ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອີຣ່ານ ປະກາດ ຈະຕອບໂຕ້ຄືນ ຕໍ່ການໂຈມຕີ ໃດໆກໍຕາມ


YARDIMCI KADIN OYUNCU ADAYI: Jennifer Lawrence / Düzenbaz
YARDIMCI KADIN OYUNCU ADAYI: Jennifer Lawrence / Düzenbaz
ອີຣ່ານປະກາດວ່າ ຈະໂຕ້ຕອບຕໍ່ການໂຈມຕີໃດໆກໍຕາມ ຫລັງ
ຈາກນາຍົກລັດ ຖະມົນຕີອິສຣາແອລ ທ່ານ Benjamin
Netanyahu ໄດ້ຮຽກຮ້ອງໃຫ້ໂລກພາກັນ “ຂີດເສັ້ນແດງ
ຢ່າງຈະແຈ້ງ” ຕໍ່ໂຄງການນິວເຄລຍຂອງອີຣ່ານ.


ຮອງເອກອັກຄະລັດຖະທູດອີຣ່ານ ປະຈໍາສະຫະປະຊາຊາດ ທ່ານ Eshagh al-Habib ກ່າວຫາທ່ານ Netanyahu ວ່າ ສ້າງ “ເລື່ອງກ່າວຫາ ທີ່ບໍ່ມີມູນ ຄວາມຈິງ” ຕໍ່ເຕເຮຣານ ໂດຍຢືນຢັດວ່າ ໂຄງການນິວເຄລຍຂອງຕົນ ມີຈຸດປະສົງໃນທາງສັນຕິ. ບັນດາມະຫາອໍາ
ນາດຂອງໂລກກ່າວວ່າ ອີຣ່ານ ກໍາລັງ ຊອກຫາຊ່ອງທາງເພື່ອສ້າງອາວຸດນິວເຄລຍ.

ໃນການຖະແຫຼງຕໍ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ໃນວັນສຸກ ວານນີ້
ລັດຖະມົນຕີຕ່າງປະເທດເຢຍຣະມັນ ທ່ານ Guido Westerwelle ໄດ້ຮຽກຮ້ອງໃຫ້
ອີຣ່ານ “ຢຸດເຊົາການຖ້ວງເວລາ.” ທ່ານໄດ້ເຕືອນວ່າ “ສະຖຽນລະ ພາບຢູ່ໃນຂົງເຂດ
ທັງໝົດແມ່ນຕົກຢູ່ໃນອັນຕະລາຍ”ເນື່ອງຈາກການຖົກຖຽງທີ່ແກ້ໄຂບໍ່ຕົກກ່ຽວກັບໂຄງ
ການນິວເຄລຍຂອງອີຣ່ານ.

ໃນວັນພະຫັດຜ່ານມາ ທ່ານ Netanyahu ໄດ້ຖະແຫຼງຕໍ່ບັນດາຜູ້ແທນປະເທດ ຕ່າງໆ
ທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດວ່າ ເວລາພວມຈະໝົດລົງ ສຳຫຼັບໂລກ
ທີ່ຈະຢຸດຢັ້ງອີຣ່ານ ກ່ຽວກັບເລື່ອງນີ້. ທ່ານໄດ້ໃຊ້ຮູບແຕ້ມລະເບີດ ເພື່ອເປັນການອະພິ
ບາຍວ່າ “ຕ້ອງໄດ້ມີການຂີດເສັ້ນແດງ ກ່ອນທີ່ອີຣ່ານຈະສໍາ ເລັດຂັ້ນທີ່ສອງ ຂອງການ
ກັ່ນທາດຢູເຣນຽມ ທີ່ຈໍາເປັນໃນການເຮັດລູກລະເບີດນິວເຄລຍ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ໄດ້ໂອ້ລົມກັບທ່ານ Ne-tanyahu ໃນວັນສຸກວານນີ້. ປະທານາທິບໍດີໄດ້ໃຫ້ການຢືນຢັນວ່າ ສະຫະລັດ “ມີຄວາມໝາຍໝັ້ນ ແບບບໍ່ມີການສັ່ນສະເທືອນ ຕໍ່ຄວາມປອດໄພຂອງອິສຣາແອລ” ແລະຜູ້ນໍາທັງສອງໄດ້
ເຫັນພ້ອມກັບການມີເປົ້າໝາຍຮ່ວມ ໃນການປ້ອງກັນບໍ່ໃຫ້ອີຣ່ານ ມີອາວຸດນິວເຄລຍ
ຢູ່ໃນຄວາມຄອບຄອງ.

ຜູ້ສະມັກເປັນ ປະທານາທິບໍດີຂອງພັກຣີພັບບລິກກັນ ທ່ານ Mitt Romney ກໍມີກຳນົດ
ທີ່ຈະໂອ້ລົມກັບນາຍົກລັດຖະມົນອິສຣາແອລ ໃນມື້ວັນສຸກວານນີ້.
XS
SM
MD
LG