ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ທະ​ຫານ​ອິນ​ເດຍ ແລະ​ຈີນ ປະ​ທະ​ກັນ ເມື່ອ​ອາ​ທິດ​ແລ້ວ ຢູ່​ຕາມ​ບໍ​ລິ​ເວນ​ຊາຍ​ແດນ


ແຟ້ມ - ທີ່​ແນມ​ເຫັນ​ນັ້ນ​ແມ່ນ​ປ້າຍ ຢູ່ເຂດ​ຊາຍ​ແດນ​ອິນ​ເດຍ ຕິດ​ກັບ​ຈີນ ທີ່​ເມືອງ​ບຳ​ລາ ໃນ​ລັດ​ອາ​ຣ​ຸນ​ນະ​ຈາ​ລ ປ​ຣະ​ເດັ​ສ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ອິນ​ເດຍ ເມື່ອ​ວັນ​ທີ 11 ພະ​ຈິກ 2009.
ແຟ້ມ - ທີ່​ແນມ​ເຫັນ​ນັ້ນ​ແມ່ນ​ປ້າຍ ຢູ່ເຂດ​ຊາຍ​ແດນ​ອິນ​ເດຍ ຕິດ​ກັບ​ຈີນ ທີ່​ເມືອງ​ບຳ​ລາ ໃນ​ລັດ​ອາ​ຣ​ຸນ​ນະ​ຈາ​ລ ປ​ຣະ​ເດັ​ສ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ອິນ​ເດຍ ເມື່ອ​ວັນ​ທີ 11 ພະ​ຈິກ 2009.

ອິນ​ເດຍ​ກ່າວ​ວ່າ ກຳ​ລັງ​ຂອງ​ຕົນ​ໄດ້​ປະ​ທະ​ກັບ​ທະ​ຫານ​ຈີນ​ ເມື່ອອາ​ທິດ​ແລ້ວ ຢູ່​ຕາມ​ບໍ​ລິ​ເວນ​ຊາຍ​ແດນ​ທີ່​ມີ​ການ​ຂັດ​ແຍ້ງ​ກັນໃນ​ລັດ​ອາ​ຣຸນ​ນາ​ຈາ​ລ ປ​ຣະ​ເດັ​ສທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.

ການ​ປະ​ເຊີນ​ໜ້າ​ກັນ​ເທື່ອ​ຫຼ້າ​ສຸດນີ້ ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ເພີ້ມ​ທະ​ວີ​ຂຶ້ນລະ​ຫວ່າງ​ນິວ​ເດ​ລີ ແລະ​ປັກ​ກິ່ງ ຊຶ່ງ​ຄວາມ​ສຳ​ພັນ​ໄດ້​ມີຄວາມ​ເຢັນ​ຊາ​ມາ​ຕັ້ງ​ແຕ່ ເກີດ​ການ​ປະ​ທະ​ກັນ​ເທື່ອ​ແລ້ວ ໃນ​ເຂດ​ຊາຍ​ແດນ​ຢູ່​ອີກ​ບ່ອນ​ນຶ່ງ ​ເມື່ອ​ປີ 2020 ທີ່​ເຮັດ​ໃຫ້​ທະ​ຫານ​ອິນ​ເດຍ 20 ຄົນ ແລະ​ທ​ະ​ຫານ​ຈີນ 4 ຄົນ​ເສຍ​ຊີ​ວິດ.

ການ​ປະ​ເຊີນ​ໜ້າ​ກັນ​ໄດ້​ມີ​ຂຶ້ນ​ໃນ​ມື້​ວັນ​ສຸກ​ແລ້ວແລະ​ເຮັດ​ໃຫ້​ທະ​ຫານ​ຂອງ​ທັງ​ສອງ​ຝ່າຍ​ໄດ້​ຮັບ​ບາດ​ເຈັບ​ເລັກ​ນ້ອຍ ອີງ​ຕາມ​ຖະ​ແຫຼງ​ການ​ຂອງກອງ​ທັບ​ອິນ​ເດຍ ຊຶ່ງກ່າວ​ວ່າ “ທັງ​ສອງ​ຝ່າຍ ​ໄດ້​ຖອນ​ທະ​ຫານ ​ອອກ​ຈາກ​ບໍ​ລິ​ເວນ​ດັ່ງ​ກ່າວ​ໃນ​ທັນ​ທີ” ແລະຜູ້​ບັນ​ຊາ​ການ ​ຂອງ​ທັງ​ສອງ​ຝ່າຍ ​ໄດ້​ຈັດ​ປະ​ຊຸມ​ຂຶ້ນ “ເພື່ອ​ຟື້ນ​ຟູ​ຄວາມ​ງຽບ​ສະ​ຫງົບ ​ແລະຄວາມເປັນ​ລະ​ບຽບ​ຮຽບ​ຮ້ອຍ​.”

ບໍ​ລິ​ເວນ​ທີ່​ເກີດ​ການ​ປະ​ທະ​ກັນ​ເທື່ອຫຼ້າ​ສຸດນີ້ ແມ່ນ​ຕັ້ງ​ຢູ່​ໃນ​ເຂດ​ເຕວັງ ​ລັດ​ອະ​ຣຸນ​ນາ​ຈາ​ລ ປ​ຣະເດັ​ສ ຊຶ່ງ​ຄວບ​ຄຸມ​ໂດຍ​ຝ່າຍ​ອິນ​ເດຍ ແຕ່​ກໍ​ຍັງ​ອ້າງ​ເອົາ​ກຳ​ມະ​ສິດ​ໂດຍ​ຈີນ.

