ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສານ​ Honduras ວ່າ ທ່ານ Hernandez ມີຄະແນນ ນຳໜ້າ ຄູ່ແຂ່ງ (ວີດີໂອ)


Honduras Court Declares Vote Count Shows 'Irreversible' Trend Toward Hernandez
please wait

No media source currently available

0:00 0:00:51 0:00
ລິງໂດຍກົງ
ສານ​ກຳກັບ​ນຳການ​ເລືອກ​ຕັ້ງ​ຂອງຮັນ​ດູຣັສ ​ໄດ້​ປະກາດແນວ​ໂນ້ມ
ທີ່​ບໍ່​ສາມາດ​ຕ່າວ​ປີ້ນ​ໄດ້​ ​ໃນການ​ນັບບັດ​ຄະ​ແນນ​ສຽງ​ການເລືອກ
​ຕັ້ງປະທານາທິບໍດີ ຊຶ່ງ​ຈະ​ເຮັດ​ໃຫ້​ທ່ານ Juan Orlando
Hernandez ​ເປັນ​ຜູ້​ຊະນະ ​ເຖິງ​ແມ່ນໄດ້​ມີ​ການ​ປະກາດໄຊ
ຊະນະ ອອກ​ໄປ​ແລ້ວ ​ກໍ​ຕາມ​ ຂອງຄູ່​ແຂ່ງ ​ທີ່ມີ​ຄະ​ແນນ​ສຽງ
​ໃກ້​ຄຽງທ່ານທີ່​ສຸດນັ້ນ.

ຈາກ​ບັດ​ຄະ​ແນນ​ສຽງທີ່​ໄປ​ແລ້ວ​ປະມານ 68 ສ່ວນ 100 ຫລັງ​ຈາກ​
ການປ່ອນ​ບັດ​ເລືອກ​ຕັ້ງປະທານາທິບໍດີ ​ໃນວັນອາທິດ​ແລ້ວ​ນີ້ ​
ໂຄສົກ​ຂອງ​ສານ​ເລືອກ​ຕັ້ງ ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ
Hernandez ຈາກພັກ​ National Party ຊຶ່ງ​ເປັນ​ພັກ​ລັດຖະບານ​
ປົກຄອງ​ປະ​ເທດ​ຢູ່​ໃນ​ເວລາ​ນີ້ໄດ້​ຄະ​ແນນ 34 ສ່ວນ 100 ຊຶ່ງມີ​ທ່າ​ທາງ​ວ່າ​ຈະຊະນະ
ທ່ານນາງ Xiomara Castro ​ຈາກພັກ​ຝ່າຍ​ຊ້າຍ Libre Party​ໂດຍໄດ້ຮັບ​ຄະ​ແນນ 29 ສ່ວນ 100.

ຈົນ​ເທົ່າ​ເຖິງ​ປະຈຸ​ບັນ​ນີ້ ທ່ານນາງ Castro ຍັງ​ເຊື່​ອໝັ້ນ​ວ່າ ທ່ານ​ນາງ​ເປັນ​ຜູ້​ຊະນະການ
​ເລືອກ​ຕັ້ງ. ສາມີ​ຂອງ​ທ່ານ​ນາງ ຄື​ອະດີດ​ປະທານາທິບໍດີ ທ່ານ Manuel Zelaya ຜູ້​ທີ່​ໄດ້
​ຖືກ​ໂຄ່ນ​ລົ້ມ​ໃນ​ປີ 2009 ​ໄດ້​ກ່າວ​ວ່າ ທ່ານ​ນາງ​ ແມ່ນ “ບໍ່​ຍອມຮັບ” ຜົນ​ຂອງ​ການ​ເລືອກ
​ຕັ້ງ​ດັ່ງກ່າວ ​ແລະ​ກ່າວ​ຫາວ່າ ຂັ້ນ​ຕອນ​ຂອງການ​ເລືອກ​ຕັ້ງ​ໄດ້​ດຳ​ເນີນ​ໄປ​ແບ​ບບໍ່ຖືກ ຕ້ອງ.

​ເອກ​ອັກຄະ​ລັດຖະທູດສະຫະລັດ​ປະ​ຈໍາຮັນ​ດູຣັສ ​ແລະຫົວໜ້າສັງ​ເກດ​ການ​ ການເລືອກ​ຕັ້ງ
ຂອງສະຫະພາບ​ເອີ​ໂຣບກ່າວ​ວ່າ ຂັ້ນ​ຕອນ​ຂອງ​ການ​ເລືອກ​ຕັ້ງ​ ແມ່ນ​ໄດ້​ດໍາ​ເນີນ​ໄປ ໂດຍ​ປາ
ສະ​ຈາກກາ​ນ​ເຮັດ​ຜິດ​ກົດ​ລະບຽບ​ໃດໆ ​ແລະ​ໄດ້​ຮຽກຮ້ອງ ​ໃຫ້​ພວກ​ທີ່​ສະໝັກແຂ່ງຂັນເລືອກ​
ຕັ້ງທັງ​ໝົດ ​ເຄົາລົບ​ຜົນ​ຂອງ​ການ​ເລືອກ​ຕັ້ງນີ້.

ພັກ​ຂອງທ່ານ Castro ​ໄດ້​ປະກາດ​ວ່າ ຈະ​ເອົາ​ມາດ​ຕະການ​ທາງ​ດ້ານ​ກົດໝາຍ.
XS
SM
MD
LG