ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ພວກນັກຮົບ ລັດອິສລາມ ຫຼາຍຮ້ອຍຄົນ ຖືກຂ້າຕາຍ ໃນການໂຈມຕີທາງອາກາດ


ກອງກຳລັງຮັກສາຄວາມປອດໄພ ອີຣັກ ກວດສອບເບິ່ງລົດ ທີ່ເປັນຂອງພວກຫົວຮຸນແຮງ ລັດອິສລາມ ທີ່ພາກັນຫລົບໜີ ຢູ່ນອກເມືອງ Fallujah ຂອງອີຣັກ, ເມື່ອວັນພຸດ ທີ 29 ມິຖຸນາ 2016.
ກອງກຳລັງຮັກສາຄວາມປອດໄພ ອີຣັກ ກວດສອບເບິ່ງລົດ ທີ່ເປັນຂອງພວກຫົວຮຸນແຮງ ລັດອິສລາມ ທີ່ພາກັນຫລົບໜີ ຢູ່ນອກເມືອງ Fallujah ຂອງອີຣັກ, ເມື່ອວັນພຸດ ທີ 29 ມິຖຸນາ 2016.

ການໂຈມຕີທາງອາກາດ ໄດ້ສັງຫານ ພວກນັກຮົບລັດອິສລາມ ຢ່າງນ້ອຍ 250 ຄົນ ຢູ່ໃນອີຣັກ ອີງຕາມ ບັນດາເຈົ້າໜ້າທີ່ ຂອງ ອີຣັກ ແລະ ສະຫະລັດ ທີ່ໄດ້ລາຍງານໃຫ້ຊາບ ໃນວັນພະຫັດມື້ນີ້.

ການໂຈມຕີທາງອາກາດ ຕໍ່ຂະບວນລົດ ປະມານ 40 ຄັນຂອງກຸ່ມລັດອິສລາມ ມີ​ຂຶ້ນຢູ່​ທາງ​ໃຕ້ເມືອງ Fallujah ໜ້ອຍ​ນຶ່ງ ຊຶ່ງເຄີຍເປັນ ທີ່ໝັ້ນຂອງກຸ່ມ ລັດອິສລາມ ທີ່ໄດ້ຖືກປົດປ່ອຍ ໂດຍກອງກຳລັງປະສົມ ອີຣັກ ພາຍ​ໃຕ້​ການນຳພາໂດຍສະຫະລັດ ເມື່ອສັບປະດາແລ້ວນີ້.

ການໂຈມທາງອາກາດດັ່ງກ່າວນີ້ ເປັນຂີດໝາຍ ຂອງການໂຈມຕີຮ້າຍແຮງ​ ສຸດຕໍ່ພວກນັກຮົບລັດ​ອິສລາມ ຫຼື ພວກຈີຫາດ ແຕ່ບັນດາເຈົ້າໜ້າທີ່ ເຕືອນວ່າ ເຖິງແມ່ນວ່າ ກຸ່ມດັ່ງກ່າວໄດ້ສູນເສຍດິນແດນຫຼາຍແຫ່ງກໍຕາມ ​ແຕ່​ຂວັນຂອງ ພວກເຂົາເຈົ້າກໍປາກົດວ່າ ບໍ່ຖືກທຳລາຍເລີຍ.

ຂະນະ​ດຽວ​ກັນ ກອງກຳລັງຂອງຊີເຣຍ ກໍ​ມີຄວາມຄືບໜ້າ ໃນສັບປະດານີ້ ໂດຍຍຶດເອົາເມືອງຕ່າງໆ ຢູ່ໃກ້ໆ ອີຣັກ ທີ່ຄວບຄຸມໂດຍກຸ່ມລັດອິສລາມ ຄືນ ມາໄດ້ ຊຶ່ງພວກ​ເຂົາ​ໄດ້​ລຶບລ້າງເຂດແດນ ​ເຮັດ​ໃຫ້ພວກນັກຮົບເພື່ອສາສະໜາ ມີ​ຄວາມ​ສະດວກ ​ໃນການຂົນສົ່ງ ແລະ ການປະສານງານງ່າຍຂຶ້ນ ໃນອັນທີ່ ກຸ່ມດັ່ງ​ກ່າວ ໄດ້ປະກາດ ເປັນ “ລັດອິສລາມ ຫຼື caliphate” ຂອງທັງສອງ ປະເທດນັ້ນ.

ຫຼັງຈາກທີ່ໄດ້ປະສົບຜົນສຳເລັດ ໃນການຍຶດຄືນ​ເອົາເມືອງ Fallujah ຂອງ ກຳລັງປະສົມ ເປັນເວລານຶ່ງເດືອນ​ແລ້ວ ກອງກຳລັງຂອງອີຣັກ ຈະ​ເລີ້ມລົງມື ເພື່ອຍຶດເອົາເມືອງ Mosul ຊຶ່ງເປັນເມືອງໃຫຍ່ອັນດັບສອງຂອງອີຣັກ ຄືນມາ ຈາກການຄວບຄຸມຂອງພວກນັກຮົບຈີຫາດ.

​ໃນ​ໄລຍະຫຼາຍສັບປະດາຜ່ານມານີ້ ບັນດາເຈົ້າໜ້າທີ່ສືບລັບ ສະຫະລັດ ໄດ້ ອະທິບາຍເຖິງ ກຸ່ມລັດອິສລາມ ວ່າແມ່ນ “ຢູ່ໃນຈຸດອ່ອນແອທີ່ສຸດ ຕັ້ງແຕ່​ໄດ້​ມີການຂະຫຍາຍຕົວຢ່າງວ່ອງໄວ ຂອງພວກເຂົາເຈົ້າ.”

ແຕ່ບັນດາຜູ້ບັນຊາການທະຫານຊາວ​ເຄີ​ດ​ໃນອີກຣັກ ເຕືອນວ່າ ເມືອງ Mosul ຈະເປັນບ່ອນທີ່ມີການຕໍ່ສູ້ທີ່ຫຍຸ້ງຍາກກວ່າເກົ່າຫຼາຍ ຊຶ່ງຈະຕ້ອງມີການຕົກລົງ ກັນທາງດ້ານການເມືອງ ແລະ ການທະຫານ ລະ ຫວ່າງທຸກພັກຝ່າຍທີ່ກ່ຽວຂ້ອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

IS Falluja
please wait
Embed

No media source currently available

0:00 0:00:55 0:00

XS
SM
MD
LG