ກອງ​ທັບ​ອິນ​ເດຍ ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ ກ່ຽວ​ກັບ​ການ​ປະ​ທະ​ກັນ ແຕ່​ໜັງ​ສື​ພິມ Indian Express ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ແຫຼ່ງ​ຂ່າວ​ທີ່​ກ່າວ​ວ່າ ໄດ້​ມີ​ການ “ຕໍ່​ສູ້​ກັນແບບ​ປະ​ຈັນ​ບານ​ດ້ວຍ​ໄມ້​ຄ້ອນ​ແລະ​ກົກ​ຫວາຍ​ເປັນ​ເວ​ລາ​ຫຼາຍ​ຊົ່ວ​ໂມງ.”

ຊາຍ​ແດນ​ຂອງ​ອິນ​ເດຍ ແລະ​ຈີນ ໄດ້​ຕົກ​ຢູ່​ໃນ​ຄວາມ​ຫຼໍ່​ແຫຼມ​ນັບ​ແຕ່​ມີ​ການ​ປະ​ທະ​ກັນ​ເມື່ອ​ປີ 2020 ລະ​ຫວ່າງ​ທະ​ຫານ​ຂອງ​ປະ​ເທດ​ຍັກ​ໃຫຍ່​ເອ​ເຊຍທີ່​ເກີດ​ຂຶ້ນ​ເມື່ອ​ 2 ປີ​ກ່ອນ​ໃນ​ເຂດ​ລາ​ດັກ ໄປ​ທາງ​ກ້ຳ​ຕາ​ເວັນ​ອອກ.

ຊາຍ​ແດນ​ທີ່​ຍາວ​ເກືອບ 3,500 ​ກິ​ໂລ​ແມັດ ຢູ່​ໃນ​ເຂດ​ພູ​ຫິ​ມະ​ໄລ ​ແ​ມ່ນ​ເລີ້ມ​ແຕ່​ເມືອງ​ລາ​ດັກ ທາງ​ພາກ​ຕາ​ເວັນ​ຕົກ ​ໄປ​ຫາລັດ​ອາ​ຣຸນ​ນາ​ຈາ​ລ ປ​ຣະ​ເດັ​ສ ​ທາງ​ພາກ​ຕາ​ເວັນ​ອອກ ແລະ​ເອີ້ນ​ກັນ​ວ່າ ເສັ້ນ​ຄວບ​ຄຸມ​ທີ່​ແທ້​ຈິງ.

ການ​ເຈ​ລະ​ຈາ​ທີ່ຍືດ​ເຍື້ອ​ລະ​ຫວ່າງ​ຜູ້​ບັນ​ຊາ​ການກອງ​ທັບ​ຂອງ​ປະ​ເທດ​ທັງ​ສອງ​ໄດ້​ເລີ້ມ​ຂຶ້ນ​ນັບ​ແຕ່​ມີ​ການ​ປະ​ທະ​ກັນ ຊຶ່ງ​ເປັນ​ຜົນ​ໃຫ້​ມີ​ການ​ຖອນ​ທະ​ຫານ​ອອກ​ຈາກ​ຫຼາຍໆ​ເຂດ​ທີ່​ເອີ້ນ​ວ່າ ຈຸດ “ທີ່​ເກີດ​ການ​ຂັ​ດ​ແຍ້ງ.” ທັງ​ສອງ​ຝ່າຍ​ຍັງ​ສືບ​ຕໍ່​ສົ່​ງ​ທະ​ຫານ​ຫຼາຍ​ສິບ​ພັນ​ຄົນ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ດ້ວຍ​ປືນ​ໃຫຍ່ ລົດ​ຖັງ ແລະ​ເຮືອ​ບິນ​ລົບ​ເຂົ້າ​ໄປ​ໃນ​ບໍ​ລິ​ເວນ​ດັ່ງ​ກ່າວ ແລະ​ກໍ​ເລັ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຢູ່​ຕາມ​ເຂດ​ຊາຍ​ແດນ​ໃນ​ບໍ​ລິ​ເວນ​ພູ​ຫິ​ມະ​ໄລ.

ລັດ​ອາ​ຣຸນ​ນາ​ຈາ​ລ ປ​ຣະ​ເດັ​ສ ​ຊຶ່ງ​ປັກ​ກິ່ງ​ເອີ້ນ​ວ່າ ທິ​ເບດ​ໃຕ້ ແມ່ນ​ນຶ່ງ​ໃນ​ເຂດທີ່​ອິນ​ເດຍ​ໄດ້​ເສີມ​ກຳ​ລັງ​ປ້ອງ​ກັນ​ຂອງ​ຕົນ ແລະ​ບ່ອນ​ທີ່​ພວກ​ທະ​ຫານ​ໄດ້ຂຸດ​ຂຸມ​ສະ​ໜາມ​ກຽມ​ພ້ອມ​ຮັບ​ມື.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG