັ້ນ.

ອີຣ່ານ​ແມ່ນ​ໄດ້​ຢືນ​ຢັດຢ່າງ​ແຂງ​ຂັນ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວ ວ່າໂຄງການ​ອາ​ວຸດ
​ນິວ​ເຄລຍຂອງ​ຕົນ​ນັ້ນ ​ແມ່ນ​ມີຈຸດປະສົງໃນ​ທາງ​ສັນຕິ ຕົວຢ່າງ​ເຊັ່ນ ການ​ນໍາ​ໃຊ້​ເພື່ອ
ຜະລິດ ໄຟຟ້າ ​ແລະ​ການ​ສຶກສາຄົ້ນ​ຄ້ວາ​ທາງ​ດ້ານການ​ແພດ ເທົ່ານັ້ນ.

​ໃນ​ຂໍ້​ຕົກລົງ​ໃໝ່​ນີ້ ກຸ່ມ​ປະເທດມະຫາອຳນາດ ຊຶ່ງມີຮວມທັງ ສະຫະ​ລັດ ອັງກິດ ຈີນ
ຝຣັ່ງ ຣັດ​ເຊຍ ​ແລະ​ເຢຍຣະມັນ ແມ່ນຕ້ອງການ​ໃຫ້​ອີຣ່ານຄໍ້າປະກັນວ່າ​ ຕົນຈະ​ບໍ່​ສ້າງ
ອາວຸດນິວ​ເຄລຍ. ​ເພື່ອເປັນການຕອບແທນນັ້ນ ​ອີຣ່ານຕ້ອງການໃຫ້ຍົກ​ເລີກ​ການ
​ລົງ​ໂທດ​ທັງ​ໝົດຕໍ່​ຕົນ ຊຶ່ງມັນ​ໄດ້ສ້າງຜົນ​ກະທົບຢ່າງຮ້າຍແຮງຕໍ່ດ້ານ​ເສດ​ຖະກິດ
ຂອງອີຣ່ານ.

Iran Nuclear Talks
please wait
Embed

No media source currently available

0:00 0:00:55 0:00
XS
SM
MD
LG