ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ອົບພະຍົບຊາວມຸສລິມ ຫຼັ່ງໄຫຼ ເຂົ້າໄປລີ້ໄພ ໃນມາເລເຊຍ (ວີດີໂອ)


In Malaysia, Refugee Arrivals From Burma Strain Resources
please wait

No media source currently available

0:00 0:02:36 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ຂະນະ​ນີ້ ປະ​ເທດ​ມາ​ເລ​ເຊຍ ​ເປັນ​ທີ່​ພັກພາ​ອາ​ໄສ​ຂອງ​ຂອງ​ອົບ​
ພະຍົບຊາວມຸສລິ​ມ ຈໍານວນປະມານສາມສິບ​ພັນຄົນ ທີ່​ມາ​ຈາກ​
ມຽນມາ ຄືສ່ວນ​ໃຫຍ່​ແມ່ນ​ພວກ​ຊົນ​ເຜົ່າ Rohingya ຊຶ່ງ​ເປັນ​
ກຸ່ມ​ທີ່​ສະຫະ​ປະຊາ​ຊາດອະທິບາຍ​ວ່າ ​ເປັນ​ຊົນ​ເຜົ່າກຸ່ມ​ນ້ອຍທີ່​
ຖືກ​ຂົ່ມ​ເຫັງຫຼາຍ​ທີ່​ສຸດ ​ແຕ່ການ​ຫຼັ່ງ​ໄຫຼ​ເຂົ້າ​ມາ​ຂອງ​ອົບ​ພະຍົບ
ຊາວມຸສລິ​ມ ທີ່​ພາກັນ​ຫຼົບໜີ​ຈາກ​ເຫດການ​ນອງ​ເລື​ອດຢູ່​ໃນ​ລັດ
ຣາຄາຍ ຂອງ​ມຽນມາ​ນັ້ນ ​ແມ່ນ​ຍິ່ງ​ເພີ່ມ​ຄວາມອຸກ​ອັ່ງ​ ຢູ່​ໃນ​ປະ
ຊາ​ຄົມ​ນີ້​ຫຼາຍ​ຂຶ້ນ​ໄປ ​ແລະບວກ​ກັບ​ຊັບພະຍາກອນ​ເພື່ອຊ່ວຍ​
ບັນ​ເທົາຊີວິດ​ປະ​ຈໍາ​ວັນ​ກໍ​ມີ​ຢ່າງ​ຈໍາກັດ. ຜູ້​ສື່​ຂ່າວວີ​ໂອ​ເອ Mahi
Ramakishnan ລາຍ​ງານ​ຈາກ​ນະຄອນຫຼວງ​ກົວ​ລາ​ລໍາ​ເປີ
ປະ​ເທດ​ມາ​ເລ​ເຊຍ ຊຶ່ງ​ທອງ​ປານ ຈະ​ນໍາມາສະ​ເໜີ​ທ່ານ​ໃນ​ອັນ
​ດັບ​ຕໍ່​ໄປ.


ພວກ​ອົບ​ພະຍົບຊາວ​ມຸສລິ​ມບາງ​ຄົນ​ຈາກ​ມຽນມາ ມາ​ຢູ່​ໃນ​ປະ​ເທດ​ມາ​ເລເຊຍ​ໄດ້ 20 ປີ​ແລ້ວ​.

ນັກ​ເຄື່ອນ​ໄຫວ​ຊຸມ​ຊົນ ​ເຊື່ອ​ວ່າ ມີອົບ​ພະຍົບ​ເພີ່ມ​ຂຶ້ນອີກ​ຫຼາຍ​ພັນ​ຄົນ ທີ່​ໄດ້​ເດີນທາງ​ມາ
​ເຖິງ​ມາ​ເລ​ເຊຍ​ໃນ​ໄລຍະ​ນຶ່ງ​ປີ​ເຄິ່ງຜ່ານ​ມາ​ນີ້ພວກ​ເຂົາ​ເຈົ້າ ຫຼົບໜີ​ຈາກ​ເຫດການ​ຮຸນ​ແຮງ​
ຕໍ່ຕ້ານ​ຊາວ​ມຸສລິ​ມ ຢູ່​ໃນ​ລັດຣາຄາຍ ​ໃນ​ມຽນມາ​ນັ້ນ.

ພວກອົບ​ພະຍົບເຫຼົ່າ​ນັ້ນ ສ່ວນ​ໃຫຍ່​ແລ້ວ ​ແມ່ນເປັນ​ພວກຊົນ​ເຜົ່າ​ໂຣຮິງຢາ.

