ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຜູ້​ໂດຍສານ​ ​ໃນ​ເຮືອຄົ້ນຄວ້າ ​ຣັດ​ເຊຍ ​ຖືກ​ຍົກຍ້າຍ​​ ແລ້ວ (ວີດີໂອ)


ຜູ້ໂດຍສານ ນັກຄົ້ນຄວ້າ ແລະນັກຂ່າວ ກໍາລັງຖືກ ຍົກຍ້າຍໂດຍເຮືອບິນເຮລີຄອບເຕີຈີນ.
ຜູ້ໂດຍສານ ນັກຄົ້ນຄວ້າ ແລະນັກຂ່າວ ກໍາລັງຖືກ ຍົກຍ້າຍໂດຍເຮືອບິນເຮລີຄອບເຕີຈີນ.
ຜູ້​ໂດຍສານ 52 ​ຄົນ​ຢູ່ ​ໃນ​ເຮືອຄົ້ນຄວ້າ​ຂອງຣັດ​ເຊຍທີ່​ຕິດ​ຄາ
ນໍ້າ​ແຂງ ກວ່ານຶ່ງ​ອາທິດ ທີ່​ຂົ້ວໂລກ​ໃຕ້ ​ໄດ້​ຖືກ​ຍົກຍ້າຍ ອອກ
ຈາກ​ເຮືອ​ໄປ​ໝົດ​ທຸກ​ຄົນ​ແລ້ວໃນ​ວັນ​ພະຫັດ​ມື້​ນີ້ ຫຼັງ​ຈາກເຮືອ
ບິນ​ເຮ​ລິຄອບ​ເຕີກູ້​ໄພ ​ສາມາດ​ໄປ​ລົງ​ຈອດ​ຢູ່​ໃກ້ໆ​ນັ້ນ​ໄດ້ໃນ​ທີ່​
ສຸດ.

ອົງການ​ຄວາມ​ປອດ​ໄພ​ດ້ານ​ການ​ເດີນ​ທະ​ເລ​ຂອງ​ອອສ​ເຕຣ
​ເລຍ ກ່າວ​ວ່າ ພວກ​ຜູ້ໂດຍສານ​ໄດ້ຖືກ​ອົບ​ພະ​ຍົບອອກ​ຈາກ​
ກໍາ​ປັ່ນ Akademik Shokalskiy ທີ່​ໄດ້​ຕິດ​ຄາ​ນໍ້າ​ແຂງ​ ມາ
ຕັ້ງ​ແຕ່​ມື້ກ່ອນວັນ​ບຸນຄຣິສມັສ​ນັ້ນ.

​ທ່ານ Chris Turney ນຶ່ງ​ໃນ​ຈໍານວນ​ບັນດານັກວິທະຍາສາດຢູ່​ໃນເຮືອດັ່ງກ່າວ ​ກໍໄດ້​ໂພສຂໍ້ຄວາມ​ລົງ​ທາງ Twitter ​ເວົ້າ​ວ່າ ພວກ​ຜູ້​ໂດຍສານ​ໄດ້​ໄປ​ຮອດ​ກໍ​າ ປັ່ນຕັດ​ນໍ້າ
ກ້ອນ​ຂອງ​ອອສ​ເຕຣ​ເລຍ ທີ່​ຈອດ​ຢູ່ບໍ່​ໄກ​ນັ້ນ​ແລ້​ວ ​ໂດຍ​ຄວາ​ມປອດ​ໄພ​ທຸກ​ປະການ.

ຜູ້​ໂດຍສານ 52 ຄົນ ຊຶ່ງ​ຮວມທັງບັນດາ​ນັກວິທະຍາສາດ ນັກທ່ອງທ່ຽວ ​ແລະ​ນັກ​ຂ່າວ
ໄດ້​ຖືກ​ຍົກຍ້າຍ ​ໂດຍ​ທາງ​ເຮືອບິນ​ເຮ​ລິ​ຄອບ​ເຕີ ​ເ​ທື່ອລະ 12 ຄົນ ໄປ​ຍັງເຮືອ​ຕັດ​ນໍ້າ
ກ້ອນອອສ​ເຕ​ຣເລຍ ທີ່ຈະ​ນໍາ​ເອົາເຂົາ​ເຈົ້າເດີນທາງໄປ ສູ່ແຜ່ນດິນ ຊຶ່ງ​ຈະ​ກິນ​ເວລາ​
ຫຼາຍອາທິດ​ຂ້າງ​ໜ້າ.

ສະພາບ​ພາຍຸ​ນໍ້າແຂງ ​ໄດ້ຂັດຂວາງ​ຕໍ່ການ​ພະຍາຍາມຍົກຍ້າຍຜູ້​ໂດຍສານຄັ້ງ​ກ່ອນ
​ໂດຍ​ທາງ​ເຮືອບິນ​ເຮ​ລິ​ຕອບ​ເຕີ​. ​ເຮືອ​ຕັດ​ນໍ້າ​ແຂງ​ຈາກປະ​ເທດຈີນ ອອສ​ເຕຣ​ເລຍ ​ແລະ
​ຝຣັ່ງ ​ບໍ່​ສາມາດ​ເຂົ້າໄປ​ເຖິງ​ເຮືອຣັດ​ເຊຍ ​ທີ່​ຕິດ​ຄາ​ຢູ່​ນັ້ນ.

​ເຈັດ​ສິບ​ສີ່​ຄົນ ​ແມ່ນ​ຢູ່​ໃນ​ເຮື​ອ Akedemik Shokalskiy ທີ່​ມີ​ສະບຽງອາຫານ​ກຸ້ມ​ຫຼາຍ​
ອາທິດ ​ແລະ​ບໍ່​ຢູ່​ໃນ​ອັນ​ຕະລາຍ​ທີ່​ຈະ​ຈົມ​ລົງ​ແຕ່​ຢ່າງ​ໃດ. ລູກ​ເຮືອຣັດ​ເຊຍທັງ​ໝົດ 22
ຄົນ ຄາດ​ວ່າ​ຈະ​ພາກັນ​ຢູ່ໃນ​ເຮືອລໍ​ານີ້ຕໍ່​ໄປ ​ແລະ​ລໍຖ້າ​ໃຫ້​ນໍ້າ​ແຂງເປື່ອຍຕາມ​ທໍາ​ມະ​
ຊາດ ຈຶ່ງ​ຈະ​ເດີນທາງ​ຕໍ່.

​ເຮື​ອຣັດ​ເຊຍ ທີ່​ໄດ້ເດີນທາງອອກ​ຈາກ New Zealand ​ໃນ​ວັນ​ທີ 28 ​ເດືອນ​ພະຈິກ ​ໄດ້​ພະຍາຍາມຕິດ​ຕາມ​ນໍາ​ຮອຍ ນັກ​ສໍາ​ຫລວດ ອອສ​ເຕ​ຣເລຍ ທ່ານ Douglas Mawson ​
ເມື່ອ 100 ປີ​ກ່ອນ ​ໃນ​ການ​ເດີນ​ທາງ​ໄປ​ຂົ້ວ​ໂລກ​ໃຕ້.


Antartica
please wait
Embed

No media source currently available

0:00 0:00:04 0:00
XS
SM
MD
LG