​ແຕ່​ກຸ່ມ​ຊາວ​ມຸສລິ​ມມຽນມາອື່ນໆ ພວກ​ທີ່​ບໍ່​ແມ່ນ​ຊົນ​ເຜົ່າ​ໂຣຮິງ​ຢາ​ນັ້ນ ​ເວົ້າ​ວ່າ ພວກ​ເຂົາເຈົ້າ
ກໍ​ບໍ່​ມີ​ທາງ​ເລືອກ​ຢ່າງ​ອື່ນ​ ນອກຈາກ​ຈະ​ສ່ຽງຊີວິດ​ຫຼົບໜີ ໂດຍທາງ​ເຮືອ ​ໄປ​ຍັງ​ປະ​ເທດ​ມາ​ເລ​ເຊຍ.

ນາງ Raahimah Nur Boshur ​ເວົ້າ​ວ່າ ຍາດ​ພີ່ນ້ອງ​ບາງ​ຄົນ​ຂອງ​ນາງ ຖືກ​ຂ້າ​ຕາຍ ​ເວລາ​ພວກ​ອັນທະພານ​ຈູດ​ເຜົາ​ໝູ່​ບ້ານ​ຂອງ​ນາງ.

ນາງ ຣາຮີ​ມາ ​ເວົ້າ​ວ່າ: “ບໍ່​ມີ​ທາງ​ໃດ​ທີ່​ພວກ​ເຮົາ​ຈະ​ຢູ່​ທີ່​ນັ້ນ​ຕໍ່​ໄປ​ໄດ້ ວິທີດຽວ​ເທົ່າ​ນັ້ນ
ທີ່ພວກ​ເຮົາ​ຈະ​ລອດ​ຊີວິດ ກໍ​ຄື​ ໜີ​ອອກ​ຈາກ​ປະ​ເທດ ​ໄປ​ແຫ່ງໃດ​ກໍ​ໄດ້. ພວກ​ເຮົາ​
ສູນ​ເສຍ​ໝົດທຸກ​ສິ່ງ​ທຸກ​ຢ່າງ​ແລ້ວ.”


ການ​ຫຼັ່ງ​ໄຫຼ​ເຂົ້າມາ​ຂອງ​ພວກອົບ​ພະ​ຍົບ​ເມື່ອ​ບໍ່​ດົນ​ມາ​ນີ້ ກໍາລັງບີບຮັດຕໍ່​ຊັບພະຍາກອນ
ທີ່​ມີ​ຢ່າງ​ຈໍາກັດ​ຢູ່ແລ້ວຂອງ​ປະຊາ​ຄົມ​ນັ້ນ​ຕື່ມ​ອີກ. ກຸ່ມ​ການ​ກຸສົນ​ມຸສລິ​ມ ກໍ​ໄດ້​ຊ່ວຍ​ເຫຼືອ​
ບໍລິຈາກ​ເຂົ້າປາ​ອາຫານ​ແກ່​ພວກ​ເຂົາ​ເຈົ້າ. ​ແລະ​ອົງການ​ອົບ​ພະຍົບສະຫະ​ປະຊາ​ດ ຫຼື
UNHCR ກໍ​ສະໜອງ​ການ​ຊ່ວຍ​ເຫຼືອດ້ານ​ຕ່າງໆ ​ແລະ​ອອກ​ບັດປະ​ຈໍາ​ຕົວ​ໃຫ້ແກ່​ພວກ​ຂໍ​
ລີ້​ໄພ ທີ່​ລະບຸ​ວ່າ​ພວກ​ເຂົາ​ເຈົ້າ​ເປັນອົບ​ພະຍົບ.

​ແຕ່ມາ​ເລ​ເຊຍ​ບໍ່​ໄດ້ໃຫ້​ສັດຕະຍາບັນ​ແກ່​ສົນທິ​ສັນຍາ ວ່າ​ດ້ວຍອົບ​ພະຍົບຂອງ​ຢູ​ເອັນເທື່ອ
ຊຶ່ງ​ຍັງ​ຜົນ​ໃຫ້​ພວກ​ຄົນເຫຼົ່າ​ນີ້​ຕົກ​ຢູ່​ໃນ​ສະຖານະ​ພາບ​ ທີ່ບໍ່​ຖືກຕ້ອງ​ຕາມ​ກົດໝາຍ​ນັ້ນ​ຢູ່.

​ເປັນ​ຕົ້ນ​ວ່າ ພວກ​ເຂົາ​ເຈົ້າບໍ່​ສາມາດ​ສົ່ງ​ລູກໆ​ໄປ​ເຂົ້າ​ໂຮງຮຽນ​ຫຼວງ​ໄດ້ ຫຼືເຮັດ​ວຽກ​ຢ່າງ​ຖືກ
ຕ້ອງ​ຕາມ​ກົດໝາຍ. ນັກ​ເຄຶ່ອນ​ໄຫວ​ທາງ​ສັງຄົມ Irene Fernandez ​ເວົ້າ​ວ່າ ​ເລຶ່ອງນີ້​
ແມ່ນ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າສ່ຽງ ​ແລະລໍາບາກ​ຫຼາຍ​ທີ່​ສຸດ.

ນາງ ​ໄອຣີນ ​ເວົ້າ​ວ່າ: “ພວກ​ເຂົາ​ເຈົ້າຖືກ​ຖື​ວ່າ​ ເປັນ​ພວກ​ຄົນ​ບໍ່​ມີ​ເອກ​ກະສານ ຫຼື​ບໍ່
ມີ​ຖານະ​ຖືກຕ້ອງ​ຕາມ​ກົດໝາຍ ​ໂດຍ​ອົງການ​ບັງຄັບ​ກົດໝາຍ​ທັງໝົດ. ​ແມ່ນ​ແຕ່​
ເວລາ​ພວກ​ເຂົາ​ເຈົ້າ​ໄປ​ຊອກ​ຫາວຽກ​ເຮັດ​ງານ​ທໍາ ພວກ​ເຂົາ​ເຈົ້າ​ຈະ​ຕົກ​ຢູ່ໃນ​ສະ
ພາບ​ທີ່​ຖືກ​ສວຍ​ໃຊ້​ປະ​ໂຫຍ​ດໄດ້​ງ່າຍ​ຫຼາຍ ຍ້ອນວ່າ ພວກ​ນາຍ​ຈ້າງ​ຮູ້​ດີ​ວ່າ ​ພວກ​
ເຂົາ​ເຈົ້າບໍ່​ສາມາດ​ຫາ​ທາງ​ແກ້​ໄຂ​ໄດ້ນັ້ນ​ເອງ.”


​ເມື່ອ​ບໍ່​ດົນ​ມາ​ນີ້ ລັດຖະບານ​ມາ​ເລ​ເຊຍ​ເວົ້າ​ວ່າ ພວກ​ເຂົາ​ເຈົ້າຈະ​ພິຈາລະນາ​ອອກ​ບັດ​ອະນຸຍາດໃຫ້​ເຮັດ​ວຽກ​ໄດ້ ​ແກ່​ພວກ​ອົບ​ພະຍົບ.

ທ້າວ Mohammad Sadek ຜູ້​ນໍາ​ຊຸມ​ຊົນ​ຊາວ​ໂຣຮິງ​ຢາ​ຄົນ​ນຶ່ງ ຍິນ​ດີ​ນໍາຄວາມ​ຄິດການ​
ອອກ​ບັດ​ດັ່ງກ່າວ​ນີ້ ​ແຕ່​ກໍ​ເວົ້າ​ວ່າ ພວກ​ອົບ​ພະຍົບຍັງ​ຕ້ອງການ​ຄວາມ​ຊ່ວຍເຫຼືອທີ່ສໍາຄັນ
ຈາກຢູ​ເອັນ​ນັ້ນ​ຢູ່.

ທ້າວ Sadek ​ເວົ້າ​ວ່າ: “ໜ່ວຍ​ງານ​ອົງການ​ຕ່າງໆ​ຂອງ​ຢູ​ເອັນ ບໍ່​ຄວນ​ຈະ​ຢຸດ​ພາລະ​
ໜ້າ​ທີ່​ຂອງ​ຕົນ ​ແລະ​ໜ່ວຍ​ງານ​ຕ່າງໆ​ຂອງ​ຢູ​ເອັນ ຄວນ​ສືບ​ຕໍ່​ອໍານວຍ​ຄວາມ​ສະດວກ​
ເພື່ອ​ຈັດ​ຕັ້ງ​ຖິ່ນ​ຖານໃໝ່​ແກ່​ພວກ​ເຂົ​າ​ເຈົ້າ​ໄປ​ຍັງ​ປະ​ເທດ ອື່ນ ​ແລະ​ຕໍ່​ອາຍຸ​ການ​ຊ່ວຍ​
ເຫຼືອ​ການ​ເງິນ ຢຸກຢາ ​ແລະ​ໂຄງການ​ລິເລີ່​ມທີ່​ຈໍາ​ເປັນ​ອື່ນໆ​ອອກ​ໄປ​ອີກ ​ເພື່ອ​ສະ​ວັດ​
ດີກາ​ນຂອງ​
ພວກອົບ​ພະຍົບນັ້ນ.”

ພວກ​ອົບ​ພະຍົບສ່ວນຫຼາຍເວົ້າ​ວ່າ ພວກ​ເຂົາ​ເຈົ້າດີ​ໃຈທີ່ຈະ​ຂໍ​ຕັ້ງ​ຖິ່ນ​ຖານ​ຢູ່ໃນ​ມາ​ເລເຊຍ
ຖ້າ​ຫາກລັດຖະບານ​ຈະ​ພິຈາລະ​ນາ​ ທີ່ຈະ​ລວມ​ເອົາ​ພວກເຂົາ​ເຈົ້າ ​ເຂົ້າຢູ່​ໃນກຸ່ມ​ສັງຄົມ​
ມຸສລິ​ມສ່ວນ​ໃຫຍ່​ນັ້ນ​ໄດ້.
XS
SM
MD
LG